ດານີເອນ 6
6
ດານີເອນໃນຖ້ຳສິງ
1ດາຣິອຸດພໍໃຈທີ່ຈະແຕ່ງຕັ້ງເສນາບໍດີຈຳນວນ 120 ຄົນ ໃຫ້ປົກຄອງທົ່ວອານາຈັກ, 2ພ້ອມກັບຜູ້ບໍລິຫານການປົກຄອງເໜືອຄົນເຫລົ່ານັ້ນ. ໜຶ່ງໃນຄົນສາມນັ້ນແມ່ນດານີເອນ. ບັນດາເສນາບໍດີຈະຕ້ອງລາຍງານຕໍ່ຜູ້ບໍລິຫານການປົກຄອງເພື່ອຮັກສາຜົນປະໂຫຍດຂອງກະສັດ. 3ບັດນີ້ ດານີເອນມີຄຸນສົມບັດດີເດັ່ນເໜືອກວ່າຜູ້ບໍລິຫານການປົກຄອງຄົນອື່ນ ແລະ ເສນາບໍດີທັງຫລາຍ ກະສັດຈຶ່ງມີແຜນຈະແຕ່ງຕັ້ງເພິ່ນໃຫ້ເບິ່ງແຍງທົ່ວອານາຈັກ. 4ດ້ວຍເຫດນີ້ ຜູ້ບໍລິຫານການປົກຄອງຄົນອື່ນ ແລະ ເສນາບໍດີທັງຫລາຍຈຶ່ງພະຍາຍາມຈັບຜິດນາເນີເອນໃນວຽກງານລັດຖະການ, ແຕ່ພວກເຂົາກໍເຮັດບໍ່ສຳເລັດ. ພວກເຂົາບໍ່ພົບຂໍ້ບົກຜ່ອງຂອງດານີເອນເລີຍ, ເພາະວ່າເພິ່ນເປັນຄົນທີ່ສັດຊື່ ແລະ ບໍ່ເຄີຍສໍ້ລາດບັງຫລວງ ຫລື ລະເລີຍໜ້າທີ່. 5ໃນທີ່ສຸດຄົນເຫລົ່ານີ້ຈຶ່ງເວົ້າກັນວ່າ, “ພວກເຮົາບໍ່ມີທາງຫາເລື່ອງຈັບຜິດດານີເອນຄົນນີ້ໄດ້ເລີຍ ນອກຈາກເລື່ອງກ່ຽວກັບກົດບັນຍັດຂອງພຣະເຈົ້າຂອງລາວ”.
6ດັ່ງນັ້ນ ຜູ້ບໍລິຫານການປົກຄອງ ແລະ ເສນາບໍດີທັງຫລາຍຈຶ່ງຮວມກຸ່ມກັນເຂົ້າໄປພົບກະສັດ ແລະ ເວົ້າວ່າ: “ຂ້າແດ່ກະສັດດາຣິອຸດ ຂໍໃຫ້ກະສັດດາຣິອຸດຈົ່ງຈະເລີນ! 7ພວກຂ້ານ້ອຍທັງຫລາຍ ຜູ້ບໍລິຫານການປົກຄອງ, ເຈົ້າແຂວງ, ເສນາບໍດີ, ທີ່ປຶກສາ ແລະ ຜູ້ວ່າການ ທຸກຄົນໄດ້ພາກັນເຫັນດີນຳກັນວ່າທ່ານຄວນອອກຄຳສັ່ງ ແລະ ບັງຄັບໃຊ້ດຳລັດນັ້ນວ່າ ຖ້າຫາກຜູ້ໃດອະທິຖານຂໍສິ່ງໃດຈາກພະໃດ ຫລື ຂໍຕໍ່ມະນຸດໃນຊ່ວງສາມສິບວັນຕໍ່ໄປນີ້, ເວັ້ນໄວ້ແຕ່ຂໍຈາກທ່ານ, ຂ້າແດ່ກະສັດ, ຜູ້ນັ້ນຈະຕ້ອງຖືກໂຍນເຂົ້າໄປໃນຖໍ້າສິງ. 8ບັດນີ້ ຂ້າແດ່ກະສັດ ຂໍໃຫ້ອອກດຳລັດນີ້ ແລະ ຂຽນເປັນຕົວໜັງສືທີ່ບໍ່ມີຜູ້ໃດສາມາດປ່ຽນແປງໄດ້ ເຊິ່ງຕາມກົດໝາຍຂອງຊາວເມເດຍ ແລະ ເປີເຊຍແມ່ນບໍ່ສາມາດລຶບລ້າງໄດ້”. 9ດັ່ງນັ້ນ ກະສັດດາຣິອຸດຈຶ່ງໃຫ້ອອກດຳລັດເປັນຕົວອັກສອນ.
