YouVersion Logo
Search Icon

ອົບພະຍົບ 8

8
1ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ໄປ​ຫາ​ຟາໂຣ ແລະ ບອກ​ລາວ​ວ່າ, ‘ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ກ່າວ​ຄື: ຈົ່ງ​ປ່ອຍ​ປະຊາຊົນ​ຂອງ​ເຮົາ​ໄປ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ. 2ຖ້າ​ເຈົ້າ​ປະຕິເສດ​ທີ່​ຈະ​ປ່ອຍ​ພວກເຂົາ​ໄປ, ເຮົາ​ຈະ​ສົ່ງ​ໄພພິບັດ​ກົບ​ມາ​ຢູ່​ທົ່ວ​ປະເທດ​ຂອງ​ເຈົ້າ. 3ແມ່ນ້ຳ​ນິນ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ກົບ. ພວກມັນ​ຈະ​ເຂົ້າໄປ​ໃນ​ວັງ​ຂອງ​ເຈົ້າ, ເຂົ້າໄປ​ໃນ​ຫ້ອງນອນ​ຂອງ​ເຈົ້າ, ເຂົ້າໄປ​ເທິງ​ຕຽງ​ຂອງ​ເຈົ້າ, ພວກມັນ​ຈະ​ເຂົ້າໄປ​ໃນ​ເຮືອນ​ຂອງ​ບັນດາ​ຂ້າລາຊະການ​ຂອງ​ເຈົ້າ ແລະ ຢູ່​ເທິງ​ປະຊາຊົນ​ຂອງ​ເຈົ້າ ແລະ ເຂົ້າໄປ​ໃນ​ເຕົາອົບ ແລະ ອ່າງ​ນວດແປ້ງ​ຂອງ​ເຈົ້າ. 4ຝູງ​ກົບ​ນັ້ນ​ຈະ​ຂຶ້ນ​ມາ​ເທິງ​ຕົວ​ເຈົ້າ, ເທິງ​ປະຊາຊົນ​ຂອງ​ເຈົ້າ ແລະ ຂ້າລາຊະການ​ຂອງ​ເຈົ້າ’ ”.
5ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ບອກ​ອາໂຣນ​ວ່າ, ‘ຢຽດມື​ຂອງ​ເຈົ້າ​ພ້ອມ​ດ້ວຍ​ໄມ້ຄ້ອນເທົ້າ​ຂອງ​ເຈົ້າ​ໃສ່​ແມ່ນ້ຳ, ຄອງນ້ຳ ແລະ ໜອງນໍ້າ​ທັງຫລາຍ ແລ້ວ​ເຮັດ​ໃຫ້​ຝູງ​ກົບ​ຂຶ້ນ​ມາ​ເທິງ​ແຜ່ນດິນ​ຂອງ​ເອຢິບ’ ”.
6ດັ່ງນັ້ນ ອາໂຣນ​ຈຶ່ງ​ຢຽດ​ມື​ຂອງ​ເພິ່ນ​ອອກ​ໃສ່​ນ້ຳ​ທັງຫລາຍ​ຂອງ​ເອຢິບ, ແລ້ວ​ຝູງ​ກົບ​ກໍ​ຂຶ້ນ​ມາ​ປົກຄຸມ​ແຜ່ນດິນ. 7ແຕ່​ພວກ​ຫລິ້ນ​ຄາຖາ​ອາຄົມ​ກໍ​ໄດ້​ເຮັດ​ສິ່ງ​ດຽວກັນ​ໂດຍ​ໃຊ້​ວິຊາ​ທີ່​ເລິກລັບ​ຂອງ​ພວກເຂົາ; ພວກເຂົາ​ໄດ້​ເຮັດ​ໃຫ້​ຝູງ​ກົບ​ຂຶ້ນ​ມາ​ເທິງ​ແຜ່ນດິນ​ຂອງ​ເອຢິບ​ເໝືອນກັນ.
