ຖ້ອຍຄຳຂອງອາໂມດ ຄົນລ້ຽງແກະຄົນໜຶ່ງໃນເຕກົວ ສິ່ງທີ່ອາໂມດໄດ້ເຫັນກ່ຽວກັບອິດສະຣາເອນສອງປີ ກ່ອນທີ່ຈະເກີດແຜ່ນດິນໄຫວ, ເມື່ອເວລາທີ່ອຸດຊີຢາເປັນກະສັດແຫ່ງຢູດາຍ ແລະ ເຢໂຣໂບອາມ ລູກຊາຍຂອງເຢໂຮອາດ ເປັນກະສັດແຫ່ງອິດສະຣາເອນ.
ອາໂມດໄດ້ກ່າວວ່າ:
“ພຣະເຈົ້າຢາເວເປັ່ງສຽງກ້ອງຈາກຊີໂອນ
ເປັ່ງສຽງຈາກເຢຣູຊາເລັມ
ແລ້ວທົ່ງຫຍ້າຂອງຄົນລ້ຽງແກະກໍຫ່ຽວແຫ້ງ
ແລະ ຈອມພູກາເມນກໍຫ່ຽວແຫ້ງໄປ”