YouVersion Logo
Search Icon

ອາໂມດ 2

2
1ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ:
“ເນື່ອງ​ຈາກ​ໂມອາບ​ໄດ້​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ເລົ່າ​ສາມ​ສີ່​ຄັ້ງ
ເຮົາ​ຈຶ່ງ​ບໍ່​ຍົກເລີກ​ການ​ລົງໂທດ.
ເພາະ​ມັນ​ໄດ້​ເຜົາ​ກະດູກ​ກະສັດ​ເອໂດມ
ໃຫ້​ເປັນ​ຂີ້ເຖົ່າ,
2ເຮົາ​ຈະ​ສົ່ງ​ໄຟ​ມາ​ທີ່​ໂມອາບ
ເຊິ່ງ​ຈະ​ເຜົາ​ຜານ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ເກຣິໂອດ.#2:2 ຫລື ຂອງ​ເມືອງ​ຕ່າງໆ​ຂອງ​ມັນ
ໂມອາບ​ຈະ​ຫລົ້ມຈົມ​ທ່າມກາງ​ຄວາມ​ວຸ້ນວາຍ
ທ່າມກາງ​ສຽງ​ໂຫ່​ຮ້ອງ​ອອກ​ຮົບ ແລະ ສຽງ​ແກ​ດັງ​ສະໜັ່ນ.
3ເຮົາ​ຈະ​ທຳລາຍ​ຜູ້​ປົກຄອງ​ມັນ
ແລະ ຂ້າ​ບັນດາ​ຂ້າລາຊະການ​ພ້ອມ​ກັບ​ມັນ​ດ້ວຍ”,
ພຣະເຈົ້າ​ຢາເວ​ກ່າວ​ດັ່ງນັ້ນ.
4ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ:
“ເນື່ອງ​ຈາກ​ຢູດາ​ໄດ້​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ​ສາມ​ສີ່​ຄັ້ງ
ເຮົາ​ຈຶ່ງ​ຍົກເລີກ​ການ​ລົງໂທດ.
ເພາະ​ມັນ​ໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ພຣະເຈົ້າ​ຢາເວ
ແລະ ບໍ່​ໄດ້​ປະຕິບັດ​ຕາມ​ດຳລັດ​ຂອງ​ພຣະອົງ,
ເພາະ​ພະ​ປອມ​ທັງຫລາຍ​ໄດ້​ຊັກຊວນ​ພວກເຂົາ​ໃຫ້​ຫລົງ​ຕະເຫລີດ​ໄປ
ບັນດາ​ພະ#2:4 ຫລື ຄຳ​ຕົວະ​ທັງຫລາຍ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ຫລົງ​ຕາມ​ໄປ,
5ເຮົາ​ຈະ​ສົ່ງ​ໄຟ​ມາ​ທີ່​ຢູດາ
ເຊິ່ງ​ຈະ​ເຜົາ​ຜານ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ເຢຣູຊາເລັມ”.
ຄຳ​ພິພາກສາ​ອິດສະຣາເອນ
6ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ:
“ເນື່ອງ​ຈາກ​ອິດສະຣາເອນ​ໄດ້​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ​ສາມ​ສີ່​ຄັ້ງ
ເຮົາ​ຈຶ່ງ​ຍົກເລີກ​ການ​ລົງໂທດ.
ພວກເຂົາ​ຂາຍ​ຜູ້​ບໍລິສຸດ​ເພື່ອ​ແລກປ່ຽນ​ກັບ​ເງິນ,
ແລະ ຂາຍ​ຄົນ​ຂັດສົນ​ເພື່ອ​ແລກປ່ຽນ​ກັບ​ເກີບ​ຄູ່​ດຽວ.
7ພວກເຂົາ​ຢຽບຢ່ຳ​ຫົວ​ຂອງ​ຄົນ​ທຸກຍາກ
ເໝືອນ​ກັບ​ຍ່າງ​ຢຽບ​ຂີ້ຝຸ່ນ​ຢູ່​ເທິງ​ພື້ນດິນ
ແລະ ບໍ່​ຍອມ​ໃຫ້​ຄວາມ​ຍຸຕິທຳ​ແກ່​ຜູ້​ຖືກ​ກົດຂີ່.
ພໍ່ ແລະ ລູກຊາຍ​ໃຊ້​ຜູ້ຍິງ​ຄົນ​ດຽວ​ກັນ
