YouVersion Logo
Search Icon

ອົບພະຍົບ 13

13
ການ​ອຸທິດ​ລູກກົກ
1ພຣະເຈົ້າຢາເວ​ກ່າວ​ແກ່​ໂມເຊ​ວ່າ, 2“ຈົ່ງ​ອຸທິດ​ລູກຊາຍ​ກົກ​ທຸກຄົນ​ໃຫ້​ແກ່​ເຮົາ. ລູກຫລານ​ຄົນ​ທຳອິດ​ທີ່​ເກີດ​ຈາກ​ທຸກ​ທ້ອງ​ທ່າມກາງ​ຊາວ​ອິດສະຣາເອນ​ເປັນ​ຂອງ​ເຮົາ, ບໍ່​ວ່າ​ຄົນ ຫລື ສັດ”.
3ແລ້ວ​ໂມເຊ​ຈຶ່ງ​ເວົ້າ​ກັບ​ປະຊາຊົນ​ວ່າ, “ຈົ່ງ​ລະນຶກ​ເຖິງ​ວັນ​ນີ້, ຄື​ວັນ​ທີ່​ພວກເຈົ້າ​ໄດ້​ອອກມາ​ຈາກ​ເອຢິບ, ອອກຈາກ​ດິນແດນ​ແຫ່ງ​ການ​ເປັນ​ທາດ, ເພາະ​ພຣະເຈົ້າຢາເວ​ໄດ້​ນຳເອົາ​ພວກເຈົ້າ​ທັງຫລາຍ​ອອກ​ມາ​ຈາກ​ປະເທດ​ນັ້ນ​ດ້ວຍ​ມື​ທີ່​ມີ​ລິດອຳນາດ​ຍິ່ງໃຫຍ່. ຢ່າ​ກິນ​ສິ່ງ​ໃດ​ທີ່​ມີ​ເຊື້ອແປ້ງ. 4ພວກເຈົ້າ​ອອກ​ມາ​ໃນ​ວັນ​ນີ້ ໃນ​ເດືອນ​ອາບິບ. 5ເມື່ອ​ພຣະເຈົ້າຢາເວ​ນຳ​ພວກເຈົ້າ​ເຂົ້າ​ສູ່​ດິນແດນ​ຂອງ​ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ຮີວີ ແລະ ຊາວ​ເຢບຸດ ຄື​ດິນແດນ​ທີ່​ພຣະອົງ​ໄດ້​ສາບານ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ​ວ່າ​ຈະ​ມອບ​ໃຫ້​ແກ່​ພວກເຈົ້າ, ເຊິ່ງ​ເປັນ​ດິນແດນ​ທີ່​ອຸດົມ​ດ້ວຍ​ໄປ​ນ້ຳນົມ ແລະ ນ້ຳເຜິ້ງ​ນັ້ນ ພວກເຈົ້າ​ຈົ່ງ​ປະຕິບັດຕາມ​ພິທີ​ດັ່ງກ່າວ​ນີ້​ໃນ​ເດືອນ​ນີ້: 6ໃນ​ເຈັດ​ວັນ​ນັ້ນ ພວກເຈົ້າ​ຈົ່ງ​ກິນ​ເຂົ້າຈີ່​ທີ່​ເຮັດ​ໂດຍ​ບໍ່​ໃສ່​ເຊື້ອແປ້ງ ແລ້ວ​ໃນ​ວັນ​ທີ​ເຈັດ​ໃຫ້​ຈັດ​ເທດສະການ​ຖວາຍ​ແກ່​ພຣະເຈົ້າຢາເວ. 7ໃນ​ຕະຫລອດ​ເຈັດ​ວັນ​ເຫລົ່ານັ້ນ ຈົ່ງ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ; ຢ່າ​ໃຫ້​ພົບ​ເຊື້ອແປ້ງ​ຢູ່​ໃນ​ສິ່ງ​ໃດ​ທີ່​ຢູ່​ໃນ​ທ່າມກາງ​ພວກເຈົ້າ ຫລື ຢ່າ​ໃຫ້​ພົບ​ເຊື້ອແປ້ງ​ໃດ​ຢູ່​ໃນ​ເຂດແດນ​ຂອງ​ພວກເຈົ້າ. 8ໃນ​ວັນ​ນັ້ນ​ຈົ່ງ​ບອກ​ລູກຊາຍ​ຂອງ​ພວກເຈົ້າ​ວ່າ, ‘ທີ່​ເຮົາ​ເຮັດ​ເຊັ່ນ​ນີ້​ກໍ​ເພາະ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ເຮົາ​ເມື່ອ​ເຮົາ​ອອກ​ມາ​ຈາກ​ເອຢິບ​ນັ້ນ’. 9ການ​ປະຕິບັດຕາມ​ນີ້​ຈະ​ເປັນ​ເໝືອນ​ເຄື່ອງໝາຍ​ທີ່​ຢູ່​ໃນ​ມື​ຂອງ​ພວກເຈົ້າ ແລະ ຈະ​ເປັນ​ການ​ເຕືອນ​ທີ່​ຢູ່​ເທິງ​ໜ້າຜາກ​ຂອງ​ພວກເຈົ້າ​ວ່າ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ຈະ​ຢູ່​ທີ່​ຮີມສົບ​ຂອງ​ພວກເຈົ້າ. ເພາະ​ພຣະເຈົ້າຢາເວ​ໄດ້​ນຳ​ພວກເຈົ້າ​ອອກ​ຈາກ​ເອຢິບ​ດ້ວຍ​ມື​ທີ່​ມີ​ລິດອຳນາດ​ຍິ່ງໃຫຍ່​ຂອງ​ພຣະອົງ. 10ພວກເຈົ້າ​ຕ້ອງ​ຖືຮັກສາ​ຂໍ້ປະຕິບັດ​ນີ້​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ຂອງ​ທຸກ​ປີ.
11“ຫລັງຈາກ​ທີ່​ພຣະເຈົ້າຢາເວ​ໄດ້​ນຳ​ພວກເຈົ້າ​ເຂົ້າ​ສູ່​ດິນແດນ​ຂອງ​ຊາວ​ການາອານ ແລະ ມອບ​ດິນແດນ​ນັ້ນ​ໃຫ້​ແກ່​ພວກເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໂດຍ​ປະຕິຍານ​ໄວ້​ກັບ​ພວກເຈົ້າ ແລະ ບັນພະບຸລຸດ​ຂອງ​ພວກເຈົ້າ​ແລ້ວ, 12ພວກເຈົ້າ​ຈົ່ງ​ມອບ​ເຊື້ອສາຍ​ຜູ້ທຳອິດ​ຂອງ​ທຸກ​ທ້ອງ​ໃຫ້​ແກ່​ພຣະເຈົ້າຢາເວ. ລູກສັດ​ຫົວປີ​ໂຕຜູ້​ທຸກ​ໂຕ​ໃນ​ຝູງສັດ​ຂອງ​ພວກເຈົ້າ​ກໍ​ເປັນ​ຂອງ​ພຣະເຈົ້າຢາເວ. 13ຈົ່ງ​ໃຊ້​ລູກແກະ​ໜຶ່ງ​ໂຕ​ໄຖ່​ລູກ​ລໍ​ຫົວປີ​ແຕ່ລະໂຕ, ແຕ່​ຖ້າ​ພວກເຈົ້າ​ບໍ່​ໄຖ່​ລູກລໍ​ນັ້ນ, ຈົ່ງ​ຫັກ​ຄໍ​ລູກລໍ​ນັ້ນ. ໃນ​ບັນດາ​ລູກຊາຍ​ຂອງ​ພວກເຈົ້າ ຈົ່ງ​ໄຖ່​ລູກກົກ​ທຸກ​ຄົນ.
14“ໃນ​ອະນາຄົດ ເມື່ອ​ລູກຊາຍ​ຂອງ​ພວກເຈົ້າ​ຖາມ​ພວກເຈົ້າ​ວ່າ, ‘ການ​ເຮັດ​ແບບ​ນີ້​ໝາຍ​ຄວາມ​ວ່າ​ຢ່າງໃດ?’ ຈົ່ງ​ບອກ​ລາວ​ວ່າ, ‘ພຣະເຈົ້າຢາເວ​ໄດ້​ນຳ​ພວກເຮົາ​ອອກ​ມາ​ຈາກ​ເອຢິບ, ອອກ​ມາ​ຈາກ​ດິນແດນ​ແຫ່ງ​ການ​ເປັນ​ຂ້າທາດ​ດ້ວຍ​ມື​ທີ່​ມີ​ລິດອຳນາດ​ຍິ່ງໃຫຍ່. 15ເມື່ອ​ຟາໂຣ​ດື້ດ້ານ​ປະຕິເສດ​ທີ່​ຈະ​ປ່ອຍ​ພວກເຮົາ​ໄປ, ພຣະເຈົ້າ​ຢາເວ​ໄດ້​ຂ້າ​ລູກກົກ​ທັງ​ຂອງ​ປະຊາຊົນ ແລະ ຂອງ​ບັນດາ​ສັດ​ໃນ​ເອຢິບ. ດ້ວຍເຫດນີ້​ເຮົາ​ຈຶ່ງ​ເອົາ​ເຊື້ອສາຍ​ຜູ້ທຳອິດ​ທີ່​ເປັນ​ເພດ​ຊາຍ​ຈາກ​ທຸກ​ມົດລູກ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ ໄຖ່​ບັນດາ​ລູກຊາຍ​ກົກ​ຂອງ​ເຮົາ​ທຸກຄົນ’. 16ແລະ ພິທີ​ນີ້​ຈະ​ເປັນ​ເໝືອນ​ເຄື່ອງໝາຍ​ຢູ່​ເທິງ​ມື​ຂອງ​ພວກເຈົ້າ ແລະ ເປັນ​ເໝືອນ​ສັນຍາລັກ​ທີ່​ຢູ່​ເທິງ​ໜ້າຜາກ​ຂອງ​ພວກເຈົ້າ​ວ່າ​ພຣະເຈົ້າຢາເວ​ໄດ້​ນຳ​ພວກເຮົາ​ອອກມາ​ຈາກ​ເອຢິບ​ດ້ວຍ​ມື​ມີ​ລິດອຳນາດ​ຍິ່ງໃຫຍ່​ຂອງ​ພຣະອົງ”.
