ອົບພະຍົບ 38
38
ແທ່ນບູຊາຂອງເຄື່ອງເຜົາບູຊາ
(ອພຍ 27:1-8)
1ພວກເຂົາ#38:1 ຫລື ລາວ; ເໝືອນກັນໃນຂໍ້ 2-9ສ້າງແທ່ນບູຊາຂອງເຄື່ອງເຜົາບູຊາດ້ວຍໄມ້ກະຖິນ, ແທ່ນນັ້ນເປັນຮູບສີ່ຫລ່ຽມມົນທົນ, ສູງ 3 ສອກ, ຍາວ 5 ສອກ ແລະ ກວ້າງ 5 ສອກ.#38:1 ຄື ກວ້າງຍາວປະມານດ້ານລະ 2,3 ແມັດ ສູງປະມານ 1,4 ແມັດ 2ພວກເຂົາໄດ້ເຮັດເຂົາໃສ່ແຕ່ແຈທັງສີ່ແຈ, ເພື່ອໃຫ້ເຂົາ ແລະ ແທ່ນເປັນເນື້ອດຽວກັນ, ແລ້ວພວກເຂົາກໍໄດ້ໂອບແທ່ນນັ້ນດ້ວຍທອງສຳລິດ. 3ພວກເຂົາໄດ້ເຮັດເຄື່ອງໃຊ້ທຸກຢ່າງຂອງແທ່ນບູຊາດ້ວຍທອງສຳລິດເຊັ່ນ: ໝໍ້, ຊ້ວນ, ຖ້ວຍຊິດ, ຂໍເກາະຊີ້ນ ແລະ ຖາດຮອງໄຟ. 4ພວກເຂົາໄດ້ເຮັດຕາໜ່າງອັນໜຶ່ງສຳລັບແທ່ນບູຊາ, ຕາຂ່າຍທອງສຳລິດໄວ້ດ້ານລຸ່ມຂອງຂອບຢູ່ເຄິ່ງກາງດ້ານເທິງແທ່ນ. 5ພວກເຂົາໄດ້ຫລໍ່ບ້ວງທອງສຳລິດເພື່ອຈັບຄານຫາມທັງສີ່ແຈຂອງຕາໜ່າງທອງສຳລິດ. 6ພວກເຂົາເຮັດຄານຫາມດ້ວຍໄມ້ກະຖິນແລ້ວໂອບດ້ວຍທອງສຳລິດ. 7ພວກເຂົາໄດ້ສອດຄານຫາມໃສ່ບ້ວງໄວ້ ເພື່ອວ່າຄານຫາມນັ້ນຈະຢູ່ທັງສອງຂ້າງຂອງແທ່ນເພື່ອຫາມແທ່ນນັ້ນ. ພວກເຂົາໄດ້ເຮັດແທ່ນນັ້ນດ້ວຍໄມ້ກະດານ ໂດຍເຮັດໃຫ້ເປັນຜົ້ງຢູ່ທາງກາງ.
ອ່າງສຳລັບຊຳລະ
8ພວກເຂົາໄດ້ເຮັດອ່າງທອງສຳລິດ ແລະ ຖານຮອງອ່າງທອງສຳລິດຈາກແວ່ນຂອງບັນດາແມ່ຍິງທີ່ຮັບໃຊ້ຢູ່ທີ່ທາງເຂົ້າເຕັນນັດພົບ.
ເດີ່ນຫໍເຕັນ
(ອພຍ 27:9-19)
9ຕໍ່ມາ ພວກເຂົາໄດ້ເຮັດເດີ່ນຫໍເຕັນ. ດ້ານໃຕ້ຍາວ 100 ສອກ#38:9 ຄື ປະມານ 45 ແມັດ ເຊັ່ນດຽວກັບຂໍ້ 11 ແລະ ມີຜ້າກັ້ງທີ່ເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດທີ່ປັກແສ່ວຢ່າງມີລວດລາຍ, 10ມີເສົາຊາວຕົ້ນ ແລະ ຖານຮອງຮັບຊາວຖານທີ່ເຮັດດ້ວຍທອງສຳລິດ ແລະ ມີຂໍເກາະເງິນ ແລະ ຮາວຜ້າກັ້ງເງິນຢູ່ເທິງເສົາ. 11ດ້ານເໜືອຍາວ 100 ສອກເໝືອນກັນ, ມີເສົາຊາວຕົ້ນ ແລະ ຖານຮອງຮັບທີ່ເຮັດດ້ວຍທອງສຳລິດຊາວຖານ ແລະ ມີຂໍເກາະເງິນ ແລະ ຮາວຜ້າກັ້ງເງິນຢູ່ເທິງເສົາ.
