ອົບພະຍົບ 1
1
ຊົນຊາດອິດສະຣາເອນຖືກກົດຂີ່ຂົ່ມເຫັງ
1ຕໍ່ໄປນີ້ແມ່ນຊື່ຂອງບັນດາລູກຊາຍຂອງອິດສະຣາເອນ ເຊິ່ງໄດ້ໄປທີ່ເອຢິບພ້ອມກັບຢາໂຄບ, ພ້ອມດ້ວຍຄອບຄົວຂອງຕົນຄື:
2ຣູເບັນ, ຊີເມໂອນ, ເລວີ ແລະ ຢູດາ;
3ອິດຊາຄາ, ເຊບູໂລນ, ເບັນຢາມິນ;
4ດານ ແລະ ເນັບທາລີ;
ກາດ ແລະ ອາເຊ.
5ເຊື້ອສາຍຂອງຢາໂຄບທັງໝົດນັບໄດ້ທັງໝົດ 70 ຄົນ;#1:5 ສະບັບພາສາເຮັບເຣີດັ້ງເດີມ (ເບິ່ງເໝືອນກັນ ປຖກ 46:27); ໜັງສືມ້ວນແຫ່ງທະເລຕາຍ ແລະ ເຊັບຕູອາຈິນ (ເບິ່ງເໝືອນກັນ ກຈກ 7:14 ແລະ ຄຳອະທິບາຍໃນ ປຖກ 46:27) ວ່າ ເຈັດສິບຫ້າຄົນ ສ່ວນໂຢເຊັບແມ່ນຢູ່ທີ່ເອຢິບແລ້ວ.
6ຕໍ່ມາໂຢເຊັບ ແລະ ບັນດາອ້າຍນ້ອງຂອງເພິ່ນທັງໝົດ ແລະ ທຸກຄົນໃນລຸ້ນນັ້ນໄດ້ຕາຍໄປ, 7ແຕ່ຊາວອິດສະຣາເອນມີລູກຫລານຢ່າງຫລວງຫລາຍ; ພວກເຂົາທະວີຄູນຂຶ້ນຢ່າງຫລວງຫລາຍ; ມີຈໍານວນເພີ່ມຂຶ້ນ ແລະ ຫລາຍຂຶ້ນຈົນທົ່ວດິນແດນນັ້ນເຕັມໄປດ້ວຍພວກເຂົາ.
8ເມື່ອກະສັດຄົນໃໝ່ ເຊິ່ງບໍ່ຮູ້ຈັກໂຢເຊັບ ໄດ້ຂຶ້ນປົກຄອງໃນເອຢິບ. 9ເພິ່ນໄດ້ກ່າວກັບປະຊາຊົນຂອງເພິ່ນວ່າ, “ເບິ່ງແມ, ຊາວອິດສະຣາເອນມີຈຳນວນຫລາຍເກີນໄປສຳລັບພວກເຮົາແລ້ວ. 10ມາ, ພວກເຮົາຕ້ອງຈັດການກັບພວກເຂົາຢ່າງສະຫລາດ ບໍ່ດັ່ງນັ້ນພວກເຂົາກໍຈະມີຈຳນວນຫລາຍຂຶ້ນ ແລະ ຖ້າເກີດສົງຄາມ, ພວກເຂົາຈະສົມທົບກັບບັນດາສັດຕູຂອງພວກເຮົາ ແລະ ຫັນມາຕໍ່ສູ້ກັບພວກເຮົາແລ້ວໜີຈາກປະເທດໄປ”.
11ດັ່ງນັ້ນ ຊາວເອຢິບຈຶ່ງແຕ່ງຕັ້ງນາຍທາດໃຫ້ຢູ່ເໜືອພວກເຂົາ ເພື່ອກົດຂີ່ພວກເຂົາດ້ວຍການບັງຄັບໃຊ້ແຮງງານ ແລະ ໃຫ້ພວກເຂົາສ້າງເມືອງປີທົມ ແລະ ເມືອງຣາມາເຊັດຂຶ້ນເພື່ອເປັນເມືອງສາງສຳລັບຟາໂຣ. 12ແຕ່ຍິ່ງຊົນຊາດອິດສະຣາເອນຖືກກົດຂີ່ຫລາຍເທົ່າໃດ ພວກເຂົາກໍຍິ່ງເພີ່ມຈຳນວນຂຶ້ນ ແລະ ແຜ່ຂະຫຍາຍຫລາຍຂຶ້ນເທົ່ານັ້ນ; ດັ່ງນັ້ນ ຊາວເອຢິບຈຶ່ງຢ້ານກົວຊາວອິດສະຣາເອນ 13ແລະ ກະທຳຕໍ່ພວກເຂົາຢ່າງທາລຸນ. 14ຊາວເອຢິບໄດ້ເຮັດໃຫ້ຊີວິດຂອງພວກເຂົາຂົມຂື່ນດ້ວຍການເຮັດວຽກໜັກ ຄືໃນການເຮັດດິນຈີ່, ເຮັດປູນ ແລະ ເຮັດວຽກທຸກຊະນິດຢູ່ຕາມທົ່ງນາ; ຊາວເອຢິບໃຫ້ພວກເຂົາເຮັດວຽກໜັກທຸກຊະນິດຢ່າງທາລຸນ.