8ຟາໂຣ​ຈຶ່ງ​ເອີ້ນ​ໃຫ້​ໂມເຊ ແລະ ອາໂຣນ​ເຂົ້າ​ມາ​ພົບ​ແລ້ວ​ກ່າວ​ວ່າ, “ຈົ່ງ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເພື່ອ​ໃຫ້​ເອົາ​ຝູງ​ກົບ​ນັ້ນ​ໜີ​ໄປ​ຈາກ​ເຮົາ ແລະ ປະຊາຊົນ​ຂອງ​ເຮົາ, ແລ້ວ​ເຮົາ​ຈະ​ປ່ອຍ​ປະຊາຊົນ​ຂອງ​ເຈົ້າ​ອອກ​ໄປ​ເພື່ອ​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າຢາເວ”.
9ໂມເຊ​ຕອບ​ຟາໂຣ​ວ່າ, “ຂ້ານ້ອຍ​ຂໍ​ໃຫ້​ກຽດ​ທ່ານ​ໃນ​ການ​ຈັດ​ເວລາ​ໃຫ້​ຂ້ານ້ອຍ​ເພື່ອ​ອະທິຖານ​ເພື່ອ​ທ່ານ ແລະ ຂ້າລາຊະການ​ຂອງ​ທ່ານ ພ້ອມ​ທັງ​ປະຊາຊົນ​ຂອງ​ທ່ານ ແລະ ເຮືອນ​ຂອງ​ທ່ານ​ວ່າ​ຈະ​ກຳຈັດ​ຝູງ​ກົບ​ອອກໄປ​ເມື່ອ​ໃດ, ຍົກເວັ້ນ​ຝູງ​ກົບ​ທີ່​ຍັງ​ມີ​ຢູ່​ໃນ​ແມ່ນ້ຳ​ນິນ”.
10ຟາໂຣ​ໄດ້​ເວົ້າ​ວ່າ, “ມື້​ອື່ນ”.
ໂມເຊ​ຈຶ່ງ​ຕອບ​ວ່າ, “ຈະ​ເປັນ​ໄປ​ຕາມ​ທີ່​ທ່ານ​ກ່າວ​ນັ້ນ, ເພື່ອ​ວ່າ​ທ່ານ​ຈະ​ໄດ້​ຮູ້ວ່າ​ບໍ່​ມີ​ຜູ້ໃດ​ເໝືອນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ. 11ຝູງ​ກົບ​ນັ້ນ​ຈະ​ອອກໄປ​ຈາກ​ທ່ານ, ເຮືອນ​ຂອງ​ທ່ານ, ເຮືອນ​ຂອງ​ຂ້າລາຊະການ​ຂອງ​ທ່ານ ແລະ ເຮືອນ​ຂອງ​ປະຊາຊົນ​ຂອງ​ທ່ານ; ແຕ່​ພວກມັນ​ຈະ​ຍັງ​ມີ​ຢູ່​ໃນ​ແມ່ນ້ຳ​ນິນ​ເທົ່ານັ້ນ”.
12ຫລັງຈາກ​ໂມເຊ ແລະ ອາໂຣນ​ອອກ​ໄປ​ຈາກ​ຟາໂຣ​ແລ້ວ, ໂມເຊ​ກໍ​ຮ້ອງຂໍ​ຕໍ່​ພຣະເຈົ້າຢາເວ​ກ່ຽວກັບ​ຝູງ​ກົບ​ທີ່​ພຣະອົງ​ໄດ້​ນຳ​ມາ​ແກ່​ຟາໂຣ. 13ແລະ ພຣະເຈົ້າຢາເວ​ກໍ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ໂມເຊ​ໄດ້​ຮ້ອງຂໍ. ຝູງ​ກົບ​ໄດ້​ຕາຍ​ຢູ່​ໃນ​ເຮືອນ, ຢູ່​ຕາມ​ເດີ່ນ​ຕ່າງໆ ແລະ ຢູ່​ໃນ​ທົ່ງນາ​ຕ່າງໆ. 14ພວກເຂົາ​ໄດ້​ເອົາ​ກົບຕາຍ​ນັ້ນ​ມາ​ໂຮມ​ໄວ້​ເປັນ​ກອງ ແລະ ສົ່ງ​ກິ່ນເໝັນ​ໄປ​ທົ່ວ​ແຜ່ນດິນ​ຂອງ​ພວກເຂົາ. 15ແຕ່​ເມື່ອ​ຟາໂຣ​ໄດ້​ເຫັນ​ວ່າ​ມີ​ການ​ຫລຸດຜ່ອນ​ລົງ​ແລ້ວ, ເພິ່ນ​ກໍ​ມີ​ໃຈ​ແຂງກະດ້າງ ແລະ ຈະ​ບໍ່​ຟັງ​ໂມເຊ ແລະ ອາໂຣນ​ອີກ, ເໝືອນ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້.