ການ​ຂ້າມ​ທະເລ
17ເມື່ອ​ຟາໂຣ​ໄດ້​ປ່ອຍ​ປະຊາຊົນ​ໄປ, ພຣະເຈົ້າ​ບໍ່​ໄດ້​ນຳພາ​ພວກເຂົາ​ໄປ​ເທິງ​ເສັ້ນທາງ​ຜ່ານ​ດິນແດນ​ຂອງ​ຊາວ​ຟີລິດສະຕິນ, ເຖິງ​ແມ່ນ​ວ່າ​ເສັ້ນທາງ​ນັ້ນ​ໃກ້​ກວ່າ​ກໍ​ຕາມ. ເພາະ​ພຣະເຈົ້າ​ກ່າວ​ວ່າ, “ຖ້າ​ພວກເຂົາ​ປະເຊີນ​ກັບ​ສົງຄາມ, ພວກເຂົາ​ອາດ​ຈະ​ປ່ຽນ​ໃຈ​ຂອງ​ພວກເຂົາ​ແລ້ວ​ກັບ​ຄືນ​ໄປ​ທີ່​ເອຢິບ”. 18ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ນຳພາ​ປະຊາຊົນ​ອ້ອມ​ໄປ​ຕາມ​ເສັ້ນທາງ​ກັນດານ​ໄປ​ສູ່​ທະເລແດງ.#13:18 ຄື ທະເລ​ໄມ້ອໍ້ ຊາວ​ອິດສະຣາເອນ​ອອກ​ຈາກ​ເອຢິບ​ຕຽມ​ພ້ອມ​ສຳລັບ​ສູ້ຮົບ.
19ໂມເຊ​ໄດ້​ເອົາ​ກະດູກ​ຂອງ​ໂຢເຊັບ​ໄປ​ກັບ​ເພິ່ນ​ດ້ວຍ ເພາະ​ໂຢເຊັບ​ໄດ້​ໃຫ້​ຊາວ​ອິດສະຣາເອນ​ສາບານ​ໄວ້. ໂຢເຊບ​ໄດ້​ກ່າວ​ໄວ້​ວ່າ, “ພຣະເຈົ້າ​ຈະ​ມາ​ຊ່ວຍເຫລືອ​ພວກເຈົ້າ​ຢ່າງ​ແນ່ນອນ ແລະ ເມື່ອ​ນັ້ນ​ພວກເຈົ້າ​ຕ້ອງ​ຖື​ເອົາ​ກະດູກ​ຂອງ​ເຮົາ​ອອກ​ຈາກ​ບ່ອນ​ນີ້​ໄປ​ກັບ​ພວກເຈົ້າ​ດ້ວຍ”.#13:19 ປຖກ 50:25
20ຫລັງຈາກ​ອອກ​ຈາກ​ເມືອງ​ຊຸກໂກດ​ແລ້ວ ພວກເຂົາ​ກໍ​ມາ​ຕັ້ງຄ້າຍ​ພັກ​ທີ່​ເອທາມ​ແຄມ​ທະເລຊາຍ. 21ໃນ​ກາງເວັນ​ພຣະເຈົ້າຢາເວ​ນຳໜ້າ​ພວກເຂົາ​ໄປ​ໃນ​ເສົາເມກ​ເພື່ອ​ນຳພາ​ພວກເຂົາ​ໄປ​ຕາມ​ທາງ​ຂອງ​ພວກເຂົາ ແລະ ເວລາ​ກາງຄືນ​ພຣະອົງ​ນຳພາ​ພວກເຂົາ​ໄປ​ໃນ​ເສົາໄຟ​ເພື່ອ​ໃຫ້​ແສງສະຫວ່າງ​ແກ່​ພວກເຂົາ, ເພື່ອ​ວ່າ​ພວກເຂົາ​ຈະ​ສາມາດ​ເດີນທາງ​ໄດ້​ທັງ​ກາງເວັນ ແລະ ກາງຄືນ. 22ທັງ​ເສົາເມກ​ໃນ​ເວລາ​ກາງເວັນ ຫລື ເສົາໄຟ​ໃນ​ເວລາ​ກາງຄືນ​ບໍ່​ເຄີຍ​ຂາດ​ຈາກ​ເບື້ອງໜ້າ​ຂອງ​ປະຊາຊົນ​ເລີຍ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in