15ກະສັດເອຢິບໄດ້ກ່າວກັບໝໍຕຳແຍຊາວເຮັບເຣີທີ່ມີຊື່ວ່າຊີຟາຣາ ແລະ ປູອາວ່າ, 16“ເມື່ອພວກເຈົ້າໄປຊ່ວຍຍິງຊາວເຮັບເຣີໃນຊ່ວງເວລາທີ່ເກີດລູກ ຂະນະທີ່ຊ່ວຍເອົາເດັກອອກມານັ້ນ, ຖ້າພວກເຈົ້າເຫັນວ່າເດັກນ້ອຍນັ້ນເປັນຜູ້ຊາຍ, ຈົ່ງຂ້າເດັກຖິ້ມ; ແຕ່ຖ້າເດັກນັ້ນເປັນແມ່ຍິງ, ຈົ່ງປ່ອຍໃຫ້ເດັກມີຊີວິດຢູ່”. 17ເຖິງຢ່າງໃດກໍຕາມໝໍຕຳແຍທັງສອງຄົນນັ້ນຢຳເກງພຣະເຈົ້າ ແລະ ບໍ່ໄດ້ເຮັດຕາມສິ່ງທີ່ກະສັດເອຢິບບອກໃຫ້ພວກນາງເຮັດ; ພວກນາງໄດ້ປ່ອຍໃຫ້ບັນດາເດັກນ້ອຍຜູ້ຊາຍມີຊີວິດຢູ່. 18ຫລັງຈາກນັ້ນ ກະສັດເອຢິບຈຶ່ງໄດ້ເອີ້ນໝໍຕຳແຍທັງສອງຄົນນັ້ນມາ ແລະ ຖາມພວກນາງວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດຢ່າງນີ້? ເປັນຫຍັງພວກເຈົ້າຈຶ່ງປ່ອຍໃຫ້ເດັກນ້ອຍຜູ້ຊາຍເຫລົ່ານີ້ມີຊີວິດຢູ່?”
19ພວກໝໍຕຳແຍຈຶ່ງໄດ້ຕອບຟາໂຣວ່າ, “ແມ່ຍິງຊາວເຮັບເຣີບໍ່ເໝືອນກັບແມ່ຍິງຊາວເອຢິບ; ພວກເຂົາແຂງແຮງ ແລະ ເກີດລູກກ່ອນພວກໝໍຕຳແຍໄປເຖິງ”.
20ດັ່ງນັ້ນ ພຣະເຈົ້າຈຶ່ງໄດ້ເມດຕາໝໍຕຳແຍທັງສອງຄົນນີ້ ແລະ ປະຊາຊົນຈຶ່ງເພີ່ມຈຳນວນ ແລະ ຈົນເພີ່ມທະວີຫລາຍຂຶ້ນ. 21ແລະ ເພາະນາງໝໍຕຳແຍທັງສອງຄົນຢຳເກງພຣະເຈົ້າ, ພຣະອົງຈຶ່ງໄດ້ໃຫ້ນາງທັງສອງມີຄອບຄົວຂອງຕົນເອງ.
22ແລ້ວຟາໂຣຈຶ່ງໄດ້ອອກຄຳສັ່ງນີ້ແກ່ປະຊາຊົນທັງໝົດຂອງຕົນວ່າ: “ພວກເຈົ້າຈົ່ງຖິ້ມເດັກນ້ອຍຜູ້ຊາຍເຮັບເຣີທີ່ເກີດໃໝ່ທຸກຄົນລົງໃນແມ່ນ້ຳນິນ, ແຕ່ຈົ່ງປ່ອຍໃຫ້ເດັກນ້ອຍແມ່ຍິງທຸກຄົນມີຊີວິດຢູ່”.
Currently Selected:
ອົບພະຍົບ 1: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.