12ດ້ານຕາເວັນຕົກກວ້າງ 50 ສອກ#38:12 ຄື ປະມານ 23 ແມັດ ເຊັ່ນດຽວກັບຂໍ້ 13 ແລະ ມີຜ້າກັ້ງ, ພ້ອມກັບເສົາສິບຕົ້ນ, ພ້ອມກັບຂໍເກາະເງິນ ແລະ ຮາວຜ້າກັ້ງຢູ່ເທິງເສົາ. 13ທາງດ້ານຕາເວັນອອກກວ້າງ 50 ສອກເໝືອນກັນ. 14ດ້ານໜຶ່ງຂອງທາງເຂົ້າມີຜ້າກັ້ງຍາວ 15 ສອກ,#38:14 ຄື ປະມານ 6,8 ແມັດ ເຊັ່ນດຽວກັບຂໍ້ 15 ພ້ອມກັບເສົາສາມຕົ້ນ ແລະ ຖານຮອງຮັບສາມຖານ, 15ແລະ ອີກດ້ານໜຶ່ງຂອງທາງເຂົ້າສູ່ເດີ່ນຫໍເຕັນມີຜ້າກັ້ງຍາວ 15 ສອກ, ມີເສົາສາມຕົ້ນ ແລະ ຖານຮອງຮັບສາມຖານ. 16ຜ້າກັ້ງອ້ອມເດີ່ນຫໍເຕັນທັງໝົດໄດ້ເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດ. 17ຖານຮອງຮັບເສົາເຮັດດ້ວຍທອງສຳລິດ. ຂໍເກາະ ແລະ ຮາວຜ້າກັ້ງຢູ່ທີ່ເສົາແມ່ນເຮັດດ້ວຍເງິນ ແລະ ຫົວເສົາກໍໂອບດ້ວຍເງິນ; ດັ່ງນັ້ນ ເສົາທຸກຕົ້ນຂອງເດີ່ນຫໍເຕັນກໍມີຮາວທີ່ເຮັດດ້ວຍເງິນ.
18ຜ້າກັ້ງສຳລັບທາງເຂົ້າເດີ່ນຫໍເຕັນແມ່ນເຮັດດ້ວຍດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ແລະ ດ້ວຍຜ້າຝ້າຍລິນິນເນື້ອລະອຽດປັກແສ່ວຢ່າງລະອຽດໂດຍສີມືຂອງນັກປັກແສ່ວ. ຜ້າກັ້ງນັ້ນກວ້າງ 20 ສອກ#38:18 ຄື ຍາວປະມານ 9 ແມັດ ຄືກັນກັບຜ້າກັ້ງຂອງເດີ່ນຫໍເຕັນມີລວງສູງ 5 ສອກ.#38:18 ຄື ສູງປະມານ 2,3 ແມັດ 19ພ້ອມກັບເສົາຄໍ້າສີ່ຕົ້ນ ແລະ ຖານຮອງຮັບທອງສຳລິດສີ່ຖານ. ຂໍເກາະ ແລະ ຮາວຜ້າກັ້ງແມ່ນເຮັດດ້ວຍເງິນ ແລະ ຫົວເສົາກໍໂອບດ້ວຍເງິນ. 20ຫລັກປັກເຕັນທັງໝົດຂອງຫໍເຕັນ ແລະ ອ້ອມຮອບເດີ່ນຫໍເຕັນແມ່ນເຮັດດ້ວຍທອງສຳລິດ.
ວັດສະດຸທີ່ໃຊ້
21ສິ່ງເຫລົ່ານີ້ແມ່ນຈໍານວນວັດສະດຸທີ່ໃຊ້ສຳລັບຫໍເຕັນ, ຫໍເຕັນຂອງຫີບພັນທະສັນຍາ ເຊິ່ງໄດ້ບັນທຶກໄວ້ໂດຍຊາວເລວີຕາມຄຳສັ່ງຂອງໂມເຊພາຍໃຕ້ຄຳແນະນຳຂອງອີທາມາລູກຊາຍຂອງປະໂລຫິດອາໂຣນ. 22(ເບຊາເລນລູກຊາຍຂອງອູຣິ ເຊິ່ງເປັນລູກຊາຍຂອງຮູເຣຈາກເຜົ່າຢູດາ, ໄດ້ເຮັດທຸກສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ; 23ຜູ້ຊ່ວຍຂອງລາວແມ່ນ ໂອໂຮລິອາບລູກຊາຍຂອງອາຮີຊາມັກຈາກເຜົ່າດານ ເຊິ່ງລາວເປັນຊ່າງຄວັດ ແລະ ເປັນນັກອອກແບບ ແລະ ເປັນຊ່າງປັກແສ່ວດ້ວຍດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ແລະ ນຳໃຊ້ຜ້າຝ້າຍລິນິນເນື້ອລະອຽດ.) 24ຈຳນວນຄຳທັງໝົດທີ່ໄດ້ມາຈາກເຄື່ອງບູຊາແກວ່ງໄປມາຖວາຍ ເຊິ່ງໄດ້ໃຊ້ໃນງານສ້າງສະຖານນະມັດສະການມີນ້ຳໜັກ 29 ຕາລັນຕົນ ແລະ 730 ເຊເຂວ,#38:24 ນໍ້າໜັກຂອງຄຳແມ່ນກາຍປະມານໜຶ່ງໂຕນໜ້ອຍໜຶ່ງ ຫລື ປະມານ 1 ໂຕນ ຕາມເຊເຂວຂອງສະຖານນະມັດສະການ.
25ເງິນທີ່ໄດ້ຮັບຈາກຊຸມຊົນຜູ້ທີ່ຖືກນັບໃນການສຳຫລວດພົນລະເມືອງແມ່ນໜັກປະມານ 100 ຕາລັນຕົນ#38:25 ຫລື ປະມານ 3,4 ໂຕນ; ເໝືອນກັນໃນຂໍ້ 27 ແລະ 1.775 ເຊເຂວ#38:25 ນັ້ນຄື ປະມານ 20 ກິໂລ; ເໝືອນກັນໃນຂໍ້ 28 ຕາມເຊເຂວຂອງສະຖານນະມັດສະການ. 26ໜຶ່ງເບຄາ#38:26 ນັ້ນຄື ປະມານ 5,5 ກຣາມຕໍ່ຄົນ ຄືປະມານເຄິ່ງເຊເຂວ,#38:26 ນັ້ນຄື ປະມານ 7,5 ກຣາມ ຕາມເຊເຂວຂອງສະຖານນະມັດສະການ ເຊິ່ງຮັບມາຈາກທຸກຄົນທີ່ໄດ້ຜ່ານການນັບນັ້ນ, ຜູ້ຊາຍອາຍຸຊາວປີ ຫລື ຫລາຍກວ່ານັ້ນ ລວມທັງໝົດ 603.550 ຄົນ. 27ເງິນໜັກປະມານ 100 ຕາລັນຕົນ#38:27 ປະມານ 3,4 ໂຕນ ໄດ້ຖືກນຳໃຊ້ຫລໍ່ຖານຮອງຮັບສະຖານນະມັດສະການ ແລະ ເສົາຄ້ຳຜ້າກັ້ງ 100 ຖານ ແມ່ນໃຊ້ເງິນໜັກປະມານ 100 ຕາລັນຕົນ,#38:27 ປະມານ 3,4 ໂຕນ ແຕ່ລະຖານໃຊ້ເງິນໜັກປະມານ 1 ຕາລັນຕົນ.#38:27 ຫລື 34 ກິໂລກຣາມ 28ພວກເຂົາໄດ້ໃຊ້ເງິນໜັກປະມານ 1.775 ເຊເຂວ#38:28 ປະມານ 20 ກິໂລກຣາມ ເພື່ອເຮັດຂໍເກາະເທິງເສົາ, ເພື່ອໂອບຫົວເສົາ ແລະ ເພື່ອເຮັດຮາວຜ້າກັ້ງ.
29ທອງສຳລິດທີ່ໄດ້ມາຈາກເຄື່ອງບູຊາແກວ່ງໄປມາຖວາຍໜັກປະມານ 70 ຕາລັນຕົນ ແລະ 2.400 ເຊເຂວ.#38:29 ໜັກປະມານ 2,4 ໂຕນ 30ພວກເຂົາໃຊ້ທອງສຳລິດເຫລົ່ານັ້ນເຂົ້າໃນການຫລໍ່ຖານຮອງຮັບສຳລັບທາງເຂົ້າເຕັນນັດພົບ, ແທ່ນບູຊາທອງສຳລິດພ້ອມກັບຕາໜ່າງທອງສຳລິດ ແລະ ເຄື່ອງໃຊ້ທັງໝົດສຳລັບແທ່ນ, 31ຖານຮອງຮັບເສົາອ້ອມຮອບເດີ່ນຫໍເຕັນ ແລະ ຖານຮອງຮັບສຳລັບທາງເຂົ້າເດີ່ນຫໍເຕັນ ແລະ ຫລັກປັກເຕັນທັງໝົດສຳລັບຫໍເຕັນ ແລະ ຫລັກປັກເຕັນສຳລັບອ້ອມຮອບເດີ່ນຫໍເຕັນ.
Currently Selected:
ອົບພະຍົບ 38: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: