YouVersion Logo
Search Icon

ດານີເອນ 4

4
ເນບູກາດເນັດຊາ​ຝັນ​ກ່ຽວກັບ​ຕົ້ນໄມ້
1ກະສັດ​ເນບູກາດເນັດຊາ,
ເຖິງ​ທ່ານ​ທັງຫລາຍ​ຜູ້​ເປັນ​ພົນລະເມືອງ​ທຸກ​ຊາດ ແລະ ທຸກ​ພາສາ​ທີ່​ອາໄສ​ຢູ່​ໃນ​ທົ່ວໂລກ,
ຂໍ​ໃຫ້​ທ່ານ​ທັງຫລາຍ​ຈະເລີນ​ຮຸ່ງເຮືອງ!
2ເຮົາ​ເຫັນດີ​ທີ່​ຈະ​ແຈ້ງ​ໃຫ້​ພວກທ່ານ​ຮູ້​ເຖິງ​ໝາຍສຳຄັນ ແລະ ການອັດສະຈັນ​ທີ່​ພຣະເຈົ້າ​ອົງ​ສູງສຸດ​ໄດ້​ກະທຳ​ເພື່ອ​ເຮົາ.
3ໝາຍສຳຄັນ​ຂອງ​ພຣະອົງ​ຍິ່ງ​ໃຫຍ່​ຫລາຍ
ການອັດສະຈັນ​ຂອງ​ພຣະອົງ​ກໍ​ຍິ່ງໃຫຍ່​ຫລາຍ
ອານາຈັກ​ຂອງ​ພຣະອົງ​ກໍ​ດຳລົງ​ຢູ່​ຕະຫລອດ​ໄປ;
ການ​ຄອບຄອງ​ຂອງ​ພຣະອົງ​ກໍ​ຢູ່​ຕະຫລອດ​ທຸກ​ຊົ່ວ​ອາຍຸ.
4ເຮົາ, ເນບູກາດເນັດຊາ ຢູ່​ທີ່​ເຮືອນ​ໃນ​ວັງ​ຂອງ​ເຮົາ​ຢ່າງ​ມີຄວາມ​ສຸກ ແລະ ຈະເລີນ​ຮຸ່ງເຮືອງ. 5ຂະນະ​ທີ່​ເຮົາ​ກຳລັງ​ນອນ​ຢູ່​ເທິງ​ຕຽງ​ເຮົາ​ໄດ້​ຝັນ ເຮັດ​ໃຫ້​ເຮົາ​ຕົກໃຈ​ຢ້ານ ພາບ ແລະ ນິມິດ​ຕ່າງໆ​ທີ່​ຜ່ານ​ເຂົ້າ​ມາ​ໃນ​ຄວາມ​ຄິດ​ຂອງ​ເຮົາ​ນັ້ນ​ໄດ້​ເຮັດ​ໃຫ້​ເຮົາ​ຕົກໃຈ​ຢ້ານ. 6ດັ່ງນັ້ນ ເຮົາ​ຈຶ່ງ​ໄດ້​ສັ່ງ​ໃຫ້​ນຳ​ນັກປາດ​ທັງໝົດ​ຂອງ​ບາບີໂລນ​ມາ​ພົບ​ເຮົາ​ເພື່ອ​ຕີ​ຄວາມໝາຍ​ຄວາມ​ຝັນ​ໃຫ້​ເຮົາ. 7ເມື່ອ​ບັນດາ​ນັກຫລິ້ນ​ອາຄົມ, ນັກ​ເວດມົນ, ໂຫລາຈານ#4:7 ຫລື ຊາວ​ຄານເດອາ ແລະ ໝໍດູ​ໄດ້​ເຂົ້າ​ມາ​ພົບ​ເຮົາ, ເຮົາ​ກໍ​ໄດ້​ເລົ່າ​ຄວາມ​ຝັນ​ໃຫ້​ພວກເຂົາ​ຟັງ, ແຕ່​ພວກເຂົາ​ບໍ່​ສາມາດ​ຕີ​ຄວາມໝາຍ​ຂອງ​ຄວາມ​ຝັນ​ນັ້ນ​ໃຫ້​ເຮົາ​ໄດ້. 8ໃນ​ທີ່​ສຸດ, ດານີເອນ​ກໍ​ເຂົ້າ​ມາ​ພົບ​ເຮົາ ແລະ ເຮົາ​ກໍ​ໄດ້​ບອກ​ຄວາມ​ຝັນ​ໃຫ້​ລາວ​ຟັງ. (ລາວ​ມີ​ຊື່​ໜຶ່ງ​ອີກ​ວ່າ ເບັນເຕຊັດຊາເຣ, ຕາມ​ຊື່​ຂອງ​ພະ​ຕົນ​ໜຶ່ງ​ຂອງ​ເຮົາ ແລະ ວິນຍານ​ຂອງ​ບັນດາ​ພະ​ສັກສິດ​ແມ່ນ​ຢູ່​ໃນ​ລາວ.)
