ອາໂມດ 8
8
ອາໂມດເຫັນກະຕ່າໝາກໄມ້ທາງນິມິດ
1ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ໃຫ້ຂ້າພະເຈົ້າເຫັນນິມິດຢ່າງອື່ນອີກ. ໃນນິມິດນັ້ນ ຂ້າພະເຈົ້າໄດ້ເຫັນກະຕ່າໝາກໄມ້ກະຕ່າໜຶ່ງ. 2ພຣະອົງຖາມວ່າ, “ອາໂມດ ເຈົ້າເຫັນຫຍັງແດ່?”
ຂ້າພະເຈົ້າຕອບວ່າ, “ເຫັນກະຕ່າໝາກໄມ້ລະດູຮ້ອນ.”
ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຍຸກສຸດທ້າຍ ໄດ້ມາຮອດແລ້ວສຳລັບຊາດອິດສະຣາເອນ ປະຊາຊົນຂອງເຮົາ. ເຮົາຈະບໍ່ປ່ຽນໃຈໃນການລົງໂທດພວກເຂົາ. 3ພຣະເຈົ້າຢາເວ ພຣະເຈົ້າກ່າວດັ່ງນີ້ແຫຼະ ໃນວັນນັ້ນ ສຽງຮ້ອງເພງໃນວັງຈະກາຍເປັນສຽງຄໍ່າຄວນ. ຊາກສົບຂອງຄົນຕາຍຈະມີຢູ່ທຸກບ່ອນ. ພວກເຂົາຈະຖືກໂຍນຖິ້ມອອກໄປຢູ່ໃນຄວາມງຽບ.”
ເຄາະກຳຕົກຖືກຊາວອິດສະຣາເອນ
4ຈົ່ງຟັງເລື່ອງນີ້ເຖີດ ພວກທີ່ຢຽບຢໍ່າຄົນຂັດສົນແລະພະຍາຍາມທຳລາຍຄົນຍາກຈົນຢູ່ໃນປະເທດ. ພວກເຈົ້າເວົ້າກັບຕົນເອງວ່າ, “ພວກເຮົາລໍຖ້າຢາກໃຫ້ວັນເດືອນຂຶ້ນໃໝ່ເຫຼົ່ານີ້ຜ່ານພົ້ນໄປເກືອບບໍ່ໄຫວ ເພາະພວກເຮົາຢາກຂາຍເຂົ້າສາລີ. 5ຍັງດົນປານໃດວັນຊະບາໂຕຈະໝົດໄປ ເພື່ອວ່າພວກເຮົາຈະເລີ່ມຂາຍເຂົ້າສາລີໄດ້? ແລ້ວພວກເຮົາກໍຈະຄິດຄ່າເກີນກວ່າລາຄາ, ໃຊ້ເຄື່ອງຜອງບໍ່ຖືກຕ້ອງ ແລະດັດແປງຊິງເພື່ອສໍ້ໂກງລູກຄ້າຂອງພວກເຮົາ. 6ພວກເຮົາສາມາດຂາຍເຂົ້າບໍ່ດີໃນລາຄາແພງ. ພວກເຮົາຈະຊອກຫາຊື້ເອົາຄົນຍາກຈົນ ມາເປັນທາດຮັບໃຊ້ໃນລາຄາເທົ່າກັບເກີບພຽງຄູ່ດຽວ.”
7ພຣະເຈົ້າຢາເວໄດ້ສາບານໄວ້ໂດຍກຽດສັກສີຂອງຢາໂຄບວ່າ, “ເຮົາຈະບໍ່ລືມການກະທຳອັນຊົ່ວຊ້າຂອງພວກເຂົາ. 8ສະນັ້ນ ແຜ່ນດິນໂລກຈະຫວັ່ນໄຫວ ທຸກຄົນໃນດິນແດນນີ້ຈະຕ້ອງໂສກເສົ້າເສຍໃຈ. ທົ່ວທັງປະເທດຈະສັ່ນສະເທືອນຟົ້ງຂຶ້ນ ແລະເຈື່ອນລົງເໝືອນກັນກັບແມ່ນໍ້ານິນ. 9ໃນວັນນັ້ນ ເຮົາຈະໃຫ້ຕາເວັນຕົກໃນຍາມທ່ຽງ ແລະແຜ່ນດິນໂລກຈະມືດມົນໃນຍາມກາງເວັນ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. 10ເຮົາຈະໃຫ້ເທດສະການຕ່າງໆກາຍເປັນງານແຫ່ສົບ ແລະຈະປ່ຽນເພງສະໜຸກສະໜານໃຫ້ເປັນສຽງຮ້ອງໄຫ້ທີ່ໂສກເສົ້າເສຍໃຈ. ເຮົາຈະໃຫ້ພວກເຈົ້າແຖຫົວແລະນຸ່ງເຄື່ອງໄວ້ທຸກ ແລະພວກເຈົ້າກໍຈະເປັນດັ່ງພໍ່ແມ່ທີ່ຮ້ອງໄຫ້ໄວ້ທຸກນຳລູກຊາຍໂທນທີ່ຕາຍໄປ. ໃນວັນນັ້ນຈະມີແຕ່ຄວາມຂົມຂື່ນຈົນເຖິງທີ່ສຸດ.
11ເວລາໃກ້ເຂົ້າມາແລ້ວ ເມື່ອເຮົາຈະໃຫ້ການອຶດຢາກເກີດຂຶ້ນໃນແຜ່ນດິນ. ປະຊາຊົນຈະຫິວເຂົ້າແຕ່ບໍ່ແມ່ນຫິວເຂົ້າຈີ່; ພວກເຂົາຈະຄໍແຫ້ງແຕ່ບໍ່ແມ່ນກະຫາຍນໍ້າ; ພວກເຂົາຈະຫິວກະຫາຍຖ້ອຍຄຳທັງຫຼາຍຂອງພຣະເຈົ້າຢາເວ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ. 12ປະຊາຊົນຈະທ່ອງທ່ຽວໄປມາ ແຕ່ທະເລຕາຍຈົນເຖິງທະເລເມດີແຕຣາເນ ແລ້ວແຕ່ທາງເໜືອໄປສູ່ທາງຕາເວັນອອກ. ພວກເຂົາຈະຊອກຫາຖ້ອຍຄຳຂອງພຣະເຈົ້າຢາເວຈາກທຸກທີ່ທຸກບ່ອນ ແຕ່ພວກເຂົາຈະບໍ່ພົບ. 13ໃນວັນນັ້ນ ແມ່ນແຕ່ພວກຜູ້ສາວ ແລະພວກຜູ້ບ່າວທີ່ມີສຸຂະພາບດີ ກໍຈະລົ້ມສະຫລົບລົງຍ້ອນກະຫາຍນໍ້າ. 14ສ່ວນຜູ້ທີ່ສາບານໂດຍຮູບເຄົາຣົບແຫ່ງຊາມາເຣຍ ທີ່ວ່າ ‘ໃນນາມພະຂອງເມືອງດານ’ ຫລື ‘ໃນນາມພະຂອງເມືອງເບເອນເຊບາ’ ພວກເຂົາກໍຈະລົ້ມລົງແລະຈະລຸກຂຶ້ນບໍ່ໄດ້ອີກຈັກເທື່ອ.”
Currently Selected:
ອາໂມດ 8: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.