ອົບພະຍົບ 39
39
ເຄື່ອງແຕ່ງກາຍຂອງປະໂລຫິດ
1ພວກເຂົາໄດ້ໃຊ້ດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມເຮັດເຄື່ອງແຕ່ງກາຍເພື່ອປະຕິບັດໜ້າທີ່ໃນສະຖານນະມັດສະການ. ພວກເຂົາຍັງໄດ້ເຮັດເຄື່ອງແຕ່ງກາຍສັກສິດສຳລັບອາໂຣນຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
ເສື້ອເອໂຟດ
(ອພຍ 28:6-14)
2ພວກເຂົາ#39:2 ຫລື ລາວ; ເໝືອນກັນໃນຂໍ້ 7, 8 ແລະ ຂໍ້ 22ໄດ້ເຮັດເສື້ອເອໂຟດດ້ວຍຄຳ, ດ້າຍສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະ ຜ້າຝ້າຍລິນິນເນື້ອລະອຽດທີ່ປັກແສ່ວຢ່າງມີລວດລາຍ. 3ພວກເຂົາໄດ້ຕີຄຳເປັນແຜ່ນບາງໆ ແລ້ວຕັດເປັນເສັ້ນເພື່ອຕໍ່າປົນກັບດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ແລະ ຜ້າຝ້າຍລິນິນເນື້ອລະອຽດ ເຊິ່ງເປັນງານສີມືຂອງຊ່າງຜູ້ຊຳນານ. 4ພວກເຂົາໄດ້ເຮັດແຖບສອງອັນຢູ່ບ່າສຳລັບເສື້ອເອໂຟດ ເຊິ່ງຕິດກັບສອງແຈຂອງເສື້ອເອໂຟດ ເພື່ອໃຫ້ຜູກເຂົ້າກັນໄດ້. 5ສາຍຮັດແອວນັ້ນກໍໄດ້ເຮັດດ້ວຍຜ້າທີ່ຕ່ຳຢ່າງປານີດໂດຍໃຊ້ວັດສະດຸຢ່າງດຽວກັນກັບທີ່ໃຊ້ເຮັດເສື້ອເອໂຟດແລ້ວຫຍິບເຂົ້າເປັນຜືນດຽວກັນກັບເສື້ອເອໂຟດທີ່ເຮັດດ້ວຍຄຳ, ດ້າຍສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະ ຜ້າຝ້າຍລິນິນເນື້ອລະອຽດທີ່ປັກແສ່ວຢ່າງມີລວດລາຍ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
6ພວກເຂົາໄດ້ຝັງບັນດາຫີນໂກເມນໃສ່ໃນກີ້ຄຳທີ່ມີລວດລາຍ ແລະ ແກະສະຫລັກຫີນເຫລົ່ານັ້ນເໝືອນຕາປະທັບທີ່ມີຊື່ຄຶງບັນດາລູກຊາຍຂອງອິດສະຣາເອນ. 7ແລ້ວພວກເຂົາໄດ້ຕິດຫີນເຫລົ່ານັ້ນໃສ່ແຖບບ່າຂອງເສື້ອເອໂຟດ ເພື່ອເປັນຫີນທີ່ລະນຶກສຳລັບບັນດາລູກຊາຍຂອງອິດສະຣາເອນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
ແຜ່ນປົກເອິກ
(ອພຍ 28:15-28)