9ເຮົາ​ໄດ້​ວ່າ, “ເບັນເຕຊັດຊາເຣ, ຫົວໜ້າ​ນັກຫລິ້ນ​ອາຄົມ, ເຮົາ​ຮູ້​ວ່າ​ວິນຍານ​ຂອງ​ບັນດາ​ພະ​ສັກສິດ​ແມ່ນ​ຢູ່​ໃນ​ເຈົ້າ ແລະ ບໍ່​ມີ​ຄວາມ​ເລິກລັບ​ໃດ​ຍາກ​ເກີນ​ຄວາມ​ເຂົ້າ​ໃຈ​ຂອງ​ເຈົ້າ. ເຮົາ​ໄດ້​ຝັນ​ຢ່າງ​ນີ້; ຈົ່ງ​ແກ້​ຄວາມຝັນ​ໃຫ້​ເຮົາ. 10ສິ່ງ​ເຫລົ່ານີ້​ເປັນ​ນິມິດ​ຕ່າງໆ​ທີ່​ເຮົາ​ໄດ້​ເຫັນ​ຂະນະທີ່​ເຮົາ​ກໍາລັງ​ນອນ​ຢູ່​ເທິງ​ຕຽງ​ຄື: ເຮົາ​ຫລຽວ​ໄປ​ເຫັນ​ຕົ້ນໄມ້​ຕົ້ນ​ໜຶ່ງ​ຢູ່​ກາງ​ແຜ່ນດິນ. ຕົ້ນໄມ້​ນັ້ນ​ສູງ​ໃຫຍ່​ຫລາຍ. 11ຕົ້ນໄມ້​ນັ້ນ​ໃຫຍ່​ຂຶ້ນ ແລະ ແຂງແກ່ນ​ຫລາຍ ແລະ ຍອດ​ຂອງ​ມັນ​ກໍ​ສູງ​ຈົນ​ຈຸ​ທ້ອງຟ້າ; ແມ່ນ​ແຕ່​ຢູ່​ສຸດປາຍ​ແຜ່ນດິນ​ໂລກ​ກໍ​ຍັງ​ເບິ່ງ​ເຫັນ​ມັນ​ໄດ້. 12ໃບ​ຂອງ​ມັນ​ງາມ, ມີ​ໝາກ​ເຕັມ​ຕົ້ນ ແລະ ມັນ​ໃຫ້​ອາຫານ​ແກ່​ສິ່ງ​ມີ​ຊີວິດ​ທັງໝົດ, ບັນດາ​ສັດປ່າ​ກໍ​ມາ​ຢູ່​ກ້ອງ​ຮົ່ມ​ຂອງ​ມັນ ແລະ ນົກ​ທັງຫລາຍ​ກໍ​ມາ​ອາໄສ​ຢູ່​ຕາມ​ງ່າ​ຂອງ​ມັນ; ທຸກ​ສິ່ງ​ທີ່​ມີ​ຊີວິດ​ລ້ຽງ​ຊີວິດ​ດ້ວຍ​ໝາກ​ຂອງ​ມັນ.