ໄພພິບັດ​ຈາກ​ຝູງ​ຮີ້ນ
16ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ບອກ​ອາໂຣນ​ວ່າ, ‘ຈົ່ງ​ເດ່​ໄມ້ຄ້ອນເທົ້າ​ຂອງ​ເຈົ້າ​ອອກ ແລະ ຟາດ​ໃສ່​ຂີ້ຝຸ່ນ​ເທິງ​ພື້ນດິນ,’ ແລ້ວ​ຂີ້ຝຸ່ນ​ທົ່ວ​ດິນແດນ​ເອຢິບ​ກໍ​ຈະ​ກາຍເປັນ​ຝູງ​ຮີ້ນ”. 17ພວກເພິ່ນ​ຈຶ່ງ​ໄດ້​ເຮັດ​ສິ່ງ​ນີ້ ແລະ ເມື່ອ​ອາໂຣນ​ຢຽດ​ມື​ເບື້ອງ​ທີ່​ຖື​ໄມ້ຄ້ອນເທົ້າ​ອອກ ແລະ ຟາດ​ໃສ່​ຂີ້ຝຸ່ນ​ເທິງ​ພື້ນດິນ, ຝູງ​ຮີ້ນ​ກໍ​ມາ​ຕອມ​ຄົນ ແລະ ສັດ. ຂີ້ຝຸ່ນ​ທົ່ວ​ດິນແດນ​ເອຢິບ​ກໍ​ໄດ້​ກາຍ​ເປັນ​ຝູງ​ຮີ້ນ​ໝົດ. 18ແຕ່​ເມື່ອ​ພວກ​ຫລິ້ນ​ຄາຖາ​ອາຄົມ​ພະຍາຍາມ​ຈະ​ໃຊ້​ວິຊາ​ທີ່​ເລິກລັບ​ຂອງ​ຕົນ​ເຮັດ​ຕາມ, ພວກເຂົາ​ກໍ​ເຮັດ​ບໍ່​ໄດ້.
ເນື່ອງ​ຈາກ​ວ່າ​ຮີ້ນ​ໄດ້​ຢູ່​ກັບ​ຄົນ ແລະ ສັດ​ທັງຫລາຍ​ທຸກບ່ອນ, 19ພວກ​ຫລິ້ນ​ຄາຖາ​ອາຄົມ​ຈຶ່ງ​ໄດ້​ເວົ້າ​ຕໍ່​ຟາໂຣ​ວ່າ, “ນີ້​ເປັນ​ຜົນ​ມາ​ຈາກ​ນິ້ວມື​ຂອງ​ພຣະເຈົ້າ”. ແຕ່​ໃຈ​ຂອງ​ກະສັດ​ຟາໂຣ​ຍັງ​ແຂງກະດ້າງ​ຢູ່ ແລະ ຈະ​ບໍ່​ຍອມ​ຟັງ, ເໝືອນດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້.