10ເມື່ອດານີເອນຮູ້ວ່າດຳລັດໄດ້ຖືກປະກາດໃຊ້ແລ້ວ, ເພິ່ນກໍໄດ້ກັບເມືອເຮືອນ ແລະ ຂຶ້ນໄປທີ່ຫ້ອງຊັ້ນເທິງຂອງເພິ່ນ, ເຊິ່ງມີປ່ອງຢ້ຽມປິ່ນໜ້າໃສ່ເຢຣູຊາເລັມ. ດານີເອນໄດ້ຄຸເຂົ່າຂອງຕົນລົງ ແລະ ອະທິຖານ, ຂອບພຣະຄຸນພຣະເຈົ້າຂອງເພິ່ນ, ວັນລະສາມເທື່ອຕາມທີ່ເພິ່ນເຄີຍປະຕິບັດຕະຫລອດມາ. 11ແລ້ວຄົນເຫລົ່ານັ້ນກໍຮວມກຸ່ມກັນໄປເຝົ້າເບິ່ງ ແລະ ໄດ້ພົບດານີເອນກໍາລັງອະທິຖານ ແລະ ອ້ອນວອນຂໍຄວາມຊ່ວຍເຫລືອຈາກພຣະເຈົ້າ. 12ດັ່ງນັ້ນ ພວກເຂົາຈຶ່ງໄດ້ເຂົ້າໄປພົບກະສັດ ແລະ ໄດ້ເວົ້າກ່ຽວກັບດຳລັດຂອງເພິ່ນວ່າ, “ຂ້າແດ່ກະສັດ ທ່ານໄດ້ອອກດຳລັດຂອງທ່ານແລ້ວວ່າ: ຖ້າຫາກຜູ້ໃດອະທິຖານຂໍສິ່ງໃດຈາກພະທັງຫລາຍ ຫລື ຂໍຕໍ່ມະນຸດ, ເວັ້ນໄວ້ແຕ່ຂໍຈາກທ່ານ, ຜູ້ນັ້ນຈະຕ້ອງຖືກໂຍນເຂົ້າໄປໃນຖໍ້າສິງບໍ່ແມ່ນບໍ?”
ກະສັດໄດ້ຕອບວ່າ, “ດຳລັດນັ້ນມີຜົນບັງຄັບໃຊ້ຕາມກົດໝາຍຂອງເມເດຍ ແລະ ເປີເຊຍ ເຊິ່ງບໍ່ສາມາດລຶບລ້າງໄດ້”.
13ແລ້ວພວກເຂົາຈຶ່ງເວົ້າກັບກະສັດວ່າ, “ຂ້າແດ່ກະສັດ, ດານີເອນ ເຊິ່ງເປັນຊະເລີຍຄົນໜຶ່ງຈາກຢູດາຍ, ລາວໄດ້ບໍ່ໄດ້ໃສ່ໃຈໃນພຣະອົງ ຫລື ດຳລັດທີ່ທ່ານໄດ້ໃຫ້ບັນທຶກເປັນຕົວໜັງສື. ລາວຍັງອະທິຖານມື້ລະສາມເທື່ອຢູ່”. 14ເມື່ອກະສັດໄດ້ຍິນດັ່ງນີ້, ເພິ່ນກໍທຸກໃຈຫລາຍ; ກະສັດໄດ້ຄິດຫາວິທີຊ່ວຍດານີເອນ ແລະ ພະຍາຍາມທຸກວິຖີທາງເພື່ອຊ່ວຍດານີເອນຈົນຕາເວັນຕົກດິນ.