13“ຂະນະ​ທີ່​ເຮົາ​ກໍາລັງ​ນອນ​ຢູ່​ເທິງ​ຕຽງ ເຮົາ​ໄດ້​ເຫັນ​ນິມິດ, ເຮົາ​ໄດ້​ແນມ​ເຫັນ​ເທວະດາ#4:13 ຫລື ຜູ້​ພິທັກ ເຊັ່ນ​ດຽວ​ກັບ​ຂໍ້ 17 ແລະ 23​ຜູ້​ບໍລິສຸດ​ລົງ​ມາ​ຈາກ​ຟ້າ​ສະຫວັນ. 14ລາວ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ: ‘ຈົ່ງ​ຕັດ​ຕົ້ນໄມ້​ລົງ ແລະ ຕັດ​ງ່າ​ຂອງ​ມັນ​ອອກ, ລິ​ໃບ​ຂອງ​ມັນ​ຖິ້ມ ແລະ ກະຈາຍ​ໝາກ​ຂອງ​ມັນ​ອອກ​ໄປ. ຈົ່ງ​ໄລ່​ສັດ​ທັງຫລາຍ​ອອກ​ໄປ​ຈາກ​ຮົ່ມ​ຂອງ​ມັນ ແລະ ໄລ່​ນົກ​ທັງຫລາຍ​ອອກ​ຈາກ​ງ່າ​ຕ່າງໆ​ຂອງ​ມັນ. 15ແຕ່​ຈົ່ງ​ປະ​ຕໍ ແລະ ຮາກ​ຂອງ​ມັນ​ໄວ້, ຈົ່ງ​ລ່າມ​ມັນ​ໄວ້​ຢ່າງ​ນັ້ນ​ກາງ​ປ່າ​ຫຍ້າ​ໃນ​ທົ່ງ​ດ້ວຍ​ໂສ້​ເຫລັກ ແລະ ໂສ້​ທອງສຳລິດ.
“ ‘ຈົ່ງ​ປ່ອຍ​ລາວ​ປຽກ​ຊຸ່ມ​ດ້ວຍ​ນໍ້າໝອກ​ຈາກ​ຟ້າສະຫວັນ ແລະ ປ່ອຍ​ລາວ​ອາໄສ​ຢູ່​ກັບ​ສັດ​ທ່າມກາງ​ພືດພັນ​ຕ່າງໆ​ຂອງ​ແຜ່ນດິນ​ໂລກ. 16ຈົ່ງ​ໃຫ້​ຈິດໃຈ​ຂອງ​ລາວ​ປ່ຽນ​ຈາກ​ມະນຸດ ແລະ ໃຫ້​ຈິດໃຈ​ຂອງ​ລາວ​ເປັນ​ເໝືອນ​ສັດ, ຈົນ​ກວ່າ​ຈະ​ຄົບ​ເວລາ​ເຈັດ​ປີ.#4:16 ຫລື ປີ ເຊັ່ນ​ດຽວ​ກັບ​ຂໍ້ 23, 25 ແລະ 32
17“ ‘ບັນດາ​ເທວະດາ​ຜູ້​ບໍລິສຸດ​ເປັນ​ຜູ້​ແຈ້ງ​ຄຳ​ຕັດສິນ​ນີ້ ເພື່ອ​ຜູ້​ມີ​ຊີວິດ​ຢູ່​ຈະ​ຮູ້​ວ່າ​ອົງ​ສູງສຸດ​ຄອບຄອງ​ຢູ່​ເໜືອ​ອານາຈັກ​ທັງໝົດ​ເທິງ​ແຜ່ນດິນ​ໂລກ ແລະ ພຣະອົງ​ຈະ​ມອບ​ອານາຈັກ​ເຫລົ່ານັ້ນ​ໃຫ້​ແກ່​ຜູ້ໃດ​ກໍ​ໄດ້​ຕາມ​ທີ່​ພຣະອົງ​ພໍໃຈ ແລະ ໄດ້​ແຕ່ງຕັ້ງ​ຜູ້​ຕ່ຳຕ້ອຍ​ທີ່ສຸດ​ໃຫ້​ປົກຄອງ​ພວກເຂົາ’.
18“ນີ້​ແມ່ນ​ຄວາມ​ຝັນ​ຂອງ​ເຮົາ, ກະສັດ​ເນບູກາດເນັດຊາ. ບັດນີ້ ເບັນເຕຊັດຊາເຣ, ຈົ່ງ​ບອກ​ເຮົາ​ມາ​ວ່າ​ຄວາມ​ຝັນ​ນີ້​ໝາຍ​ຄວາມ​ວ່າ​ຫຍັງ, ເພາະ​ບໍ່​ມີ​ນັກປາດ​ຄົນ​ໃດ​ໃນ​ອານາຈັກ​ຂອງ​ເຮົາ​ສາມາດ​ຕີ​ຄວາມໝາຍ​ຂອງ​ຄວາມ​ຝັນ​ໃຫ້​ເຮົາ​ໄດ້. ແຕ່​ເຈົ້າ​ເຮັດ​ໄດ້ ເພາະ​ວິນຍານ​ຂອງ​ບັນດາ​ພະ​ສັກສິດ​ແມ່ນ​ຢູ່​ໃນ​ເຈົ້າ”.
