ອາໂມດ 4
4
ອິດສະຣາເອນບໍ່ໄດ້ຫັນກັບມາຫາພຣະເຈົ້າ
1ຈົ່ງຟັງຖ້ອຍຄຳນີ້, ບັນດາງົວແມ່ແຫ່ງບາຊານ ເຊິ່ງຢູ່ເທິງພູເຂົາຊາມາເຣຍ,
ຄືພວກແມ່ຍິງທີ່ກົດຂີ່ຄົນທຸກຍາກ ແລະ ຢຽບຢ່ຳຄົນຂັດສົນ
ແລະ ຄົນທີ່ເວົ້າກັບຜົວຂອງຕົນວ່າ, “ຊ່ວຍເອົາເຄື່ອງດື່ມມາໃຫ້ພວກເຮົາແດ່!”
2ພຣະເຈົ້າຢາເວ ອົງເຈົ້ານາຍໄດ້ປະຕິຍານໂດຍຄວາມບໍລິສຸດຂອງພຣະອົງວ່າ:
“ເວລານັ້ນຈະມາເຖິງຢ່າງແນ່ນອນ
ເມື່ອພວກເຈົ້າຈະຖືກລາກໄປດ້ວຍຂໍເກາະ
ພວກສຸດທ້າຍຈະຖືກລາກໄປດ້ວຍເບັດ.
3ພວກເຈົ້າແຕ່ລະຄົນຈະອອກໄປຊື່
ຜ່ານຮອຍແຕກຂອງກຳແພງ.
ພວກເຈົ້າຈະຖືກໂຍນອອກໄປທີ່ຮານໂມນ#4:3 ພາສາເຮັບເຣີວ່າ ຈະຖືກໂຍນອອກໄປ ໂອ ພູເຂົາແຫ່ງການກົດຂີ່ຂົ່ມເຫັງ (ເບິ່ງສະບັບ LXX.)”.
ພຣະເຈົ້າຢາເວປະກາດດັ່ງນັ້ນ.
4“ຈົ່ງໄປທີ່ເບັດເອນ ແລະ ເຮັດບາບ;
ຈົ່ງໄປທີ່ກິນການ ແລະ ເຮັດບາບຫລາຍຂຶ້ນໄປອີກ.
ເອົາເຄື່ອງບູຊາຂອງພວກເຈົ້າໄປຖວາຍທຸກເຊົ້າ,
ເອົາໜຶ່ງສ່ວນສິບຂອງພວກເຈົ້າໄປຖວາຍທຸກສາມປີ.#4:4 ຫລື ຖວາຍໃນວັນທີສາມ
5ເອົາເຂົ້າຈີ່ໃສ່ເຊື້ອແປ້ງມາເຜົາຖວາຍເປັນເຄື່ອງບູຊາຂອບພຣະຄຸນ
ແລະ ອວດອ້າງເຄື່ອງບູຊາຕາມຄວາມສະໝັກໃຈຂອງພວກເຈົ້າ
ຈົ່ງອວດອ້າງສິ່ງເຫລົ່ານັ້ນ ພວກເຈົ້າ ຊາວອິດສະຣາເອນ,
ໃນເມື່ອພວກເຈົ້າຮັກທີ່ຈະເຮັດເຊັ່ນນັ້ນ”,
ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
6“ເຮົາໃຫ້ພວກເຈົ້າທ້ອງແຫ້ງ#4:6 ພາສາເຮັບເຣີວ່າ ໃຫ້ແຂ້ວຂອງເຈົ້າສະອາດໃນທຸກໆນະຄອນ
ບໍ່ມີອາຫານກິນໃນທຸກໆເມືອງ,
ເຖິງປານນັ້ນ ພວກເຈົ້າກໍບໍ່ຍອມກັບມາຫາເຮົາ”,
ພຣະເຈົ້າຢາເວປະກາດດັ່ງນັ້ນ.
7“ເຮົາໄດ້ງົດໃຫ້ຝົນແກ່ພວກເຈົ້າດ້ວຍ
ຍັງສາມເດືອນກ່ອນເຖິງລະດູເກັບກ່ຽວ
ເຮົາໄດ້ໃຫ້ຝົນຕົກໃນເມືອງໜຶ່ງ,
ແຕ່ບໍ່ໃຫ້ຝົນຕົກໃນອີກເມືອງໜຶ່ງ.
