ອົບພະຍົບ 13
13
ການອຸທິດລູກກົກ
1ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, 2“ຈົ່ງອຸທິດລູກຊາຍກົກທຸກຄົນໃຫ້ແກ່ເຮົາ. ລູກຫລານຄົນທຳອິດທີ່ເກີດຈາກທຸກທ້ອງທ່າມກາງຊາວອິດສະຣາເອນເປັນຂອງເຮົາ, ບໍ່ວ່າຄົນ ຫລື ສັດ”.
3ແລ້ວໂມເຊຈຶ່ງເວົ້າກັບປະຊາຊົນວ່າ, “ຈົ່ງລະນຶກເຖິງວັນນີ້, ຄືວັນທີ່ພວກເຈົ້າໄດ້ອອກມາຈາກເອຢິບ, ອອກຈາກດິນແດນແຫ່ງການເປັນທາດ, ເພາະພຣະເຈົ້າຢາເວໄດ້ນຳເອົາພວກເຈົ້າທັງຫລາຍອອກມາຈາກປະເທດນັ້ນດ້ວຍມືທີ່ມີລິດອຳນາດຍິ່ງໃຫຍ່. ຢ່າກິນສິ່ງໃດທີ່ມີເຊື້ອແປ້ງ. 4ພວກເຈົ້າອອກມາໃນວັນນີ້ ໃນເດືອນອາບິບ. 5ເມື່ອພຣະເຈົ້າຢາເວນຳພວກເຈົ້າເຂົ້າສູ່ດິນແດນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວຮີວີ ແລະ ຊາວເຢບຸດ ຄືດິນແດນທີ່ພຣະອົງໄດ້ສາບານໄວ້ກັບບັນພະບຸລຸດຂອງພວກເຈົ້າວ່າຈະມອບໃຫ້ແກ່ພວກເຈົ້າ, ເຊິ່ງເປັນດິນແດນທີ່ອຸດົມດ້ວຍໄປນ້ຳນົມ ແລະ ນ້ຳເຜິ້ງນັ້ນ ພວກເຈົ້າຈົ່ງປະຕິບັດຕາມພິທີດັ່ງກ່າວນີ້ໃນເດືອນນີ້: 6ໃນເຈັດວັນນັ້ນ ພວກເຈົ້າຈົ່ງກິນເຂົ້າຈີ່ທີ່ເຮັດໂດຍບໍ່ໃສ່ເຊື້ອແປ້ງ ແລ້ວໃນວັນທີເຈັດໃຫ້ຈັດເທດສະການຖວາຍແກ່ພຣະເຈົ້າຢາເວ. 7ໃນຕະຫລອດເຈັດວັນເຫລົ່ານັ້ນ ຈົ່ງກິນເຂົ້າຈີ່ບໍ່ມີເຊື້ອແປ້ງ; ຢ່າໃຫ້ພົບເຊື້ອແປ້ງຢູ່ໃນສິ່ງໃດທີ່ຢູ່ໃນທ່າມກາງພວກເຈົ້າ ຫລື ຢ່າໃຫ້ພົບເຊື້ອແປ້ງໃດຢູ່ໃນເຂດແດນຂອງພວກເຈົ້າ. 8ໃນວັນນັ້ນຈົ່ງບອກລູກຊາຍຂອງພວກເຈົ້າວ່າ, ‘ທີ່ເຮົາເຮັດເຊັ່ນນີ້ກໍເພາະສິ່ງທີ່ພຣະເຈົ້າຢາເວໄດ້ເຮັດເພື່ອເຮົາເມື່ອເຮົາອອກມາຈາກເອຢິບນັ້ນ’. 9ການປະຕິບັດຕາມນີ້ຈະເປັນເໝືອນເຄື່ອງໝາຍທີ່ຢູ່ໃນມືຂອງພວກເຈົ້າ ແລະ ຈະເປັນການເຕືອນທີ່ຢູ່ເທິງໜ້າຜາກຂອງພວກເຈົ້າວ່າກົດບັນຍັດຂອງພຣະເຈົ້າຢາເວຈະຢູ່ທີ່ຮີມສົບຂອງພວກເຈົ້າ. ເພາະພຣະເຈົ້າຢາເວໄດ້ນຳພວກເຈົ້າອອກຈາກເອຢິບດ້ວຍມືທີ່ມີລິດອຳນາດຍິ່ງໃຫຍ່ຂອງພຣະອົງ. 10ພວກເຈົ້າຕ້ອງຖືຮັກສາຂໍ້ປະຕິບັດນີ້ຕາມເວລາທີ່ໄດ້ກຳນົດໄວ້ຂອງທຸກປີ.
11“ຫລັງຈາກທີ່ພຣະເຈົ້າຢາເວໄດ້ນຳພວກເຈົ້າເຂົ້າສູ່ດິນແດນຂອງຊາວການາອານ ແລະ ມອບດິນແດນນັ້ນໃຫ້ແກ່ພວກເຈົ້າ ຕາມທີ່ພຣະອົງໄດ້ສັນຍາໂດຍປະຕິຍານໄວ້ກັບພວກເຈົ້າ ແລະ ບັນພະບຸລຸດຂອງພວກເຈົ້າແລ້ວ, 12ພວກເຈົ້າຈົ່ງມອບເຊື້ອສາຍຜູ້ທຳອິດຂອງທຸກທ້ອງໃຫ້ແກ່ພຣະເຈົ້າຢາເວ. ລູກສັດຫົວປີໂຕຜູ້ທຸກໂຕໃນຝູງສັດຂອງພວກເຈົ້າກໍເປັນຂອງພຣະເຈົ້າຢາເວ. 13ຈົ່ງໃຊ້ລູກແກະໜຶ່ງໂຕໄຖ່ລູກລໍຫົວປີແຕ່ລະໂຕ, ແຕ່ຖ້າພວກເຈົ້າບໍ່ໄຖ່ລູກລໍນັ້ນ, ຈົ່ງຫັກຄໍລູກລໍນັ້ນ. ໃນບັນດາລູກຊາຍຂອງພວກເຈົ້າ ຈົ່ງໄຖ່ລູກກົກທຸກຄົນ.
