YouVersion Logo
Search Icon

ອົບພະຍົບ 38

38
ແທ່ນບູຊາ​ຂອງ​ເຄື່ອງເຜົາ​ບູຊາ
(ອພຍ 27:1-8)
1ພວກເຂົາ#38:1 ຫລື ລາວ; ເໝືອນກັນ​ໃນ​ຂໍ້ 2-9​ສ້າງ​ແທ່ນບູຊາ​ຂອງ​ເຄື່ອງເຜົາບູຊາ​ດ້ວຍ​ໄມ້ກະຖິນ, ແທ່ນ​ນັ້ນ​ເປັນ​ຮູບ​ສີ່ຫລ່ຽມ​ມົນທົນ, ສູງ 3 ສອກ, ຍາວ 5 ສອກ ແລະ ກວ້າງ 5 ສອກ.#38:1 ຄື ກວ້າງ​ຍາວ​ປະມານ​ດ້ານ​ລະ 2,3 ແມັດ ສູງ​ປະມານ 1,4 ແມັດ 2ພວກເຂົາ​ໄດ້​ເຮັດ​ເຂົາ​ໃສ່​ແຕ່​ແຈ​ທັງ​ສີ່​ແຈ, ເພື່ອ​ໃຫ້​ເຂົາ ແລະ ແທ່ນ​ເປັນ​ເນື້ອ​ດຽວ​ກັນ, ແລ້ວ​ພວກເຂົາ​ກໍ​ໄດ້​ໂອບ​ແທ່ນ​ນັ້ນ​ດ້ວຍ​ທອງສຳລິດ. 3ພວກເຂົາ​ໄດ້​ເຮັດ​ເຄື່ອງໃຊ້​ທຸກ​ຢ່າງ​ຂອງ​ແທ່ນບູຊາ​ດ້ວຍ​ທອງສຳລິດ​ເຊັ່ນ: ໝໍ້, ຊ້ວນ, ຖ້ວຍ​ຊິດ, ຂໍເກາະ​ຊີ້ນ ແລະ ຖາດ​ຮອງ​ໄຟ. 4ພວກເຂົາ​ໄດ້​ເຮັດ​ຕາໜ່າງ​ອັນ​ໜຶ່ງ​ສຳລັບ​ແທ່ນບູຊາ, ຕາຂ່າຍ​ທອງສຳລິດ​ໄວ້​ດ້ານ​ລຸ່ມ​ຂອງ​ຂອບ​ຢູ່​ເຄິ່ງ​ກາງ​ດ້ານ​ເທິງ​ແທ່ນ. 5ພວກເຂົາ​ໄດ້​ຫລໍ່​ບ້ວງ​ທອງສຳລິດ​ເພື່ອ​ຈັບ​ຄານຫາມ​ທັງ​ສີ່​ແຈ​ຂອງ​ຕາໜ່າງ​ທອງສຳລິດ. 6ພວກເຂົາ​ເຮັດ​ຄານຫາມ​ດ້ວຍ​ໄມ້ກະຖິນ​ແລ້ວ​ໂອບ​ດ້ວຍ​ທອງສຳລິດ. 7ພວກເຂົາ​ໄດ້​ສອດ​ຄານຫາມ​ໃສ່​ບ້ວງ​ໄວ້ ເພື່ອ​ວ່າ​ຄານຫາມ​ນັ້ນ​ຈະ​ຢູ່​ທັງ​ສອງ​ຂ້າງ​ຂອງ​ແທ່ນ​ເພື່ອ​ຫາມ​ແທ່ນ​ນັ້ນ. ພວກເຂົາ​ໄດ້​ເຮັດ​ແທ່ນ​ນັ້ນ​ດ້ວຍ​ໄມ້ກະດານ ໂດຍ​ເຮັດ​ໃຫ້​ເປັນ​ຜົ້ງ​ຢູ່​ທາງ​ກາງ.
ອ່າງ​ສຳລັບ​ຊຳລະ
8ພວກເຂົາ​ໄດ້​ເຮັດ​ອ່າງ​ທອງສຳລິດ ແລະ ຖານ​ຮອງ​ອ່າງ​ທອງສຳລິດ​ຈາກ​ແວ່ນ​ຂອງ​ບັນດາ​ແມ່ຍິງ​ທີ່​ຮັບໃຊ້​ຢູ່​ທີ່​ທາງ​ເຂົ້າ​ເຕັນນັດພົບ.
