YouVersion Logo
Search Icon

ອົບພະຍົບ 2

2
ການ​ເກີດ​ຂອງ​ໂມເຊ
1ບັດນີ້ ມີ​ຊາຍ​ຈາກ​ເຜົ່າ​ເລວີ​ຄົນ​ໜຶ່ງ​ໄດ້​ແຕ່ງງານ​ກັບ​ແມ່ຍິງ​ຊາວ​ເລວີ, 2ແລ້ວ​ນາງ​ກໍ​ໄດ້​ຖືພາ ແລະ ໄດ້​ເກີດ​ລູກຊາຍ​ຄົນ​ໜຶ່ງ. ເມື່ອ​ນາງ​ເຫັນ​ວ່າ​ລູກ​ນັ້ນ​ເປັນ​ເດັກ​ໜ້າຮັກ, ນາງ​ຈຶ່ງ​ໄດ້​ເຊື່ອງ​ລູກຊາຍ​ນັ້ນ​ໄວ້​ເປັນ​ເວລາ​ສາມ​ເດືອນ. 3ແຕ່​ເມື່ອ​ນາງ​ບໍ່​ສາມາດ​ເຊື່ອງ​ລູກຊາຍ​ໄວ້​ຕໍ່ໄປ​ອີກ, ນາງ​ຈຶ່ງ​ໄດ້​ເອົາ​ຕົ້ນອໍ້​ມາ​ສານ​ເປັນ​ກະຕ່າ#2:3 ຄຳ​ພາສາ​ເຮັບເຣີ​ມີ​ຄວາມໝາຍ​ເໝືອນກັນ​ວ່າ ເຮືອ ເໝືອນ​ກັບ ປຖກ 6:14​ເພື່ອ​ໃສ່​ລາວ ແລະ ໄດ້​ເຄືອບ​ກະຕ່າ​ນັ້ນ​ດ້ວຍ​ຢາງໝາກຕອຍ ແລະ ຂີ້ຊີ. ຫລັງຈາກນັ້ນ ນາງ​ຈຶ່ງ​ໄດ້​ວາງ​ເດັກ​ລົງ​ໃນ​ກະຕ່າ​ນັ້ນ ແລະ ປ່ອຍ​ໃຫ້​ກະຕ່າ​ລອຍ​ຢູ່​ກາງ​ກໍ​ຕົ້ນອໍ້​ທີ່​ແຄມ​ຕາຝັ່ງ​ແມ່ນ້ຳ​ນິນ. 4ເອື້ອຍ​ຂອງ​ເດັກ​ນັ້ນ​ໄດ້​ຢືນ​ເບິ່ງ​ຢູ່​ຫ່າງໆ ເພື່ອ​ຢາກ​ຮູ້​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ລາວ.
5ຕໍ່ມາ ລູກສາວ​ຂອງ​ຟາໂຣ​ໄດ້​ລົງ​ມາ​ອາບນ້ຳ​ຢູ່​ທີ່​ແມ່ນ້ຳ​ນິນ, ສ່ວນ​ບັນດາ​ສາວໃຊ້​ຂອງ​ນາງ​ກໍ​ໄດ້​ພາກັນ​ຍ່າງ​ເລາະ​ຢູ່​ຕາມ​ແຄມຝັ່ງ. ນາງ​ໄດ້​ເຫັນ​ກະຕ່າ​ຢູ່​ກາງ​ກໍ​ຕົ້ນອໍ້ ແລ້ວ​ນາງ​ຈຶ່ງ​ໄດ້​ໃຊ້​ຂ້າທາດ​ຍິງ​ຂອງ​ຕົນ​ໄປ​ເອົາ​ກະຕ່າ​ນັ້ນ​ມາ. 6ນາງ​ໄດ້​ເປີດ​ກະຕ່າ​ອອກ​ແລ້ວ​ກໍ​ໄດ້​ເຫັນ​ເດັກນ້ອຍ. ເດັກ​ນັ້ນ​ກຳລັງ​ຮ້ອງໄຫ້​ຢູ່ ແລະ ນາງ​ຈຶ່ງ​ຮູ້ສຶກ​ສົງສານ​ເດັກ​ນັ້ນ. ນາງ​ໄດ້​ເວົ້າ​ວ່າ, “ເດັກນ້ອຍ​ຜູ້​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເດັກນ້ອຍ​ຊາວ​ເຮັບເຣີ”.