ໄພພິບັດ​ຈາກ​ຝູງ​ເຫລືອກ
20ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ລຸກຂຶ້ນ​ແຕ່​ເຊົ້າ​ແລ້ວ​ໄປ​ປະເຊີນ​ໜ້າ​ກັບ​ຟາໂຣ​ຂະນະ​ທີ່​ເພິ່ນ​ໄປ​ທີ່​ແມ່ນ້ຳ ແລະ ບອກ​ລາວ​ວ່າ, ‘ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ກ່າວ​ຄື: ຈົ່ງ​ປ່ອຍ​ປະຊາຊົນ​ຂອງ​ເຮົາ​ໄປ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ. 21ຖ້າ​ເຈົ້າ​ບໍ່​ຍອມ​ປ່ອຍ​ປະຊາຊົນ​ຂອງ​ເຮົາ​ໄປ, ເຮົາ​ຈະ​ສົ່ງ​ຝູງ​ເຫລືອກ​ມາ​ຕອມ​ເຈົ້າ ແລະ ຂ້າລາຊະການ​ຂອງ​ເຈົ້າ, ຕອມ​ປະຊາຊົນ​ຂອງ​ເຈົ້າ ແລະ ເຂົ້າໄປ​ໃນ​ບັນດາ​ເຮືອນ​ຂອງ​ເຈົ້າ. ບັນດາ​ເຮືອນ​ຂອງ​ຊາວ​ເອຢິບ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ເຫລືອກ; ແມ່ນແຕ່​ພື້ນດິນ​ກໍ​ຈະ​ປົກຄຸມ​ດ້ວຍ​ຝູງ​ເຫລືອກ.
22“ ‘ແຕ່​ໃນ​ວັນ​ນັ້ນ ເຮົາ​ຈະ​ຈັດການ​ກັບ​ດິນແດນ​ໂກເຊັນ ບ່ອນ​ທີ່​ປະຊາຊົນ​ຂອງ​ເຮົາ​ອາໄສ​ຢູ່​ແຕກຕ່າງ​ກັນ; ທີ່​ນັ້ນ​ຈະ​ບໍ່​ມີ​ຝູງ​ເຫລືອກ, ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ຮູ້​ວ່າ, ເຮົາ​ແມ່ນ​ພຣະເຈົ້າຢາເວ, ເຮົາ​ຢູ່​ໃນ​ດິນແດນ​ນີ້. 23ເຮົາ​ຈະ​ເຮັດ​ໃຫ້​ເຫັນ​ຄວາມແຕກຕ່າງ#8:23 ໃນ​ເຊັບຕູອາຈິນ ແລະ ວູນເກດ; ໃນ​ພາສາ​ເຮັບເຣີ​ວ່າ, ເຮົາ​ຈະ​ນຳ​ການ​ກອບກູ້​ລະຫວ່າງ​ປະຊາຊົນ​ຂອງ​ເຮົາ ແລະ ປະຊາຊົນ​ຂອງ​ເຈົ້າ. ໝາຍສຳຄັນ​ນີ້​ຈະ​ເກີດ​ຂຶ້ນ​ໃນ​ມື້​ອື່ນ’ ”.
24ແລະ ພຣະເຈົ້າຢາເວ​ກໍ​ໄດ້​ເຮັດ​ສິ່ງ​ນີ້. ຝູງ​ເຫລືອກ​ຈຳນວນ​ມະຫາສານ​ຫລັ່ງ​ເຂົ້າ​ໄປ​ໃນ​ວັງ​ຂອງ​ຟາໂຣ ແລະ ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຂ້າລາຊະການ​ຂອງ​ເພິ່ນ; ທົ່ວ​ດິນແດນ​ເອຢິບ​ໄດ້​ຮັບ​ຄວາມເສຍຫາຍ​ໂດຍ​ຝູງ​ເຫລືອກ.
25ແລ້ວ​ຟາໂຣ​ຈຶ່ງ​ໄດ້​ເອີ້ນ​ໃຫ້​ໂມເຊ ແລະ ອາໂຣນ​ມາ​ພົບ​ແລ້ວ​ກ່າວ​ວ່າ, “ຈົ່ງ​ໄປ​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ດິນແດນ​ນີ້”.