ເດີ່ນ​ຫໍເຕັນ
(ອພຍ 27:9-19)
9ຕໍ່ມາ ພວກເຂົາ​ໄດ້​ເຮັດ​ເດີ່ນ​ຫໍເຕັນ. ດ້ານ​ໃຕ້​ຍາວ 100 ສອກ#38:9 ຄື ປະມານ 45 ແມັດ ເຊັ່ນ​ດຽວ​ກັບ​ຂໍ້ 11 ແລະ ມີ​ຜ້າກັ້ງ​ທີ່​ເຮັດ​ດ້ວຍ​ຜ້າຝ້າຍລິນິນ​ເນື້ອລະອຽດ​ທີ່​ປັກແສ່ວ​ຢ່າງ​ມີ​ລວດລາຍ, 10ມີ​ເສົາ​ຊາວ​ຕົ້ນ ແລະ ຖານຮອງຮັບ​ຊາວ​ຖານ​ທີ່​ເຮັດ​ດ້ວຍ​ທອງສຳລິດ ແລະ ມີ​ຂໍເກາະ​ເງິນ ແລະ ຮາວຜ້າກັ້ງ​ເງິນ​ຢູ່​ເທິງ​ເສົາ. 11ດ້ານ​ເໜືອ​ຍາວ 100 ສອກ​ເໝືອນກັນ, ມີ​ເສົາ​ຊາວ​ຕົ້ນ ແລະ ຖານຮອງຮັບ​ທີ່​ເຮັດ​ດ້ວຍ​ທອງສຳລິດ​ຊາວ​ຖານ ແລະ ມີ​ຂໍເກາະ​ເງິນ ແລະ ຮາວຜ້າກັ້ງ​ເງິນ​ຢູ່​ເທິງ​ເສົາ.
12ດ້ານ​ຕາເວັນຕົກ​ກວ້າງ 50 ສອກ#38:12 ຄື ປະມານ 23 ແມັດ ເຊັ່ນ​ດຽວ​ກັບ​ຂໍ້ 13 ແລະ ມີ​ຜ້າກັ້ງ, ພ້ອມ​ກັບ​ເສົາ​ສິບ​ຕົ້ນ, ພ້ອມ​ກັບ​ຂໍເກາະ​ເງິນ ແລະ ຮາວຜ້າກັ້ງ​ຢູ່​ເທິງ​ເສົາ. 13ທາງ​ດ້ານ​ຕາເວັນອອກ​ກວ້າງ 50 ສອກ​ເໝືອນກັນ. 14ດ້ານ​ໜຶ່ງ​ຂອງ​ທາງເຂົ້າ​ມີ​ຜ້າກັ້ງ​ຍາວ 15 ສອກ,#38:14 ຄື ປະມານ 6,8 ແມັດ ເຊັ່ນ​ດຽວ​ກັບ​ຂໍ້ 15 ພ້ອມ​ກັບ​ເສົາ​ສາມ​ຕົ້ນ ແລະ ຖານຮອງຮັບ​ສາມ​ຖານ, 15ແລະ ອີກ​ດ້ານ​ໜຶ່ງ​ຂອງ​ທາງເຂົ້າ​ສູ່​ເດີ່ນ​ຫໍເຕັນ​ມີ​ຜ້າກັ້ງ​ຍາວ 15 ສອກ, ມີ​ເສົາ​ສາມ​ຕົ້ນ ແລະ ຖານຮອງຮັບ​ສາມ​ຖານ. 16ຜ້າກັ້ງ​ອ້ອມ​ເດີ່ນ​ຫໍເຕັນ​ທັງໝົດ​ໄດ້​ເຮັດ​ດ້ວຍ​ຜ້າຝ້າຍລິນິນ​ເນື້ອລະອຽດ. 17ຖານຮອງຮັບ​ເສົາ​ເຮັດ​ດ້ວຍ​ທອງສຳລິດ. ຂໍເກາະ ແລະ ຮາວຜ້າກັ້ງ​ຢູ່​ທີ່​ເສົາ​ແມ່ນ​ເຮັດ​ດ້ວຍ​ເງິນ ແລະ ຫົວ​ເສົາ​ກໍ​ໂອບ​ດ້ວຍ​ເງິນ; ດັ່ງນັ້ນ ເສົາ​ທຸກ​ຕົ້ນ​ຂອງ​ເດີ່ນ​ຫໍເຕັນ​ກໍ​ມີ​ຮາວ​ທີ່​ເຮັດ​ດ້ວຍ​ເງິນ.
