ອົບພະຍົບ 12
12
ເທດສະການປັດສະຄາ ແລະ ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ
(ລລວ 23:4-8; ຈບຊ 28:16-25; ພບຍ 16:1-8)
1ພຣະເຈົ້າຢາເວເວົ້າກັບໂມເຊ ແລະ ອາໂຣນໃນເອຢິບວ່າ, 2“ເດືອນນີ້ເປັນເດືອນທຳອິດຂອງພວກເຈົ້າ, ເປັນເດືອນທຳອິດຂອງປີສຳລັບພວກເຈົ້າ. 3ຈົ່ງບອກຊຸມຊົນອິດສະຣາເອນທັງໝົດວ່າ, ໃນມື້ທີສິບຂອງເດືອນນີ້ ໃຫ້ຜູ້ຊາຍແຕ່ລະຄົນເລືອກເອົາລູກແກະ#12:3 ຄຳພາສາເຮັບເຣີອາດຈະໝາຍເຖິງ ລູກແກະ ຫລື ລູກສັດກໍໄດ້; ເຊັ່ນດຽວກັບຂໍ້ 4ໂຕໜຶ່ງເພື່ອຄອບຄົວຂອງຕົນ, ໂຕໜຶ່ງສຳລັບຄົວເຮືອນ. 4ຖ້າຄົວເຮືອນໃດມີຄົນໜ້ອຍສຳລັບກິນລູກແກະໝົດທັງໂຕ, ພວກເຂົາຕ້ອງແບ່ງປັນແກະໂຕນັ້ນກັບເພື່ອນບ້ານຂອງຕົນທີ່ຢູ່ໃກ້ຄຽງທີ່ສຸດ, ໂດຍໃຫ້ມີການຄິດໄລ່ຈຳນວນຄົນທີ່ມີຢູ່. ພວກເຈົ້າຈະຕ້ອງກຳນົດຈຳນວນຂອງແກະທີ່ຕ້ອງການຕາມແຕ່ລະຄົນຈະກິນ. 5ສັດທີ່ພວກເຈົ້າເລືອກເອົານັ້ນຕ້ອງເປັນໂຕຜູ້ມີອາຍຸໜຶ່ງປີບໍ່ມີຕຳໜິ ແລະ ພວກເຈົ້າອາດເອົາສັດເຫລົ່ານັ້ນມາຈາກຝູງແກະ ຫລື ຝູງແບ້. 6ຈົ່ງເບິ່ງແຍງພວກມັນໄວ້ຈົນເຖິງມື້ທີສິບສີ່ຂອງເດືອນ, ເຊິ່ງເປັນເວລາທີ່ສະມາຊິກຂອງຊຸມຊົນອິດສະຣາເອນທັງໝົດຈະຕ້ອງຂ້າລູກແກະໃນຕອນຄ່ຳ. 7ແລ້ວໃຫ້ພວກເຂົາເອົາເລືອດບາງສ່ວນທາໃສ່ທັງສອງຂ້າງ ແລະ ຂ້າງເທິງຂອງຂອບປະຕູເຮືອນທີ່ເຂົາກິນລູກແກະນັ້ນ. 8ໃນຄືນດຽວກັນນັ້ນ ພວກເຂົາຕ້ອງກິນຊີ້ນປິ້ງໃສ່ໄຟ ພ້ອມກັບຜັກຂົມ ແລະ ເຂົ້າຈີ່ທີ່ເຮັດໂດຍບໍ່ໃສ່ເຊື້ອແປ້ງ. 9ຢ່າກິນຊີ້ນດິບ ຫລື ຊີ້ນຕົ້ມ, ແຕ່ຈົ່ງປິ້ງໃສ່ໄຟ ທັງຫົວ, ຂາ ແລະ ເຄື່ອງໃນ. 10ຢ່າປະຊີ້ນສ່ວນໃດເຫລືອຈົນຮອດມື້ເຊົ້າ, ຖ້າມີສ່ວນທີ່ເຫລືອຢູ່ຈົນຮອດມື້ເຊົ້າ ພວກເຈົ້າຕ້ອງເຜົາມັນຖິ້ມ. 11ນີ້ຄືວິທີທີ່ພວກເຈົ້າຈະກິນຄື: ພວກເຈົ້າຈົ່ງສວມເສື້ອຄຸມຮັດສາຍແອວ, ໃສ່ເກີບ ແລະ ມືຖືໄມ້ຄ້ອນເທົ້າໄວ້. ຈົ່ງກິນຢ່າງໄວໆ, ນີ້ຄືການສະຫລອງປັດສະຄາຂອງພຣະເຈົ້າຢາເວ.