8ພວກເຂົາໄດ້ອອກແບບແຜ່ນປົກເອິກໂດຍຊ່າງສີມືຜູ້ຊຳນານ. ພວກເຂົາໄດ້ເຮັດແຜ່ນປົກເອິກຄືກັນກັບເຮັດເສື້ອຄຸມເອໂຟດຄື: ເຮັດດ້ວຍຄຳ, ດ້າຍສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະ ຜ້າຝ້າຍລິນິນເນື້ອລະອຽດທີ່ປັກແສ່ວຢ່າງມີລວດລາຍ. 9ແຜ່ນປົກເອິກເປັນຜືນສີ່ຫລ່ຽມມົນທົນຍາວ 1 ຄືບ ແລະ ກວ້າງ 1 ຄືບ#39:9 ນັ້ນຄື ກວ້າງປະມານ 23 ເຊັນ ຍາວປະມານ 23 ເຊັນ ແລະ ພັບເປັນສອງທົບ. 10ແລ້ວພວກເຂົາໄດ້ຝັງອັນຍະມະນີສີ່ແຖວໃສ່ແຜ່ນປົກເອິກນັ້ນ. ແຖວທີໜຶ່ງມີທັບທິມ, ພອຍສີເຫລືອງ ແລະ ພອຍສີຂຽວ; 11ແຖວທີສອງມີພອຍສີແດງສົ້ມ, ແກ້ວໄພທູນ ແລະ ມໍລະກົດ. 12ແຖວທີສາມມີພອຍສີມ່ວງ, ໂມຣາ ແລະ ເພທາຍສີມ່ວງ. 13ແຖວທີສີ່ມີບຸດສະລາຄຳ#39:13 ຫລື ແກ້ວນາງຟານເນື້ອແຂງ, ຫີນໂກເມນ ແລະ ມະນີໂຊດ.#39:13 ການລະບຸຊື່ຢ່າງລະອຽດຂອງຫີນບາງຊະນິດໃນບັນດາຫີນລ້ຳຄ່າເຫລົ່ານີ້ບໍ່ແນ່ນອນ ຫີນເຫລົ່ານີ້ໄດ້ຝັງໄວ້ໃນກີ້ຄຳທີ່ມີລວດລາຍ. 14ມີຫີນສິບສອງກ້ອນ, ແຕ່ລະກ້ອນໄດ້ສະຫລັກຊື່ຂອງລູກຊາຍແຕ່ລະຄົນຂອງອິດສະຣາເອນ, ແຕ່ລະອັນໄດ້ແກະສະຫລັກເໝືອນກັບຕາປະທັບທີ່ມີຊື່ເຜົ່າຂອງສິບສອງເຜົ່າ.
15ສຳລັບແຜ່ນປົກເອິກນັ້ນ ພວກເຂົາໄດ້ເຮັດສາຍໂສ້ກ້ຽວກັນດ້ວຍຄຳບໍລິສຸດ ມີລັກສະນະຄ້າຍຄືກັບເຊືອກ. 16ພວກເຂົາໄດ້ເຮັດກີ້ຄຳທີ່ມີລວດລາຍສອງອັນ ແລະ ບ້ວງຄຳສອງບ້ວງ ແລ້ວມັດບ້ວງຄຳທັງສອງເຂົ້າກັບແຈທັງສອງຂອງແຜ່ນປົກເອິກ. 17ພວກເຂົາໄດ້ມັດສາຍໂສ້ຄຳທັງສອງເສັ້ນເຂົ້າກັບບ້ວງທີ່ຢູ່ແຈຂອງແຜ່ນປົກເອິກ, 18ແລະ ມັດອີກສົ້ນອື່ນຂອງສາຍໂສ້ເຂົ້າກັບຂອບທັງສອງອັນ ແລ້ວຕິດສາຍໂສ້ນັ້ນເຂົ້າກັບແຖບບ່າທັງສອງຂອງເສື້ອເອໂຟດທີ່ດ້ານໜ້າ. 19ພວກເຂົາໄດ້ເຮັດບ້ວງຄຳສອງບ້ວງ ແລະ ຕິດບ້ວງເຫລົ່ານັ້ນໃສ່ກັບອີກສອງແຈຂອງແຜ່ນປົກເອິກທີ່ຂອບດ້ານໃນທີ່ຢູ່ຕິດກັບເສື້ອເອໂຟດ. 20ແລ້ວພວກເຂົາກໍໄດ້ເຮັດບ້ວງຄຳອີກສອງບ້ວງເພື່ອມັດຕິດບ້ວງຄຳນັ້ນໃສ່ປາຍລຸ່ມຂອງແຖບບ່າທີ່ດ້ານໜ້າຂອງເສື້ອເອໂຟດ, ໃກ້ກັບດູກຜ້າທີ່ຢູ່ເທິງສາຍຮັດແອວຂອງເສື້ອເອໂຟດ. 21ພວກເຂົາໄດ້ມັດບ້ວງຂອງແຜ່ນປົກເອິກໃສ່ກັບບ້ວງຂອງເສື້ອເອໂຟດດ້ວຍດ້າຍສີຟ້າ, ຕິດເຂົ້າກັບສາຍຮັດແອວເພື່ອບໍ່ໃຫ້ແຜ່ນປົກເອິກຫລຸດອອກຈາກເສື້ອເອໂຟດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
ເຄື່ອງແຕ່ງກາຍອື່ນອີກຂອງປະໂລຫິດ
(ອພຍ 28:31-43)
22ພວກເຂົາໄດ້ເຮັດເສື້ອຄຸມຍາວເຂົ້າກັບເສື້ອເອໂຟດດ້ວຍຜ້າສີຟ້າໝົດທັງໂຕ ເຊິ່ງເປັນງານຂອງນັກປັກແສ່ວ. 23ພ້ອມກັບເສື້ອຄຸມຍາວທີ່ມີປ່ອງຢູ່ຫວ່າງກາງເໝືອນກັບຄໍເສື້ອ#39:23 ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ ແລະ ມີແຂບອ້ອມປ່ອງນັ້ນ ເພື່ອວ່າເສື້ອນັ້ນຈະບໍ່ຂາດອອກ, 24ພວກເຂົາໄດ້ແສ່ວຮູບໝາກພິລາດ້ວຍດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ແລະ ຜ້າຝ້າຍລິນິນເນື້ອລະອຽດອ້ອມຕີນເສື້ອຄຸມຍາວ. 25ແລ້ວພວກເຂົາໄດ້ເຮັດໝາກກະດິງດ້ວຍຄຳບໍລິສຸດ ແລະ ຕິດໝາກກະດິງເຫລົ່ານັ້ນໃສ່ອ້ອມຕີນເສື້ອຕາມຫວ່າງຂອງໝາກພິລາ. 26ໝາກກະດິງ ແລະ ໝາກພິລາຈະຢູ່ສະຫລັບກັນອ້ອມຕີນເສື້ອຄຸມຍາວ ເຊິ່ງຈະຕ້ອງນຸ່ງເວລາປະຕິບັດໜ້າທີ່ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
27ສຳລັບອາໂຣນ ແລະ ບັນດາລູກຊາຍຂອງລາວ, ພວກເຂົາໄດ້ເຮັດເສື້ອຊັ້ນໃນດ້ວຍຜ້າຝ້າຍລິນິນເນື້ອລະອຽດ ເຊິ່ງເປັນງານຂອງນັກປັກແສ່ວ, 28ແລະ ພວກເຂົາໄດ້ເຮັດຜ້າຄຽນຫົວດ້ວຍຜ້າຝ້າຍລິນິນເນື້ອລະອຽດ, ໝວກດ້ວຍຜ້າຝ້າຍລິນິນ ແລະ ເຄື່ອງແຕ່ງກາຍຊັ້ນໃນດ້ວຍຜ້າຝ້າຍລິນິນເນື້ອລະອຽດທີ່ປັກແສ່ວຢ່າງມີລວດລາຍ. 29ສາຍຮັດແອວໄດ້ເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດທີ່ປັກແສ່ວຢ່າງມີລວດລາຍ ແລະ ດ້ວຍດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ເຊິ່ງເປັນງານຂອງນັກປັກແສ່ວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
30ພວກເຂົາໄດ້ເຮັດແຜ່ນຄຳບໍລິສຸດ, ແລ້ວສະຫລັກເຄື່ອງໝາຍສັກສິດໃສ່ແຜ່ນນັ້ນ ເໝືອນຄຳຈາລຶກໃສ່ຕາປະທັບວ່າ:
“ບໍລິສຸດແກ່ພຣະເຈົ້າຢາເວ”.
