YouVersion Logo
Search Icon

ອົບພະຍົບ 14

14
1ແລ້ວ​ພຣະເຈົ້າຢາເວ​ເວົ້າ​ກັບ​ໂມເຊ​ວ່າ, 2“ຈົ່ງ​ບອກ​ຊາວ​ອິດສະຣາເອນ​ໃຫ້​ກັບຄືນ​ໄປ​ແລ້ວ​ຕັ້ງຄ້າຍພັກ​ໃກ້​ກັບ​ປີຮາຮີໂຣດ ເຊິ່ງ​ຢູ່​ລະຫວ່າງ​ມິກໂດນ ແລະ ທະເລ. ໃຫ້​ພວກເຂົາ​ຕັ້ງຄ້າຍພັກ​ຢູ່​ແຄມທະເລ ກົງກັນຂ້າມ​ກັບ​ບາອານເຊໂຟນ. 3ຟາໂຣ​ຈະ​ຄິດ​ວ່າ, ‘ຊາວ​ອິດສະຣາເອນ​ນັ້ນ​ວົນວຽນ​ໄປ​ມາ​ໃນ​ດິນແດນ​ດ້ວຍ​ຄວາມສັບສົນ, ໂດຍ​ມີ​ທະເລຊາຍ​ອ້ອມຮອບ​ຢູ່’. 4ແລະ ເຮົາ​ຈະ​ເຮັດ​ໃຫ້​ຟາໂຣ​ມີ​ໃຈ​ແຂງກະດ້າງ, ແລ້ວ​ລາວ​ຈະ​ໄລ່​ຕາມ​ພວກເຂົາ​ໄປ. ແຕ່​ເຮົາ​ຈະ​ໄດ້​ຮັບ​ກຽດ​ເອງ​ຜ່ານ​ທາງ​ຟາໂຣ ແລະ ກອງທັບ​ທັງໝົດ​ຂອງ​ລາວ, ແລ້ວ​ຊາວ​ເອຢິບ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ”. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ.
5ເມື່ອ​ກະສັດ​ແຫ່ງ​ເອຢິບ​ຮູ້​ວ່າ​ປະຊາຊົນ​ໄດ້​ໜີ​ໄປ​ແລ້ວ, ຟາໂຣ ແລະ ບັນດາ​ຂ້າລາຊະການ​ຂອງ​ເພິ່ນ​ກໍ​ປ່ຽນ​ໃຈ​ເລື່ອງ​ພວກເຂົາ ແລະ ໄດ້​ເວົ້າ​ວ່າ, “ພວກເຮົາ​ໄດ້​ເຮັດ​ຫຍັງ​ລົງ​ໄປ​ແລ້ວ? ພວກເຮົາ​ໄດ້​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ໄປ ແລະ ພວກເຮົາ​ກໍ​ສູນເສຍ​ແຮງງານ​ຂອງ​ພວກເຂົາ!” 6ດັ່ງນັ້ນ ຟາໂຣ​ຈຶ່ງ​ຈັດ​ລົດມ້າ​ຕຽມ​ພ້ອມ ແລະ ເອົາ​ກອງທັບ​ຂອງ​ຕົນ​ໄປ​ນໍາ. 7ເພິ່ນ​ໄດ້​ເອົາ​ລົດມ້າ​ທີ່​ດີ​ທີ່ສຸດ​ຫົກຮ້ອຍ​ຄັນ ໄປ​ພ້ອມ​ກັບ​ລົດມ້າ​ຄັນ​ອື່ນໆ​ຂອງ​ເອຢິບ ພ້ອມ​ທັງ​ນາຍ​ທະຫານ​ທີ່​ຄວບຄຸມ​ພວກເຂົາ​ທັງໝົດ. 8ພຣະເຈົ້າ​ຢາເວ​ເຮັດ​ໃຫ້​ຟາໂຣ​ກະສັດ​ແຫ່ງ​ເອຢິບ​ຍັງ​ມີ​ໃຈ​ແຂງກະດ້າງ​ຢູ່. ດັ່ງນັ້ນ ຟາໂຣ​ຈຶ່ງ​ໄດ້​ໄລ່​ຕາມ​ຊາວ​ອິດສະຣາເອນ ເຊິ່ງ​ຍົກ​ຂະບວນ​ອອກ​ມາ​ຢ່າງ​ກ້າຫານ. 9ກອງທັບ​ເອຢິບ​ມີ​ຄື: ກອງ​ມ້າ, ລົດມ້າ, ທະຫານມ້າ#14:9 ຫລື ຄົນຂັບລົດມ້າ ເຊັ່ນ​ດຽວ​ກັບ​ຂໍ້ 17, 18, 23, 26 ແລະ 28 ແລະ ທະຫານ​ຂອງ​ຟາໂຣ​ທັງໝົດ ໄດ້​ອອກ​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ ແລະ ຕາມ​ມາ​ທັນ​ພວກເຂົາ​ຂະນະ​ທີ່​ພວກເຂົາ​ຕັ້ງ​ຄ້າຍພັກ​ຢູ່​ແຄມ​ທະເລ​ໃກ້​ກັບ​ປີຮາຮີໂຣດ ເຊິ່ງ​ກົງກັນຂ້າມ​ກັບ​ບາອານເຊໂຟນ.
