YouVersion Logo
Search Icon

ໂອບາດີຢາ 1

1
1ຕໍ່ໄປນີ້​ແມ່ນ​ຄຳທຳນວາຍ​ຂອງ​ໂອບາດີຢາ ຄື​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ເຖິງ​ຊົນຊາດ​ເອໂດມ.
ພຣະເຈົ້າຢາເວ​ຈະ​ລົງໂທດ​ເອໂດມ
ແລະ​ສົ່ງ​ຜູ້ນຳຂ່າວ​ໄປ​ຍັງ​ຊົນຊາດ​ທັງຫລາຍ
ພວກເຮົາ​ກໍ​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະອົງ​ດັ່ງນີ້:
ພວກເຂົາ​ກ່າວ​ແກ່​ກັນແລະກັນ​ວ່າ, “ຈົ່ງ​ຕຽມພ້ອມ
ໃຫ້​ພວກເຮົາ​ໄປ​ເຮັດ​ເສິກ​ຕໍ່ສູ້​ເອໂດມ​ເທາະ.”
2“ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ອ່ອນ​ກຳລັງ
ທຸກໆ​ຄົນ​ຈະ​ດູໝິ່ນ​ປະໝາດ​ເຈົ້າ.
3ຄວາມ​ອວດອົ່ງ​ຂອງເຈົ້າ​ໄດ້​ລໍ້ລວງ​ເຈົ້າ​ເອງ
ເມືອງເອກ​ມີ​ປ້ອມ​ກຳແພງ​ສ້າງ​ດ້ວຍ​ຫີນດານ;
ເຮືອນ​ຂອງເຈົ້າ​ກໍ​ຖືກ​ສ້າງ​ທີ່​ເທິງ​ພູເຂົາ​ສູງ​ທັງຫລາຍ
ສະນັ້ນ ເຈົ້າ​ຈຶ່ງ​ຄິດວ່າ, ‘ໃຜ​ຈະ​ດຶງ​ຂ້ອຍ​ລົງ​ໄດ້?’
4ເຖິງ​ວ່າ​ເຈົ້າ​ນັ້ນ​ສ້າງ​ເຮືອນ​ຂອງເຈົ້າ​ຂຶ້ນມາ
ສູງ​ເທົ່າ​ກັບ​ຮັງ​ຂອງ​ນົກອິນຊີ​ກໍຕາມ
ເພື່ອ​ໃຫ້​ປາກົດ​ເຫັນ​ຄື​ວ່າ​ຢູ່​ທ່າມກາງ​ດວງດາວ
ເຖິງ​ຢ່າງ​ນັ້ນ​ກໍຕາມ ເຮົາ​ຈະ​ດືງ​ເຈົ້າ​ລົງ​ໃຫ້​ໄດ້.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.
5“ເມື່ອ​ພວກ​ຂີ້ລັກ​ມາ​ໃນ​ຕອນ​ກາງຄືນ
ພວກເຂົາ​ກໍ​ລັກ​ເອົາ​ສິ່ງ​ທີ່​ພວກເຂົາ​ຕ້ອງການ​ເທົ່ານັ້ນ.
ເມື່ອ​ເກັບ​ໝາກອະງຸ່ນ​ຄົນ​ກໍ​ປະ​ໄວ້​ພຽງ​ໜ້ອຍດຽວ
ແຕ່​ສັດຕູ​ຂອງ​ເຈົ້າ ໄດ້​ກຳຈັດ​ເຈົ້າ​ໃຫ້​ໝົດກ້ຽງ.
6ພວກເຈົ້າ​ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ເອຊາວ​ເອີຍ
ຊັບສົມບັດ​ຂອງ​ພວກເຈົ້າ​ຖືກ​ປຸ້ນ​ໄປ​ເສຍ​ແລ້ວ.
7ພັນທະມິດ​ຂອງ​ພວກເຈົ້າ​ໄດ້​ຫລອກລວງ​ພວກເຈົ້າ​ສາ​ແລ້ວ;
ພວກເຂົາ​ໄດ້​ໄລ່​ໃຫ້​ໜີ​ຈາກ​ດິນແດນ​ຂອງ​ພວກເຈົ້າ​ເອງ​ແລ້ວ.
ປະຊາຊົນ​ທີ່​ເຄີຍ​ຢູ່​ຢ່າງ​ສະຫງົບສຸກ​ກັບ​ພວກເຈົ້າ
ມາບັດນີ້ ພວກເຂົາ​ກໍໄດ້​ຕີ​ຊະນະ​ພວກເຈົ້າ​ສາ​ແລ້ວ.
ພວກ​ເພື່ອນ​ເຫຼົ່ານັ້ນ​ທີ່​ໄດ້​ກິນ​ເຂົ້າ​ຮ່ວມກັນ
ຕ່າງ​ກໍໄດ້​ຫ້າງແຮ້ວ​ດັກຈັບ​ພວກເຈົ້າ;
ພວກເຂົາ​ຕ່າງ​ກໍໄດ້​ເວົ້າ​ກ່ຽວກັບ​ເຈົ້າ​ວ່າ,
‘ຄວາມ​ຫລັກແຫລມ​ທີ່​ລາວ​ມີ​ນັ້ນ​ໄປ​ໃສ​ໝົດ?’
8ພຣະເຈົ້າຢາເວ​ກ່າວ​ວ່າ ໃນ​ມື້​ນັ້ນ
ເຮົາ​ຈະ​ລົງໂທດ​ທັນ​ຄົນ​ຫລັກແຫລມ
ໃນ​ເອໂດມ​ໃຫ້​ໝົດສິ້ນ​ຕາມ​ເທິງ​ພູ​ຂອງ​ພວກເຂົາ
ແລະ​ກຳຈັດ​ສະຕິປັນຍາ​ທັງໝົດ​ຂອງ​ພວກເຂົາ.
9ພວກ​ນັກຮົບ​ຂອງ​ເຕມານ​ຈະ​ສະທ້ານ​ຢ້ານກົວ
ແລະ​ທະຫານ​ທຸກຄົນ​ໃນ​ເອໂດມ​ຈະ​ຖືກ​ຂ້າ​ກ້ຽງ.
ເຫດຜົນ​ທີ່​ຊາດ​ເອໂດມ​ຖືກ​ລົງໂທດ
10ຍ້ອນ​ວ່າ​ພວກເຈົ້າ​ໄດ້​ລັກ​ແລະ​ສັງຫານ
ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນເອງ ຄື​ເຊື້ອສາຍ​ຂອງ​ຢາໂຄບ.
ພວກເຈົ້າ​ຈຶ່ງ​ຈະ​ຖືກ​ທຳລາຍ​ເຊັ່ນກັນ
ຈະ​ຖືກ​ລົດກຽດ​ສັກສີ​ໃຫ້​ສູນສິ້ນ​ຕະຫລອດໄປ.
11ພວກເຈົ້າ​ຢືນຢູ່​ຊື່ໆ​ໃນ​ມື້​ທີ່​ສັດຕູ​ພັງ​ປະຕູ​ເມືອງ​ຂອງ​ພວກເຂົາ
ຕ່າງ​ກໍ​ຊົ່ວ​ກັນ​ໝົດ​ເທົ່າກັບ​ຄົນຕ່າງຊາດ​ເຫຼົ່ານັ້ນ
ທີ່​ໄດ້​ຂົນ​ຊັບສົມບັດ​ໜີໄປ​ຈາກ​ນະຄອນ​ເຢຣູຊາເລັມ
ແລະ​ໄດ້​ແບ່ງປັນ​ໃນ​ທ່າມກາງ​ພວກ​ເຂົາເຈົ້າ.
12ພວກເຈົ້າ​ບໍ່ຄວນ​ສົມນໍ້າໜ້າ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນເອງ
ຄື​ຊາວ​ຢູດາ​ທັງໝົດ​ທີ່​ໄດ້​ຮັບ​ເຄາະກຳ​ນັ້ນ.
