YouVersion Logo
Search Icon

ດານີເອນ 5

5
ຂໍ້ຄວາມ​ຢູ່​ເທິງ​ຝາ
1ກະສັດ​ເບັນຊັດຊາເຣ​ໄດ້​ຈັດ​ງານກິນລ້ຽງ​ໃຫຍ່​ໃຫ້​ແກ່​ບັນດາ​ຂຸນນາງ​ຂອງ​ເພິ່ນ​ຈຳນວນ​ໜຶ່ງ​ພັນ​ຄົນ ແລະ ດື່ມ​ເຫລົ້າອະງຸ່ນ​ຮ່ວມ​ກັບ​ພວກເຂົາ. 2ໃນ​ຂະນະ​ທີ່​ເບັນຊັດຊາເຣ​ກຳລັງ​ດື່ມ​ເຫລົ້າອະງຸ່ນ​ຢູ່​ນັ້ນ, ເພິ່ນ​ກໍ​ໄດ້​ສັ່ງ​ໃຫ້​ນຳ​ຈອກ​ເງິນ ແລະ ຈອກ​ຄຳ​ທີ່​ເນບູກາດເນັດຊາ​ພໍ່​ຂອງ​ເພິ່ນ#5:2 ຫລື ບັນພະບຸລຸດ ເຊັ່ນ​ດຽວ​ກັບ​ຂໍ້ 11, 13 ແລະ 18​ໄດ້​ຢຶດ​ມາ​ຈາກ​ວິຫານ​ໃນ​ເຢຣູຊາເລັມ​ນັ້ນ​ອອກ​ມາ ເພື່ອ​ວ່າ​ກະສັດ ແລະ ບັນດາ​ຂຸນນາງ​ຂອງ​ຂອງ​ເພິ່ນ, ບັນດາ​ເມຍ​ຂອງ​ເພິ່ນ, ບັນດາ​ນາງ​ສະໜົມ​ຂອງ​ເພິ່ນ​ຈະ​ໄດ້​ດື່ມ​ຈາກ​ຈອກ​ເຫລົ່ານັ້ນ. 3ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ນຳເອົາ​ພາຊະນະ​ຄຳ​ທີ່​ຢຶດ​ມາ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ໃນ​ເຢຣູຊາເລັມ, ແລ້ວ​ກະສັດ, ບັນດາ​ຂຸນນາງ​ຂອງ​ເພິ່ນ, ບັນດາ​ເມຍ​ຂອງ​ເພິ່ນ, ບັນດາ​ນາງ​ສະໜົມ​ກໍ​ພາ​ກັນ​ດື່ມ​ຈາກ​ຈອກ​ເຫລົ່ານັ້ນ. 4ໃນ​ຂະນະ​ທີ່​ພວກເຂົາ​ດື່ມ​ເຫລົ້າ​ອະງຸ່ນ ພວກເຂົາ​ກໍ​ສັນລະເສີນ​ບັນດາ​ພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳລິດ, ດ້ວຍ​ເຫລັກ, ດ້ວຍ​ໄມ້ ແລະ ດ້ວຍ​ຫີນ.
5ໃນ​ທັນໃດ​ນັ້ນ ກໍ​ມີ​ນິ້ວ​ມື​ມະນຸດ​ປາກົດ​ຂຶ້ນ ແລະ ຂຽນ​ໃສ່​ເທິງ​ຝາຜະໜັງ, ເຊິ່ງ​ໃກ້​ກັບ​ຕະກຽງ​ໃນ​ວັງ. ກະສັດ​ໄດ້​ແນມ​ເບິ່ງ​ມື​ທີ່​ກຳລັງ​ຂຽນ​ຢູ່. 6ເພິ່ນ​ຈຶ່ງ​ໜ້າ​ຊີດ​ໄປ ແລະ ເພິ່ນ​ກໍ​ຕົກໃຈ​ຢ້ານ​ຫລາຍ​ຈົນ​ຂາ​ເພິ່ນ​ອ່ອນ​ແຮງ ແລະ ຫົວເຂົ່າ​ຂອງ​ກະສັດ​ກໍ​ສັ່ນ.