7ຫລັງຈາກນັ້ນ ເອື້ອຍ​ຂອງ​ເດັກນ້ອຍ​ຈຶ່ງ​ຖາມ​ລູກສາວ​ຂອງ​ຟາໂຣ​ວ່າ, “ໃຫ້​ຂ້ານ້ອຍ​ໄປ​ຫາ​ຄົນໜຶ່ງ​ໃນ​ແມ່ຍິງ​ຊາວ​ເຮັບເຣີ​ມາ​ລ້ຽງ​ເດັກນ້ອຍ​ນີ້​ໃຫ້​ບໍ?”
8ນາງ​ໄດ້​ຕອບ​ວ່າ, “ໄດ້, ຈົ່ງ​ໄປ​ຫາ​ມາ,” ດັ່ງນັ້ນ​ເດັກຍິງ​ຈຶ່ງ​ໄປ ແລະ ພາ​ແມ່​ຂອງ​ເດັກນ້ອຍ​ນັ້ນ​ມາ. 9ລູກສາວ​ຂອງ​ຟາໂຣ​ຈຶ່ງ​ໄດ້​ກ່າວ​ກັບ​ນາງ​ວ່າ, “ຈົ່ງ​ເອົາ​ເດັກນ້ອຍ​ຄົນ​ນີ້​ໄປ​ລ້ຽງ​ໄວ້​ໃຫ້​ຂ້ອຍ, ແລ້ວ​ຂ້ອຍ​ຈະ​ຈ່າຍ​ຄ່າຈ້າງ​ໃຫ້​ແກ່​ເຈົ້າ”. ດັ່ງນັ້ນ ຍິງ​ນັ້ນ​ຈຶ່ງ​ໄດ້​ຮັບ​ເອົາ​ເດັກນ້ອຍ​ໄປ​ລ້ຽງ. 10ເມື່ອ​ເດັກນ້ອຍ​ໃຫຍ່​ຂຶ້ນ, ນາງ​ກໍ​ນຳເອົາ​ລາວ​ມາ​ໃຫ້​ລູກສາວ​ຂອງ​ຟາໂຣ ແລະ ລາວ​ກໍ​ກາຍ​ເປັນ​ລູກຊາຍ​ຂອງ​ນາງ. ນາງ​ໄດ້​ຕັ້ງຊື່​ໃຫ້​ລາວ​ວ່າ​ໂມເຊ#2:10 ຄຳວ່າ ໂມເຊ ມີ​ສຽງ​ຄ້າຍ​ກັບ​ຄຳສັບ​ພາສາ​ເຮັບເຣີ​ທີ່​ມີ​ຄວາມໝາຍ​ວ່າ ຍົກ​ອອກ​ມາ ໂດຍ​ກ່າວ​ວ່າ, “ຂ້ອຍ​ໄດ້​ຍົກ​ລາວ​ອອກ​ມາ​ຈາກ​ນ້ຳ”.
