ອາໂມດ 1
1
1ຖ້ອຍຄຳຂອງອາໂມດ ຄົນລ້ຽງແກະຄົນໜຶ່ງໃນເຕກົວ ສິ່ງທີ່ອາໂມດໄດ້ເຫັນກ່ຽວກັບອິດສະຣາເອນສອງປີ ກ່ອນທີ່ຈະເກີດແຜ່ນດິນໄຫວ, ເມື່ອເວລາທີ່ອຸດຊີຢາເປັນກະສັດແຫ່ງຢູດາຍ ແລະ ເຢໂຣໂບອາມ ລູກຊາຍຂອງເຢໂຮອາດ#1:1 ພາສາເຮັບເຣີວ່າ ໂຢອາດ ເປັນອີກຮູບໜຶ່ງຂອງ ເຢໂຮອາດ ເປັນກະສັດແຫ່ງອິດສະຣາເອນ.
2ອາໂມດໄດ້ກ່າວວ່າ:
“ພຣະເຈົ້າຢາເວເປັ່ງສຽງກ້ອງຈາກຊີໂອນ
ເປັ່ງສຽງຈາກເຢຣູຊາເລັມ
ແລ້ວທົ່ງຫຍ້າຂອງຄົນລ້ຽງແກະກໍຫ່ຽວແຫ້ງ#1:2 ຫລື ທົ່ງຫຍ້າຂອງຄົນລ້ຽງແກະຄ່ຳຄວນໄວ້ອາໄລ
ແລະ ຈອມພູກາເມນກໍຫ່ຽວແຫ້ງໄປ”
ຄຳພິພາກສາບັນດາເພື່ອນບ້ານຂອງອິດສະຣາເອນ
3ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:
“ເນື່ອງຈາກດາມັສກັດໄດ້ເຮັດບາບຊ້ຳແລ້ວຊ້ຳອີກສາມສີ່ຄັ້ງ,
ເຮົາຈຶ່ງບໍ່ຍົກເລີກການລົງໂທດ.
ເພາະມັນໄດ້ນວດຊາວກີເລອາດ
ດ້ວຍແປ້ນນວດເຂົ້າ ເຊິ່ງມີແຂ້ວເປັນເຫລັກ,
4ເຮົາຈະສົ່ງໄຟມາທີ່ເຮືອນຂອງກະສັດຮາຊາເອນ
ເຊິ່ງຈະເຜົາຜານປ້ອມປ້ອງກັນທັງຫລາຍຂອງກະສັດເບັນຮາດາດ.
5ເຮົາຈະພັງປະຕູເມືອງດາມັສກັດ;
ເຮົາຈະທຳລາຍກະສັດທີ່ຢູ່ໃນ#1:5 ຫລື ຜູ້ທີ່ອາໄສຢູ່ໃນຮ່ອມພູອາເວນ#1:5 ແປວ່າ ຄວາມຊົ່ວຮ້າຍ
ແລະ ທຳລາຍຜູ້ຖືໄມ້ຄາທາໃນເບັດເຮເດນ
ຊາວຊີເຣຍຈະຖືກກວາດຕ້ອນໄປເປັນຊະເລີຍຢູ່ທີ່ເມືອງກີຣະ”,
ພຣະເຈົ້າຢາເວກ່າວດັ່ງນັ້ນ.
6ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:
“ເນື່ອງຈາກກາຊາເຮັດບາບຊ້ຳແລ້ວຊ້ຳອີກສາມສີ່ຄັ້ງ
ເຮົາຈຶ່ງບໍ່ຍົກເລີກການລົງໂທດ.
ເພາະມັນໄດ້ກວາດຕ້ອນຄົນທັງຊຸມຊົນໄປເປັນຊະເລີຍ
ແລະ ຂາຍໃຫ້ແກ່ຊາວເອໂດມ,
7ເຮົາຈະສົ່ງໄຟມາທີ່ກຳແພງເມືອງກາຊາ
ເຊິ່ງຈະເຜົາຜານປ້ອມປ້ອງກັນທັງຫລາຍຂອງມັນ.
