ອົບພະຍົບ 7
7
1ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ເບິ່ງແມ, ເຮົາໄດ້ເຮັດໃຫ້ເຈົ້າເປັນເໝືອນພຣະເຈົ້າຕໍ່ຟາໂຣ ແລະ ອາໂຣນອ້າຍຂອງເຈົ້າກໍຈະເປັນຜູ້ທຳນວາຍຂອງເຈົ້າ. 2ເຈົ້າຈະຕ້ອງກ່າວທຸກສິ່ງທີ່ເຮົາສັ່ງເຈົ້າ ແລະ ອາໂຣນອ້າຍຂອງເຈົ້າກໍຈະຕ້ອງບອກຟາໂຣໃຫ້ປ່ອຍຊາວອິດສະຣາເອນອອກຈາກປະເທດຂອງລາວ. 3ແຕ່ເຮົາຈະເຮັດໃຫ້ໃຈຂອງຟາໂຣແຂງກະດ້າງ ແລະ ເຖິງແມ່ນວ່າເຮົາຈະເຮັດໝາຍສຳຄັນ ແລະ ການອັດສະຈັນຕ່າງໆໃນເອຢິບຫລາຍຂຶ້ນ, 4ລາວກໍຈະບໍ່ຟັງເຈົ້າ. ແລ້ວເຮົາຈະວາງມືຂອງເຮົາໃສ່ເອຢິບ ແລະ ດ້ວຍການພິພາກສາລົງໂທດຢ່າງໜັກ ເຮົາຈະນຳເອົາບັນດາກຸ່ມຂອງເຮົາອອກໄປ, ຄືຊາວອິດສະຣາເອນປະຊາຊົນຂອງເຮົາ. 5ແລະ ຊາວເອຢິບຈະໄດ້ຮູ້ວ່າເຮົາແມ່ນພຣະເຈົ້າຢາເວ ເມື່ອເຮົາຢຽດມືຂອງເຮົາອອກຕໍ່ສູ້ເອຢິບ ແລະ ນຳເອົາຊາວອິດສະຣາເອນອອກໄປຈາກເອຢິບ”.
6ໂມເຊ ແລະ ອາໂຣນກໍໄດ້ປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງພວກເພິ່ນ. 7ເມື່ອພວກເພິ່ນເຂົ້າໄປເວົ້າກັບຟາໂຣນັ້ນ ໂມເຊມີອາຍຸໄດ້ 80 ປີ ແລະ ອາໂຣນມີອາຍຸໄດ້ 83 ປີ.
ໄມ້ຄ້ອນເທົ້າຂອງອາໂຣນກາຍເປັນງູ
8ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊ ແລະ ອາໂຣນວ່າ, 9“ເມື່ອຟາໂຣກ່າວກັບພວກເຈົ້າວ່າ, ‘ຈົ່ງສະແດງການອັດສະຈັນ,’ ແລ້ວເຈົ້າຈົ່ງບອກອາໂຣນວ່າ, ‘ຈັບໄມ້ຄ້ອນເທົ້າຂອງເຈົ້າ ແລະ ຖິ້ມໄມ້ທ້ອນເທົ້ານັ້ນລົງຕໍ່ໜ້າຟາໂຣ,’ ແລ້ວໄມ້ຄ້ອນເທົ້ານັ້ນກໍຈະກາຍເປັນງູ”.
10ດັ່ງນັ້ນ ໂມເຊ ແລະ ອາໂຣນຈຶ່ງເຂົ້າໄປພົບຟາໂຣ ແລະ ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງ. ອາໂຣນໄດ້ຖິ້ມໄມ້ຄ້ອນເທົ້າຂອງຕົນລົງຕໍ່ໜ້າຟາໂຣ ແລະ ບັນດາຂ້າລາຊະການຂອງເພິ່ນ, ແລ້ວໄມ້ຄ້ອນເທົ້ານັ້ນກໍໄດ້ກາຍເປັນງູ. 11ແລ້ວຟາໂຣຈຶ່ງເອີ້ນເອົາບັນດານັກປາດ, ໝໍມົນ ແລະ ພວກຫລິ້ນຄາຖາອາຄົມຊາວເອຢິບມາ ພວກເຂົາກໍສາມາດເຮັດສິ່ງດຽວກັນໂດຍໃຊ້ວິຊາທີ່ເລິກລັບຂອງພວກເຂົາຄື: 12ແຕ່ລະຄົນໄດ້ຖິ້ມໄມ້ຄ້ອນເທົ້າຂອງຕົນລົງ ແລະ ໄມ້ຄ້ອນເທົ້ານັ້ນກໍກາຍເປັນງູ. ແຕ່ໄມ້ຄ້ອນເທົ້າຂອງອາໂຣນໄດ້ກືນກິນໄມ້ຄ້ອນເທົ້າຂອງພວກເຂົາ. 13ແຕ່ຟາໂຣຍັງມີໃຈແຂງກະດ້າງ ແລະ ບໍ່ຍອມຟັງພວກເພິ່ນ, ເໝືອນດັ່ງທີ່ພຣະເຈົ້າຢາເວໄດ້ກ່າວໄວ້ແລ້ວ.