ໂມເຊ​ໜີ​ໄປ​ມີດີອານ
11ມື້​ໜຶ່ງ ຫລັງຈາກ​ໂມເຊ​ໄດ້​ໃຫຍ່​ຂຶ້ນ​ແລ້ວ, ລາວ​ກໍ​ໄດ້​ອອກ​ໄປ​ໃນ​ບ່ອນ​ທີ່​ຄົນ​ຂອງ​ຕົນ​ເອງ​ຢູ່ ແລະ ໄດ້​ເບິ່ງ​ພວກເຂົາ​ທີ່​ເຮັດ​ວຽກ​ໜັກ​ຢູ່. ລາວ​ໄດ້​ເຫັນ​ຊາວ​ເອຢິບ​ຄົນ​ໜຶ່ງ​ກຳລັງ​ທຸບຕີ​ຊາວ​ເຮັບເຣີ​ທີ່​ເປັນ​ຄົນ​ໜຶ່ງ​ໃນ​ປະຊາຊົນ​ຂອງ​ຕົນ​ເອງ. 12ໂມເຊ​ຫລຽວ​ເບິ່ງ​ທາງ​ນັ້ນ ແລະ ທາງ​ນີ້ ແລ້ວ​ເຫັນ​ວ່າ​ບໍ່​ມີ​ຜູ້ໃດ, ລາວ​ຈຶ່ງ​ໄດ້​ຂ້າ​ຊາວ​ເອຢິບ​ຄົນ​ນັ້ນ ແລະ ເຊື່ອງ​ສົບ​ລາວ​ໄວ້​ຢູ່​ໃນ​ດິນຊາຍ. 13ມື້​ຕໍ່ມາ ໂມເຊ​ໄດ້​ອອກ​ໄປ ແລະ ໄດ້​ເຫັນ​ຊາວ​ເຮັບເຣີ​ສອງ​ຄົນ​ກຳລັງ​ຕໍ່ສູ້​ກັນ​ຢູ່. ລາວ​ຈຶ່ງ​ໄດ້​ຖາມ​ຄົນ​ທີ່​ເປັນ​ຝ່າຍ​ຜິດ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ທຸບຕີ​ພີ່ນ້ອງ​ຊາວ​ເຮັບເຣີ​ຂອງ​ເຈົ້າ?”
14ຊາຍ​ຄົນ​ນັ້ນ​ໄດ້​ເວົ້າ​ວ່າ, “ຜູ້ໃດ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ປົກຄອງ ແລະ ເປັນ​ຜູ້ຕັດສິນ​ພວກຂ້ອຍ? ເຈົ້າ​ກຳລັງ​ຄິດ​ຈະ​ຂ້າ​ຂ້ອຍ​ເໝືອນ​ດັ່ງ​ທີ່​ເຈົ້າ​ໄດ້​ຂ້າ​ຄົນເອຢິບ​ນັ້ນ​ບໍ?” ແລ້ວ​ໂມເຊ​ຈຶ່ງ​ຢ້ານ ແລະ ຄິດ​ວ່າ, “ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ​ຕ້ອງ​ມີ​ຄົນ​ຮູ້​ແລ້ວ”.
15ເມື່ອ​ຟາໂຣ​ໄດ້​ຍິນ​ເຖິງ​ເລື່ອງ​ນີ້, ເພິ່ນ​ກໍ​ໄດ້​ພະຍາຍາມ​ທີ່​ຈະ​ຂ້າ​ໂມເຊ, ແຕ່​ໂມເຊ​ໄດ້​ໜີ​ຈາກ​ຟາໂຣ ແລະ ໄດ້​ໄປ​ອາໄສ​ຢູ່​ໃນ​ມີດີອານ, ບ່ອນ​ທີ່​ລາວ​ໄດ້​ນັ່ງ​ລົງ​ຢູ່​ໃກ້​ນ້ຳສ້າງ​ນັ້ນ. 16ບັດນີ້ ປະໂລຫິດ​ແຫ່ງ​ມີດີອານ​ມີ​ລູກສາວ​ຢູ່​ເຈັດ​ຄົນ, ແລ້ວ​ພວກເຂົາ​ກໍ​ໄດ້​ພາກັນ​ມາ​ຕັກ​ນ້ຳ ແລະ ຕັກ​ນ້ຳ​ໃສ່​ຮາງ​ໃຫ້​ຝູງສັດ​ຂອງ​ພໍ່​ຂອງ​ພວກຕົນ​ກິນ. 17ຜູ້ລ້ຽງແກະ​ບາງຄົນ​ໄດ້​ຜ່ານ​ມາ ແລະ ໄດ້​ໄລ່​ພວກເຂົາ​ໜີ, ແຕ່​ໂມເຊ​ໄດ້​ລຸກຂຶ້ນ​ແລ້ວ​ມາ​ຊ່ວຍ​ພວກເຂົາ ແລະ ຕັກນ້ຳ​ໃຫ້​ຝູງສັດ​ຂອງ​ພວກເຂົາ.