18ຜ້າກັ້ງ​ສຳລັບ​ທາງເຂົ້າ​ເດີ່ນ​ຫໍເຕັນ​ແມ່ນ​ເຮັດ​ດ້ວຍ​ດ້າຍ​ສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ແລະ ດ້ວຍ​ຜ້າຝ້າຍລິນິນ​ເນື້ອລະອຽດ​ປັກແສ່ວ​ຢ່າງ​ລະອຽດ​ໂດຍ​ສີມື​ຂອງ​ນັກປັກແສ່ວ. ຜ້າກັ້ງ​ນັ້ນ​ກວ້າງ 20 ສອກ#38:18 ຄື ຍາວ​ປະມານ 9 ແມັດ ຄື​ກັນ​ກັບ​ຜ້າກັ້ງ​ຂອງ​ເດີ່ນ​ຫໍເຕັນ​ມີ​ລວງ​ສູງ 5 ສອກ.#38:18 ຄື ສູງ​ປະມານ 2,3 ແມັດ 19ພ້ອມ​ກັບ​ເສົາ​ຄໍ້າ​ສີ່​ຕົ້ນ ແລະ ຖານຮອງຮັບ​ທອງສຳລິດ​ສີ່​ຖານ. ຂໍເກາະ ແລະ ຮາວຜ້າກັ້ງ​ແມ່ນ​ເຮັດ​ດ້ວຍ​ເງິນ ແລະ ຫົວ​ເສົາ​ກໍ​ໂອບ​ດ້ວຍ​ເງິນ. 20ຫລັກປັກເຕັນ​ທັງໝົດ​ຂອງ​ຫໍເຕັນ ແລະ ອ້ອມຮອບ​ເດີ່ນ​ຫໍເຕັນ​ແມ່ນ​ເຮັດ​ດ້ວຍ​ທອງສຳລິດ.
ວັດສະດຸ​ທີ່​ໃຊ້
21ສິ່ງ​ເຫລົ່ານີ້​ແມ່ນ​ຈໍານວນ​ວັດສະດຸ​ທີ່​ໃຊ້​ສຳລັບ​ຫໍເຕັນ, ຫໍເຕັນ​ຂອງ​ຫີບ​ພັນທະສັນຍາ ເຊິ່ງ​ໄດ້​ບັນທຶກ​ໄວ້​ໂດຍ​ຊາວ​ເລວີ​ຕາມ​ຄຳສັ່ງ​ຂອງ​ໂມເຊ​ພາຍໃຕ້​ຄຳແນະນຳ​ຂອງ​ອີທາມາ​ລູກຊາຍ​ຂອງ​ປະໂລຫິດ​ອາໂຣນ. 22(ເບຊາເລນ​ລູກຊາຍ​ຂອງ​ອູຣິ ເຊິ່ງ​ເປັນ​ລູກຊາຍ​ຂອງ​ຮູເຣ​ຈາກ​ເຜົ່າ​ຢູດາ, ໄດ້​ເຮັດ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ; 23ຜູ້ຊ່ວຍ​ຂອງ​ລາວ​ແມ່ນ ໂອໂຮລິອາບ​ລູກຊາຍ​ຂອງ​ອາຮີຊາມັກ​ຈາກ​ເຜົ່າ​ດານ ເຊິ່ງ​ລາວ​ເປັນ​ຊ່າງຄວັດ ແລະ ເປັນ​ນັກອອກແບບ ແລະ ເປັນ​ຊ່າງ​ປັກແສ່ວ​ດ້ວຍ​ດ້າຍ​ສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ແລະ ນຳໃຊ້​ຜ້າຝ້າຍລິນິນ​ເນື້ອລະອຽດ.) 24ຈຳນວນ​ຄຳ​ທັງໝົດ​ທີ່​ໄດ້​ມາ​ຈາກ​ເຄື່ອງບູຊາ​ແກວ່ງ​ໄປ​ມາ​ຖວາຍ ເຊິ່ງ​ໄດ້​ໃຊ້​ໃນ​ງານ​ສ້າງ​ສະຖານ​ນະມັດສະການ​ມີ​ນ້ຳໜັກ 29 ຕາລັນຕົນ ແລະ 730 ເຊເຂວ,#38:24 ນໍ້າໜັກ​ຂອງ​ຄຳ​ແມ່ນ​ກາຍ​ປະມານ​ໜຶ່ງ​ໂຕນ​ໜ້ອຍ​ໜຶ່ງ ຫລື ປະມານ 1 ໂຕນ ຕາມ​ເຊເຂວ​ຂອງ​ສະຖານ​ນະມັດສະການ.