31ແລ້ວພວກເຂົາກໍໄດ້ມັດດ້າຍສີຟ້າໃສ່ແຜ່ນຄຳແລ້ວຕິດໃສ່ກັບຜ້າຄຽນຫົວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
ໂມເຊກວດກາວຽກງານການສ້າງຫໍເຕັນ
(ອພຍ 35:10-19)
32ດັ່ງນັ້ນ ວຽກງານທັງໝົດກ່ຽວກັບການສ້າງຫໍເຕັນ, ເຕັນນັດພົບກໍໄດ້ສຳເລັດສົມບູນ. ຊາວອິດສະຣາເອນໄດ້ເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ. 33ຫລັງຈາກນັ້ນ ພວກເຂົາໄດ້ນໍາເອົາສ່ວນປະກອບທັງໝົດມາມອບໃຫ້ໂມເຊຄື:
ເຕັນ ແລະ ເຄື່ອງໃຊ້ປະຈຳເຕັນ, ຂໍເກາະ, ໄມ້ຝາຫໍເຕັນ, ໄມ້ຄານພາດຂວາງ, ເສົາ ແລະ ຖານຮອງຮັບເສົາ;
34ຜ້າປົກຄຸມທີ່ເຮັດດ້ວຍໜັງແກະເຖິກຍ້ອມສີແດງ ແລະ ຜ້າປົກຄຸມອື່ນອີກທີ່ເຮັດດ້ວຍໜັງສັດທີ່ທົນທານ#39:34 ອາດແມ່ນສັດທີ່ລ້ຽງລູກດ້ວຍນໍ້ານົມຂະໜາດໃຫຍ່ ແລະ ຜ້າກັ້ງບັງ;
35ຫີບພັນທະສັນຍາພ້ອມກັບຄານຫາມຫີບ ແລະ ຝາຫີບ;
36ໂຕະພ້ອມກັບພາຊະນະເຄື່ອງໃຊ້ທຸກຢ່າງ ແລະ ເຂົ້າຈີ່ຖວາຍສຳລັບເບື້ອງໜ້າພຣະເຈົ້າ,
37ຫລັກຕະກຽງຄຳບໍລິສຸດພ້ອມກັບໄສ້ຕະກຽງ, ເຄື່ອງໃຊ້ທຸກຢ່າງປະຈຳຕະກຽງ ແລະ ນ້ຳມັນໝາກກອກສຳລັບໄຕ້ຕະກຽງ;
38ແທ່ນບູຊາຄຳ, ນ້ຳມັນເຈີມ, ເຄື່ອງຫອມ ແລະ ຜ້າກັ້ງສຳລັບທາງເຂົ້າເຕັນ;
39ແທ່ນບູຊາທອງສຳລິດພ້ອມກັບຕາໜ່າງທອງສຳລິດ, ຄານຫາມ ແລະ ເຄື່ອງໃຊ້ທຸກຢ່າງ;
ອ່າງພ້ອມກັບຖານຮອງອ່າງ;
40ຜ້າກັ້ງຂັ້ນເດີ່ນພ້ອມກັບເສົາ ແລະ ຖານຮອງເສົາ, ຜ້າກັ້ງຂັ້ນທາງເຂົ້າເດີ່ນ;
ເຊືອກ ແລະ ຫລັກປັກເຕັນສຳລັບເດີ່ນ;
ເຄື່ອງຕົບແຕ່ງທັງໝົດສຳລັບຫໍເຕັນ, ເຕັນນັດພົບ;
41ແລະ ເຄື່ອງແຕ່ງກາຍທີ່ເຮັດດ້ວຍຜ້າຕ່ຳເພື່ອນຸ່ງສຳລັບຮັບໃຊ້ໃນສະຖານນະມັດສະການ, ພ້ອມທັງເຄື່ອງແຕ່ງກາຍສັກສິດສຳລັບປະໂລຫິດອາໂຣນ ແລະ ເຄື່ອງແຕ່ງກາຍສຳລັບບັນດາລູກຊາຍຂອງລາວຂະນະຮັບໃຊ້ໃນຖານະປະໂລຫິດ.
42ຊາວອິດສະຣາເອນໄດ້ເຮັດງານທັງໝົດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ. 43ໂມເຊໄດ້ກວດກາວຽກງານແລ້ວ ແລະ ເຫັນວ່າພວກເຂົາໄດ້ເຮັດວຽກງານນັ້ນຕາມທີ່ພຣະເຈົ້າຢາເວໄດ້ສັ່ງ. ດັ່ງນັ້ນ ໂມເຊຈຶ່ງໄດ້ອວຍພອນພວກເຂົາ.
Currently Selected:
ອົບພະຍົບ 39: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.