10ເມື່ອ​ຟາໂຣ​ເຂົ້າ​ມາ​ໃກ້, ຊາວ​ອິດສະຣາເອນ​ຫລຽວ​ໄປ ແລ້ວ​ເຫັນ​ຊາວ​ເອຢິບ​ຕາມ​ພວກເຂົາ​ມາ​ເປັນ​ຂະບວນ. ພວກເຂົາ​ກໍ​ພາ​ກັນ​ຢ້ານ​ຫລາຍ ແລະ ຮ້ອງ​ຫາ​ພຣະເຈົ້າຢາເວ. 11ພວກເຂົາ​ກ່າວ​ຕໍ່​ໂມເຊ​ວ່າ, “ເປັນ​ເພາະ​ຢູ່​ເອຢິບ​ບໍ່​ມີ​ບ່ອນ​ຝັງສົບ​ທ່ານ​ຈຶ່ງ​ພາ​ພວກເຮົາ​ມາ​ເພື່ອ​ຕາຍ​ຢູ່​ໃນ​ຖິ່ນກັນດານ​ນີ້? ເປັນຫຍັງ​ທ່ານ​ຈຶ່ງ​ເຮັດ​ຕໍ່​ພວກເຮົາ​ໂດຍ​ການ​ນຳ​ເອົາ​ພວກເຮົາ​ອອກ​ມາ​ຈາກ​ເອຢິບ? 12ພວກເຮົາ​ບໍ່​ໄດ້​ບອກ​ທ່ານ​ຕັ້ງ​ແຕ່​ຢູ່​ໃນ​ເອຢິບ​ບໍ​ວ່າ, ‘ຢ່າ​ມາ​ຫຍຸ້ງກ່ຽວ​ກັບ​ພວກເຮົາ; ປ່ອຍ​ໃຫ້​ພວກເຮົາ​ຮັບໃຊ້​ຊາວ​ເອຢິບ’? ປ່ອຍ​ໃຫ້​ພວກເຮົາ​ຮັບໃຊ້​ຊາວ​ເອຢິບ​ກໍ​ຍັງ​ດີ​ກວ່າ​ມາ​ຕາຍ​ຢູ່​ໃນ​ຖິ່ນກັນດານ​ນີ້!”
13ໂມເຊ​ໄດ້​ຕອບ​ປະຊາຊົນ​ວ່າ, “ຢ່າ​ຢ້ານ​ເລີຍ. ຈົ່ງ​ຕັ້ງ​ໝັ້ນຄົງ​ຢູ່ ແລະ ພວກເຈົ້າ​ຈະ​ໄດ້​ເຫັນ​ການ​ປົດປ່ອຍ​ທີ່​ພຣະເຈົ້າຢາເວ​ຈະ​ນຳ​ມາ​ໃຫ້​ພວກເຈົ້າ​ໃນ​ວັນ​ນີ້. ຊາວ​ເອຢິບ​ທີ່​ພວກເຈົ້າ​ເຫັນ​ຢູ່​ໃນ​ວັນ​ນີ້ ພວກເຈົ້າ​ຈະ​ບໍ່​ໄດ້​ເຫັນ​ອີກ. 14ພຣະເຈົ້າຢາເວ​ຈະ​ສູ້ຮົບ​ແທນ​ພວກເຈົ້າ​ເອງ; ພວກເຈົ້າ​ພຽງ​ແຕ່​ມິດ​ຢູ່​ເທົ່ານັ້ນ”.