15ຫລັງຈາກນັ້ນ ພວກເຂົາກໍໄດ້ຮວມກຸ່ມກັນໄປພົບກະສັດດາຣິອຸດ ແລະ ໄດ້ເວົ້າກັບເພິ່ນວ່າ, “ຂ້າແດ່ກະສັດ, ຂໍຈົ່ງລະນຶກວ່າຕາມກົດໝາຍຂອງເມເດຍ ແລະ ເປີເຊຍນັ້ນ ດຳລັດ ຫລື ຄໍາປະກາດໃດໆຂອງກະສັດທີ່ອອກໄປແລ້ວຈະປ່ຽນແປງບໍ່ໄດ້ເລີຍ”.
16ດັ່ງນັ້ນ ກະສັດຈຶ່ງໄດ້ມີຄຳສັ່ງ ແລະ ພວກເຂົາກໍໄດ້ໄປນຳເອົາດານີເອນມາ ແລ້ວໂຍນເພິ່ນລົງໄປໃນຖໍ້າສິງ. ກະສັດໄດ້ເວົ້າກັບດານີເອນວ່າ, “ຂໍໃຫ້ພຣະເຈົ້າຂອງເຈົ້າ ຜູ້ທີ່ເຈົ້າຮັບໃຊ້ຕະຫລອດມານັ້ນຊ່ວຍກອບກູ້ເອົາເຈົ້າ!”
17ພວກເຂົາໄດ້ນຳຫີນກ້ອນໜຶ່ງມາ ແລະ ວາງປິດປາກຖ້ຳໄວ້, ແລ້ວກະສັດກໍປະທັບຕາດ້ວຍແຫວນຕາຂອງເພິ່ນເອງໃສ່ຫີນນັ້ນ ແລະ ບັນດາຂຸນນາງຂອງເພິ່ນກໍໄດ້ປະທັບຕາດ້ວຍແຫວນຂອງຕົນ, ເພື່ອບໍ່ໃຫ້ຜູ້ໃດມາຊ່ວຍແກ້ໄຂສະຖານະການຂອງດານີເອນໄດ້. 18ແລ້ວກະສັດກໍກັບຄືນວັງຂອງຕົນ ແລະ ເພິ່ນງົດກິນອາຫານ ແລະ ງົດການບັນເທີງທັງໝົດສຳລັບເພິ່ນ. ແລ້ວເພິ່ນນອນບໍ່ຫລັບຕະຫລອດທັງຄືນນັ້ນ.
19ພໍແຕ່ຮຸ່ງເຊົ້າມາ, ກະສັດກໍລຸກຂຶ້ນ ແລະ ຟ້າວໄປທີ່ຖໍ້າສິງ. 20ເມື່ອເພື່ອເຂົ້າມາໃກ້ຖ້ຳ ກະສັດກໍໄດ້ເອີ້ນຫາດານີເອນດ້ວຍສຽງອັນເຈັບປວດວ່າ, “ດານີເອນ, ຜູ້ຮັບໃຊ້ຂອງພຣະເຈົ້າຜູ້ມີຊີວິດຢູ່, ພຣະເຈົ້າທີ່ເຈົ້າຮັບໃຊ້ຕະຫລອດມານັ້ນຊ່ວຍກອບກູ້ເຈົ້າໃຫ້ພົ້ນຈາກສິງໄດ້ບໍ?”
