YouVersion Logo
Search Icon

ອົບພະຍົບ 3

3
ໂມເຊ​ກັບ​ພຸ່ມໄມ້​ທີ່​ກຳລັງ​ລຸກໄໝ້
1ຂະນະ​ທີ່​ໂມເຊ​ກຳລັງ​ລ້ຽງ​ຝູງສັດ​ຂອງ​ເຢທະໂຣ​ຜູ້​ເປັນ​ພໍ່ເຖົ້າ​ຂອງ​ຕົນ ເຊິ່ງ​ເປັນ​ປະໂລຫິດ​ແຫ່ງ​ມີດີອານ ແລະ ລາວ​ໄດ້​ຕ້ອນ​ຝູງສັດ​ໄປ​ຍັງ​ອີກ​ດ້ານ​ໜຶ່ງ​ຂອງ​ຖິ່ນແຫ້ງແລ້ງກັນດານ​ແລ້ວ​ກໍ​ໄດ້​ມາ​ເຖິງ​ໂຮເຣັບ ພູເຂົາ​ຂອງ​ພຣະເຈົ້າ. 2ທີ່​ນັ້ນ​ມີ​ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ເພິ່ນ​ເປັນ​ແປວໄຟ​ໃນ​ພຸ່ມໄມ້. ໂມເຊ​ເຫັນ​ວ່າ ເຖິງ​ພຸ່ມໄມ້​ນັ້ນ​ມີ​ໄຟ​ລຸກໄໝ້​ຢູ່​ແຕ່​ພຸ່ມໄມ້​ກໍ​ບໍ່​ໄໝ້. 3ດັ່ງນັ້ນ ໂມເຊ​ຈຶ່ງ​ຄິດ​ວ່າ “ເຮົາ​ຈະ​ເຂົ້າໄປ ແລະ ເບິ່ງ​ສິ່ງ​ປະຫລາດ​ນີ້​ວ່າ​ເປັນຫຍັງ​ພຸ່ມໄມ້​ນັ້ນ​ຈຶ່ງ​ບໍ່​ໄໝ້”.
4ເມື່ອ​ພຣະເຈົ້າຢາເວ​ເຫັນ​ວ່າ​ໂມເຊ​ຍ່າງ​ເຂົ້າ​ມາ​ໃກ້​ເພື່ອ​ເບິ່ງ, ພຣະເຈົ້າ​ຈຶ່ງ​ໄດ້​ເອີ້ນ​ໃສ່​ເພິ່ນ​ຈາກ​ພຸ່ມໄມ້​ນັ້ນ​ວ່າ, “ໂມເຊ! ໂມເຊ!”
ແລະ ໂມເຊ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ທີ່​ນີ້”.
5ພຣະເຈົ້າ​ກ່າວ​ວ່າ, “ຢ່າ​ເຂົ້າ​ມາ​ໃກ້​ກວ່າ​ນີ້, ຈົ່ງ​ຖອດ​ເກີບ​ຂອງ​ເຈົ້າ​ອອກ, ເພາະ​ບ່ອນ​ທີ່​ເຈົ້າ​ກຳລັງ​ຢືນ​ຢູ່​ນັ້ນ​ເປັນ​ບ່ອນ​ສັກສິດ”. 6ຫລັງຈາກ​ນັ້ນ ພຣະອົງ​ກໍ​ໄດ້​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ຂອງ​ບັນພະບຸລຸດ#3:6 ເບິ່ງ ກຈກ 7:32​ຂອງ​ເຈົ້າ, ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ ພຣະເຈົ້າ​ຂອງ​ຢາໂຄບ”. ດັ່ງນັ້ນ ໂມເຊ​ຈຶ່ງ​ເຊື່ອງ​ໜ້າ​ຂອງ​ຕົນ​ໄວ້​ເພາະ​ເພິ່ນ​ຢ້ານ​ທີ່​ຈະ​ຫລຽວເບິ່ງ​ພຣະເຈົ້າ.
7ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ເຮົາ​ໄດ້​ເຫັນ​ຄວາມ​ທຸກຍາກ​ຂອງ​ປະຊາຊົນ​ຂອງ​ເຮົາ​ຢູ່​ໃນ​ປະເທດ​ເອຢິບ​ແລ້ວ. ເຮົາ​ໄດ້​ຍິນ​ພວກເຂົາ​ຮ້ອງຫາ​ເພາະ​ບັນດາ​ນາຍຄຸມ​ຂ້າທາດ​ຂອງ​ພວກເຂົາ ແລະ ເຮົາ​ຫ່ວງໃຍ​ໃນ​ຄວາມທຸກທໍລະມານ​ຂອງ​ພວກເຂົາ. 8ດັ່ງນັ້ນ ເຮົາ​ຈຶ່ງ​ໄດ້​ລົງ​ມາ​ເພື່ອ​ຊ່ວຍກູ້​ເອົາ​ພວກເຂົາ​ອອກ​ຈາກ​ເງື່ອມມື​ຂອງ​ຊາວ​ເອຢິບ ແລະ ເພື່ອ​ນຳເອົາ​ພວກເຂົາ​ອອກ​ຈາກ​ດິນແດນ​ນັ້ນ​ໄປ​ຍັງ​ດິນແດນ​ທີ່​ດີ ແລະ ກວ້າງ​ໃຫຍ່, ດິນແດນ​ທີ່​ອຸດົມ​ໄປ​ດ້ວຍ​ນ້ຳນົມ ແລະ ນ້ຳເຜິ້ງ ເຊິ່ງ​ເປັນ​ບ່ອນ​ອາໄສ​ຂອງ​ຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດ. 9ແລະ ໃນ​ເວລາ​ນີ້ ສຽງ​ຮ້ອງໄຫ້​ຂອງ​ຊາວ​ອິດສະຣາເອນ​ໄດ້​ມາ​ເຖິງ​ເຮົາ​ແລ້ວ ແລະ ເຮົາ​ໄດ້​ເຫັນ​ວິທີ​ທີ່​ຊາວ​ເອຢິບ​ກຳລັງ​ກົດຂີ່​ພວກເຂົາ. 10ດັ່ງນັ້ນ ບັດນີ້ ຈົ່ງ​ໄປ. ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ຫາ​ຟາໂຣ​ເພື່ອ​ນຳ​ເອົາ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ​ອອກ​ຈາກ​ເອຢິບ”.
11ແຕ່​ໂມເຊ​ໄດ້​ຕອບ​ພຣະເຈົ້າ​ວ່າ, “ຂ້ານ້ອຍ​ເປັນ​ຜູ້ໃດ​ທີ່​ຈະ​ໄປ​ຫາ​ຟາໂຣ ແລະ ນຳ​ເອົາ​ຊາວ​ອິດສະຣາເອນ​ອອກ​ຈາກ​ເອຢິບ?”
12ແລະ ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ເຈົ້າ. ແລະ ນີ້​ຈະ​ເປັນ​ໝາຍສຳຄັນ​ແກ່​ເຈົ້າ​ວ່າ​ແມ່ນ​ເຮົາ​ເປັນ​ຜູ້​ທີ່​ໄດ້​ສົ່ງ​ເຈົ້າ​ໄປ​ຄື: ເມື່ອ​ເຈົ້າ​ໄດ້​ນຳ​ເອົາ​ປະຊາຊົນ​ອອກ​ຈາກ​ເອຢິບ​ແລ້ວ, ເຈົ້າ#3:12 ໃນ​ພາສາ​ເຮັບເຣີ​ເປັນ​ຈຳນວນຫລາຍ​ຈະ​ນະມັດສະການ​ພຣະເຈົ້າ​ຢູ່​ເທິງ​ພູເຂົາ​ນີ້”.