7ກະສັດ​ໄດ້​ເອີ້ນ​ບັນດາ​ນັກ​ເວດມົນ, ໂຫລາຈານ#5:7 ຫລື ຊາວ​ຄານເດອາ ເຊັ່ນ​ດຽວ​ກັບ​ຂໍ້ 11 ແລະ ໝໍດູ​ໃຫ້​ເຂົ້າ​ມາ​ພົບ. ແລ້ວ​ເພິ່ນ​ໄດ້​ກ່າວ​ກັບ​ນັກປາດ​ທັງຫລາຍ​ຂອງ​ບາບີໂລນ#5:7 ຫລື ກັນເດອານ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ອ່ານ​ຂໍ້ຄວາມ​ນີ້​ໄດ້ ແລະ ບອກ​ເຮົາ​ໄດ້​ວ່າ​ມີ​ຄວາມໝາຍ​ວ່າ​ແນວ​ໃດ, ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ນຸ່ງ​ເສື້ອຄຸມ​ສີມ່ວງ ແລະ ຈະ​ເອົາ​ສາຍຄໍ​ຄໍາ​ຄ້ອງ​ຄໍ​ໃຫ້​ລາວ, ແລ້ວ​ລາວ​ກໍ​ຈະ​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ປົກຄອງ​ສູງສຸດ​ອັນດັບ​ທີ​ສາມ​ໃນ​ອານາຈັກ”.
8ແລ້ວ​ນັກປາດ​ທັງໝົດ​ຂອງ​ກະສັດ​ກໍ​ເຂົ້າ​ມາ, ແຕ່​ພວກເຂົາ​ບໍ່​ສາມາດ​ອ່ານ​ຂໍ້ຄວາມ​ທີ່​ຂຽນ​ໄວ້ ຫລື ບອກ​ກະສັດ​ໃຫ້​ຮູ້​ວ່າ​ມີ​ຄວາມໝາຍ​ວ່າ​ແນວ​ໃດ. 9ດັ່ງນັ້ນ ກະສັດ​ເບັນຊັດຊາເຣ​ກໍ​ຍິ່ງ​ຕົກໃຈ​ຢ້ານ​ຫລາຍ ແລະ ເພິ່ນ​ກໍ​ໜ້າ​ຊີດ​ເຂົ້າ​ຫລາຍ​ກວ່າ​ເກົ່າ. ບັນດາ​ຂຸນນາງ​ຂອງ​ເພິ່ນ​ກໍ​ພາ​ກັນ​ງົງ.
10ລາຊີນີ#5:10 ຫລື ແມ່​ຂອງ​ກະສັດ​ໄດ້​ຍິນ​ສຽງ​ຂອງ​ກະສັດ ແລະ ສຽງ​ຂອງ​ບັນດາ​ຂຸນນາງ​ຂອງ​ເພິ່ນ, ກໍ​ເຂົ້າ​ໄປ​ໃນ​ຫ້ອງ​ກິນລ້ຽງ. ນາງ​ໄດ້​ກ່າວ​ວ່າ, “ຂໍ​ໃຫ້​ກະສັດ​ຈົ່ງ​ຈະເລີນ! ຢ່າ​ຕົກໃຈ​ຢ້ານ! ຢ່າ​ເຮັດ​ໜ້າ​ຊີດ​ເລີຍ! 11ມີ​ຊາຍ​ຄົນ​ໜຶ່ງ​ຢູ່​ໃນ​ອານາຈັກ​ຂອງ​ທ່ານ​ທີ່​ມີ​ວິນຍານ​ຂອງ​ບັນດາ​ພະ​ສັກສິດ​ຢູ່​ໃນ​ລາວ. ໃນ​ສະໄໝ​ຂອງ​ພໍ່​ຂອງ​ທ່ານ, ເພິ່ນ​ພົບ​ວ່າ​ລາວ​ມີ​ຄວາມ​ເຂົ້າໃຈ, ມີ​ໄຫວພິບ ແລະ ສະຕິປັນຍາ​ເໝືອນ​ສະຕິປັນຍາ​ຂອງ​ພະ​ທັງຫລາຍ. ກະສັດ​ເນບູກາດເນັດຊາ​ພໍ່​ຂອງ​ທ່ານ, ເພິ່ນ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຫົວໜ້າ​ບັນດາ​ນັກຫລິ້ນ​ອາຄົມ, ນັກ​ເວດມົນ, ໂຫລາຈານ ແລະ ໝໍດູ. 