ມື້ໜຶ່ງ ຫລັງຈາກໂມເຊໄດ້ໃຫຍ່ຂຶ້ນແລ້ວ, ລາວກໍໄດ້ອອກໄປໃນບ່ອນທີ່ຄົນຂອງຕົນເອງຢູ່ ແລະ ໄດ້ເບິ່ງພວກເຂົາທີ່ເຮັດວຽກໜັກຢູ່. ລາວໄດ້ເຫັນຊາວເອຢິບຄົນໜຶ່ງກຳລັງທຸບຕີຊາວເຮັບເຣີທີ່ເປັນຄົນໜຶ່ງໃນປະຊາຊົນຂອງຕົນເອງ. ໂມເຊຫລຽວເບິ່ງທາງນັ້ນ ແລະ ທາງນີ້ ແລ້ວເຫັນວ່າບໍ່ມີຜູ້ໃດ, ລາວຈຶ່ງໄດ້ຂ້າຊາວເອຢິບຄົນນັ້ນ ແລະ ເຊື່ອງສົບລາວໄວ້ຢູ່ໃນດິນຊາຍ.