25ເງິນ​ທີ່​ໄດ້​ຮັບ​ຈາກ​ຊຸມຊົນ​ຜູ້​ທີ່​ຖືກ​ນັບ​ໃນ​ການ​ສຳຫລວດ​ພົນລະເມືອງ​ແມ່ນ​ໜັກ​ປະມານ 100 ຕາລັນຕົນ#38:25 ຫລື ປະມານ 3,4 ໂຕນ; ເໝືອນກັນ​ໃນ​ຂໍ້ 27 ແລະ 1.775 ເຊເຂວ#38:25 ນັ້ນ​ຄື ປະມານ 20 ກິໂລ; ເໝືອນກັນ​ໃນ​ຂໍ້ 28 ຕາມ​ເຊເຂວ​ຂອງ​ສະຖານ​ນະມັດສະການ. 26ໜຶ່ງ​ເບຄາ#38:26 ນັ້ນ​ຄື ປະມານ 5,5 ກຣາມ​ຕໍ່​ຄົນ ຄື​ປະມານ​ເຄິ່ງ​ເຊເຂວ,#38:26 ນັ້ນ​ຄື ປະມານ 7,5 ກຣາມ ຕາມ​ເຊເຂວ​ຂອງ​ສະຖານ​ນະມັດສະການ ເຊິ່ງ​ຮັບ​ມາ​ຈາກ​ທຸກ​ຄົນ​ທີ່​ໄດ້​ຜ່ານ​ການ​ນັບ​ນັ້ນ, ຜູ້ຊາຍ​ອາຍຸ​ຊາວ​ປີ ຫລື ຫລາຍ​ກວ່າ​ນັ້ນ ລວມ​ທັງໝົດ 603.550 ຄົນ. 27ເງິນ​ໜັກ​ປະມານ 100 ຕາລັນຕົນ#38:27 ປະມານ 3,4 ໂຕນ ໄດ້​ຖືກ​ນຳ​ໃຊ້​ຫລໍ່​ຖານຮອງຮັບ​ສະຖານ​ນະມັດສະການ ແລະ ເສົາ​ຄ້ຳ​ຜ້າກັ້ງ 100 ຖານ ແມ່ນ​ໃຊ້​ເງິນ​ໜັກ​ປະມານ 100 ຕາລັນຕົນ,#38:27 ປະມານ 3,4 ໂຕນ ແຕ່​ລະ​ຖານ​ໃຊ້​ເງິນ​ໜັກ​ປະມານ 1 ຕາລັນຕົນ.#38:27 ຫລື 34 ກິໂລກຣາມ 28ພວກເຂົາ​ໄດ້​ໃຊ້​ເງິນ​ໜັກ​ປະມານ 1.775 ເຊເຂວ#38:28 ປະມານ 20 ກິໂລກຣາມ ເພື່ອ​ເຮັດ​ຂໍເກາະ​ເທິງ​ເສົາ, ເພື່ອ​ໂອບ​ຫົວ​ເສົາ ແລະ ເພື່ອ​ເຮັດ​ຮາວຜ້າກັ້ງ.
29ທອງສຳລິດ​ທີ່​ໄດ້​ມາ​ຈາກ​ເຄື່ອງບູຊາ​ແກວ່ງ​ໄປ​ມາ​ຖວາຍ​ໜັກ​ປະມານ 70 ຕາລັນຕົນ ແລະ 2.400 ເຊເຂວ.#38:29 ໜັກ​ປະມານ 2,4 ໂຕນ 30ພວກເຂົາ​ໃຊ້​ທອງສຳລິດ​ເຫລົ່ານັ້ນ​ເຂົ້າ​ໃນ​ການ​ຫລໍ່​ຖານຮອງຮັບ​ສຳລັບ​ທາງເຂົ້າ​ເຕັນນັດພົບ, ແທ່ນບູຊາ​ທອງສຳລິດ​ພ້ອມ​ກັບ​ຕາໜ່າງ​ທອງສຳລິດ ແລະ ເຄື່ອງໃຊ້​ທັງໝົດ​ສຳລັບ​ແທ່ນ, 31ຖານຮອງຮັບ​ເສົາ​ອ້ອມ​ຮອບ​ເດີ່ນ​ຫໍເຕັນ ແລະ ຖານຮອງຮັບ​ສຳລັບ​ທາງເຂົ້າ​ເດີ່ນ​ຫໍເຕັນ ແລະ ຫລັກ​ປັກ​ເຕັນ​ທັງໝົດ​ສຳລັບ​ຫໍເຕັນ ແລະ ຫລັກປັກ​ເຕັນ​ສຳລັບ​ອ້ອມ​ຮອບ​ເດີ່ນ​ຫໍເຕັນ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in