12ດານີເອນ​ຜູ້​ນີ້​ທີ່​ກະສັດ​ໄດ້​ເອີ້ນ​ວ່າ​ເບັນເຕຊັດຊາເຣ, ລາວ​ເປັນ​ຜູ້​ມີ​ປັນຍາ​ທີ່​ຫລັກແຫລມ, ມີ​ຄວາມ​ຮູ້, ມີ​ຄວາມ​ເຂົ້າໃຈ ແລະ ຍັງ​ມີ​ຄວາມ​ສາມາດ​ໃນ​ການ​ຕີ​ຄວາມໝາຍ​ຂອງ​ຄວາມ​ຝັນ​ໄດ້ ແລະ ອະທິບາຍ​ປິດສະໜາ ແລະ ແກ້ໄຂ​ບັນຫາ​ທີ່​ຫຍຸ້ງຍາກ​ທັງຫລາຍ​ໄດ້​ອີກ​ດ້ວຍ. ຂໍ​ຈົ່ງ​ໄປ​ເອີ້ນ​ດານີເອນ​ມາ, ແລ້ວ​ລາວ​ຈະ​ບອກ​ທ່ານ​ວ່າ​ຂໍ້ຄວາມ​ນີ້​ຄວາມໝາຍ​ວ່າ​ແນວໃດ”.
13ດັ່ງນັ້ນ ດານີເອນ​ຈຶ່ງ​ຖືກ​ນຳ​ໂຕ​ມາ​ພົບ​ກະສັດ ແລະ ກະສັດ​ກໍ​ໄດ້​ກ່າວ​ກັບ​ລາວ​ວ່າ, “ເຈົ້າ​ແມ່ນ​ດານີເອນ ໜຶ່ງ​ໃນ​ຈຳນວນ​ຊະເລີຍ​ທີ່​ພໍ່​ຂອງ​ເຮົາ​ນຳ​ໂຕ​ມາ​ຈາກ​ຢູດາຍ​ບໍ? 14ເຮົາ​ໄດ້​ຍິນ​ວ່າ​ວິນຍານ​ຂອງ​ບັນດາ​ພະ​ສັກສິດ​ຢູ່​ໃນ​ເຈົ້າ ແລະ ໄດ້​ຍິນ​ວ່າ​ເຈົ້າ​ມີ​ຄວາມ​ເຂົ້າໃຈ, ມີ​ໄຫວພິບ ແລະ ມີ​ສະຕິປັນຍາ​ອັນ​ລ້ຳເລີດ. 15ເຮົາ​ໄດ້​ເອີ້ນ​ນັກປາດ ແລະ ນັກຫລິ້ນ​ອາຄົມ​ທັງຫລາຍ​ໃຫ້​ມາ​ພົບ​ເຮົາ​ເພື່ອ​ອ່ານ​ຂໍ້ຄວາມ​ນີ້ ແລະ ບອກ​ເຮົາ​ວ່າ​ມັນ​ມີ​ຄວາມໝາຍ​ວ່າ​ແນວໃດ, ແຕ່​ພວກເຂົາ​ກໍ​ບໍ່​ສາມາດ​ອະທິບາຍ​ຂໍ້ຄວາມ​ນັ້ນ​ໄດ້. 16ບັດນີ້ ເຮົາ​ໄດ້​ຍິນ​ວ່າ​ເຈົ້າ​ສາມາດ​ຕີ​ຄວາມໝາຍ ແລະ ແກ້ໄຂ​ບັນຫາ​ທີ່​ຫຍຸ້ງຍາກ​ທັງຫລາຍ​ໄດ້. ຖ້າ​ເຈົ້າ​ສາມາດ​ອ່ານ​ຂໍ້ຄວາມ​ນີ້ ແລະ ບອກ​ເຮົາ​ວ່າ​ມັນ​ມີ​ຄວາມໝາຍ​ວ່າ​ແນວໃດ​ໄດ້, ເຮົາ​ຈະ​ໃຫ້​ເຈົ້າ​ນຸ່ງ​ເສື້ອຄຸມ​ສີມ່ວງ ແລະ ຈະ​ເອົາ​ສາຍຄໍ​ຄໍາ​ຄ້ອງ​ຄໍ​ໃຫ້​ເຈົ້າ, ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ປົກຄອງ​ສູງສຸດ​ອັນດັບ​ທີ​ສາມ​ໃນ​ອານາຈັກ”.