13ໂມເຊ​ໄດ້​ຕອບ​ພຣະເຈົ້າ​ວ່າ, “ສົມມຸດ​ວ່າ​ຂ້ານ້ອຍ​ໄປ​ຫາ​ຊາວ​ອິດສະຣາເອນ​ແລ້ວ​ເວົ້າ​ຕໍ່​ພວກເຂົາ​ວ່າ, ‘ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ສົ່ງ​ຂ້າພະເຈົ້າ​ມາ​ຫາ​ພວກເຈົ້າ’ ແລະ ພວກເຂົາ​ຖາມ​ຂ້ານ້ອຍ​ວ່າ, ‘ພຣະອົງ​ມີ​ຊື່​ວ່າ​ແນວໃດ?’ ແລ້ວ​ຂ້ານ້ອຍ​ຈະ​ຕອບ​ພວກເຂົາ​ວ່າ​ຢ່າງໃດ?”
14ພຣະເຈົ້າ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ເຮົາ​ເປັນ​ຜູ້​ທີ່​ເຮົາ​ເປັນ.#3:14 ຫລື ເຮົາ​ຈະ​ເປັນ​ຜູ້​ທີ່​ເຮົາ​ຈະ​ເປັນ ນີ້​ແມ່ນ​ສິ່ງ​ທີ່​ເຈົ້າ​ຈະ​ຕ້ອງ​ເວົ້າ​ກັບ​ຊາວ​ອິດສະຣາເອນ​ວ່າ: ‘ເຮົາ​ຜູ້​ເປັນ ໄດ້​ສົ່ງ​ຂ້າພະເຈົ້າ​ມາ​ຫາ​ພວກເຈົ້າ’ ”.
15ພຣະເຈົ້າ​ໄດ້​ກ່າວ​ແກ່​ໂມເຊ​ອີກ​ວ່າ, “ຈົ່ງ​ບອກ​ຊາວ​ອິດສະຣາເອນ​ວ່າ, ‘ພຣະເຈົ້າຢາເວ,#3:15 ຄຳ​ວ່າ ພຣະເຈົ້າຢາເວ​ມີ​ສຽງ​ຄ້າຍ ແລະ ອາດ​ມາ​ຈາກ​ຄຳສັບ​ໃນ​ພາສາ​ເຮັບເຣີ​ທີ່​ມີ​ຄວາມໝາຍ​ວ່າ ເຮົາ​ເປັນ ໃນ​ຂໍ້ 14 ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຈົ້າ ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ ພຣະເຈົ້າ​ຂອງ​ຢາໂຄບ​ໄດ້​ໃຊ້​ຂ້າພະເຈົ້າ​ມາ​ຫາ​ພວກເຈົ້າ’.
“ນີ້​ແມ່ນ​ຊື່​ຂອງ​ເຮົາ​ຕະຫລອດໄປ,
ເປັນ​ຊື່​ທີ່​ພວກເຈົ້າ​ຈະ​ເອີ້ນ​ເຮົາ
ຈາກ​ລຸ້ນ​ສູ່​ລຸ້ນ.
16“ຈົ່ງ​ໄປ, ເອີ້ນ​ບັນດາ​ຜູ້ອາວຸໂສ​ຂອງ​ອິດສະຣາເອນ​ມາ​ປະຊຸມ ແລະ ບອກ​ພວກເຂົາ​ວ່າ ‘ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຈົ້າ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ​ໄດ້​ມາ​ປາກົດ​ແກ່​ຂ້າພະເຈົ້າ ແລະ ກ່າວ​ວ່າ: ເຮົາ​ໄດ້​ເຝົ້າ​ເບິ່ງ​ພວກເຈົ້າ ແລະ ໄດ້​ເຫັນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ພວກເຈົ້າ​ໃນ​ເອຢິບ​ແລ້ວ. 17ແລະ ເຮົາ​ໄດ້​ສັນຍາ​ວ່າ​ຈະ​ນຳ​ເອົາ​ພວກເຈົ້າ​ອອກ​ມາ​ຈາກ​ຄວາມ​ທຸກຍາກ​ໃນ​ເອຢິບ​ໄປ​ຍັງ​ດິນແດນ​ຂອງ​ຊາວ​ການາອານ, ຊາວຮິດຕີ, ຊາວອາໂມ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດ ດິນແດນ​ທີ່​ອຸດົມ​ໄປ​ດ້ວຍ​ນ້ຳນົມ ແລະ ນ້ຳເຜິ້ງ’.
