ອາໂມດ 3
3
ເອີ້ນພະຍານມາກ່າວໂທດອິດສະຣາເອນ
1ປະຊາຊົນອິດສະຣາເອນ, ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວທີ່ຕໍ່ວ່າພວກເຈົ້າ ຕໍ່ວ່າຄອບຄົວທັງໝົດທີ່ເຮົາໄດ້ນຳອອກມາຈາກເອຢິບ ດັ່ງນີ້ວ່າ:
2“ພວກເຈົ້າເທົ່ານັ້ນທີ່ເຮົາໄດ້ເລືອກໄວ້
ຈາກຊົນຊາດທັງໝົດໃນໂລກນີ້;
ເຫດສະນັ້ນ ເຮົາຈະລົງໂທດພວກເຈົ້າ
ເພາະບາບທັງໝົດຂອງພວກເຈົ້າ”.
3ສອງຄົນຈະຍ່າງໄປດ້ວຍກັນ
ໂດຍພວກເຂົາບໍ່ໄດ້ຕົກລົງກັນໄວ້ກ່ອນໄດ້ບໍ?
4ເມື່ອໂຕສິງລ່າເຫຍື່ອບໍ່ໄດ້
ມັນກໍຈະແຜດສຽງດັງຢູ່ໃນປ່າບໍ?
ເມື່ອມັນຈັບສັດຫຍັງບໍ່ໄດ້
ມັນຈະຮ້ອງຄວນຄາງຢູ່ໃນຖ້ຳບໍ?
5ເມື່ອບໍ່ໄດ້ວາງເຫຍື່ອລໍ້ໄວ້
ນົກຈະຕົກລົງໃນກັບດັກທີ່ວາງຢູ່ທີ່ພື້ນດິນໄດ້ບໍ?
ຖ້າບໍ່ມີສິ່ງໃດໄປຕິດຢູ່ທີ່ນັ້ນ
ກັບດັກຈະລັ່ນຂຶ້ນໄດ້ບໍ?
6ເມື່ອສຽງແກດັງຂຶ້ນໃນເມືອງ
ຄົນທັງຫລາຍຈະບໍ່ຕົກໃຈບໍ?
ເມື່ອເກີດໄພພິບັດໃນເມືອງໃດ
ພຣະເຈົ້າຢາເວບໍ່ໄດ້ເປັນຜູ້ບັນດານໃຫ້ເກີດບໍ?
7ແນ່ນອນ ພຣະເຈົ້າຢາເວ ອົງເຈົ້ານາຍຈະບໍ່ກະທຳສິ່ງໃດ
ໂດຍບໍ່ເປີດເຜີຍແຜນການຂອງພຣະອົງ
ໃຫ້ບັນດາຜູ້ທຳນວາຍທີ່ເປັນຜູ້ຮັບໃຊ້ຂອງພຣະອົງໄດ້ຮູ້.
8ເມື່ອໂຕສິງໄດ້ແຜດສຽງ
ຜູ້ໃດຈະບໍ່ຢ້ານ?
ເມື່ອພຣະເຈົ້າຢາເວ ອົງເຈົ້ານາຍໄດ້ກ່າວແລ້ວ
ຜູ້ໃດຈະບໍ່ກ່າວຄຳທຳນວາຍ?
9ຈົ່ງປ່າວຮ້ອງແກ່ປ້ອມປ້ອງກັນແຫ່ງອາຊະໂດດ
ແລະ ແກ່ປ້ອມປ້ອງກັນແຫ່ງເອຢິບວ່າ:
“ຈົ່ງມາຊຸມນຸມກັນຢູ່ເທິງພູເຂົາຂອງຊາມາເຣຍ;
ມາເບິ່ງຄວາມສັບສົນວຸ້ນວາຍໃນເມືອງນັ້ນ
ແລະ ເບິ່ງການກົດຂີ່ຂົ່ມເຫັງທ່າມກາງປະຊາຊົນຂອງເມືອງນັ້ນ”.
10ພຣະເຈົ້າຢາເວປະກາດດັ່ງນີ້ວ່າ,
“ບັນດາຜູ້ທີ່ສະສົມເຄື່ອງຂອງທີ່ປຸ້ນ ແລະ ຢຶດມາ ໄວ້ໃນປ້ອມປ້ອງກັນຕ່າງໆຂອງຕົນ
ພວກເຂົາບໍ່ຮູ້ຈັກເຮັດສິ່ງທີ່ຖືກຕ້ອງ”.
11ເຫດສະນັ້ນ ພຣະເຈົ້າຢາເວອົງເຈົ້ານາຍກ່າວຈຶ່ງວ່າ:
“ສັດຕູຈະມາລ້າງຜານແຜ່ນດິນຂອງເຈົ້າ
ພວກເຂົາຈະພັງທີ່ໝັ້ນຂອງເຈົ້າລົງ
ແລະ ປຸ້ນປ້ອມປ້ອງກັນທັງຫລາຍຂອງເຈົ້າ”.
12ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:
“ເໝືອນຄົນລ້ຽງແກະຊ່ວຍແກະອອກມາຈາກປາກໂຕສິງ
ໄດ້ພຽງກະດູກຂາສອງອັນ ຫລື ເສດຫູຕ່ອນດຽວສັນໃດ,
ຊາວອິດສະຣາເອນກໍຈະໄດ້ຮັບການຊ່ວຍເຫລືອແບບດຽວກັນສັນນັ້ນ,
ຄືຄົນເຫລົ່ານັ້ນທີ່ນັ່ງຢູ່ເທິງຂອບຕຽງຂອງພວກເຂົາ
ໃນຊາມາເຣຍ ແລະ ນັ່ງຢູ່ເທິງຕັ່ງນວມໃນດາມັສກັດ#3:12 ໃນພາສາເຮັບເຣີວັກນີ້ມີຄວາມຫມາຍບໍ່ຊັດເຈນ”.
13ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວ ພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່ປະກາດວ່າ, “ຈົ່ງຟັງ ແລ້ວໄປກ່າວໂທດເຊື້ອສາຍຂອງຢາໂຄບວ່າ,
14“ໃນວັນທີ່ເຮົາລົງໂທດອິດສະຣາເອນເພາະບາບທັງຫລາຍຂອງພວກເຂົາ;
ເຮົາຈະທຳລາຍແທ່ນບູຊາແຫ່ງເບັດເອນ;
ເຂົາຂອງແທ່ນຈະຖືກຕັດອອກ
ແລະ ຫລົ່ນລົງທີ່ພື້ນ.
15ເຮົາຈະພັງທະລາຍເຮືອນລະດູໜາວ
ພ້ອມທັງເຮືອນລະດູຮ້ອນລົງ;
ເຮືອນທັງຫລາຍທີ່ຕົກແຕ່ງດ້ວຍງາຊ້າງກໍຈະຖືກທຳລາຍ
ແລະ ອາຄານໃຫຍ່ທັງຫລາຍຈະສູນສິ້ນໄປ”,
ພຣະເຈົ້າຢາເວປະກາດດັ່ງນັ້ນ.
Currently Selected:
ອາໂມດ 3: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.