ແຕ່ກັບຍົກຕົນເອງຕໍ່ສູ້ອົງພຣະຜູ້ເປັນເຈົ້າແຫ່ງຟ້າສະຫວັນ. ທ່ານໄດ້ໃຫ້ນຳພາຊະນະຈາກວິຫານຂອງພຣະເຈົ້າມາໃຫ້ທ່ານ ແລະ ທ່ານເອງກັບບັນດາຂຸນນາງຂອງທ່ານ, ບັນດາເມຍຂອງທ່ານ ແລະ ບັນດານາງສະໜົມຂອງທ່ານມາໃສ່ເຫລົ້າອະງຸ່ນດື່ມ. ທ່ານໄດ້ສັນລະເສີນບັນດາພະທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງສຳລິດ, ດ້ວຍເຫລັກ, ດ້ວຍໄມ້ ແລະ ດ້ວຍຫີນ, ເຊິ່ງບໍ່ສາມາດເບິ່ງເຫັນ ຫລື ຟັງບໍ່ໄດ້ຍິນ ຫລື ບໍ່ເຂົ້າໃຈ. ແຕ່ທ່ານບໍ່ໄດ້ຖວາຍກຽດພຣະເຈົ້າ ຜູ້ທີ່ກໍາຊີວິດ ແລະ ວິຖີທາງທັງໝົດຂອງທ່ານໄວ້ໃນມືຂອງພຣະອົງ.