YouVersion Logo
Search Icon

ອາໂມດ 3

3
ເອີ້ນ​ພະຍານ​ມາ​ກ່າວ​ໂທດ​ອິດສະຣາເອນ
1ປະຊາຊົນ​ອິດສະຣາເອນ, ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ທີ່​ຕໍ່ວ່າ​ພວກເຈົ້າ ຕໍ່ວ່າ​ຄອບຄົວ​ທັງໝົດ​ທີ່​ເຮົາ​ໄດ້​ນຳ​ອອກ​ມາ​ຈາກ​ເອຢິບ ດັ່ງນີ້​ວ່າ:
2“ພວກເຈົ້າ​ເທົ່ານັ້ນ​ທີ່​ເຮົາ​ໄດ້​ເລືອກ​ໄວ້
ຈາກ​ຊົນຊາດ​ທັງໝົດ​ໃນ​ໂລກ​ນີ້;
ເຫດສະນັ້ນ ເຮົາ​ຈະ​ລົງໂທດ​ພວກເຈົ້າ
ເພາະ​ບາບ​ທັງໝົດ​ຂອງ​ພວກເຈົ້າ”.
3ສອງ​ຄົນ​ຈະ​ຍ່າງ​ໄປ​ດ້ວຍ​ກັນ
ໂດຍ​ພວກເຂົາ​ບໍ່​ໄດ້​ຕົກລົງ​ກັນ​ໄວ້​ກ່ອນ​ໄດ້​ບໍ?
4ເມື່ອ​ໂຕສິງ​ລ່າ​ເຫຍື່ອ​ບໍ່​ໄດ້
ມັນ​ກໍ​ຈະ​ແຜດ​ສຽງ​ດັງ​ຢູ່​ໃນ​ປ່າ​ບໍ?
ເມື່ອ​ມັນ​ຈັບ​ສັດ​ຫຍັງ​ບໍ່​ໄດ້
ມັນ​ຈະ​ຮ້ອງ​ຄວນ​ຄາງ​ຢູ່​ໃນ​ຖ້ຳ​ບໍ?
5ເມື່ອ​ບໍ່​ໄດ້​ວາງ​ເຫຍື່ອ​ລໍ້​ໄວ້
ນົກ​ຈະ​ຕົກ​ລົງ​ໃນ​ກັບ​ດັກ​ທີ່​ວາງ​ຢູ່​ທີ່​ພື້ນດິນ​ໄດ້​ບໍ?
ຖ້າ​ບໍ່​ມີ​ສິ່ງໃດ​ໄປ​ຕິດ​ຢູ່​ທີ່​ນັ້ນ
ກັບດັກ​ຈະ​ລັ່ນ​ຂຶ້ນ​ໄດ້​ບໍ?
6ເມື່ອ​ສຽງ​ແກ​ດັງ​ຂຶ້ນ​ໃນ​ເມືອງ
ຄົນ​ທັງຫລາຍ​ຈະ​ບໍ່​ຕົກໃຈ​ບໍ?
ເມື່ອ​ເກີດ​ໄພພິບັດ​ໃນ​ເມືອງ​ໃດ
ພຣະເຈົ້າ​ຢາເວ​ບໍ່​ໄດ້​ເປັນ​ຜູ້​ບັນດານ​ໃຫ້​ເກີດ​ບໍ?
7ແນ່ນອນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈະ​ບໍ່​ກະທຳ​ສິ່ງໃດ
ໂດຍ​ບໍ່​ເປີດເຜີຍ​ແຜນການ​ຂອງ​ພຣະອົງ
ໃຫ້​ບັນດາ​ຜູ້ທຳນວາຍ​ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄດ້​ຮູ້.
8ເມື່ອ​ໂຕສິງ​ໄດ້​ແຜດ​ສຽງ
ຜູ້ໃດ​ຈະ​ບໍ່​ຢ້ານ?
ເມື່ອ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ກ່າວ​ແລ້ວ
ຜູ້ໃດ​ຈະ​ບໍ່​ກ່າວ​ຄຳ​ທຳນວາຍ?
9ຈົ່ງ​ປ່າວ​ຮ້ອງ​ແກ່​ປ້ອມ​ປ້ອງກັນ​ແຫ່ງ​ອາຊະໂດດ
ແລະ ແກ່​ປ້ອມ​ປ້ອງກັນ​ແຫ່ງ​ເອຢິບ​ວ່າ:
“ຈົ່ງ​ມາ​ຊຸມນຸມ​ກັນ​ຢູ່​ເທິງ​ພູເຂົາ​ຂອງ​ຊາມາເຣຍ;
ມາ​ເບິ່ງ​ຄວາມ​ສັບສົນ​ວຸ້ນວາຍ​ໃນ​ເມືອງ​ນັ້ນ