ດານີເອນ​ຕີ​ຄວາມໝາຍ​ຂອງ​ຄວາມ​ຝັນ
19ແລ້ວ​ດານີເອນ (ຫລື ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ເບັນເຕຊັດຊາເຣ) ກໍ​ຮູ້​ສຶກ​ສັບສົນ​ຢູ່​ຊົ່ວ​ຂະນະ​ໜຶ່ງ ແລະ ຄວາມ​ຄິດ​ຂອງ​ລາວ​ເຮັດ​ໃຫ້​ລາວ​ຕົກໃຈ​ຢ້ານ. ດັ່ງນັ້ນ ກະສັດ​ຈຶ່ງ​ໄດ້​ເວົ້າ​ວ່າ, “ເບັນເຕຊັດຊາເຣ ຢ່າ​ໃຫ້​ຄວາມ​ຝັນ ຫລື ຄວາມຫມາຍ​ຂອງ​ມັນ​ເຮັດ​ໃຫ້​ເຈົ້າ​ຕົກໃຈ​ຢ້ານເລີຍ”.
ເບັນເຕຊັດຊາເຣ​ໄດ້​ຕອບ​ວ່າ, “ເຈົ້ານາຍ​ຂອງ​ຂ້ານ້ອຍ, ຂໍ​ໃຫ້​ຄວາມ​ຝັນ ແລະ ຄວາມຫມາຍ​ຂອງ​ມັນ​ຕົກ​ໃສ່​ພຽງ​ແຕ່​ບັນດາ​ສັດຕູ​ຂອງ​ທ່ານ! 20ຕົ້ນໄມ້​ທີ່​ທ່ານ​ໄດ້​ເຫັນ​ນັ້ນ ເປັນ​ຕົ້ນໄມ້​ທີ່​ໃຫຍ່​ຂຶ້ນ ແລະ ແຂງແກ່ນ, ຍອດ​ສູງ​ຈຸ​ຟ້າ, ຈົນ​ທົ່ວ​ໂລກ​ຍັງ​ເບິ່ງ​ເຫັນ. 21ເຊິ່ງ​ມີ​ໃບ​ງາມ ແລະ ມີ​ໝາກ​ເຕັມ​ຕົ້ນ, ເປັນ​ອາຫານ​ແກ່​ທຸກ​ສິ່ງ​ທີ່​ມີ​ຊີວິດ, ເປັນ​ຫົ່ມ​ໃຫ້​ບັນດາ​ສັດປ່າ ແລະ ມີ​ງ່າ​ໃຫ້​ບັນດາ​ນົກ​ມາ​ເຮັດ​ຮັງ​ຢູ່ 22ຂ້າ​ແດ່​ກະສັດ ທ່ານ​ແມ່ນ​ຕົ້ນໄມ້​ນັ້ນ! ທ່ານ​ເປັນ​ຜູ້​ຍິ່ງໃຫຍ່ ແລະ ເຂັ້ມແຂງ; ຄວາມ​ຍິ່ງໃຫຍ່​ຂອງ​ທ່ານ​ສູງ​ຈົນ​ຈຸ​ຟ້າ ແລະ ການ​ປົກຄອງ​ຂອງ​ທ່ານ​ຂະຫຍາຍ​ອອກ​ໄປ​ເຖິງ​ສຸດ​ໂລກ.