ພວກເຈົ້າ​ບໍ່ຄວນ​ຊົມຊື່ນ​ໃນ​ມື້​ທີ່​ພວກເຂົາ​ຫຼົ້ມຈົມ
ພວກເຈົ້າ​ບໍ່ຄວນ​ຫຍໍ້ຫຍັນ​ເມື່ອ​ພວກເຂົາ​ຖືກ​ລຳບາກ.
13ພວກເຈົ້າ​ບໍ່ຄວນ​ເຂົ້າ​ໄປ​ໃນ​ເມືອງ​ຄົນ​ຂອງເຮົາ
ເພື່ອ​ສົມນໍ້າໜ້າ​ຄວາມ​ທົນທຸກ​ຂອງ​ພວກ​ເຂົາເຈົ້າ
ແລະ​ພາກັນ​ຢຶດເອົາ​ຄວາມຮັ່ງມີ​ຂອງ​ພວກເຂົາ​ໄປ
ໃນ​ມື້​ທີ່​ພວກເຂົາ​ໄດ້​ຮັບ​ຄວາມ​ພິນາດ.
14ພວກເຈົ້າ​ບໍ່ຄວນ​ຢືນຢູ່​ທີ່​ສີ່​ແຍກ​ຖະໜົນ​ຫົນທາງ
ເພື່ອ​ຈັບກຸມ​ເອົາ​ຜູ້​ທີ່​ພະຍາຍາມ​ປົບໜີໄປ​ນັ້ນ.
ພວກເຈົ້າ​ບໍ່ຄວນ​ຈັບ​ພວກເຂົາ​ສົ່ງ​ໄປ​ໃຫ້​ພວກ​ສັດຕູ
ໃນ​ມື້​ທີ່​ພວກເຂົາ​ໄດ້​ຮັບ​ຄວາມ​ທົນທຸກ.
ພຣະເຈົ້າ​ຈະ​ຕັດສິນ​ຊົນຊາດ​ຕ່າງໆ
15ວັນ​ຂອງ​ພຣະເຈົ້າຢາເວ​ກໍ​ຫຍັບເຂົ້າ​ມາ​ໃກ້​ແລ້ວ
ທີ່​ຈະ​ຕັດສິນ​ໝົດ​ທຸກ​ຊົນຊາດ.
ເອໂດມ​ເອີຍ ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ແກ່​ພວກເຂົາ​ສັນໃດ
ກໍ​ຈະ​ຖືກ​ເຮັດ​ໃຫ້​ຄືນ​ແກ່​ເຈົ້າ​ສັນນັ້ນ.
ເຈົ້າ​ໄດ້​ໃຫ້​ແກ່​ພວກເຂົາ​ສິ່ງໃດ
ພວກເຂົາ​ກໍ​ຈະ​ໃຫ້​ຄືນ​ແກ່​ເຈົ້າ​ສິ່ງນັ້ນ.
16ປະຊາຊົນ​ຂອງ​ເຮົາ​ໄດ້​ດື່ມ ທີ່​ເນີນພູ​ສັກສິດ​ຂອງເຮົາ
ຈາກ​ຈອກ​ແຫ່ງ​ການ​ລົງໂທດ​ອັນ​ຂົມຂື່ນ.
ແຕ່​ໝົດ​ທຸກ​ຊົນຊາດ​ທີ່​ຢູ່​ອ້ອມແອ້ມ​ພວກເຂົາ​ຄືກັນ
ກໍ​ຈະ​ໄດ້​ດື່ມ​ຈອກ​ອັນ​ຂົມຂື່ນ​ນັ້ນ​ໜັກກວ່າ;
ພວກເຂົາ​ຈະ​ພາກັນ​ດື່ມ​ຈາກ​ຈອກ​ນັ້ນ​ຈົນ​ໝົດ
ແລະ​ຕ່າງ​ກໍ​ຈະ​ສະຫລາຍໄປ​ຈົນ​ໝົດສິ້ນ.
ຊາດ​ອິດສະຣາເອນ​ຈະ​ໄດ້​ຮັບ​ໄຊຊະນະ
17ແຕ່​ບາງຄົນ​ເຫຼືອ​ຢູ່​ທີ່​ພູເຂົາ​ຊີໂອນ​ຈະ​ໄດ້​ພົ້ນໄພ
ທີ່​ນັ້ນ​ຈະ​ໄດ້​ເປັນ​ສະຖານທີ່​ສັກສິດ​ທີ່ສຸດ​ແທ້ໆ.
ປະຊາຊົນ​ຂອງ​ຢາໂຄບ​ຈະ​ໄດ້​ເປັນ​ກຳມະສິດ
ດິນແດນ​ທີ່​ເປັນ​ຂອງ​ພວກເຂົາ​ຕາມ​ສິດທິ​ທີ່​ພວກເຂົາ​ມີຢູ່.
18ຄົນ​ຂອງ​ຢາໂຄບ​ແລະ​ໂຢເຊັບ​ຈະ​ເປັນ​ດັ່ງ​ໄຟ
ຈະ​ທຳລາຍ​ຄົນ​ຂອງ​ເອຊາວ​ດັ່ງ​ໄຟ​ໄໝ້​ເຟືອງ​ແຫ້ງ.
ເຊື້ອສາຍ​ເອຊາວ​ຈະ​ບໍ່ມີ​ຜູ້ໃດ​ໄດ້​ລອດຊີວິດ​ຢູ່.”
ພຣະເຈົ້າຢາເວ​ໄດ້ກ່າວ​ດັ່ງນີ້ແຫຼະ.
19ຄົນ​ຈາກ​ພາກໃຕ້​ຢູດາຍ​ຈະ​ເຂົ້າ​ຄອບຄອງ​ເອໂດມ
ຄົນ​ຈາກ​ຕີນ​ພູ​ພາກ​ຕາເວັນຕົກ​ຈະ​ຢຶດ​ຟີລິດສະຕິນ​ໄດ້
ຊາວ​ອິດສະຣາເອນ​ຈະ​ໄດ້​ເປັນ​ກຳມະສິດ​ດິນແດນ
ຂອງ​ເອຟຣາອິມ​ແລະ​ຊາມາເຣຍ​ດ້ວຍ;
ປະຊາຊົນ​ຊາວ​ເບັນຢາມິນ​ກໍ​ເຊັ່ນກັນ
ຈະ​ຢຶດຄອງ​ເຂດແດນ​ກີເລອາດ.
20ຈາກ​ທິດເໜືອ​ກອງທັບ​ຂອງ​ພວກ​ທີ່​ຖືກ​ຈັບ​ໄປ
ຈະ​ຕ່າວ​ກັບຄືນ​ມາ​ສູ່​ດິນແດນ​ອີກ;
ພວກເຂົາ​ຈະ​ຕີ​ຊະນະ​ໂຟນີເຊຍ
ແລະ​ພາກເໜືອ​ສຸດ​ຂອງ​ຊາເຣຟັດ​ດ້ວຍ.
ພວກ​ທີ່​ໄດ້​ຖືກ​ຈັບ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ
ຄື​ພວກ​ທີ່​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຊາກດິດ​ນັ້ນ
ພວກເຂົາ​ຈະ​ໂຈມຕີ​ເມືອງເລັກ​ເມືອງນ້ອຍ​ທັງຫລາຍ
ທີ່​ຢູ່​ໃນ​ດິນແດນ​ຢູດາຍ​ທາງ​ເຂດ​ພາກໃຕ້​ຄື​ເນເກັບ.
21ພວກ​ຜູ້ຊາຍ​ທີ່​ມີ​ໄຊຊະນະ​ຂອງ​ເຢຣູຊາເລັມ
ພວກເຂົາ​ຈະ​ໂຈມຕີ​ເອົາ​ເອໂດມ​ໄດ້
ແລະ​ທັງ​ຈະ​ປົກຄອງ​ພວກເຂົາ​ຄືກັນ
ແລະ​ອານາຈັກ​ຈະ​ເປັນ​ຂອງ​ພຣະເຈົ້າຢາເວ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Videos for ໂອບາດີຢາ 1