18ເມື່ອ​ຍິງ​ສາວ​ເຫລົ່ານັ້ນ​ກັບ​ເມືອ​ຫາ​ເຣອູເອນ​ຜູ້​ເປັນ​ພໍ່​ຂອງ​ຕົນ, ເພິ່ນ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ມື້​ນີ້​ພວກລູກ​ຈຶ່ງ​ພາກັນ​ກັບ​ມາ​ໄວ​ແທ້?”
19ພວກເຂົາ​ໄດ້​ຕອບ​ວ່າ, “ມີ​ຊາຍ​ຊາວ​ເອຢິບ​ຄົນ​ໜຶ່ງ​ໄດ້​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພວກ​ລ້ຽງແກະ. ລາວ​ຍັງ​ໄດ້​ຕັກນ້ຳ​ໃຫ້​ພວກເຮົາ ແລະ ຕັກນ້ຳ​ໃຫ້​ຝູງສັດ​ຂອງ​ພວກເຮົາ​ດ້ວຍ”.
20ເຣອູເອນ​ໄດ້​ຖາມ​ບັນດາ​ລູກສາວ​ຂອງ​ຕົນ​ວ່າ, “ແລ້ວ​ຊາຍ​ຜູ້​ນັ້ນ​ຢູ່​ໃສ? ເປັນຫຍັງ​ພວກລູກ​ຈຶ່ງ​ປະ​ລາວ​ໄວ້? ໄປ​ເຊີນ​ລາວ​ມາ​ກິນ​ເຂົ້າ​ກັບ​ພວກເຮົາ​ແມ”.
21ໂມເຊ​ໄດ້​ຕົກລົງ​ທີ່​ຈະ​ອາໄສ​ຢູ່​ກັບ​ເຣອູເອນ, ຜູ້​ທີ່​ໄດ້​ຍົກ​ນາງ​ສິບໂປຣາ​ລູກສາວ​ຂອງ​ຕົນ​ໃຫ້​ແຕ່ງງານ​ກັບ​ໂມເຊ. 22ນາງ​ສິບໂປຣາ​ໄດ້​ເກີດ​ລູກຊາຍ​ຄົນ​ໜຶ່ງ ແລະ ໂມເຊ​ໄດ້​ຕັ້ງ​ຊື່​ໃຫ້​ເດັກ​ນັ້ນ​ວ່າ​ເກໂຊມ#2:22 ຄຳວ່າ ເກໂຊນ ມີ​ສຽງ​ຄ້າຍ​ກັບ​ຄຳສັບ​ພາສາ​ເຮັບເຣີ​ທີ່​ມີ​ຄວາມໝາຍ​ວ່າ ຄົນຕ່າງດ້າວ​ທີ່​ນັ້ນ ໂດຍ​ກ່າວ​ວ່າ, “ເຮົາ​ໄດ້​ກາຍເປັນ​ຄົນຕ່າງດ້າວ​ໃນ​ຕ່າງ​ແດນ”.
23ໃນ​ຊ່ວງ​ເວລາ​ອັນ​ຍາວ​ນານ​ນັ້ນ, ກະສັດ​ເອຢິບ​ກໍ​ໄດ້​ຕາຍ​ໄປ. ຊາວ​ອິດສະຣາເອນ​ໄດ້​ຄວນຄາງ​ເນື່ອງ​ຈາກ​ການ​ເປັນ​ຂ້າທາດ​ຂອງ​ພວກເຂົາ ແລະ ໄດ້​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ, ແລ້ວ​ການ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ​ເນື່ອງ​ຈາກ​ການ​ເປັນທາດ​ຂອງ​ພວກເຂົາ​ໄດ້​ຂຶ້ນ​ໄປ​ເຖິງ​ພຣະເຈົ້າ. 24ພຣະອົງ​ໄດ້​ຍິນ​ສຽງ​ຄວນຄາງ​ຂອງ​ພວກເຂົາ ແລະ ພຣະອົງ​ໄດ້​ຈົດຈຳ​ພັນທະສັນຍາ​ຂອງ​ພຣະອົງ​ກັບ​ອັບຣາຮາມ, ອີຊາກ ແລະ ຢາໂຄບ. 25ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ເຝົ້າເບິ່ງ​ຊາວ​ອິດສະຣາເອນ ແລະ ຫ່ວງໃຍ​ພວກເຂົາ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in