23“ຂ້າແດ່​ກະສັດ ທ່ານ​ໄດ້​ເຫັນ​ເທວະດາ​ຜູ້​ບໍລິສຸດ​ກໍາລັງ​ລົງ​ມາ​ຈາກ​ຟ້າ​ສະຫວັນ ແລະ ກ່າວ​ວ່າ, ‘ຈົ່ງ​ຕັດ​ຕົ້ນໄມ້​ລົງ ແລະ ທຳລາຍ​ມັນ​ຖີ້ມ, ແຕ່​ປະ​ຕໍ​ໄວ້, ຈົ່ງ​ລ່າມ​ມັນ​ໄວ້​ຢ່າງ​ນັ້ນ​ກາງ​ປ່າຫຍ້າ​ໃນ​ທົ່ງ​ດ້ວຍ​ໂສ້​ເຫລັກ ແລະ ໂສ້​ທອງສຳລິດ. ຂະນະ​ທີ່​ຮາກ​ຂອງ​ມັນ​ຍັງ​ຢູ່​ໃນ​ດິນ. ຈົ່ງ​ປ່ອຍ​ໃຫ້​ລາວ​ປຽກ​ຊຸ່ມ​ດ້ວຍ​ນ້ຳໝອກ​ຈາກ​ຟ້າສະຫວັນ; ໃຫ້​ລາວ​ອາໄສ​ຢູ່​ກັບ​ສັດປ່າ, ຈົນ​ກວ່າ​ຈະ​ຄົບ​ເວລາ​ເຈັດ​ປີ’.
24“ຂ້າ​ແດ່​ກະສັດ ນີ້​ແມ່ນ​ການ​ຕີ​ຄວາມຫມາຍ ແລະ ນີ້​ແມ່ນ​ຄໍາ​ປະກາດ​ຂອງ​ອົງ​ຜູ້​ສູງສຸດ​ໄດ້​ປະກາດ​ອອກ​ໄປ​ເຖິງ​ທ່ານ​ດັ່ງນີ້: 25ທ່ານ​ຈະ​ຖືກ​ຂັບໄລ່​ອອກ​ຈາກ​ມວນມະນຸດ ແລະ ຈະ​ອາໄສ​ຢູ່​ກັບ​ບັນດາ​ສັດປ່າ​ທັງຫລາຍ; ທ່ານ​ຈະ​ກິນ​ຫຍ້າ​ເໝືອນດັ່ງ​ງົວ ແລະ ປຽກ​ຊຸ່ມ​ດ້ວຍ​ນ້ຳໝອກ​ຈາກ​ຟ້າສະຫວັນ. ຈົນ​ກວ່າ​ຈະ​ຄົບ​ເຈັດ​ວາລະ ຈົນ​ກວ່າ​ທ່ານ​ຍອມ​ຮັບ​ຮູ້​ວ່າ​ອົງ​ຜູ້​ສູງສຸດ​ໄດ້​ຄອບຄອງ​ເໜືອ​ອານາຈັກ​ທັງໝົດ​ເທິງ​ແຜ່ນດິນ​ໂລກ ແລະ ພຣະອົງ​ຈະ​ມອບ​ອານາຈັກ​ໃຫ້​ແກ່​ຜູ້ໃດ​ກໍ​ໄດ້​ຕາມ​ທີ່​ພຣະອົງ​ພໍໃຈ. 26ຄຳສັ່ງ​ທີ່​ໃຫ້​ປະ​ຕໍໄມ້ ແລະ ຮາກ​ໄວ້​ນັ້ນ​ແມ່ນ​ໝາຍ​ຄວາມ​ວ່າ​ທ່ານ​ຈະ​ໄດ້​ອານາຈັກ​ຂອງ​ທ່ານ​ກັບ​ຄືນ​ມາ​ອີກ​ເມື່ອ​ທ່ານ​ໄດ້​ຮຽນ​ຮູ້​ວ່າ​ພຣະເຈົ້າ​ແຫ່ງ​ຟ້າ​ສະຫວັນ​ນັ້ນ​ຄອບຄອງ​ຢູ່. 27ເຫດສະນັ້ນ, ຂ້າ​ແດ່​ກະສັດ ຂໍ​ໂຜດ​ຍອມ​ຮັບ​ຄຳ​ແນະນຳ​ຂອງ​ຂ້ານ້ອຍ​ດັ່ງນີ້: ຂໍ​ຈົ່ງ​ປະຖິ້ມ​ບາບ​ຂອງ​ທ່ານ​ດ້ວຍ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ, ແລະ ຂໍ​ຈົ່ງ​ປະຖິ້ມ​ຄວາມ​ຊົ່ວຮ້າຍ​ດ້ວຍ​ການ​ເມດຕາ​ກະລຸນາ​ຕໍ່​ຜູ້​ທີ່​ຖືກ​ກົດຂີ່. ແລ້ວ​ທ່ານ​ຈະ​ໄດ້​ຈະເລີນ​ຮຸ່ງ​ເຮືອງ​ສືບ​ຕໍ່ໄປ”.