12“ໃນຄືນດຽວກັນນັ້ນ ເຮົາຈະຜ່ານໄປທົ່ວເອຢິບ ແລະ ຂ້າທຸກລູກກົກ ທັງລູກກົກຂອງຄົນ ແລະ ສັດຕ່າງໆ, ແລ້ວເຮົາຈະນໍາເອົາການລົງໂທດມາເຖິງບັນດາພະທັງໝົດຂອງຊາວເອຢິບ. ເຮົາຄືພຣະເຈົ້າຢາເວ. 13ເລືອດຢູ່ປະຕູເຮືອນທີ່ພວກເຈົ້າຢູ່ນັ້ນຈະເປັນເຄື່ອງໝາຍສຳລັບພວກເຈົ້າ ແລະ ເມື່ອເຮົາເຫັນເລືອດນັ້ນເຮົາຈະຜ່ານພວກເຈົ້າໄປ. ຈະບໍ່ມີໄພພິບັດໃດມາທຳລາຍພວກເຈົ້າເມື່ອເຮົາໂຈມຕີເອຢິບ.
14“ນີ້ເປັນວັນທີ່ພວກເຈົ້າຈະຕ້ອງລະລຶກເຖິງ; ສຳລັບບັນດາລຸ້ນທີ່ຈະມາເຖິງນັ້ນ ພວກເຈົ້າຈົ່ງສະຫລອງໃຫ້ແກ່ພຣະເຈົ້າຢາເວ ເປັນຂໍ້ປະຕິບັດຕະຫລອດໄປສຳລັບທຸກຊົ່ວອາຍຸ. 15ພວກເຈົ້າຕ້ອງກິນເຂົ້າຈີ່ທີ່ເຮັດໂດຍບໍ່ມີເຊື້ອແປ້ງຕະຫລອດເຈັດວັນ. ໃນມື້ທີໜຶ່ງຈົ່ງເອົາເຊື້ອແປ້ງອອກຈາກເຮືອນຂອງພວກເຈົ້າ, ເພາະຜູ້ໃດກໍຕາມກິນສິ່ງໃດທີ່ມີເຊື້ອແປ້ງຢູ່ນໍາຈາກມື້ທີໜຶ່ງຈົນເຖິງມື້ທີເຈັດຈະຕ້ອງຖືກຕັດອອກຈາກອິດສະຣາເອນ. 16ໃນມື້ທີໜຶ່ງ ແລະ ມື້ທີເຈັດຈົ່ງຈັດການຊຸມນຸມສັກສິດ. ຢ່າເຮັດວຽກໃດໃນວັນເຫລົ່ານີ້, ນອກຈາກຕຽມອາຫານໃຫ້ທຸກຄົນກິນ; ນັ້ນແມ່ນທັງໝົດທີ່ພວກເຈົ້າຈະເຮັດ.
17“ຈົ່ງສະຫລອງເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງ, ເພາະວ່າວັນນີ້ເປັນວັນທີ່ເຮົາໄດ້ນຳບັນດາກຸ່ມຂອງພວກເຈົ້າອອກຈາກເອຢິບ. ຈົ່ງສະຫລອງວັນນີ້ໃຫ້ເປັນຂໍ້ປະຕິບັດຕະຫລອດໄປທຸກຊົ່ວອາຍຸ. 18ໃນເດືອນທີໜຶ່ງ ພວກເຈົ້າຈະຕ້ອງກິນເຂົ້າຈີ່ທີ່ເຮັດໂດຍບໍ່ມີເຊື້ອແປ້ງ, ຈາກຕອນແລງຂອງມື້ທີສິບສີ່ຈົນເຖິງຕອນແລງຂອງມື້ທີຊາວເອັດ. 19ຕະຫລອດເຈັດວັນນີ້ ຢ່າໃຫ້ພົບເຊື້ອແປ້ງຢູ່ໃນເຮືອນຂອງພວກເຈົ້າ. ແລະ ທຸກຄົນ, ບໍ່ວ່າຈະເປັນຄົນຕ່າງດ້າວ ຫລື ຄົນອິດສະຣາເອນໂດຍກຳເນີດ, ຜູ້ທີ່ກິນສິ່ງໃດກໍຕາມທີ່ມີເຊື້ອແປ້ງປົນຢູ່ໃນສິ່ງນັ້ນຕ້ອງຖືກຕັດອອກຈາກຊຸມຊົນອິດສະຣາເອນ. 20ຢ່າກິນສິ່ງໃດທີ່ເຮັດດ້ວຍເຊື້ອແປ້ງ. ພວກເຈົ້າຢູ່ທີ່ໃດກໍຕາມ, ພວກເຈົ້າຕ້ອງກິນເຂົ້າຈີ່ບໍ່ມີເຊື້ອແປ້ງ”.
21ແລ້ວໂມເຊກໍໄດ້ເອີ້ນບັນດາຜູ້ອາວຸໂສຂອງອິດສະຣາເອນທັງໝົດມາ ແລະ ກ່າວຕໍ່ພວກເຂົາວ່າ, “ຈົ່ງຮີບໄປເລືອກເອົາສັດສຳລັບຄອບຄົວຂອງພວກເຈົ້າ ແລະ ຂ້າລູກແກະປັດສະຄາ. 22ຈົ່ງເອົາໃບຫູສົບມັດໜຶ່ງ ຈຸ່ມລົງໃນເລືອດທີ່ຢູ່ໃນອ່າງ ແລ້ວເລືອດບາງສ່ວນທາໃສ່ເທິງ ແລະ ທາໃສ່ສອງຂ້າງຂອງຂອບປະຕູ. ຢ່າໃຫ້ຜູ້ໃດໃນພວກເຈົ້າອອກໄປນອກປະຕູເຮືອນຈົນເຖິງຕອນເຊົ້າ. 23ເມື່ອພຣະເຈົ້າຢາເວຜ່ານໄປທົ່ວດິນແດນເພື່ອຂ້າຊາວເອຢິບ, ພຣະອົງຈະເຫັນເລືອດຢູ່ເທິງ ແລະ ສອງຂ້າງຂອງຂອບປະຕູ ແລ້ວພຣະອົງຈະຜ່ານກາຍປະຕູນັ້ນໄປ ແລະ ພຣະອົງຈະບໍ່ອະນຸຍາດໃຫ້ຜູ້ທຳລາຍເຂົ້າໄປໃນເຮືອນຂອງພວກເຈົ້າ ແລະ ຂ້າພວກເຈົ້າ.
24“ຈົ່ງເຊື່ອຟັງຄຳແນະນຳເຫລົ່ານີ້ດັ່ງເປັນຂໍ້ປະຕິບັດຕະຫລອດໄປສຳລັບພວກເຈົ້າ ແລະ ເຊື້ອສາຍຂອງພວກເຈົ້າ. 25ເມື່ອພວກເຈົ້າທັງຫລາຍເຂົ້າໄປໃນດິນແດນທີ່ພຣະເຈົ້າຢາເວຈະມອບໃຫ້ພວກເຈົ້າຕາມທີ່ພຣະອົງໄດ້ສັນຍານັ້ນ, ຈົ່ງປະຕິບັດຕາມພິທີນີ້. 26ແລະ ເມື່ອລູກຫລານຂອງພວກເຈົ້າຖາມວ່າ, ‘ພິທີນີ້ມີຄວາມໝາຍຢ່າງໃດສຳລັບພວກເຈົ້າ?’ 27ຈົ່ງບອກພວກເຂົາວ່າ, ‘ເປັນການສະຫລອງປັດສະຄາບູຊາຂອງພຣະເຈົ້າຢາເວ, ຜູ້ໄດ້ຜ່ານເຮືອນຂອງຊາວອິດສະຣາເອນຢູ່ໃນເອຢິບໄປ ແລະ ໄດ້ສະຫງວນເຮືອນຂອງພວກເຮົາໄວ້ ເມື່ອພຣະອົງຂ້າຊາວເອຢິບ’ ”. ແລ້ວປະຊາຊົນຕ່າງກໍກາບລົງນະມັດສະການ. 28ຊາວອິດສະຣາເອນກໍໄດ້ເຮັດຕາມສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ ແລະ ອາໂຣນໄວ້.
29ໃນເວລາທ່ຽງຄືນພຣະເຈົ້າຢາເວກໍໄດ້ຂ້າລູກກົກທັງໝົດໃນເອຢິບ, ຕັ້ງແຕ່ລູກກົກຂອງຟາໂຣ ຜູ້ນັ່ງຢູ່ເທິງບັນລັງ ຈົນເຖິງລູກກົກຂອງນັກໂທດ ຜູ້ຖືກຂັງຢູ່ໃນຄຸກ ແລະ ລູກຫົວປີຂອງສັດລ້ຽງທັງໝົດດ້ວຍ. 30ຟາໂຣ ແລະ ບັນດາຂ້າລາຊະການທັງໝົດຂອງເພິ່ນ ແລະ ຊາວເອຢິບທັງໝົດຕ່າງກໍຕື່ນຂຶ້ນມາຊ່ວງກາງຄືນ ແລະ ມີການຮ້ອງໄຫ້ຄ່ຳຄວນສຽງດັງໃນເອຢິບ, ເພາະບໍ່ມີເຮືອນໃດທີ່ບໍ່ມີຄົນຕາຍ.
ການອົບພະຍົບ
31ໃນຄືນນັ້ນຟາໂຣໄດ້ເອີ້ນໂມເຊ ແລະ ອາໂຣນມາພົບ ແລະ ເວົ້າວ່າ, “ໄປ! ຈົ່ງໄປຈາກປະຊາຊົນຂອງເຮົາ, ພວກເຈົ້າ ແລະ ຊາວອິດສະຣາເອນ! ຈົ່ງໄປ, ນະມັດສະການພຣະເຈົ້າຢາເວຕາມທີ່ພວກເຈົ້າໄດ້ຮ້ອງຂໍໄວ້. 32ໃຫ້ເອົາຝູງແບ້, ຝູງແກະ ແລະ ຝູງງົວຂອງພວກເຈົ້າໄປນໍາ ຕາມທີ່ພວກເຈົ້າໄດ້ເວົ້ານັ້ນ, ແລ້ວອອກໄປ. ແລະ ອວຍພອນເຮົາດ້ວຍ”.
33ຊາວເອຢິບໄດ້ກະຕຸ້ນຊາວອິດສະຣາເອນໃຫ້ຟ້າວອອກໄປຈາກປະເທດ. ພວກເຂົາເວົ້າວ່າ, “ເພາະຖ້າບໍ່ດັ່ງນັ້ນ ພວກເຮົາຈະຕາຍໝົດທຸກຄົນ!” 34ດັ່ງນັ້ນ ປະຊາຊົນຈຶ່ງເອົາແປ້ງດິບທີ່ປະສົມສຳເລັດແລ້ວແຕ່ຍັງບໍ່ໃສ່ເຊື້ອແປ້ງເທື່ອ ແລະ ເອົາຮາງນວດແປ້ງຫໍ່ໃສ່ເຄື່ອງນຸ່ງແບກໃສ່ບ່າໄປນໍາ. 35ຊາວອິດສະຣາເອນໄດ້ເຮັດຕາມຄຳແນະນໍາຂອງໂມເຊ ແລະ ໄດ້ຂໍເອົາເຄື່ອງເງິນ ແລະ ເຄື່ອງຄຳ ພ້ອມທັງເຄື່ອງນຸ່ງຈາກຊາວເອຢິບ. 36ພຣະເຈົ້າຢາເວໄດ້ເຮັດໃຫ້ຊາວເອຢິບພໍໃຈຕໍ່ປະຊາຊົນ, ແລ້ວຊາວເອຢິບໄດ້ພາກັນມອບສິ່ງຂອງໃຫ້ຊາວອິດສະຣາເອນຕາມສິ່ງທີ່ພວກເຂົາຂໍ; ດັ່ງນັ້ນ ພວກເຂົາໄດ້ປຸ້ນຊາວເອຢິບໄປ.
37ຊາວອິດສະຣາເອນພາກັນເດີນທາງອອກຈາກເມືອງຣາມາເຊັດໄປສູ່ເມືອງຊຸກໂກດ. ມີຜູ້ຊາຍປະມານຫົກແສນຄົນທີ່ຍ່າງເດີນທາງ, ນອກຈາກແມ່ຍິງ ແລະ ເດັກນ້ອຍ. 38ຍັງມີຊົນຊາດອື່ນໆອີກຈໍານວນຫລວງຫລາຍໄດ້ຮ່ວມເດີນທາງກັບພວກເຂົາ, ແລະ ມີຝູງສັດລ້ຽງຈຳນວນຫລາຍ ທັງຝູງແບ້, ຝູງແກະ ແລະ ຝູງງົວກໍໄປກັບພວກເຂົາດ້ວຍ. 39ປະຊາຊົນອິດສະຣາເອນໄດ້ພາກັນເອົາແປ້ງດິບທີ່ຖືມາຈາກປະເທດເອຢິບນັ້ນອອກມາເຮັດເຂົ້າຈີ່ບໍ່ມີເຊື້ອແປ້ງ. ແປ້ງດິບນັ້ນບໍ່ໄດ້ໃສ່ເຊື້ອແປ້ງເທື່ອ ເພາະວ່າພວກເຂົາຖືກຂັບໄລ່ອອກຈາກເອຢິບ ແລະ ບໍ່ມີເວລາທີ່ຈະຕຽມອາຫານສຳລັບພວກເຂົາເອງ.
40ບັດນີ້ ໄລຍະເວລາທີ່ປະຊາຊົນອິດສະຣາເອນອາໄສຢູ່ໃນເອຢິບ#12:40 ເນື້ອໃນພາສາເຮັບເຣີ; ສະບັບຊາມາເຣຍ ເພັນເຕຕຸຍ ແລະ ສະບັບເຊັບຕູອາຈິນວ່າ ເອຢິບ ແລະ ການາອານຄື 430 ປີ. 41ໃນທ້າຍຂອງປີທີ 430 ນັ້ນ, ໃນວັນສຸດທ້າຍ, ບັນດາກຸ່ມຂອງພຣະເຈົ້າຢາເວກໍໄດ້ອອກຈາກເອຢິບ. 42ເພາະວ່າໃນຄືນນັ້ນພຣະເຈົ້າຢາເວເຝົ້າລະວັງເພື່ອນຳພວກເຂົາອອກຈາກເອຢິບ. ໃນຄືນນີ້ຊາວອິດສະຣາເອນທຸກຄົນຕ່າງກໍເຝົ້າລະວັງຢູ່ເພື່ອຖວາຍກຽດຕິຍົດແກ່ພຣະເຈົ້າຢາເວທຸກຍຸກທີ່ຈະມາເຖິງ.
ກົດລະບຽບຂອງພິທີສະຫລອງປັດສະຄາ
43ພຣະເຈົ້າຢາເວເວົ້າກັບໂມເຊ ແລະ ອາໂຣນວ່າ, “ຕໍ່ໄປນີ້ເປັນລະບຽບໃນການກິນອາຫານສະຫລອງປັດສະຄາຄື:
“ຢ່າໃຫ້ຄົນຕ່າງດ້າວກິນອາຫານປັດສະຄາ. 44ຂ້າທາດທີ່ພວກເຈົ້າໄດ້ຊື້ມາຄົນໃດກໍຕາມຈະກິນອາຫານປັດສະຄາໄດ້ຫລັງຈາກທີ່ພວກເຈົ້າໃຫ້ລາວຮັບພິທີຕັດແລ້ວ. 45ແຕ່ຜູ້ທີ່ພັກອາໄສຢູ່ຊົ່ວຄາວ ຫລື ຄົນງານຮັບຈ້າງຈະບໍ່ໄດ້ກິນອາຫານປັດສະຄານັ້ນ.
46“ອາຫານປັດສະຄາຕ້ອງກິນຢູ່ໃນເຮືອນ; ຢ່າເອົາຊີ້ນນັ້ນອອກໄປນອກເຮືອນ. ຢ່າຫັກກະດູກຊີກໃດ. 47ຊຸມຊົນອິດສະຣາເອນທັງໝົດຈະຕ້ອງສະຫລອງພິທີນີ້.
48“ຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າ ຜູ້ທີ່ຢາກສະຫລອງປັດສະຄາຂອງພຣະເຈົ້າຢາເວຕ້ອງໃຫ້ຜູ້ຊາຍທຸກຄົນໃນຄອບຄົວຂອງຕົນຮັບພິທີຕັດກ່ອນ; ແລ້ວລາວຈຶ່ງຈະເຂົ້າມີສ່ວນຮ່ວມເໝືອນກັບຜູ້ທີ່ເກີດໃນດິນແດນໄດ້. ຜູ້ຊາຍທີ່ບໍ່ໄດ້ຮັບພິທີຕັດຈະກິນອາຫານປັດສະຄາບໍ່ໄດ້. 49ກົດບັນຍັດອັນດຽວກັນນີ້ໃຊ້ໄດ້ທັງກັບຄົນອິດສະຣາເອນໂດຍກຳເນີດ ແລະ ກັບຄົນຕ່າງດ້າວທີ່ອາໄສຢູ່ໃນທ່າມກາງພວກເຈົ້າ”.
50ຊາວອິດສະຣາເອນທັງໝົດກໍໄດ້ປະຕິບັດຕາມສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ ແລະ ອາໂຣນໄວ້. 51ແລະ ໃນວັນນັ້ນເອງພຣະເຈົ້າຢາເວໄດ້ນຳເອົາຊາວອິດສະຣາເອນອອກຈາກເອຢິບເປັນກຸ່ມຂອງພວກເຂົາ.
Currently Selected:
ອົບພະຍົບ 12: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.