ແລະ ເປັນ​ເຫດ​ໃຫ້​ນາມ​ອັນ​ສັກສິດ​ຂອງ​ເຮົາ​ຖືກ​ລົບຫລູ່.
8ພວກເຂົາ​ເອນ​ໂຕ​ລົງ​ນອນ​ຂ້າງ​ແທ່ນບູຊາ​ທຸກ​ແທ່ນ
ສວມ​ເສື້ອ​ຜ້າ​ທີ່​ຢຶດ​ມາ​ຈາກ​ການ​ຈຳນຳ.
ພວກເຂົາ​ດື່ມ​ເຫລົ້າອະງຸ່ນ​ທີ່​ຢຶດ​ມາ​ຈາກ​ການ​ປັບໄໝ
ໃນ​ເຮືອນ​ຂອງ​ພະ​ຂອງ​ພວກເຂົາ.
9“ເຮົາ​ໄດ້​ທຳລາຍ​ຊາວ​ອາໂມ​ຕໍ່ໜ້າ​ພວກເຂົາ,
ທັງ​ທີ່​ອາໂມ​ສູງ​ສະຫງ່າ​ເໝືອນ​ດັ່ງ​ຕົ້ນໄມ້ສີດາ
ແລະ ແຂງແກ່ນ​ເໝືອນ​ດັ່ງ​ຕົ້ນໂອກ.
ເຮົາ​ໄດ້​ທຳລາຍ​ຜົນ​ຂອງ​ພວກເຂົາ​ທີ່​ຢູ່​ຂ້າງ​ເທິງ
ແລະ ຮາກ​ຂອງ​ພວກເຂົາ​ທີ່​ຢູ່​ຂ້າງ​ລຸ່ມ.
10ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ
ແລະ ນຳພາ​ພວກເຈົ້າ​ຜ່ານ​ຖິ່ນແຫ້ງແລ້ງກັນດານ​ຕະຫລອດ​ສີ່ສິບ​ປີ
ເພື່ອ​ຍົກ​ດິນແດນ​ຂອງ​ຊາວ​ອາໂມ​ໃຫ້​ແກ່​ພວກເຈົ້າ.
11“ເຮົາ​ຍັງ​ໄດ້​ຕັ້ງ​ລູກຊາຍ​ບາງຄົນ​ຂອງ​ພວກເຈົ້າ​ໃຫ້​ເປັນ​ຜູ້ທຳນວາຍ
ແລະ ໄດ້​ເລືອກ​ຄົນ​ໜຸ່ມ​ບາງຄົນ​ຂອງ​ພວກເຈົ້າ​ໃຫ້​ເປັນ​ຄົນ​ນາຊີຣີ#2:11 ນາຊີຣີ ແມ່ນ​ຄົນ​ອິດສະຣາເອນ​ທີ່​ອຸທິດ​ຕົນ​ແກ່​ພຣະເຈົ້າ ໂດຍ​ສາບານ​ວ່າ​ຈະບໍ່​ດື່ມ​ເຫລົ້າອະງຸ່ນ ຫລື ເບຍ ຫລື ຕັດຜົມ ຫລື ແຕະຕ້ອງ​ສົບ​ຄົນຕາຍ
ນີ້​ເປັນ​ຄວາມ​ຈິງ​ບໍ່​ແມ່ນ​ບໍ ປະຊາຊົນ​ອິດສະຣາເອນ?”
ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.
12“ແຕ່​ພວກເຈົ້າ​ກໍ​ບັງຄັບ​ໃຫ້​ຄົນ​ນາຊີຣີ​ດື່ມ​ເຫລົ້າອະງຸ່ນ
ແລະ ສັ່ງ​ບັນດາ​ຜູ້ທຳນວາຍ​ບໍ່​ໃຫ້​ກ່າວ​ຄຳ​ທຳນວາຍ.
13“ດັ່ງນັ້ນ ບັດນີ້​ເຮົາ​ຈະ​ຍ່ອງ​ພວກເຈົ້າ
ເໝືອນ​ດັ່ງ​ກວຽນ​ທີ່​ບັນທຸກ​ພືດຜົນ​ເຕັມ​ຖືກ​ຍ່ອງ
14ຄົນ​ທີ່​ວ່ອງໄວ​ຈະ​ໜີ​ບໍ່​ພົ້ນ
ຄົນ​ທີ່​ແຂງແຮງ​ຈະ​ບໍ່​ອາດ​ຮວບຮວມ​ກຳລັງ​ຂອງ​ຕົນ,
ແລະ ນັກຮົບ​ກໍ​ຈະ​ເອົາ​ຊີວິດ​ຂອງ​ຕົນ​ບໍ່​ພົ້ນ.
15ນັກ​ຍິງ​ທະນູ​ຈະ​ບໍ່​ອາດ​ຢືນ​ຢູ່​ໄດ້,
ທະຫານ​ບົກ​ຈະ​ໜີ​ໄປ​ບໍ່​ພົ້ນ
ແລະ ທະຫານ​ມ້າ​ຈະ​ເອົາ​ຊີວິດ​ຂອງ​ບໍ່​ພົ້ນ.
16ແມ່ນແຕ່​ນັກຮົບ​ທີ່​ກ້າຫານ​ທີ່ສຸດ
ກໍ​ຈະ​ໜີ​ໂຕ​ເປົ່າ​ໄປ​ໃນ​ວັນ​ນັ້ນ”,
ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.

Currently Selected:

ອາໂມດ 2: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in