21ດານີເອນຕອບວ່າ “ຂ້າແດ່ກະສັດ, ຂໍກະສັດຈົ່ງຈະເລີນ! 22ພຣະເຈົ້າຂອງຂ້ານ້ອຍໄດ້ສົ່ງເທວະດາຂອງພຣະອົງມາ ແລະ ພຣະອົງໄດ້ອັດປາກຂອງໂຕສິງທັງຫລາຍໄວ້. ພວກມັນບໍ່ໄດ້ເຮັດຫຍັງຂ້ານ້ອຍເລີຍ, ເພາະຂ້ານ້ອຍບໍລິສຸດໃນສາຍຕາຂອງພຣະອົງ ແລະ ຂ້ານ້ອຍບໍ່ເຄີຍເຮັດປະການໃດຕໍ່ກະສັດເລີຍ”.
23ກະສັດມີຄວາມຍິນດີທີ່ສຸດ ແລະ ສັ່ງໃຫ້ດຶງດານີເອນຂຶ້ນມາຈາກຖໍ້າ. ເມື່ອດານີເອນຖືກດຶງຂຶ້ນມາແລ້ວ, ກໍປາກົດວ່າເພິ່ນບໍ່ມີບາດແຜອັນໃດເລີຍ, ເພາະເພິ່ນໄດ້ໄວ້ວາງໃຈໃນພຣະເຈົ້າຂອງເພິ່ນ.
24ກະສັດໄດ້ສັ່ງໃຫ້ຈັບບັນດາຜູ້ທີ່ກ່າວຫາດານີເອນຢ່າງບໍ່ຖືກຕ້ອງ ແລະ ໂຍນເຂົ້າໄປໃນຖ້ຳສິງພ້ອມທັງເມຍ ແລະ ລູກຂອງພວກເຂົາ. ຮ່າງກາຍຂອງຄົນເຫລົ່ານັ້ນກໍຖືກໂຕສິງສວບກິນຈົນກະດູກໝຸ່ນກ່ອນທີ່ຈະກະທົບກັບພື້ນຖໍ້າ.
25ຫລັງຈາກນັ້ນ ກະສັດດາຣິອຸດກໍໄດ້ຂຽນຂໍ້ຄວາມໄປເຖິງພົນລະເມືອງທຸກຊົນຊາດ ແລະ ທຸກພາສາໃນທົ່ວແຜ່ນດິນໂລກວ່າ:
“ຂໍໃຫ້ພວກທ່ານທັງຫລາຍຈະເລີນຮຸ່ງເຮືອງ!
26“ຂ້າພະເຈົ້າອອກດຳລັດໃຫ້ທຸກຄົນທີ່ຢູ່ໃນທົ່ວອານາຈັກຂອງຂ້າພະເຈົ້າຈົ່ງຢຳເກງ ແລະ ເຄົາລົບນັບຖືພຣະເຈົ້າຂອງດານີເອນ.
“ເພາະພຣະອົງເປັນພຣະເຈົ້າຜູ້ມີຊີວິດຢູ່
ແລະ ພຣະອົງດຳລົງຢູ່ຕະຫລອດໄປເປັນນິດ;
ອານາຈັກຂອງພຣະອົງຈະບໍ່ຖືກທຳລາຍ,
ອຳນາດຂອງພຣະອົງແມ່ນບໍ່ມີທີ່ສິ້ນສຸດ.
27ພຣະອົງຊ່ວຍ ແລະ ກອບກູ້;
ພຣະອົງເຮັດໝາຍສຳຄັນ ແລະ ການອັດສະຈັນຕ່າງໆ
ໃນສະຫວັນ ແລະ ເທິງແຜ່ນດິນໂລກ.
ພຣະອົງໄດ້ກອບກູ້ດານີເອນ
ຈາກອຳນາດຂອງໂຕສິງທັງຫລາຍ”.
28ດັ່ງນັ້ນ ດານີເອນຈຶ່ງຈະເລີນຮຸ່ງເຮືອງໃນຊ່ວງການປົກຄອງຂອງກະສັດດາຣິອຸດ ແລະ ໃນຊ່ວງການປົກຄອງຂອງກະສັດໄຊຣັດ#6:28 ຫລື ດາຣິອຸດ, ນັ້ນກໍຄືສະໄໝຂອງໄຊຣັດແຫ່ງເປີເຊຍ.
Currently Selected:
ດານີເອນ 6: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.