18“ບັນດາ​ຜູ້ອາວຸໂສ​ຂອງ​ອິດສະຣາເອນ​ຈະ​ຟັງ​ເຈົ້າ. ແລ້ວ​ເຈົ້າ​ກັບ​ບັນດາ​ຜູ້ອາວຸໂສ​ເຫລົ່ານັ້ນ​ຈະ​ຕ້ອງ​ໄປ​ພົບ​ກະສັດ​ແຫ່ງ​ເອຢິບ ແລະ ເວົ້າ​ຕໍ່​ລາວ​ວ່າ, ‘ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ໄດ້​ມາ​ພົບ​ພວກຂ້ານ້ອຍ. ຂໍ​ອະນຸຍາດ​ໃຫ້​ພວກ​ຂ້ານ້ອຍ​ໄດ້​ເດີນທາງ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ​ເປັນ​ເວລາ​ສາມ​ວັນ​ເພື່ອ​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າຢາເວ​ຂອງ​ພວກ​ຂ້ານ້ອຍ’. 19ແຕ່​ເຮົາ​ຮູ້​ວ່າ​ກະສັດ​ແຫ່ງ​ເອຢິບ​ຈະ​ບໍ່​ຍອມ​ປ່ອຍ​ໃຫ້​ພວກເຈົ້າ​ໄປ​ຈົນ​ກວ່າ​ມື​ທີ່​ມີ​ລິດອຳນາດ​ຍິ່ງໃຫຍ່​ຈະ​ບັງຄັບ​ລາວ. 20ດັ່ງນັ້ນ ເຮົາ​ຈະ​ຢຽດ​ມື​ຂອງ​ເຮົາ​ອອກ ແລະ ຕີ​ຊາວ​ເອຢິບ​ດ້ວຍ​ການ​ອັດສະຈັນ​ຕ່າງໆ​ທີ່​ເຮົາ​ຈະ​ເຮັດ​ໃນ​ທ່າມກາງ​ພວກເຂົາ. ຫລັງຈາກນັ້ນ ລາວ​ຈະ​ຍອມ​ປ່ອຍ​ໃຫ້​ພວກເຈົ້າ​ໄປ.
21“ແລະ ເຮົາ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ນິຍົມຊົມຊອບ​ຕໍ່​ປະຊາຊົນ​ເຫລົ່ານີ້, ເພື່ອວ່າ​ເມື່ອ​ພວກເຈົ້າ​ອອກ​ໄປ​ນັ້ນ ພວກເຈົ້າ​ຈະ​ບໍ່​ໄດ້​ອອກ​ໄປ​ມື​ເປົ່າ. 22ໃຫ້​ແມ່ຍິງ​ທຸກຄົນ​ຂໍ​ເຄື່ອງ​ເງິນ​ເຄື່ອງ​ຄຳ ແລະ ຂໍ​ເສື້ອຜ້າ​ຈາກ​ເພື່ອນບ້ານ ແລະ ຈາກ​ແມ່ຍິງ​ທີ່​ອາໄສ​ຢູ່​ໃນ​ເຮືອນ​ຂອງ​ຕົນ ເພື່ອ​ເອົາ​ມາ​ສວມ​ໃສ່​ລູກຊາຍ ແລະ ລູກຍິງ​ຂອງ​ພວກເຈົ້າ. ແລະ ພວກເຈົ້າ​ກໍ​ຈະ​ປຸ້ນ​ເອົາ​ສິ່ງຂອງ​ຂອງ​ຊາວ​ເອຢິບ​ດ້ວຍ​ວິທີ​ນີ້”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in