YouVersion Logo
Search Icon

ອາໂມດ 9

9
ອົງພຣະ​ຜູ້​ເປັນເຈົ້າ​ຕັດສິນ​ພວກ​ອິດສະຣາເອນ
1ຂ້າພະເຈົ້າ​ໄດ້​ເຫັນ​ພຣະເຈົ້າຢາເວ​ຢືນ​ຢູ່​ຂ້າງ​ແທ່ນບູຊາ. ພຣະອົງ​ໄດ້​ສັ່ງ​ວ່າ, “ຈົ່ງ​ທຸບຕີ​ຍອດ​ເສົາ​ວິຫານ​ໃຫ້​ແຮງໆ ຈົນ​ພື້ນ​ຂອງ​ມັນ​ສະເທືອນ​ຫວັ່ນໄຫວ. ຈົ່ງ​ຫັກ​ເສົາ​ລົງ​ເປັນ​ທ່ອນໆ​ທັບ​ຫົວ​ປະຊາຊົນ. ສ່ວນ​ຄົນ​ທີ່​ຍັງເຫລືອ​ນັ້ນ ເຮົາ​ຈະ​ຂ້າ​ພວກເຂົາ​ໃນ​ສະໜາມຮົບ. ເຮົາ​ຈະ​ບໍ່​ໃຫ້​ຜູ້ໃດ​ແລ່ນ​ປົບໜີໄປ​ໄດ້​ແມ່ນແຕ່​ຜູ້ດຽວ. 2ເຖິງ​ແມ່ນ​ວ່າ ພວກເຂົາ​ຈະ​ຂຸດ​ຊ່ອງທາງ​ໄປ​ສູ່​ພິພົບ​ຄົນຕາຍ ເຮົາ​ກໍ​ຈະ​ໄລ່​ຈັບ​ພວກເຂົາ​ໃຫ້​ທັນ. ຖ້າ​ພວກເຂົາ​ປີນຂຶ້ນ​ເມືອ​ສະຫວັນ ເຮົາ​ກໍ​ຈະ​ດຶງ​ພວກເຂົາ​ລົງ​ມາ. 3ຖ້າ​ພວກເຂົາ​ລີ້​ຢູ່​ເທິງ​ຍອດພູ​ກາເມນ ເຮົາ​ກໍ​ຈະ​ຄົ້ນຫາ ແລະ​ຈັບ​ພວກເຂົາ​ມາ. ຖ້າ​ພວກເຂົາ​ລີ້​ຢູ່​ພື້ນ​ທະເລ ເຮົາ​ກໍ​ຈະ​ສັ່ງ​ມັງກອນ​ທະເລ ກັດ​ກິນ​ພວກເຂົາ​ເສຍ. 4ຖ້າ​ພວກເຂົາ​ຖືກ​ສັດຕູ​ຈັບ​ໄປ ເຮົາ​ກໍ​ຈະ​ສັ່ງ​ໃຫ້​ສັດຕູ​ຂ້າ​ພວກເຂົາ​ຖິ້ມ. ເຮົາ​ໄດ້​ຕັດສິນໃຈ​ທຳລາຍ​ພວກເຂົາ ແລະ​ບໍ່ແມ່ນ​ຊ່ວຍເຫລືອ​ພວກເຂົາ.”
5ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່
ພຣະອົງ​ແຕະຕ້ອງ​ແຜ່ນດິນ ໂລກ​ເຮົາ​ກໍ​ຫວັ່ນໄຫວ​ໂລດ
ທຸກໆຄົນ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ​ກໍ​ໂສກເສົ້າ​ເສຍໃຈ
ທົ່ວ​ທັງໂລກ​ຟົ້ງ​ຂຶ້ນ​ໂຍບລົງ​ດັ່ງ​ແມ່ນໍ້ານິນ​ໃນ​ເອຢິບ​ນັ້ນ.
6ພຣະອົງ​ສ້າງ​ພຣະຣາຊວັງ​ທີ່​ເທິງ​ຟ້າ​ສະຫວັນ
ແລະ​ໃຫ້​ວົງໂຄ້ງ​ທ້ອງຟ້າ​ປົກຄຸມ​ເທິງ​ແຜ່ນດິນ​ໂລກ.
ພຣະອົງ​ເອົາ​ນໍ້າ​ຂຶ້ນ​ມາ​ຈາກ​ທ້ອງ​ທະເລ
ແລະ​ເທ​ນໍ້າ​ທະເລ​ລົງ​ໃສ່​ແຜ່ນດິນ​ໂລກ.
ນາມ​ຂອງ​ພຣະອົງ​ແມ່ນ​ພຣະເຈົ້າຢາເວ.
7ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ຄິດເຖິງ​ພວກເຈົ້າ​ດັ່ງ​ຄິດເຖິງ​ຊາວ​ເອທີໂອເປຍ. ເຮົາ​ໄດ້​ພາ​ພວກ​ຟີລິດສະຕິນ​ອອກ​ຈາກ​ເກາະ​ກະເຣເຕ ແລະ​ພາ​ພວກ​ຊີເຣຍ​ອອກ​ມາ​ຈາກ​ເມືອງ​ກີຣະ ດັ່ງ​ທີ່​ເຮົາ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ. 8ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ສັງເກດ​ເບິ່ງ​ອານາຈັກ​ທີ່​ເຕັມ​ໄປ​ດ້ວຍ​ການບາບ ແລະ​ເຮົາ​ຈະ​ທຳລາຍ​ມັນ​ໃຫ້​ໝົດໄປ​ຈາກ​ຜືນ​ແຜ່ນດິນ​ໂລກ​ນີ້. ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ຄອບຄົວ​ທັງໝົດ​ຂອງ​ຢາໂຄບ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.