ຄວາມ​ຝັນ​ເປັນ​ຈິງ
28ເຫດການ​ທັງໝົດ​ນີ້​ກໍ​ເກີດ​ຂຶ້ນ​ກັບ​ກະສັດ​ເນບູກາດເນັດຊາ. 29ສິບ​ສອງ​ເດືອນ​ຕໍ່ມາ, ໃນ​ຂະນະທີ່​ກະສັດ​ກຳລັງ​ຍ່າງ​ຢູ່​ເທິງ​ດາດຟ້າ​ວັງ​ຂອງ​ບາບີໂລນ, 30ກະສັດ​ໄດ້​ເວົ້າ​ວ່າ, “ເຮົາ​ໄດ້​ສ້າງ​ບາບີໂລນ​ອັນ​ຍິ່ງໃຫຍ່​ນີ້​ຂຶ້ນ​ເປັນ​ວັງ, ໂດຍ​ອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ເຮົາ ແລະ ເພື່ອ​ກຽດ​ແຫ່ງ​ສະຫງ່າລາສີ​ຂອງ​ເຮົາ​ບໍ່​ແມ່ນ​ບໍ?”
31ກະສັດ​ຍັງ​ເວົ້າ​ບໍ່​ທັນ​ສຸດ​ຄຳ ກໍ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ຟ້າ​ສະຫວັນ​ວ່າ, “ກະສັດ​ເນບູກາດເນັດຊາ ນີ້​ແມ່ນ​ຄໍາ​ປະກາດ​ສຳລັບ​ເຈົ້າ, ອຳນາດ​ກະສັດ​ຂອງ​ເຈົ້າ​ໄດ້​ຖືກ​ເອົາ​ໄປ​ຈາກ​ເຈົ້າ​ແລ້ວ. 32ເຈົ້າ​ຈະ​ຖືກ​ຂັບໄລ່​ອອກ​ໄປ​ຈາກ​ມວນມະນຸດ ແລະ ຈະ​ໄປ​ອາໄສ​ຢູ່​ກັບ​ບັນດາ​ສັດປ່າ​ທັງຫລາຍ; ເຈົ້າ​ຈະ​ກິນ​ຫຍ້າ​ເໝືອນ​ງົວ. ຈົນ​ກວ່າ​ຈະ​ຄົບ​ເຈັດ​ວາລະ ຈົນ​ກວ່າ​ເຈົ້າ​ຮຽນ​ຮູ້​ວ່າ​ອົງ​ຜູ້​ສູງສຸດ​ຄອບຄອງ​ເໜືອ​ອານາຈັກ​ທັງໝົດ​ເທິງ​ແຜ່ນດິນ​ໂລກ ແລະ ພຣະອົງ​ຈະ​ມອບ​ອານາຈັກ​ແກ່​ຜູ້ໃດ​ກໍ​ໄດ້​ຕາມ​ທີ່​ພຣະອົງ​ພໍໃຈ”.
33ໃນ​ທັນໃດ​ນັ້ນ ເນບູກາດເນັດຊາ​ກໍ​ເປັນ​ໄປ​ຕາມ​ຄຳ​ປະກາດ​ຂອງ​ພຣະເຈົ້າ. ເພິ່ນ​ຖືກ​ຂັບໄລ່​ອອກ​ໄປ​ຈາກ​ມວນມະນຸດ ແລະ ກິນ​ຫຍ້າ​ເໝືອນ​ງົວ. ຮ່າງກາຍ​ຂອງ​ເພິ່ນ​ນັ້ນ​ປຽກ​ຊຸ່ມ​ດ້ວຍ​ນ້ຳໝອກ​ຈາກ​ຟ້າ​ສະຫວັນ ຈົນ​ຂົນ​ຂອງ​ເພິ່ນ​ຍາວ​ເໝືອນ​ຂົນ​ນົກອິນຊີ ແລະ ເລັບ​ຂອງ​ເພິ່ນ​ຍາວ​ເໝືອນ​ເລັບ​ຂອງ​ນົກ.