15ແລ້ວ​ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງ​ຫາ​ເຮົາ? ຈົ່ງ​ບອກ​ຊາວ​ອິດສະຣາເອນ​ໃຫ້​ມຸ່ງໜ້າ​ຕໍ່ໄປ. 16ຈົ່ງ​ຍົກ​ໄມ້ຄ້ອນເທົ້າ​ຂອງ​ເຈົ້າ​ຂຶ້ນ ແລະ ເດ່​ມື​ຂອງ​ເຈົ້າ​ອອກ​ໃສ່​ທະເລ​ເພື່ອ​ໃຫ້​ນ້ຳ​ແຍກ​ອອກ​ເພື່ອ​ວ່າ​ຊາວ​ອິດສະຣາເອນ​ສາມາດ​ຍ່າງ​ຜ່ານ​ທະເລ​ໄປ​ເທິງ​ພື້ນດິນ​ແຫ້ງ. 17ເຮົາ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ມີ​ໃຈ​ແຂງກະດ້າງ ເພື່ອ​ພວກເຂົາ​ຈະ​ໄລ່​ຕິດຕາມ​ພວກເຈົ້າ​ມາ. ແລະ ເຮົາ​ຈະ​ໄດ້​ຮັບ​ກຽດຕິຍົດ​ຜ່ານ​ຟາໂຣ ແລະ ກອງທັບ​ທັງໝົດ​ຂອງ​ລາວ, ຜ່ານ​ບັນດາ​ລົດມ້າ ແລະ ທະຫານມ້າ​ຂອງ​ລາວ. 18ຊາວ​ເອຢິບ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ເມື່ອ​ເຮົາ​ໄດ້​ຮັບ​ກຽດຕິຍົດ​ຜ່ານທາງ​ຟາໂຣ, ລົດມ້າ ແລະ ທະຫານມ້າ​ຂອງ​ລາວ”.
19ຫລັງຈາກ​ນັ້ນ ເທວະດາ​ຂອງ​ພຣະເຈົ້າ​ຜູ້​ທີ່​ໄດ້​ນຳ​ໜ້າ​ກອງທັບ​ຂອງ​ອິດສະຣາເອນ​ກໍ​ຖອຍ​ມາ​ຢູ່​ຂ້າງຫລັງ​ຂອງ​ພວກເຂົາ. ເສົາເມກ​ກໍ​ໄດ້​ເຄື່ອນ​ຈາກ​ຂ້າງໜ້າ​ມາ​ຕັ້ງ​ຢູ່​ຂ້າງຫລັງ​ຂອງ​ພວກເຂົາ, 20ຄື​ເຄື່ອນ​ມາ​ລະຫວ່າງ​ກອງທັບ​ຂອງ​ເອຢິບ ແລະ ອິດສະຣາເອນ. ຕະຫລອດ​ຄືນ​ນັ້ນ ເມກ​ໄດ້​ນຳ​ເອົາ​ຄວາມມືດ​ມາ​ໃສ່​ດ້ານ​ໜຶ່ງ ແລະ ແສງສະຫວ່າງ​ມາ​ໃສ່​ອີກ​ດ້ານ​ໜຶ່ງ; ດັ່ງນັ້ນ ທັງ​ສອງ​ຝ່າຍ​ຈຶ່ງ​ບໍ່​ໄດ້​ເຂົ້າ​ໃກ້​ກັນ​ຕະຫລອດ​ຄືນ.
21ໂມເຊ​ໄດ້​ເດ່​ມື​ຂອງ​ຕົນ​ອອກ​ໃສ່​ທະເລ ແລະ ຕະລອດ​ຄືນ​ນັ້ນ ພຣະເຈົ້າຢາເວ​ໄດ້​ບັງຄັບ​ໃຫ້​ທະເລ​ໄຫລ​ກັບ​ດ້ວຍ​ລົມ​ແຮງ​ທາງ​ຕາເວັນອອກ ແລະ ໄດ້​ປ່ຽນ​ທະເລ​ໃຫ້​ເປັນ​ດິນ​ແຫ້ງ. ນ້ຳ​ຖືກ​ແຍກ​ອອກ​ຈາກ​ກັນ, 22ແລ້ວ​ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ຍ່າງ​ຜ່ານ​ທະເລ​ໄປ​ເທິງ​ພື້ນດິນ​ແຫ້ງ, ໂດຍ​ມີ​ນໍ້າ​ເປັນ​ກຳແພງ​ຢູ່​ດ້ານ​ຂວາ ແລະ ດ້ານ​ຊ້າຍ​ຂອງ​ພວກເຂົາ.
