ອາໂມດ 2
2
1ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:
“ເນື່ອງຈາກໂມອາບໄດ້ເຮັດບາບຊ້ຳແລ້ວຊ້ຳເລົ່າສາມສີ່ຄັ້ງ
ເຮົາຈຶ່ງບໍ່ຍົກເລີກການລົງໂທດ.
ເພາະມັນໄດ້ເຜົາກະດູກກະສັດເອໂດມ
ໃຫ້ເປັນຂີ້ເຖົ່າ,
2ເຮົາຈະສົ່ງໄຟມາທີ່ໂມອາບ
ເຊິ່ງຈະເຜົາຜານປ້ອມປ້ອງກັນທັງຫລາຍຂອງເກຣິໂອດ.#2:2 ຫລື ຂອງເມືອງຕ່າງໆຂອງມັນ
ໂມອາບຈະຫລົ້ມຈົມທ່າມກາງຄວາມວຸ້ນວາຍ
ທ່າມກາງສຽງໂຫ່ຮ້ອງອອກຮົບ ແລະ ສຽງແກດັງສະໜັ່ນ.
3ເຮົາຈະທຳລາຍຜູ້ປົກຄອງມັນ
ແລະ ຂ້າບັນດາຂ້າລາຊະການພ້ອມກັບມັນດ້ວຍ”,
ພຣະເຈົ້າຢາເວກ່າວດັ່ງນັ້ນ.
4ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:
“ເນື່ອງຈາກຢູດາໄດ້ເຮັດບາບຊ້ຳແລ້ວຊ້ຳອີກສາມສີ່ຄັ້ງ
ເຮົາຈຶ່ງຍົກເລີກການລົງໂທດ.
ເພາະມັນໄດ້ປະຖິ້ມກົດບັນຍັດຂອງພຣະເຈົ້າຢາເວ
ແລະ ບໍ່ໄດ້ປະຕິບັດຕາມດຳລັດຂອງພຣະອົງ,
ເພາະພະປອມທັງຫລາຍໄດ້ຊັກຊວນພວກເຂົາໃຫ້ຫລົງຕະເຫລີດໄປ
ບັນດາພະ#2:4 ຫລື ຄຳຕົວະທັງຫລາຍທີ່ບັນພະບຸລຸດຂອງພວກເຂົາໄດ້ຫລົງຕາມໄປ,
5ເຮົາຈະສົ່ງໄຟມາທີ່ຢູດາ
ເຊິ່ງຈະເຜົາຜານປ້ອມປ້ອງກັນທັງຫລາຍຂອງເຢຣູຊາເລັມ”.
ຄຳພິພາກສາອິດສະຣາເອນ
6ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:
“ເນື່ອງຈາກອິດສະຣາເອນໄດ້ເຮັດບາບຊ້ຳແລ້ວຊ້ຳອີກສາມສີ່ຄັ້ງ
ເຮົາຈຶ່ງຍົກເລີກການລົງໂທດ.
ພວກເຂົາຂາຍຜູ້ບໍລິສຸດເພື່ອແລກປ່ຽນກັບເງິນ,
ແລະ ຂາຍຄົນຂັດສົນເພື່ອແລກປ່ຽນກັບເກີບຄູ່ດຽວ.
7ພວກເຂົາຢຽບຢ່ຳຫົວຂອງຄົນທຸກຍາກ
ເໝືອນກັບຍ່າງຢຽບຂີ້ຝຸ່ນຢູ່ເທິງພື້ນດິນ
ແລະ ບໍ່ຍອມໃຫ້ຄວາມຍຸຕິທຳແກ່ຜູ້ຖືກກົດຂີ່.
ພໍ່ ແລະ ລູກຊາຍໃຊ້ຜູ້ຍິງຄົນດຽວກັນ
ແລະ ເປັນເຫດໃຫ້ນາມອັນສັກສິດຂອງເຮົາຖືກລົບຫລູ່.
8ພວກເຂົາເອນໂຕລົງນອນຂ້າງແທ່ນບູຊາທຸກແທ່ນ
ສວມເສື້ອຜ້າທີ່ຢຶດມາຈາກການຈຳນຳ.