34ເມື່ອ​ຄົບ​ກຳນົດ​ແລ້ວ, ເຮົາ ເນບູກາດເນັດຊາ​ໄດ້​ເງີຍ​ໜ້າ​ຂຶ້ນ​ເບິ່ງ​ຟ້າ​ສະຫວັນ ແລະ ສະຕິ​ຂອງ​ເຮົາ​ກໍ​ກັບ​ຄືນ​ມາ. ແລ້ວ​ເຮົາ​ຈຶ່ງ​ສັນລະເສີນ​ອົງ​ຜູ້​ສູງ​ສຸດ; ເຮົາ​ຖວາຍ​ກຽດ ແລະ ຖວາຍ​ສະຫງ່າລາສີ​ແກ່​ພຣະອົງ​ຜູ້​ດຳລົງ​ຢູ່​ຕະຫລອດ​ໄປ​ເປັນ​ນິດ.
ການ​ປົກຄອງ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ໄປ​ເປັນ​ນິດ;
ອານາຈັກ​ຂອງ​ພຣະອົງ​ຍືນຍົງ​ຕະຫລອດ​ທຸກ​ຊົ່ວ​ອາຍຸ.
35ບັນດາ​ປະຊາຊາດ​ທັງໝົດ​ໃນ​ແຜ່ນດິນ​ໂລກ
ລ້ວນ​ແຕ່​ໄຮ້​ຄ່າ.
ພຣະອົງ​ມີ​ອຳນາດ
ທີ່​ຈະ​ເຮັດ​ກັບ​ບັນດາ​ເທວະດາ
ແລະ ເຮັດ​ກັບ​ປະຊາຊາດ​ໃນ​ແຜ່ນດິນ​ໂລກ​ຕາມ​ທີ່​ພຣະອົງ​ພໍໃຈ.
ບໍ່​ມີ​ຜູ້ໃດ​ສາມາດ​ຢັບຢັ້ງ​ມື​ຂອງ​ພຣະອົງໄດ້
ຫລື ກ່າວ​ກັບ​ພຣະອົງ​ໄດ້​ວ່າ, “ພຣະອົງ​ໄດ້​ເຮັດ​ຫຍັງ?”
36ໃນ​ຂະນະ​ນັ້ນ ສະຕິ​ຂອງ​ເຮົາ​ກໍ​ໄດ້​ກັບ​ຄືນ​ມາ​ແລ້ວ, ກຽດຕິຍົດ ແລະ ຄວາມ​ສະຫງ່າງາມ​ຂອງ​ເຮົາ​ກໍ​ກັບ​ມາ​ສູ່​ເຮົາ ເພື່ອ​ສະຫງ່າລາສີ​ແຫ່ງ​ອານາຈັກ​ຂອງ​ເຮົາ. ບັນດາ​ທີ່ປຶກສາ ແລະ ບັນດາ​ຂຸນນາງ​ທັງຫລາຍ​ຂອງ​ເຮົາ​ກໍ​ຕາມ​ຫາ​ເຮົາ​ມາ ແລະ ບັນລັງ​ຂອງ​ເຮົາ​ກໍ​ໄດ້​ຖືກ​ມອບ​ຄືນ​ໃຫ້​ແກ່​ເຮົາ ແລ້ວ​ກໍ​ຍິ່ງໃຫຍ່​ກວ່າ​ແຕ່​ກ່ອນ. 37ບັດນີ້ ເຮົາ ເນບູກາດເນັດຊາ, ຂໍ​ສັນລະເສີນ ແລະ ຍົກຍ້ອງ​ເທີດທູນ​ອົງ​ກະສັດ​ແຫ່ງ​ຟ້າ​ສະຫວັນ, ເພາະ​ທຸກສິ່ງ​ທີ່​ພຣະອົງ​ກະທຳ​ນັ້ນ​ຖືກຕ້ອງ ແລະ ວິຖີ​ທາງ​ທັງໝົດ​ຂອງ​ພຣະອົງ​ກໍ​ຍຸຕິທຳ. ບັນດາ​ຜູ້​ທີ່​ດຳເນີນ​ຊີວິດ​ຢ່າງ​ຈອງຫອງ ພຣະອົງ​ສາມາດ​ເຮັດ​ໃຫ້​ພວກເຂົາ​ຖ່ອມຕົວ​ລົງ​ໄດ້.

Currently Selected:

ດານີເອນ 4: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in