23ຊາວ​ເອຢິບ​ໄດ້​ໄລ່​ຕິດຕາມ​ພວກເຂົາ​ມາ ແລະ ບັນດາ​ມ້າ, ລົດມ້າ ແລະ ທະຫານມ້າ​ທັງໝົດ​ຂອງ​ຟາໂຣ​ກໍ​ໄດ້​ໄລ່​ຕິດຕາມ​ພວກເຂົາ​ເຂົ້າ​ໄປ​ໃນ​ທະເລ. 24ໃນ​ເວລາ​ໃກ້​ຮຸ່ງ​ເຊົ້າ ພຣະເຈົ້າຢາເວ​ໄດ້​ຫລຽວ​ລົງ​ມາ​ເບິ່ງ​ກອງທັບ​ຊາວ​ເອຢິບ​ຈາກ​ເສົາໄຟ ແລະ ເສົາເມກ ແລ້ວ​ເຮັດ​ໃຫ້​ພວກເຂົາ​ສັບສົນ. 25ພຣະອົງ​ເຮັດ​ໃຫ້​ລໍ້​ລົດຮົບ​ຂອງ​ພວກເຂົາ​ຄາ​ດິນ#14:25 ຫລື ເຮັດ​ໃຫ້​ລໍ້​ລົດຮົບ​ຂອງ​ພວກເຂົາ​ຫລຸດ​ອອກມາ​ເພື່ອ​ໃຫ້​ພວກເຂົາ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຂັບຂີ່. ແລະ ຊາວ​ເອຢິບ​ຈຶ່ງ​ເວົ້າ​ວ່າ, “ພາກັນ​ໜີ​ໄປ​ຈາກ​ຊາວ​ອິດສະຣາເອນ​ເທາະ! ພຣະເຈົ້າຢາເວ​ກຳລັງ​ຕໍ່ສູ້​ເອຢິບ​ເພື່ອ​ພວກເຂົາ”.
26ແລ້ວ​ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ຈົ່ງ​ເດ່​ມື​ຂອງ​ເຈົ້າ​ອອກ​ໃສ່​ທະເລ​ເພື່ອ​ວ່າ​ນ້ຳ​ຈະ​ໄຫລ​ກັບ​ຄືນ​ຖ້ວມ​ຊາວ​ເອຢິບ ແລະ ລົດມ້າ​ພ້ອມ​ທັງ​ທະຫານມ້າ​ຂອງ​ພວກເຂົາ”. 27ໂມເຊ​ຈຶ່ງ​ໄດ້​ເດ່​ມື​ຂອງ​ຕົນ​ອອກ​ໃສ່​ທະເລ, ແລ້ວ​ໃນ​ຕອນເຊົ້າ​ນໍ້າທະເລ​ກໍ​ໄຫລ​ກັບ​ຄືນ​ສູ່​ບ່ອນ​ຂອງ​ມັນ. ຊາວ​ເອຢິບ​ກຳລັງ​ພະຍາຍາມ​ປົບໜີ​ຈາກ​ສິ່ງ​ນີ້​ໄປ, ແລ້ວ​ພຣະເຈົ້າຢາເວ​ໄດ້​ກວາດ​ພວກເຂົາ​ລົງ​ທະເລ. 28ນ້ຳ​ໄດ້​ໄຫລ​ກັບ​ຄືນ​ແລ້ວ​ຖ້ວມ​ລົດມ້າ ແລະ ທະຫານມ້າ ກອງທັບ​ທັງໝົດ​ຂອງ​ຟາໂຣ​ທີ່​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ​ເຂົ້າໄປ​ໃນ​ທະເລ. ບໍ່​ມີ​ຜູ້ໃດ​ລອດ​ຊີວິດ​ແມ່ນແຕ່​ຄົນ​ດຽວ.
29ແຕ່​ຊາວ​ອິດສະຣາເອນ​ຍ່າງ​ຜ່ານ​ທະເລ​ໄປ​ເທິງ​ພື້ນດິນ​ແຫ້ງ, ໂດຍ​ມີ​ນ້ຳ​ເປັນ​ກຳແພງ​ຢູ່​ດ້ານ​ຂວາ ແລະ ດ້ານ​ຊ້າຍ​ຂອງ​ພວກເຂົາ. 30ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ໄດ້​ຊ່ວຍ​ຊາວ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ເງື່ອມມື​ຂອງ​ຊາວ​ເອຢິບ ແລະ ຊາວ​ອິດສະຣາເອນ​ກໍ​ໄດ້​ເຫັນ​ສົບ​ຂອງ​ຊາວ​ເອຢິບ​ຕ​ນອນ​ຕາຍ​ຢູ່​ຕາມ​ແຄມຝັ່ງ. 31ເມື່ອ​ຊາວ​ອິດສະຣາເອນ​ໄດ້​ເຫັນ​ມື​ອັນ​ມີ​ລິດອຳນາດຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ​ໄດ້​ສະແດງ​ຕໍ່​ຊາວ​ເອຢິບ​ແລ້ວ, ປະຊາຊົນ​ກໍ​ພາກັນ​ຢ້ານກົວ​ພຣະເຈົ້າຢາເວ ແລະ ມອບ​ຄວາມໄວ້ວາງໃຈ​ຂອງ​ພວກເຂົາ​ໄວ້​ໃນ​ພຣະອົງ ແລະ ໃນ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in