ພວກເຂົາດື່ມເຫລົ້າອະງຸ່ນທີ່ຢຶດມາຈາກການປັບໄໝ
ໃນເຮືອນຂອງພະຂອງພວກເຂົາ.
9“ເຮົາໄດ້ທຳລາຍຊາວອາໂມຕໍ່ໜ້າພວກເຂົາ,
ທັງທີ່ອາໂມສູງສະຫງ່າເໝືອນດັ່ງຕົ້ນໄມ້ສີດາ
ແລະ ແຂງແກ່ນເໝືອນດັ່ງຕົ້ນໂອກ.
ເຮົາໄດ້ທຳລາຍຜົນຂອງພວກເຂົາທີ່ຢູ່ຂ້າງເທິງ
ແລະ ຮາກຂອງພວກເຂົາທີ່ຢູ່ຂ້າງລຸ່ມ.
10ເຮົາໄດ້ນຳພວກເຈົ້າອອກມາຈາກເອຢິບ
ແລະ ນຳພາພວກເຈົ້າຜ່ານຖິ່ນແຫ້ງແລ້ງກັນດານຕະຫລອດສີ່ສິບປີ
ເພື່ອຍົກດິນແດນຂອງຊາວອາໂມໃຫ້ແກ່ພວກເຈົ້າ.
11“ເຮົາຍັງໄດ້ຕັ້ງລູກຊາຍບາງຄົນຂອງພວກເຈົ້າໃຫ້ເປັນຜູ້ທຳນວາຍ
ແລະ ໄດ້ເລືອກຄົນໜຸ່ມບາງຄົນຂອງພວກເຈົ້າໃຫ້ເປັນຄົນນາຊີຣີ#2:11 ນາຊີຣີ ແມ່ນຄົນອິດສະຣາເອນທີ່ອຸທິດຕົນແກ່ພຣະເຈົ້າ ໂດຍສາບານວ່າຈະບໍ່ດື່ມເຫລົ້າອະງຸ່ນ ຫລື ເບຍ ຫລື ຕັດຜົມ ຫລື ແຕະຕ້ອງສົບຄົນຕາຍ
ນີ້ເປັນຄວາມຈິງບໍ່ແມ່ນບໍ ປະຊາຊົນອິດສະຣາເອນ?”
ພຣະເຈົ້າຢາເວປະກາດດັ່ງນັ້ນ.
12“ແຕ່ພວກເຈົ້າກໍບັງຄັບໃຫ້ຄົນນາຊີຣີດື່ມເຫລົ້າອະງຸ່ນ
ແລະ ສັ່ງບັນດາຜູ້ທຳນວາຍບໍ່ໃຫ້ກ່າວຄຳທຳນວາຍ.
13“ດັ່ງນັ້ນ ບັດນີ້ເຮົາຈະຍ່ອງພວກເຈົ້າ
ເໝືອນດັ່ງກວຽນທີ່ບັນທຸກພືດຜົນເຕັມຖືກຍ່ອງ
14ຄົນທີ່ວ່ອງໄວຈະໜີບໍ່ພົ້ນ
ຄົນທີ່ແຂງແຮງຈະບໍ່ອາດຮວບຮວມກຳລັງຂອງຕົນ,
ແລະ ນັກຮົບກໍຈະເອົາຊີວິດຂອງຕົນບໍ່ພົ້ນ.
15ນັກຍິງທະນູຈະບໍ່ອາດຢືນຢູ່ໄດ້,
ທະຫານບົກຈະໜີໄປບໍ່ພົ້ນ
ແລະ ທະຫານມ້າຈະເອົາຊີວິດຂອງບໍ່ພົ້ນ.
16ແມ່ນແຕ່ນັກຮົບທີ່ກ້າຫານທີ່ສຸດ
ກໍຈະໜີໂຕເປົ່າໄປໃນວັນນັ້ນ”,
ພຣະເຈົ້າຢາເວປະກາດດັ່ງນັ້ນ.
Currently Selected:
ອາໂມດ 2: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.