17ດານີເອນ​ໄດ້​ຕອບ​ກະສັດ​ວ່າ, “ຂໍ​ທ່ານ​ຈົ່ງ​ເກັບ​ຂອງຂັວນ​ນີ້​ໄວ້​ສໍາລັບ​ທ່ານ​ເອງ ແລະ ຂໍ​ໃຫ້​ບຳເໜັດ​ແກ່​ຄົນ​ອື່ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ ຂ້ານ້ອຍ​ຈະ​ອ່ານ​ຂໍ້ຄວາມ​ທີ່​ຂຽນ​ນັ້ນ​ໃຫ້​ທ່ານ ແລະ ບອກ​ຄວາມໝາຍ​ໃຫ້​ທ່ານ​ຮູ້.
18“ຂ້າ​ແດ່​ກະສັດ, ພຣະເຈົ້າ​ອົງ​ສູງສຸດ​ໄດ້​ມອບ​ອຳນາດ​ການ​ປົກຄອງ ແລະ ຄວາມ​ຍິ່ງໃຫຍ່​ກັບ​ສະຫງ່າລາສີ ແລະ ຄວາມ​ສະຫງ່າງາມ​ໃຫ້​ແກ່​ເນບູກາດເນັດຊາ​ພໍ່​ຂອງ​ທ່ານ. 19ເນື່ອງ​ຈາກ​ຖານະ​ອັນ​ສູງສົ່ງ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ເພິ່ນ, ທຸກ​ຊົນຊາດ ແລະ ຄົນ​ທຸກ​ພາສາ​ຈຶ່ງ​ຢ້ານກົວ ແລະ ຢໍາເກງ​ເພິ່ນ. ບັນດາ​ຜູ້​ທີ່​ກະສັດ​ຢາກ​ໃຫ້​ຖືກ​ຂ້າ, ເພິ່ນ​ກໍ​ຈະ​ຂ້າ; ບັນດາ​ຜູ້​ທີ່​ເພິ່ນ​ຢາກ​ໃຫ້​ໄວ້​ຊີວິດ, ເພິ່ນ​ກໍ​ຈະ​ໄວ້​ຊີວິດ; ບັນດາ​ຜູ້​ທີ່​ເພິ່ນ​ຢາກ​ຈະ​ເລື່ອນ​ຕຳແໜ່ງ​ໃຫ້, ເພິ່ນ​ກໍ​ຈະ​ເລື່ອນ​ຕຳແໜ່ງ​ໃຫ້ ແລະ ບັນດາ​ຜູ້​ທີ່​ເພິ່ນ​ຢາກ​ຖອນ​ຍົດສັກ; ເພິ່ນ​ກໍ​ຈະ​ຖອນ​ຍົດສັກ. 20ແຕ່​ເມື່ອ​ໃຈ​ຂອງ​ເພິ່ນ​ຈອງຫອງ ແລະ ແຂງກະດ້າງ​ພ້ອມ​ທັງ​ໂອ້ອວດ, ພຣະເຈົ້າ​ຈຶ່ງ​ປົດ​ເພິ່ນ​ອອກ​ຈາກ​ບັນລັງ ແລະ ຢຶດ​ເອົາ​ສະຫງ່າລາສີ​ຂອງ​ເພິ່ນ​ໄປ. 21ເພິ່ນ​ຖືກ​ຂັບໄລ່​ອອກ​ໄປ​ຈາກ​ມວນມະນຸດ ແລະ ໄດ້​ຮັບ​ຄວາມຄິດ​ຈິດໃຈ​ແບບ​ສັດ; ເພິ່ນ​ໃຊ້​ຊີວິດ​ຢູ່​ກັບ​ລໍປ່າ ແລະ ກິນ​ຫຍ້າ​ເໝືອນ​ງົວ; ຮ່າງກາຍ​ຂອງ​ເພິ່ນ​ປຽກ​ຊຸ່ມ​ດ້ວຍ​ນ້ຳໝອກ​ຈາກ​ຟ້າສະຫວັນ, ຈົນ​ກວ່າ​ເພິ່ນ​ໄດ້​ຮຽນ​ຮູ້​ວ່າ​ພຣະເຈົ້າ​ອົງ​ສູງ​ສຸດ​ນັ້ນ​ຄອບຄອງ​ເໜືອ​ອານາຈັກ​ທັງໝົດ​ເທິງ​ແຜ່ນດິນ​ໂລກ ແລະ ຕັ້ງ​ຜູ້ໃດ​ກໍ​ໄດ້​ໃຫ້​ປົກຄອງ​ອານາຈັກ​ຕາມ​ທີ່​ພຣະອົງ​ພໍໃຈ.
22“ຂ້າ​ແດ່​ເບັນຊັດຊາເຣ ແຕ່​ທ່ານ​ເອງ​ຜູ້​ເປັນ​ລູກຊາຍ​ຂອງ​ເພິ່ນ,#5:22 ຫລື ລູກ​ຫລານ ຫລື ຜູ້​ສືບ​ເຊື້ອສາຍ ເຖິງ​ແມ່ນ​ວ່າ​ທ່ານ​ໄດ້​ຮູ້​ເລື່ອງ​ນີ້​ທັງໝົດ​ແລ້ວ ແຕ່​ກໍ​ບໍ່​ໄດ້​ຖ່ອມ​ຕົວ​ລົງ. 23ແຕ່​ກັບ​ຍົກ​ຕົນ​ເອງ​ຕໍ່ສູ້​ອົງພຣະຜູ້ເປັນເຈົ້າ​ແຫ່ງ​ຟ້າ​ສະຫວັນ. ທ່ານ​ໄດ້​ໃຫ້​ນຳ​ພາຊະນະ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ມາ​ໃຫ້​ທ່ານ ແລະ ທ່ານ​ເອງ​ກັບ​ບັນດາ​ຂຸນນາງ​ຂອງ​ທ່ານ, ບັນດາ​ເມຍ​ຂອງ​ທ່ານ ແລະ ບັນດາ​ນາງ​ສະໜົມ​ຂອງ​ທ່ານ​ມາ​ໃສ່​ເຫລົ້າອະງຸ່ນ​ດື່ມ. ທ່ານ​ໄດ້​ສັນລະເສີນ​ບັນດາ​ພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳລິດ, ດ້ວຍ​ເຫລັກ, ດ້ວຍ​ໄມ້ ແລະ ດ້ວຍ​ຫີນ, ເຊິ່ງ​ບໍ່​ສາມາດ​ເບິ່ງ​ເຫັນ ຫລື ຟັງ​ບໍ່​ໄດ້​ຍິນ ຫລື ບໍ່​ເຂົ້າໃຈ. ແຕ່​ທ່ານ​ບໍ່​ໄດ້​ຖວາຍ​ກຽດ​ພຣະເຈົ້າ ຜູ້​ທີ່​ກໍາ​ຊີວິດ ແລະ ວິຖີ​ທາງ​ທັງໝົດ​ຂອງ​ທ່ານ​ໄວ້​ໃນ​ມື​ຂອງ​ພຣະອົງ. 24ເຫດສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ສົ່ງ​ມື​ມາ​ຂຽນ​ຂໍ້ຄວາມ​ນັ້ນ.