8ເຮົາຈະທຳລາຍກະສັດແຫ່ງ#1:8 ຫລື ຜູ້ທີ່ອາໄສຢູ່ໃນອາຊະໂດດ
ແລະ ທຳລາຍຜູ້ຖືໄມ້ຄາທາໃນອາຊະເກໂລນ.
ເຮົາຈະລົງໂທດຊາວເມືອງເອັກໂຣນ,
ຈົນກວ່າຄົນຟີລິດສະຕິນຄົນສຸດທ້າຍຈະຕາຍໄປ”,
ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນັ້ນ.
9ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:
“ເນື່ອງຈາກຕີເຣເຮັດບາບຊ້ຳແລ້ວຊ້ຳອີກສາມສີ່ຄັ້ງ
ເຮົາຈຶ່ງບໍ່ຍົກເລີກການລົງໂທດ.
ເພາະມັນໄດ້ຂາຍຊະເລີຍທັງຊຸມຊົນໃຫ້ແກ່ເອໂດມ,
ບໍ່ຄຳນຶງເຖິງສັນຍາມິດຕະພາບລະຫວ່າງພີ່ນ້ອງ,
10ເຮົາຈະສົ່ງໄຟມາທີ່ກຳແພງເມືອງຕີເຣ
ເຊິ່ງຈະເຜົາຜານປ້ອມປ້ອງກັນທັງຫລາຍຂອງມັນ”.
11ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:
“ເນື່ອງຈາກເອໂດມໄດ້ເຮັດບາບຊ້ຳແລ້ວຊ້ຳອີກສາມສີ່ຄັ້ງ
ເຮົາຈຶ່ງບໍ່ຍົກເລີກການລົງໂທດ.
ເພາະມັນຖືດາບຕາມລ່ານ້ອງຊາຍຂອງຕົນ
ແລະ ຂ້າແມ່ຍິງຂອງດິນແດນ,
ເພາະຄວາມໃຈຮ້າຍຂອງມັນລຸກຢູ່ຕະຫລອດເວລາ
ແລະ ຄວາມຄຽດແຄ້ນຂອງມັນກໍລຸກຢູ່ບໍ່ຢຸດ,
12ເຮົາຈະສົ່ງໄຟມາທີ່ເຕມານ
ເຊິ່ງຈະເຜົາຜານປ້ອມປ້ອງກັນທັງຫລາຍຂອງໂບຊະຣາ”.
13ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:
“ເນື່ອງຈາກອຳໂມນໄດ້ເຮັດບາບຊ້ຳແລ້ວຊ້ຳອີກສາມສີ່ຄັ້ງ
ເຮົາຈຶ່ງບໍ່ຍົກເລີກການລົງໂທດ.
ເພາະມັນໄດ້ຜ່າທ້ອງແມ່ຍິງຖືພາໃນກີເລອາດ
ເພື່ອຂະຫຍາຍເຂດແດນຂອງຕົນ,
14ເຮົາຈະສົ່ງໄຟມາທີ່ກຳແພງເມືອງຣັບບາ
ເຊິ່ງຈະເຜົາຜານປ້ອມປ້ອງກັນທັງຫລາຍຂອງມັນ
ທ່າມກາງສຽງໂຫ່ຮ້ອງໃນວັນສົງຄາມ,
ທ່າມກາງສາຍລົມປັ່ນປ່ວນໃນວັນທີ່ມີພະຍຸ.
15ກະສັດ#1:15 ຫລື ໂມເລັກຂອງອຳໂມນ ແລະ ບັນດາຂ້າລາຊະການ
ຈະຕົກເປັນຊະເລີຍ”,
ພຣະເຈົ້າຢາເວກ່າວດັ່ງນັ້ນ.
Currently Selected:
ອາໂມດ 1: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.