ໄພພິບັດຈາກເລືອດ
14ຕໍ່ມາພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຟາໂຣຍັງໃຈແຂງຢູ່; ລາວປະຕິເສດທີ່ຈະປ່ອຍປະຊາຊົນໄປ. 15ຈົ່ງໄປພົບຟາໂຣໃນຕອນເຊົ້າຂະນະທີ່ລາວອອກໄປທີ່ແມ່ນ້ຳນິນ. ຈົ່ງຖ້າລາວຢູ່ທີ່ແຄມຝັ່ງແມ່ນ້ຳນິນ ແລະ ຖືໄມ້ຄ້ອນເທົ້າທີ່ກາຍເປັນງູໄດ້ຢູ່ໃນມືຂອງເຈົ້າໄປນໍາ. 16ແລ້ວບອກລາວວ່າ, ‘ພຣະເຈົ້າຢາເວ, ພຣະເຈົ້າຂອງຊາວເຮັບເຣີໄດ້ໃຊ້ຂ້ານ້ອຍມາເພື່ອກ່າວຕໍ່ທ່ານວ່າ: ຈົ່ງປ່ອຍປະຊາຊົນຂອງເຮົາໄປ, ເພື່ອວ່າພວກເຂົາຈະນະມັດສະການເຮົາໃນຖິ່ນແຫ້ງແລ້ງກັນດານ. ແຕ່ຈົນບັດນີ້ເຈົ້າກໍຍັງບໍ່ຟັງ. 17ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວຄື: ໂດຍສິ່ງນີ້ ເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ: ເຮົາຈະເອົາໄມ້ຄ້ອນເທົ້າທີ່ຢູ່ໃນມືຂອງເຮົາຟາດລົງນ້ຳໃນແມ່ນໍ້ານິນ, ແລ້ວນ້ຳນັ້ນກໍຈະກາຍເປັນເລືອດ. 18ປາທີ່ຢູ່ໃນແມ່ນໍ້ານິນຈະຕາຍ ແລະ ແມ່ນ້ຳຈະເນົ່າເໝັນ; ຊາວເອຢິບຈະບໍ່ສາມາດດື່ມນ້ຳນັ້ນໄດ້’ ”.
19ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງບອກອາໂຣນວ່າ, ‘ຈັບເອົາໄມ້ຄ້ອນເທົ້າຂອງເຈົ້າ ແລະ ຢຽດມືຂອງເຈົ້າອອກເໜືອນ້ຳທັງຫລາຍໃນເອຢິບ ເໜືອບັນດາແມ່ນ້ຳ ແລະ ຄອງນ້ຳ, ເໜືອໜອງ ແລະ ອ່າງເກັບນ້ຳທັງໝົດ ແລ້ວນໍ້າເຫລົ່ານັ້ນຈະກາຍເປັນເລືອດ’. ເລືອດຈະຢູ່ທຸກບ່ອນໃນປະເທດເອຢິບ, ແມ່ນແຕ່ໃນພາຊະນະໄມ້#7:19 ແມ່ນແຕ່ຢູ່ໃນບັນດາຮູບເຄົາລົບຂອງພວກເຂົາ ແລະ ຫີນ”.
20ໂມເຊ ແລະ ອາໂຣນກໍໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງ. ອາໂຣນໄດ້ຍົກໄມ້ຄ້ອນເທົ້າຂຶ້ນຕໍ່ໜ້າກະສັດຟາໂຣ ແລະ ບັນດາຂ້າລາຊະການຂອງເພິ່ນ ແລະ ໄດ້ຟາດລົງໃສ່ນ້ຳໃນແມ່ນ້ຳນິນ ແລ້ວນ້ຳທັງໝົດຈຶ່ງໄດ້ກາຍເປັນເລືອດ. 21ປາໃນແມ່ນ້ຳນິນກໍໄດ້ຕາຍ ແລະ ແມ່ນ້ຳກໍມີກິ່ນເໝັນຫລາຍຈົນຊາວເອຢິບບໍ່ສາມາດດື່ມນໍ້ານັ້ນໄດ້. ເລືອດມີຢູ່ທຸກບ່ອນໃນເອຢິບ.
22ແຕ່ພວກຫລິ້ນຄາຖາອາຄົມຊາວເອຢິບກໍເຮັດສິ່ງດຽວກັນໂດຍໃຊ້ວິຊາທີ່ເລິກລັບຂອງພວກເຂົາ ແລະ ຟາໂຣກໍຍັງມີໃຈແຂງກະດ້າງຢູ່; ເພິ່ນຈະບໍ່ຍອມຟັງໂມເຊ ແລະ ອາໂຣນຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້. 23ແຕ່ຟາໂຣກັບຄືນເມືອວັງຂອງຕົນ ແລະ ບໍ່ໄດ້ເອົາເລື່ອງນີ້ໃສ່ໃຈເລີຍ. 24ແລະ ຊາວເອຢິບທັງໝົດພາກັນຂຸດນ້ຳສ້າງຕາມແຄມແມ່ນ້ຳນິນເພື່ອຊອກຫານ້ຳດື່ມ, ເພາະພວກເຂົາບໍ່ສາມາດດື່ມນ້ຳຈາກແມ່ນ້ຳໄດ້.
ໄພພິບັດຈາກກົບ
25ເຈັດມື້ຜ່ານໄປຫລັງຈາກທີ່ພຣະເຈົ້າຢາເວໄດ້ໂຈມຕີແມ່ນ້ຳນິນ.
Currently Selected:
ອົບພະຍົບ 7: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.