25“ຂໍ້ຄວາມ​ນັ້ນ​ໄດ້​ຂຽນ​ໄວ້​ດັ່ງນີ້:
ເມເນ, ເມເນ, ເທເຄ, ປາຊິນ#5:25 ພາສາ​ອາຣາມິກ​ວ່າ ອູປາຊິນ (ເຊິ່ງ​ກໍ​ຄື ແລະ ປາຊິນ)
26“ຂໍ້ຄວາມ​ເຫລົ່ານີ້​ມີ​ຄວາມຫມາຍ​ຄື:
“ເມເນ#5:26 ໝາຍ​ເຖິງ ນັບ ຫລື ມິນາ (ເປັນ​ຫົວໜ່ວຍ​ຂອງ​ເງິນ)​ໝາຍ​ຄວາມ​ວ່າ: ພຣະເຈົ້າ​ໄດ້​ນັບ​ວັນ​ເວລາ​ແຫ່ງ​ການ​ປົກຄອງ​ຂອງ​ທ່ານ​ໄວ້ ແລະ ນຳ​ມັນ​ໄປ​ມາ​ເຖິງ​ຈຸດຈົບ.
27“ເທເຄ#5:27 ໝາຍ​ເຖິງ ຊັ່ງ ຫລື ເຊເຂວ (ເປັນ​ຫົວໜ່ວຍ​ຂອງ​ເງິນ)​ໝາຍ​ຄວາມ​ວ່າ: ທ່ານ​ໄດ້​ຖືກ​ຊັ່ງ​ເທິງ​ຊິງ ແລະ ເຫັນ​ວ່າ​ເບົາ​ກວ່າ​ທີ່​ກຳນົດ.
28“ເປເລັດ#5:28 ເປັນ​ຮູບ​ເອກະພົດ​ຂອງ ປາຊິນ ແປ​ວ່າ ແບ່ງ​ແຍກ ຫລື ເປີເຊຍ ຫລື ເຄິ່ງ​ມິນາ ຫລື ເຄິ່ງ​ເຊເຂວ ກໍ​ໄດ້​ໝາຍ​ຄວາມ​ວ່າ: ອານາຈັກ​ຂອງ​ທ່ານ​ຖືກ​ແບ່ງ​ແຍກ ແລະ ຖືກ​ມອບ​ໃຫ້​ຊາວ​ເມເດຍ​ກັບ​ຊາວ​ເປີເຊຍ”.
29ແລ້ວ​ເບັນຊັດຊາເຣ​ກໍ​ສັ່ງ​ໃຫ້​ນໍາ​ເອົາ​ເສື້ອຄຸມ​ສີມ່ວງ​ມາ​ນຸ່ງ​ໃຫ້​ດານີເອນ​ໃນ​ທັນທີ, ເອົາ​ສາຍຄໍ​ຄຳ​ຄ້ອງ​ຄໍ​ໃຫ້​ລາວ, ແລ້ວ​ກໍ​ແຕ່ງຕັ້ງ​ດານີເອນ​ໃຫ້​ເປັນ​ຜູ້​ປົກຄອງ​ສູງສຸດ​ອັນດັບ​ທີ​ສາມ​ໃນ​ອານາຈັກ.
30ໃນ​ຄືນ​ວັນ​ນັ້ນ​ເອງ​ເບັນຊັດຊາເຣ​ບາບີໂລນ,#5:30 ຫລື ຊາວ​ຄານເດອາ ກະສັດ​ແຫ່ງ​ບາບີໂລນ​ກໍ​ໄດ້​ຖືກ​ລອບ​ສັງຫານ, 31ແລະ ດາຣິອຸດ​ແຫ່ງ​ເມເດຍ​ກໍ​ໄດ້​ຢຶດ​ອານາຈັກ​ໄດ້, ຂະນະ​ທີ່​ດາຣິອຸດ​ມີ​ອາຍຸ 62 ປີ.

Currently Selected:

ດານີເອນ 5: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in