14“ໃນອະນາຄົດ ເມື່ອລູກຊາຍຂອງພວກເຈົ້າຖາມພວກເຈົ້າວ່າ, ‘ການເຮັດແບບນີ້ໝາຍຄວາມວ່າຢ່າງໃດ?’ ຈົ່ງບອກລາວວ່າ, ‘ພຣະເຈົ້າຢາເວໄດ້ນຳພວກເຮົາອອກມາຈາກເອຢິບ, ອອກມາຈາກດິນແດນແຫ່ງການເປັນຂ້າທາດດ້ວຍມືທີ່ມີລິດອຳນາດຍິ່ງໃຫຍ່. 15ເມື່ອຟາໂຣດື້ດ້ານປະຕິເສດທີ່ຈະປ່ອຍພວກເຮົາໄປ, ພຣະເຈົ້າຢາເວໄດ້ຂ້າລູກກົກທັງຂອງປະຊາຊົນ ແລະ ຂອງບັນດາສັດໃນເອຢິບ. ດ້ວຍເຫດນີ້ເຮົາຈຶ່ງເອົາເຊື້ອສາຍຜູ້ທຳອິດທີ່ເປັນເພດຊາຍຈາກທຸກມົດລູກຖວາຍແກ່ພຣະເຈົ້າຢາເວ ແລະ ໄຖ່ບັນດາລູກຊາຍກົກຂອງເຮົາທຸກຄົນ’. 16ແລະ ພິທີນີ້ຈະເປັນເໝືອນເຄື່ອງໝາຍຢູ່ເທິງມືຂອງພວກເຈົ້າ ແລະ ເປັນເໝືອນສັນຍາລັກທີ່ຢູ່ເທິງໜ້າຜາກຂອງພວກເຈົ້າວ່າພຣະເຈົ້າຢາເວໄດ້ນຳພວກເຮົາອອກມາຈາກເອຢິບດ້ວຍມືມີລິດອຳນາດຍິ່ງໃຫຍ່ຂອງພຣະອົງ”.
ການຂ້າມທະເລ
17ເມື່ອຟາໂຣໄດ້ປ່ອຍປະຊາຊົນໄປ, ພຣະເຈົ້າບໍ່ໄດ້ນຳພາພວກເຂົາໄປເທິງເສັ້ນທາງຜ່ານດິນແດນຂອງຊາວຟີລິດສະຕິນ, ເຖິງແມ່ນວ່າເສັ້ນທາງນັ້ນໃກ້ກວ່າກໍຕາມ. ເພາະພຣະເຈົ້າກ່າວວ່າ, “ຖ້າພວກເຂົາປະເຊີນກັບສົງຄາມ, ພວກເຂົາອາດຈະປ່ຽນໃຈຂອງພວກເຂົາແລ້ວກັບຄືນໄປທີ່ເອຢິບ”. 18ດັ່ງນັ້ນ ພຣະເຈົ້າຈຶ່ງໄດ້ນຳພາປະຊາຊົນອ້ອມໄປຕາມເສັ້ນທາງກັນດານໄປສູ່ທະເລແດງ.#13:18 ຄື ທະເລໄມ້ອໍ້ ຊາວອິດສະຣາເອນອອກຈາກເອຢິບຕຽມພ້ອມສຳລັບສູ້ຮົບ.
19ໂມເຊໄດ້ເອົາກະດູກຂອງໂຢເຊັບໄປກັບເພິ່ນດ້ວຍ ເພາະໂຢເຊັບໄດ້ໃຫ້ຊາວອິດສະຣາເອນສາບານໄວ້. ໂຢເຊບໄດ້ກ່າວໄວ້ວ່າ, “ພຣະເຈົ້າຈະມາຊ່ວຍເຫລືອພວກເຈົ້າຢ່າງແນ່ນອນ ແລະ ເມື່ອນັ້ນພວກເຈົ້າຕ້ອງຖືເອົາກະດູກຂອງເຮົາອອກຈາກບ່ອນນີ້ໄປກັບພວກເຈົ້າດ້ວຍ”.#13:19 ປຖກ 50:25
20ຫລັງຈາກອອກຈາກເມືອງຊຸກໂກດແລ້ວ ພວກເຂົາກໍມາຕັ້ງຄ້າຍພັກທີ່ເອທາມແຄມທະເລຊາຍ. 21ໃນກາງເວັນພຣະເຈົ້າຢາເວນຳໜ້າພວກເຂົາໄປໃນເສົາເມກເພື່ອນຳພາພວກເຂົາໄປຕາມທາງຂອງພວກເຂົາ ແລະ ເວລາກາງຄືນພຣະອົງນຳພາພວກເຂົາໄປໃນເສົາໄຟເພື່ອໃຫ້ແສງສະຫວ່າງແກ່ພວກເຂົາ, ເພື່ອວ່າພວກເຂົາຈະສາມາດເດີນທາງໄດ້ທັງກາງເວັນ ແລະ ກາງຄືນ. 22ທັງເສົາເມກໃນເວລາກາງເວັນ ຫລື ເສົາໄຟໃນເວລາກາງຄືນບໍ່ເຄີຍຂາດຈາກເບື້ອງໜ້າຂອງປະຊາຊົນເລີຍ.
Currently Selected:
ອົບພະຍົບ 13: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: