ພຣະເຈົ້າຢາເວກ່າວວ່າ, “ວັນນັ້ນກຳລັງມາເຖິງ
ເມື່ອຕົ້ນເຂົ້າຈະໃຫຍ່ໄວກ່ອນເວລາພໍກ່ຽວ
ແລະໝາກອະງຸ່ນກໍໃຫຍ່ໄວກ່ອນເວລາບີບອະງຸ່ນ
ນໍ້າອະງຸ່ນຈະຍ້ອຍລົງຈາກພູເຂົາ ແລະໄຫລສູ່ພູນ້ອຍ.
ເຮົາຈະນຳປະຊາຊົນຂອງເຮົາຄືນສູ່ດິນເດີມຂອງພວກເຂົາ
ສ້າງເມືອງເພພັງຂຶ້ນໃໝ່ ແລະອາໄສຢູ່ທີ່ນັ້ນ;
ພວກເຂົາຈະເຮັດສວນອະງຸ່ນອີກ ແລະດື່ມເຫຼົ້າອະງຸ່ນ
ພວກເຂົາຈະເຮັດສວນຜັກແລະກິນເຄື່ອງປູກຝັງນັ້ນ.