26ແຕ່​ໂມເຊ​ໄດ້​ຕອບ​ວ່າ, “ການ​ເຮັດ​ເຊັ່ນ​ນັ້ນ​ແມ່ນ​ບໍ່​ຖືກຕ້ອງ. ເຄື່ອງບູຊາ​ທີ່​ພວກຂ້ານ້ອຍ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ​ນັ້ນ​ຈະ​ເປັນ​ທີ່​ລັງກຽດ​ແກ່​ຊາວ​ເອຢິບ. ແລະ ຖ້າ​ພວກຂ້ານ້ອຍ​ຖວາຍ​ເຄື່ອງບູຊາ​ທີ່​ເປັນ​ທີ່​ລັງກຽດ​ໃນ​ສາຍຕາ​ຂອງ​ພວກເຂົາ, ພວກເຂົາ​ຈະ​ບໍ່​ເອົາ​ກ້ອນຫີນ​ແກ່ວງ​ໃສ່​ພວກຂ້ານ້ອຍ​ບໍ? 27ພວກຂ້ານ້ອຍ​ຈຳເປັນ​ຕ້ອງ​ເດີນທາງ​ສາມ​ວັນ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ​ເພື່ອ​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ ດັ່ງ​ທີ່​ພຣະອົງ​ສັ່ງ​ພວກຂ້ານ້ອຍ”.
28ຟາໂຣ​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ພວກເຈົ້າ​ໄປ​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ຖິ່ນແຫ້ງແລ້ງກັນດານ, ແຕ່​ວ່າ​ພວກເຈົ້າ​ຕ້ອງ​ບໍ່​ໄປ​ໄກ​ຫລາຍ. ບັດນີ້ ຈົ່ງ​ອະທິຖານ​ເພື່ອ​ເຮົາ”.
29ໂມເຊ​ໄດ້​ຕອບ​ວ່າ, “ທັນທີ​ທີ່​ຂ້ານ້ອຍ​ຈາກ​ທ່ານ​ໄປ, ຂ້ານ້ອຍ​ຈະ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ ມື້​ອື່ນ​ຝູງ​ເຫລືອກ​ກໍ​ຈະ​ໜີໄປ​ຈາກ​ທ່ານ, ຂ້າລາຊະການ ແລະ ປະຊາຊົນ​ຂອງ​ທ່ານ. ຂໍ​ພຽງ​ແຕ່​ໃຫ້​ໝັ້ນໃຈ​ວ່າ​ທ່ານ​ບໍ່​ກັບ​ຄຳ​ອີກ​ໂດຍ​ບໍ່​ຍອມ​ປ່ອຍ​ປະຊາຊົນ​ອອກ​ໄປ​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າຢາເວ”.
30ແລ້ວ​ໂມເຊ​ຈຶ່ງ​ຈາກ​ຟາໂຣ​ໄປ ແລະ ອະທິຖານ​ຕໍ່​ພຣະເຈົ້າຢາເວ, 31ແລະ ພຣະເຈົ້າຢາເວ​ກໍ​ໄດ້​ເຮດ​ໃນ​ສິ່ງ​ທີ່​ໂມເຊ​ໄດ້​ຂໍ. ຝູງ​ເຫລືອກ​ໄດ້​ໄປ​ຈາກ​ກະສັດ​ຟາໂຣ, ຂ້າລາຊະການ ແລະ ປະຊາຊົນ​ຂອງ​ເພິ່ນ; ບໍ່​ມີ​ເຫລືອກ​ເຫລືອ​ຢູ່​ຈັກ​ໂຕ. 32ແຕ່​ຄັ້ງ​ນີ້​ກໍ​ເໝືອນ​ກັນ​ຟາໂຣ​ຍັງ​ໃຈ​ແຂງກະດ້າງ​ຢູ່ ແລະ ຈະ​ບໍ່​ປ່ອຍ​ປະຊາຊົນ​ໄປ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in