ແລະ ເບິ່ງ​ການ​ກົດຂີ່​ຂົ່ມເຫັງ​ທ່າມກາງ​ປະຊາຊົນ​ຂອງ​ເມືອງ​ນັ້ນ”.
10ພຣະເຈົ້າ​ຢາເວ​ປະກາດ​ດັ່ງນີ້​ວ່າ,
“ບັນດາ​ຜູ້​ທີ່​ສະສົມ​ເຄື່ອງ​ຂອງ​ທີ່​ປຸ້ນ ແລະ ຢຶດ​ມາ ໄວ້​ໃນ​ປ້ອມ​ປ້ອງກັນ​ຕ່າງໆ​ຂອງ​ຕົນ
ພວກເຂົາ​ບໍ່​ຮູ້​ຈັກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ”.
11ເຫດສະນັ້ນ ພຣະເຈົ້າ​ຢາເວ​ອົງ​ເຈົ້ານາຍ​ກ່າວ​ຈຶ່ງ​ວ່າ:
“ສັດຕູ​ຈະ​ມາ​ລ້າງ​ຜານ​ແຜ່ນດິນ​ຂອງ​ເຈົ້າ
ພວກເຂົາ​ຈະ​ພັງ​ທີ່ໝັ້ນ​ຂອງ​ເຈົ້າ​ລົງ
ແລະ ປຸ້ນ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ເຈົ້າ”.
12ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ:
“ເໝືອນ​ຄົນລ້ຽງແກະ​ຊ່ວຍ​ແກະ​ອອກ​ມາ​ຈາກ​ປາກ​ໂຕສິງ
ໄດ້​ພຽງ​ກະດູກ​ຂາ​ສອງ​ອັນ ຫລື ເສດ​ຫູ​ຕ່ອນ​ດຽວ​ສັນໃດ,
ຊາວ​ອິດສະຣາເອນ​ກໍ​ຈະ​ໄດ້​ຮັບ​ການ​ຊ່ວຍເຫລືອ​ແບບ​ດຽວ​ກັນ​ສັນນັ້ນ,
ຄື​ຄົນ​ເຫລົ່ານັ້ນ​ທີ່​ນັ່ງ​ຢູ່​ເທິງ​ຂອບ​ຕຽງ​ຂອງ​ພວກເຂົາ
ໃນ​ຊາມາເຣຍ ແລະ ນັ່ງ​ຢູ່​ເທິງ​ຕັ່ງນວມ​ໃນ​ດາມັສກັດ#3:12 ໃນ​ພາສາ​ເຮັບເຣີ​ວັກ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ”.
13ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ປະກາດ​ວ່າ, “ຈົ່ງ​ຟັງ ແລ້ວ​ໄປ​ກ່າວ​ໂທດ​ເຊື້ອສາຍ​ຂອງ​ຢາໂຄບ​ວ່າ,
14“ໃນ​ວັນ​ທີ່​ເຮົາ​ລົງໂທດ​ອິດສະຣາເອນ​ເພາະ​ບາບ​ທັງຫລາຍ​ຂອງ​ພວກເຂົາ;
ເຮົາ​ຈະ​ທຳລາຍ​ແທ່ນບູຊາ​ແຫ່ງ​ເບັດເອນ;
ເຂົາ​ຂອງ​ແທ່ນ​ຈະ​ຖືກ​ຕັດ​ອອກ
ແລະ ຫລົ່ນ​ລົງ​ທີ່​ພື້ນ.
15ເຮົາ​ຈະ​ພັງ​ທະລາຍ​ເຮືອນ​ລະດູ​ໜາວ
ພ້ອມ​ທັງ​ເຮືອນ​ລະດູ​ຮ້ອນ​ລົງ;
ເຮືອນ​ທັງຫລາຍ​ທີ່​ຕົກແຕ່ງ​ດ້ວຍ​ງາຊ້າງ​ກໍ​ຈະ​ຖືກ​ທຳລາຍ
ແລະ ອາຄານ​ໃຫຍ່​ທັງຫລາຍ​ຈະ​ສູນສິ້ນ​ໄປ”,
ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.

Currently Selected:

ອາໂມດ 3: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in