ນາໜຶ່ງມີຝົນ;
ອີກນາໜຶ່ງບໍ່ມີຝົນ ແລະ ເຂົ້າກໍຈະຫ່ຽວແຫ້ງໄປ.
8ຄົນທັງຫລາຍໂຊເຊຈາກເມືອງໜຶ່ງໄປອີກເມືອງໜຶ່ງເພື່ອຫານ້ຳ
ແຕ່ກໍໄດ້ບໍ່ພໍດື່ມ,
ເຖິງປານນັ້ນພວກເຈົ້າກໍບໍ່ຍອມກັບມາຫາເຮົາ”,
ພຣະເຈົ້າຢາເວປະກາດດັ່ງນັ້ນ.
9“ຫລາຍຄັ້ງທີ່ເຮົາໂຈມຕີສວນ ແລະ ສວນອະງຸ່ນຂອງພວກເຈົ້າ,
ພືດຜົນຖືກທຳລາຍ ແລະ ຂຶ້ນລາ.
ມີຕັກແຕນກັດກິນຕົ້ນໝາກເດື່ອ ແລະ ຕົ້ນໝາກກອກຂອງພວກເຈົ້າ.
ເຖິງປານນັ້ນ ພວກເຈົ້າກໍບໍ່ຍອມກັບມາຫາເຮົາ”.
ພຣະເຈົ້າຢາເວປະກາດດັ່ງນັ້ນ.
10“ເຮົາໄດ້ສົ່ງໄພພິບັດຕ່າງໆມາທ່າມກາງພວກເຈົ້າ
ເໝືອນທີ່ເຮົາໄດ້ເຮັດແກ່ເອຢິບ.
ເຮົາໄດ້ຂ້າຊາຍໜຸ່ມຂອງພວກເຈົ້າດ້ວຍດາບ,
ພ້ອມກັບຂ້າມ້າທັງຫລາຍທີ່ພວກເຈົ້າຢຶດມາໄດ້.
ເຮົາໄດ້ເຮັດໃຫ້ກິ່ນເໝັນທີ່ກຸ້ມໄປທົ່ວຄ້າຍພັກພັດເຂົ້າດັງຂອງພວກເຈົ້າ.
ເຖິງປານນັ້ນ ພວກເຈົ້າກໍບໍ່ຍອມກັບມາຫາເຮົາ”,
ພຣະເຈົ້າຢາເວປະກາດດັ່ງນັ້ນ.
11“ເຮົາໄດ້ໂຄ່ນລົ້ມພວກເຈົ້າບາງຄົນໄປ
ເໝືອນທີ່ເຮົາ#4:11 ພາສາເຮັບເຣີວ່າ ພຣະເຈົ້າໄດ້ໂຄ່ນລົ້ມໂຊໂດມ ແລະ ໂກໂມຣາ.
ພວກເຈົ້າເໝືອນດົ້ນຟືນທີ່ຖືກດຶງອອກມາຈາກກອງໄຟ,
ເຖິງປານນັ້ນ ພວກເຈົ້າກໍບໍ່ຍອມກັບມາຫາເຮົາ”,
ພຣະເຈົ້າຢາເວປະກາດດັ່ງນັ້ນ.
12“ເຫດສະນັ້ນ ອິດສະຣາເອນ ເຮົາຈະເຮັດກັບເຈົ້າດັ່ງນີ້,
ແລະ ເພາະເຮົາຈະເຮັດກັບເຈົ້າດັ່ງນີ້,
ອິດສະຣາເອນ, ຈົ່ງຕຽມໂຕພົບກັບພຣະເຈົ້າຂອງເຈົ້າ”.
13ພຣະອົງຜູ້ກໍ່ຮ່າງສ້າງພູເຂົາທັງຫລາຍ
ຜູ້ສ້າງລົມ,
ແລະ ຜູ້ທີ່ສະແດງຄວາມຄິດໃຫ້ແກ່ມະນຸດ,
ພຣະອົງຜູ້ເຮັດໃຫ້ປ່ຽນຮຸ່ງເຊົ້າໃຫ້ເປັນຄວາມມືດມິດ,
ແລະ ດຳເນີນການຢູ່ເທິງເບື້ອງສູງຂອງໂລກ
ນາມຂອງພຣະອົງຄືພຣະເຈົ້າຢາເວ ພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່.
Currently Selected:
ອາໂມດ 4: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.