ອາໂມດ ຄຳນຳ
ຄຳນຳ
ອານາຈັກອິດສະຣາເອນພາກເໜືອມີຄວາມຍິ່ງໃຫຍ່ເຖິງຈຸດສູງສຸດໃນຊ່ວງເຄິ່ງທຳອິດຂອງສັດຕະວັດທີ 8 ກ່ອນ ຄສ. (2ກສ 14:23-25) ຄື 41 ປີແຫ່ງການຄອງລາດຂອງກະສັດເຢໂຣໂບອາມທີ 2 ຜູ້ມີອຳນາດອິດສະຣາເອນມີຄວາມໝັ້ນໃຈໃນໄຊຊະນະ, ການນະມັດສະການ ແລະ ມໍລະດົກຂອງຕົນ. ພວກເຂົາຈຶ່ງໃຊ້ຄຳຂວັນວ່າ “ພຣະເຈົ້າສະຖິດກັບພວກເຮົາ” ແລະ ຄອຍຖ້າວັນຂອງພຣະເຈົ້າຢາເວທີ່ພຣະເຈົ້າຈະໂຈມຕີສັດຕູທັງໝົດ ແລະ ສະຖາປານາອິດສະຣາເອນເປັນຜູ້ປົກຄອງພູມີພາກ.
ໃນບັນຍາກາດຂອງລັດທິຊາດນິຍົມທີ່ໝັ້ນໃຈຕົນເອງຫລາຍເກີນໄປນີ້, ອາໂມດຜູ້ລ້ຽງແກະຈາກອານາຈັກທາງພາກໃຕ້ຂອງຢູດາໄດ້ກ້າວເຂົ້າມາ, ເພິ່ນໄດ້ຍືນໃນວິຫານອັນຍິ່ງໃຫຍ່ຢູ່ທີ່ເບັດເອນ ແລະ ປະກາດວ່າພຣະເຈົ້າກຳລັງປຸກລະດົມຊົນຊາດທັງຫລາຍໃຫ້ເອົາຊະນະອິດສະຣາເອນ. ເພິ່ນຢືນການວ່າວັນແຫ່ງພຣະເຈົ້າຢາເວຈະເປັນຄວາມມືດມິດ ບໍ່ແມ່ນຄວາມສະຫວ່າງ ພຣະເຈົ້າບໍ່ໄດ້ປະທັບໃຈໃນຄວາມຮັ່ງມີ, ອຳນາດທາງການທະຫານ ຫລື ການເຮັດຕາມໃຈຕົນເອງຂອງອິດສະຣາເອນ. ພຣະເຈົ້າກຳລັງແນມຫາຄວາມຍຸຕິທຳ ໃນຂະນະທີ່ຄົນຮັ່ງມີ ແລະ ມີອຳນາດກຳລັງເອົາປຽບຄົນທຸກ. ພຣະເຈົ້າຮຽກຮ້ອງອິດສະຣາເອນໃຫ້ກັບໃຈ ເຊິ່ງເປັນວິທີດຽວທີ່ຈະບໍ່ຖືກທຳລາຍ.
ຂໍ້ຄວາມດັ່ງກ່າວໄດ້ເຮັດໃຫ້ເກີດຄວາມວຸ້ນວາຍ. ອາມາຊີຢາ ມະຫາປະໂລຫິດແຫ່ງເບັດເອນກ່າວຫາອາໂມດວ່າທໍລະຍົດ. ອາໂມດໄດ້ຖືກເນລະເທດອອກຈາກອານາຈັກ, ແຕ່ຄຳທຳນວາຍຂອງເພິ່ນໄດ້ຮັບການບັນທຶກໄວ້. ເກີດເປັນຄຳທຳນວາຍທີ່ເກົ່າແກ່ທີ່ສຸດຊຸດໜຶ່ງຂອງຜູ້ທຳນວາຍພຣະຄຳພີເຮັບເຣີ. ໜັງສືອາໂມດປະກອບດ້ວຍຄຳທຳນວາຍປະມານ 36 ຂໍ້ຄວາມ ແລະ ເລື່ອງລາວການເນລະເທດອາໂມດ. ເນື້ອຫາສ່ວນໃຫຍ່ໃນເຫລັ້ມນີ້ຮວບຮວມຂຶ້ນຢ່າງຫລວມໆ ແຕ່ສື່ສານຂໍ້ຄວາມໜຶ່ງທີ່ໜັກແໜ້ນສະໝ່ຳສະເໝີນັ້ນຄື “ຈົ່ງໃຫ້ຄວາມຍຸຕິທຳດຳເນີນຕໍ່ໄປເໝືອນແມ່ນ້ຳ ໃຫ້ຄວາມຊອບທຳເໝືອນສາຍນ້ຳທີ່ບໍ່ມີວັນສິ້ນສຸດ”.
Currently Selected:
ອາໂມດ ຄຳນຳ: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.