ອາໂມດ 9
9
ອົງພຣະຜູ້ເປັນເຈົ້າຕັດສິນພວກອິດສະຣາເອນ
1ຂ້າພະເຈົ້າໄດ້ເຫັນພຣະເຈົ້າຢາເວຢືນຢູ່ຂ້າງແທ່ນບູຊາ. ພຣະອົງໄດ້ສັ່ງວ່າ, “ຈົ່ງທຸບຕີຍອດເສົາວິຫານໃຫ້ແຮງໆ ຈົນພື້ນຂອງມັນສະເທືອນຫວັ່ນໄຫວ. ຈົ່ງຫັກເສົາລົງເປັນທ່ອນໆທັບຫົວປະຊາຊົນ. ສ່ວນຄົນທີ່ຍັງເຫລືອນັ້ນ ເຮົາຈະຂ້າພວກເຂົາໃນສະໜາມຮົບ. ເຮົາຈະບໍ່ໃຫ້ຜູ້ໃດແລ່ນປົບໜີໄປໄດ້ແມ່ນແຕ່ຜູ້ດຽວ. 2ເຖິງແມ່ນວ່າ ພວກເຂົາຈະຂຸດຊ່ອງທາງໄປສູ່ພິພົບຄົນຕາຍ ເຮົາກໍຈະໄລ່ຈັບພວກເຂົາໃຫ້ທັນ. ຖ້າພວກເຂົາປີນຂຶ້ນເມືອສະຫວັນ ເຮົາກໍຈະດຶງພວກເຂົາລົງມາ. 3ຖ້າພວກເຂົາລີ້ຢູ່ເທິງຍອດພູກາເມນ ເຮົາກໍຈະຄົ້ນຫາ ແລະຈັບພວກເຂົາມາ. ຖ້າພວກເຂົາລີ້ຢູ່ພື້ນທະເລ ເຮົາກໍຈະສັ່ງມັງກອນທະເລ ກັດກິນພວກເຂົາເສຍ. 4ຖ້າພວກເຂົາຖືກສັດຕູຈັບໄປ ເຮົາກໍຈະສັ່ງໃຫ້ສັດຕູຂ້າພວກເຂົາຖິ້ມ. ເຮົາໄດ້ຕັດສິນໃຈທຳລາຍພວກເຂົາ ແລະບໍ່ແມ່ນຊ່ວຍເຫລືອພວກເຂົາ.”
5ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່
ພຣະອົງແຕະຕ້ອງແຜ່ນດິນ ໂລກເຮົາກໍຫວັ່ນໄຫວໂລດ
ທຸກໆຄົນທີ່ອາໄສຢູ່ໃນທີ່ນັ້ນກໍໂສກເສົ້າເສຍໃຈ
ທົ່ວທັງໂລກຟົ້ງຂຶ້ນໂຍບລົງດັ່ງແມ່ນໍ້ານິນໃນເອຢິບນັ້ນ.
6ພຣະອົງສ້າງພຣະຣາຊວັງທີ່ເທິງຟ້າສະຫວັນ
ແລະໃຫ້ວົງໂຄ້ງທ້ອງຟ້າປົກຄຸມເທິງແຜ່ນດິນໂລກ.
ພຣະອົງເອົານໍ້າຂຶ້ນມາຈາກທ້ອງທະເລ
ແລະເທນໍ້າທະເລລົງໃສ່ແຜ່ນດິນໂລກ.
ນາມຂອງພຣະອົງແມ່ນພຣະເຈົ້າຢາເວ.
7ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນອິດສະຣາເອນເອີຍ ເຮົາຄິດເຖິງພວກເຈົ້າດັ່ງຄິດເຖິງຊາວເອທີໂອເປຍ. ເຮົາໄດ້ພາພວກຟີລິດສະຕິນອອກຈາກເກາະກະເຣເຕ ແລະພາພວກຊີເຣຍອອກມາຈາກເມືອງກີຣະ ດັ່ງທີ່ເຮົາໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບ. 8ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງສັງເກດເບິ່ງອານາຈັກທີ່ເຕັມໄປດ້ວຍການບາບ ແລະເຮົາຈະທຳລາຍມັນໃຫ້ໝົດໄປຈາກຜືນແຜ່ນດິນໂລກນີ້. ແຕ່ເຮົາຈະບໍ່ທຳລາຍຄອບຄົວທັງໝົດຂອງຢາໂຄບ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
9ເຮົາຈະອອກຄຳສັ່ງ ແລະຈະຝັດຮ່ອນພວກອິດສະຣາເອນ ດັ່ງຝັດຮ່ອນເຂົ້າຢູ່ໃນກະດົ້ງ. ເຮົາຈະຝັດຮ່ອນພວກເຂົາໃນທ່າມກາງຊົນຊາດທັງຫລາຍ ເພື່ອເອົາຜູ້ທີ່ບໍ່ມີຄຸນຄ່າທຸກຄົນອອກໄປ. 10ຄົນບາບທີ່ຢູ່ທ່າມກາງປະຊາຊົນຂອງເຮົາຈະຖືກຂ້າໃນສະໜາມຮົບ ຄືຜູ້ທີ່ເວົ້າວ່າ, ‘ພຣະເຈົ້າຈະບໍ່ໃຫ້ໄພອັນຕະລາຍຢ່າງໃດມາໃກ້ພວກເຮົາດອກ.”’
ພຣະເຈົ້າຈະສ້າງອິດສະຣາເອນຂຶ້ນໃໝ່
11“ວັນໜຶ່ງໃກ້ເຂົ້າມາແລ້ວ ເມື່ອເຮົາຈະສ້າງຫໍເຕັນຂອງດາວິດຂຶ້ນໃໝ່ ຄືເປັນດັ່ງເຮືອນຫລັງໜຶ່ງທີ່ຮົກຮ້າງເພພັງນັ້ນ. ເຮົາຈະສ້ອມແປງກຳແພງອີກໃໝ່ ໃຫ້ເປັນດັ່ງທີ່ເຄີຍເປັນມາແຕ່ດົນນານແລ້ວ. 12ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງຈະໄດ້ຢຶດຄອງອີກເທື່ອໜຶ່ງ ພວກທີ່ຍັງເຫລືອຢູ່ໃນເອໂດມ ແລະຊົນຊາດອື່ນໆທີ່ເປັນຝ່າຍເຮົາມາກ່ອນ.” ພຣະເຈົ້າຢາເວຜູ້ເຮັດໃຫ້ສິ່ງນີ້ບັງເກີດຂຶ້ນກ່າວດັ່ງນີ້ແຫລະ.
13ພຣະເຈົ້າຢາເວກ່າວວ່າ, “ວັນນັ້ນກຳລັງມາເຖິງ
ເມື່ອຕົ້ນເຂົ້າຈະໃຫຍ່ໄວກ່ອນເວລາພໍກ່ຽວ
ແລະໝາກອະງຸ່ນກໍໃຫຍ່ໄວກ່ອນເວລາບີບອະງຸ່ນ
ນໍ້າອະງຸ່ນຈະຍ້ອຍລົງຈາກພູເຂົາ ແລະໄຫລສູ່ພູນ້ອຍ.
14ເຮົາຈະນຳປະຊາຊົນຂອງເຮົາຄືນສູ່ດິນເດີມຂອງພວກເຂົາ
ສ້າງເມືອງເພພັງຂຶ້ນໃໝ່ ແລະອາໄສຢູ່ທີ່ນັ້ນ;
ພວກເຂົາຈະເຮັດສວນອະງຸ່ນອີກ ແລະດື່ມເຫຼົ້າອະງຸ່ນ
ພວກເຂົາຈະເຮັດສວນຜັກແລະກິນເຄື່ອງປູກຝັງນັ້ນ.
15ເຮົາຈະປູກປະຊາຊົນຂອງເຮົາໄວ້ຢູ່ໃນດິນແດນ
ບ່ອນທີ່ເຮົາມອບໃຫ້ແກ່ພວກເຂົາ
ແລະພວກເຂົາຈະບໍ່ຖືກຫລົກອອກໜີໄປເລີຍ.”
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກ່າວດັ່ງນີ້ແຫຼະ.
Currently Selected:
ອາໂມດ 9: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: