YouVersion Logo
Search Icon

ອົບພະຍົບ 37

37
ຫີບ​ພັນທະສັນຍາ
(ອພຍ 25:10-20)
1ເບຊາເລນ​ໄດ້​ເຮັດ​ຫີບ​ພັນທະສັນຍາ​ດ້ວຍ​ໄມ້ກະຖິນ ເຊິ່ງ​ມີ​ຄວາມ​ຍາວ 2,5 ສອກ, ກວ້າງ 1,5 ສອກ ແລະ ສູງ 1,5 ສອກ#37:1 ຄື ຍາວ​ປະມານ 1,1 ແມັດ ກວ້າງ ແລະ ສູງ​ປະມານ 68 ເຊັນ; ຄືກັນ​ກັບ​ຂໍ້ 1 2ເບຊາເລນ​ໄດ້​ໂອບ​ຫີບ​ພັນທະສັນຍາ​ດ້ວຍ​ຄຳ​ບໍລິສຸດ​ທັງ​ດ້ານໃນ ແລະ ດ້ານນອກ, ແລ້ວ​ເຮັດ​ຂອບ​ຄຳ​ອ້ອມ​ຫີບ​ນັ້ນ. 3ລາວ​ໄດ້​ຫລໍ່​ບ້ວງ​ຄຳ​ສີ່​ບ້ວງ​ສຳລັບ​ຫີບ​ນັ້ນ ແລະ ໄດ້​ຕິດ​ບ້ວງ​ເຫລົ່ານັ້ນ​ທີ່​ຕີນ​ທັງ​ສີ່​ຂອງ​ຂອບ​ຫີບ, ໂດຍ​ມີ​ສອງ​ບ້ວງ​ຢູ່​ຂ້າງ​ໜຶ່ງ ແລະ ອີກ​ສອງ​ບ້ວງ​ຢູ່​ອີກ​ຂ້າງ​ໜຶ່ງ. 4ຫລັງຈາກນັ້ນ ລາວ​ໄດ້​ເຮັດ​ຄານ​ຫາມ​ດ້ວຍ​ໄມ້ກະຖິນ​ສອງ​ອັນ ແລະ ໂອບ​ຄານ​ຫາມ​ນັ້ນ​ດ້ວຍ​ຄຳ. 5ແລ້ວ​ລາວ​ໄດ້​ສອດ​ຄານ​ໃສ່​ບ້ວງ​ທັງ​ສອງ​ຂ້າງ​ຂອງ​ຫີບ​ນັ້ນ​ໄວ້​ສຳລັບ​ຫາມ.
6ລາວ​ໄດ້​ເຮັດ​ຝາ​ຫີບ​ດ້ວຍ​ຄຳ​ບໍລິສຸດ ເຊິ່ງ​ຍາວ 2,5 ສອກ ແລະ ກວ້າງ 1,5 ສອກ.#37:6 ຄື ຍາວ​ປະມານ 1,1 ແມັດ ກວ້າງ​ປະມານ 68 ເຊັນ 7ແລ້ວ​ລາວ​ໄດ້​ເອົາ​ຄຳ​ບໍລິສຸດ​ມາ​ຕີ​ເປັນ​ຮູບ​ເຄຣຸບ​ສອງ​ຕົນ​ໃສ່​ທັງ​ສອງ​ສົ້ນ​ຂອງ​ຝາຫີບ. 8ລາວ​ເຮັດ​ຮູບ​ເຄຣຸບ​ຕົນ​ໜຶ່ງ​ໃສ່​ເທິງ​ສົ້ນ​ເບື້ອງ​ໜຶ່ງ ແລະ ເຄຣຸບ​ຕົນ​ໜຶ່ງ​ອີກ​ໃສ່​ສົ້ນ​ເບື້ອງ​ໜຶ່ງ​ອີກ; ຢູ່​ທີ່​ສອງ​ສົ້ນ​ນັ້ນ​ລາວ​ເຮັດ​ໃຫ້​ເຄຣຸບ​ທັງ​ສອງ​ຕົນ​ເຂົ້າ​ເປັນ​ອັນ​ດຽວ​ກັນ​ກັບ​ຝາຫີບ. 9ເຄຣຸບ​ນັ້ນ​ໄດ້​ພື​ປີກ​ຂອງ​ຕົນ​ຂຶ້ນ​ເທິງ ບັງ​ຝາປິດ​ດ້ວຍ​ປີກ​ເຫລົ່ານັ້ນ. ເຄຣຸບ​ນັ້ນ​ປິ່ນໜ້າ​ໃສ່​ກັນ ໂດຍ​ຫລຽວເບິ່ງ​ທີ່​ຝາຫີບ.
ໂຕະ
(ອພຍ 25:23-29)
10ພວກເຂົາ#37:10 ຫລື ລາວ; ເໝືອນກັນ​ໃນ​ຂໍ້ 11-29​ໄດ້​ເຮັດ​ໂຕະ​ໜ່ວຍ​ໜຶ່ງ​ດ້ວຍ​ໄມ້ກະຖິນ​ຍາວ 2 ສອກ, ກວ້າງ 1 ສອກ ແລະ ສູງ 1,5 ສອກ.#37:10 ຄື ຍາວ​ປະມານ 90 ເຊັນ ກວ້າງ​ປະມານ 45 ເຊັນ ແລະ ສູງ​ປະມານ 68 ເຊັນ 11ຫລັງຈາກນັ້ນ ພວກເຂົາ​ໄດ້​ໂອບ​ໂຕະ​ນັ້ນ​ດ້ວຍ​ຄຳ​ບໍລິສຸດ ແລະ ເຮັດ​ຂອບ​ອ້ອມ​ໂຕະ​ນັ້ນ​ດ້ວຍ​ຄຳ. 12ພວກເຂົາ​ຍົງ​ໄດ້​ເຮັດ​ຂອບ​ອ້ອມ​ໂຕະ​ນັ້ນ​ກວ້າງ 1 ຝາມື#37:12 ຄື ປະມານ 7,5 ເຊັນ ແລ້ວ​ເອົາ​ຂອບ​ຄຳ​ໃສ່​ຂອບ​ໂຕະ. 13ພວກເຂົາ​ໄດ້​ຫລໍ່​ບ້ວງ​ຄຳ​ສີ່​ບ້ວງ​ສຳລັບ​ໂຕະ​ແລ້ວ​ຕິດ​ບ້ວງ​ເຫລົ່ານັ້ນ​ໃສ່​ທັງ​ສີ່​ແຈ​ຂອງ​ຂາ​ໂຕະ​ທັງ​ສີ່​ຂາ. 14ບ້ວງ​ເຫລົ່ານັ້ນ​ຈະ​ຢູ່​ໃກ້​ກັບ​ຂອບ​ເພື່ອ​ຈັບ​ຄານຫາມ​ໄວ້​ສຳລັບ​ຫາມ​ໂຕະ. 15ບັນດາ​ຄານຫາມ​ສຳລັບ​ຫາມ​ໂຕະ​ນັ້ນ​ໄດ້​ເຮັດ​ດ້ວຍ​ໄມ້ກະຖິນ ແລະ ໄດ້​ໂອບ​ດ້ວຍ​ຄຳ. 16ແລະ ພວກເຂົາ​ໄດ້​ເຮັດ​ເຄື່ອງໃຊ້​ສຳລັບ​ໂຕະ​ດ້ວຍ​ຄຳ​ບໍລິສຸດ​ຄື: ຈານ, ຊາມ, ຖ້ວຍ ແລະ ໂຖ​ສຳລັບ​ໃຊ້​ເທ​ເຄື່ອງດື່ມບູຊາ.
ຫລັກຕະກຽງ
(ອພຍ 25:31-39)
17ພວກເຂົາ​ໄດ້​ເຮັດ​ຫລັກຕະກຽງ​ດ້ວຍ​ຄຳ​ບໍລິສຸດ. ພວກເຂົາ​ໄດ້​ຕີ​ຫລັກຕະກຽງ​ນັ້ນ​ໃຫ້​ເປັນ​ຖານ ແລະ ດ້າມ​ຂອງ​ຫລັກ, ແລ້ວ​ເຮັດ​ເປັນ​ຖ້ວຍ​ທີ່​ມີ​ຮູບ​ຄ້າຍຄື​ດອກໄມ້, ມີ​ທັງ​ດອກຈູມ ແລະ ດອກບານ ເຊິ່ງ​ເປັນ​ເນື້ອ​ດຽວ​ກັນ​ກັບ​ກ້ານ ແລະ ຖານ​ນັ້ນ. 18ມີ​ຫົກ​ກິ່ງ​ທີ່​ແຍກ​ອອກ​ມາ​ຈາກ​ສອງ​ຂ້າງ​ຂອງ​ຫລັກຕະກຽງ ສາມ​ກິ່ງ​ຢູ່​ຂ້າງ​ໜຶ່ງ ແລະ ອີກ​ສາມ​ກິ່ງ​ຢູ່​ຂ້າງ​ໜຶ່ງ. 19ຮູບ​ຖ້ວຍ​ສາມ​ອັນ​ມີ​ລັກສະນະ​ຄື​ກັບ​ດອກ​ອັນມອນ ມີ​ທັງ​ດອກຈູມ ແລະ ດອກບານ​ຢູ່​ໃນ​ກິ່ງ​ໜຶ່ງ, ສາມ​ດອກ​ຢູ່​ອີກ​ກິ່ງ​ໜຶ່ງ ແລະ ຄື​ກັນ​ກັບ​ຫົກ​ກິ່ງ​ທັງໝົດ​ທີ່​ແຍກ​ອອກ​ມາ​ຈາກ​ຫລັກຕະກຽງ. 20ແລະ ຢູ່​ດ້າມ​ຂອງ​ຫລັກຕະກຽງ​ກໍ​ມີ​ຮູບ​ຖ້ວຍ​ສີ່​ອັນ​ທີ່​ມີ​ລັກສະນະ​ຄ້າຍ​ຄື​ກັບ​ດອກ​ອັນມອນ ມີ​ທັງ​ດອກຈູມ ແລະ ດອກບານ. 21ດອກຈູມ​ດອກ​ທີ​ໜຶ່ງ​ຢູ່​ລຸ່ມ​ກິ່ງ​ຄູ່​ທຳອິດ​ທີ່​ແຍກ​ອອກ​ມາ​ຈາກ​ຫລັກຕະກຽງ, ດອກຈູມ​ດອກ​ທີ​ສອງ​ຢູ່​ລຸ່ມ​ກິ່ງ​ຄູ່​ທີ​ສອງ ແລະ ດອກຈູມ​ດອກ​ທີ​ສາມ​ຢູ່​ລຸ່ມ​ກິ່ງ​ຄູ່​ທີ​ສາມ ທັງ​ໝົດ​ມີ​ຫົກ​ກິ່ງ. 22ດອກຈູມ ແລະ ກິ່ງ​ທັງໝົດ​ເປັນ​ເນື້ອ​ດຽວ​ກັນ​ກັບ​ຫລັກຕະກຽງ, ເຊິ່ງ​ໄດ້​ຕີ​ຈາກ​ຄຳ​ບໍລິສຸດ.
23ພວກເຂົາ​ໄດ້​ເຮັດ​ຕະກຽງ​ເຈັດ​ໜ່ວຍ, ພ້ອມ​ກັບ​ຄີມ​ຄີບ​ໄສ້​ຕະກຽງ ແລະ ຖາດ​ຮອງ​ຄີມ​ດ້ວຍ​ຄຳ​ບໍລິສຸດ. 24ພວກເຂົາ​ໄດ້​ເຮັດ​ຫລັກຕະກຽງ ແລະ ເຄື່ອງ​ປະກອບ​ທັງໝົດ​ດ້ວຍ​ຄຳ​ບໍລິສຸດ​ໜັກ​ປະມານ 34 ກິໂລ.#37:24 ນັ້ນ​ຄື ປະມານ 75 ພາວ ຫລື ໜັກ​ໜຶ່ງ​ຕາລັນຕົນ
ແທ່ນ​ເຜົາ​ເຄື່ອງຫອມ
(ອພຍ 30:1-5)
25ພວກເຂົາ​ໄດ້​ເຮັດ​ແທ່ນ​ເຜົາ​ເຄື່ອງຫອມ​ດ້ວຍ​ໄມ້ກະຖິນ. ແທ່ນ​ນັ້ນ​ເປັນ​ຮູບ​ສີ່ຫລ່ຽມ, ຍາວ 1 ສອກ, ກວ້າງ 1 ສອກ ແລະ ສູງ 2 ສອກ#37:25 ຄື ຍາວ​ປະມານ 45 ເຊັນ, ກວ້າງ​ປະມານ 45 ເຊັນ ແລະ ສູງ​ປະມານ 90 ເຊັນ ເຊິ່ງ​ເຂົາ​ຂອງ​ແທ່ນ​ກໍ​ເປັນ​ເນື້ອ​ດຽວ​ກັນ​ກັບ​ແທ່ນ. 26ພວກເຂົາ​ໂອບ​ດ້ານ​ເທິງ, ດ້ານ​ຂ້າງ​ທຸກ​ດ້ານ ແລະ ເຂົາ​ທຸກ​ອັນ​ດ້ວຍ​ຄຳ​ບໍລິສຸດ, ແລ້ວ​ເຮັດ​ຂອບ​ຄຳ​ອ້ອມ​ແທ່ນ​ນັ້ນ. 27ພວກເຂົາ​ໄດ້​ເຮັດ​ບ້ວງ​ຄຳ​ສອງ​ອັນ​ໃສ່​ກ້ອງ​ຂອບ​ແທ່ນ​ທັງ​ສອງ​ດ້ານ ຄື​ຂ້າງ​ລະ​ສອງ​ອັນ ເພື່ອ​ສອດ​ຄານຫາມ​ເວລາ​ເຄື່ອນຍ້າຍ​ແທ່ນ. 28ພວກເຂົາ​ເຮັດ​ຄານຫາມ​ດ້ວຍ​ໄມ້ກະຖິນ ແລະ ໂອບ​ຄານຫາມ​ນັ້ນ​ດ້ວຍ​ຄຳ.
29ພວກເຂົາ​ຍັງ​ໄດ້​ເຮັດ​ນ້ຳມັນ​ເຈີມ​ສັກສິດ ແລະ ບໍລິສຸດ, ເຄື່ອງຫອມ​ຕາມ​ສິລະປະ​ຂອງ​ຊ່າງປຸງ​ນໍ້າຫອມ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in