9ເຮົາ​ຈະ​ອອກ​ຄຳສັ່ງ ແລະ​ຈະ​ຝັດຮ່ອນ​ພວກ​ອິດສະຣາເອນ ດັ່ງ​ຝັດຮ່ອນ​ເຂົ້າ​ຢູ່​ໃນ​ກະດົ້ງ. ເຮົາ​ຈະ​ຝັດຮ່ອນ​ພວກເຂົາ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ເພື່ອ​ເອົາ​ຜູ້​ທີ່​ບໍ່ມີ​ຄຸນຄ່າ​ທຸກຄົນ​ອອກ​ໄປ. 10ຄົນບາບ​ທີ່​ຢູ່​ທ່າມກາງ​ປະຊາຊົນ​ຂອງເຮົາ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ຄື​ຜູ້​ທີ່​ເວົ້າ​ວ່າ, ‘ພຣະເຈົ້າ​ຈະ​ບໍ່​ໃຫ້​ໄພ​ອັນຕະລາຍ​ຢ່າງໃດ​ມາ​ໃກ້​ພວກເຮົາ​ດອກ.”’
ພຣະເຈົ້າ​ຈະ​ສ້າງ​ອິດສະຣາເອນ​ຂຶ້ນ​ໃໝ່
11“ວັນ​ໜຶ່ງ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ເຮົາ​ຈະ​ສ້າງ​ຫໍເຕັນ​ຂອງ​ດາວິດ​ຂຶ້ນ​ໃໝ່ ຄື​ເປັນ​ດັ່ງ​ເຮືອນ​ຫລັງ​ໜຶ່ງ​ທີ່​ຮົກຮ້າງ​ເພພັງ​ນັ້ນ. ເຮົາ​ຈະ​ສ້ອມແປງ​ກຳແພງ​ອີກ​ໃໝ່ ໃຫ້​ເປັນ​ດັ່ງ​ທີ່​ເຄີຍ​ເປັນ​ມາ​ແຕ່​ດົນນານ​ແລ້ວ. 12ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ຈະ​ໄດ້​ຢຶດຄອງ​ອີກເທື່ອໜຶ່ງ ພວກ​ທີ່​ຍັງເຫລືອ​ຢູ່​ໃນ​ເອໂດມ ແລະ​ຊົນຊາດ​ອື່ນໆ​ທີ່​ເປັນ​ຝ່າຍ​ເຮົາ​ມາ​ກ່ອນ.” ພຣະເຈົ້າຢາເວ​ຜູ້​ເຮັດ​ໃຫ້​ສິ່ງ​ນີ້​ບັງເກີດ​ຂຶ້ນ​ກ່າວ​ດັ່ງນີ້ແຫລະ.
13ພຣະເຈົ້າຢາເວ​ກ່າວ​ວ່າ, “ວັນ​ນັ້ນ​ກຳລັງ​ມາ​ເຖິງ
ເມື່ອ​ຕົ້ນ​ເຂົ້າ​ຈະ​ໃຫຍ່​ໄວ​ກ່ອນ​ເວລາ​ພໍ​ກ່ຽວ
ແລະ​ໝາກອະງຸ່ນ​ກໍ​ໃຫຍ່​ໄວ​ກ່ອນ​ເວລາ​ບີບ​ອະງຸ່ນ
ນໍ້າ​ອະງຸ່ນ​ຈະ​ຍ້ອຍ​ລົງ​ຈາກ​ພູເຂົາ ແລະ​ໄຫລ​ສູ່​ພູນ້ອຍ.
14ເຮົາ​ຈະ​ນຳ​ປະຊາຊົນ​ຂອງເຮົາ​ຄືນ​ສູ່​ດິນ​ເດີມ​ຂອງ​ພວກເຂົາ
ສ້າງ​ເມືອງ​ເພພັງ​ຂຶ້ນ​ໃໝ່ ແລະ​ອາໄສ​ຢູ່​ທີ່​ນັ້ນ;
ພວກເຂົາ​ຈະ​ເຮັດ​ສວນອະງຸ່ນ​ອີກ ແລະ​ດື່ມ​ເຫຼົ້າ​ອະງຸ່ນ
ພວກເຂົາ​ຈະ​ເຮັດ​ສວນ​ຜັກ​ແລະ​ກິນ​ເຄື່ອງ​ປູກຝັງ​ນັ້ນ.
15ເຮົາ​ຈະ​ປູກ​ປະຊາຊົນ​ຂອງເຮົາ​ໄວ້​ຢູ່​ໃນ​ດິນແດນ
ບ່ອນ​ທີ່​ເຮົາ​ມອບ​ໃຫ້​ແກ່​ພວກເຂົາ
ແລະ​ພວກເຂົາ​ຈະ​ບໍ່​ຖືກ​ຫລົກ​ອອກ​ໜີໄປ​ເລີຍ.”
ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກ່າວ​ດັ່ງນີ້ແຫຼະ.

Currently Selected:

ອາໂມດ 9: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in