ອາໂມດ 7
7
ອາໂມດເຫັນຕັກແຕນທາງນິມິດ
1ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ໃຫ້ຂ້າພະເຈົ້າເຫັນນິມິດຢ່າງໜຶ່ງ. ໃນນິມິດນັ້ນ ຂ້າພະເຈົ້າໄດ້ເຫັນພຣະອົງບັນດານໃຫ້ມີຝູງຕັກແຕນເກີດຂື້ນມາ (ຫລັງຈາກໄດ້ຕັດຫຍ້າຊຶ່ງເປັນສ່ວນຂອງກະສັດ ແລ້ວຫຍ້າກໍເລີ່ມປົ່ງຂຶ້ນໃໝ່). 2ໃນນິມິດນັ້ນ ຂ້າພະເຈົ້າໄດ້ເຫັນຝູງຕັກແຕນກິນທຸກຢ່າງ ທີ່ມີສີຂຽວທັງໝົດຢູ່ໃນດິນແດນ. ຂ້າພະເຈົ້າຈຶ່ງກ່າວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ຂໍໂຜດຍົກໂທດໃຫ້ປະຊາຊົນຂອງພຣະອົງແດ່ທ້ອນ ພວກນີ້ຈະລອດຊີວິດໄດ້ຢ່າງໃດ? ເພາະພວກເຂົາເປັນພຽງແຕ່ຄົນກຸ່ມນ້ອຍແລະອ່ອນແອຫລາຍ.”
3ພຣະເຈົ້າຢາເວໄດ້ປ່ຽນໃຈ ແລະກ່າວວ່າ, “ສິ່ງທີ່ເຈົ້າໄດ້ເຫັນນັ້ນຈະບໍ່ເກີດຂຶ້ນ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ.
ອາໂມດເຫັນໄຟທາງນິມິດ
4ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ໃຫ້ຂ້າພະເຈົ້າເຫັນນິມິດອີກຢ່າງໜຶ່ງ. ໃນນິມິດນັ້ນ ຂ້າພະເຈົ້າໄດ້ເຫັນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈັດຕຽມການລົງໂທດປະຊາຊົນຂອງພຣະອົງດ້ວຍໄຟ. ໄຟໄດ້ລຸກໄໝ້ມະຫາສະໝຸດຢູ່ໃຕ້ພື້ນແຜ່ນດິນໂລກ ແລະເລີ່ມໄໝ້ດິນແດນ. 5ແລ້ວຂ້າພະເຈົ້າກໍກ່າວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ຂໍຢຸດສາກ່ອນ ປະຊາຊົນຂອງພຣະອົງຈະລອດຊີວິດໄດ້ຢ່າງໃດ? ເພາະພວກເຂົາເປັນພຽງແຕ່ຄົນກຸ່ມນ້ອຍແລະອ່ອນແອຫລາຍ.”
6ພຣະເຈົ້າຢາເວໄດ້ປ່ຽນໃຈ ແລະກ່າວວ່າ, “ສິ່ງນີ້ຍັງຈະບໍ່ເກີດຂຶ້ນມາ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ກ່າວດັ່ງນີ້ແຫຼະ.
ອາໂມດເຫັນສາຍລູກດິ່ງທາງນິມິດ
7ອົງພຣະຜູ້ເປັນເຈົ້າໄດ້ໃຫ້ຂ້າພະເຈົ້າເຫັນນິມິດອີກຢ່າງໜຶ່ງ. ໃນນິມິດນັ້ນ ຂ້າພະເຈົ້າໄດ້ເຫັນພຣະອົງຢືນຢູ່ຂ້າງກຳແພງທີ່ໄດ້ສ້າງຂຶ້ນດ້ວຍໃຊ້ສາຍເນັ່ງ ແລະພຣະອົງຖືສາຍລູກດິ່ງນັ້ນໄວ້. 8ແລ້ວພຣະເຈົ້າຢາເວກໍຖາມຂ້າພະເຈົ້າວ່າ, “ອາໂມດເອີຍ ເຈົ້າເຫັນຫຍັງແດ່?”
ຂ້າພະເຈົ້າຕອບວ່າ, “ເຫັນສາຍລູກດິ່ງ.”
ແລ້ວອົງພຣະຜູ້ເປັນເຈົ້າກໍກ່າວວ່າ, “ຈົ່ງເບິ່ງນີ້ແມ. ເຮົາກຳລັງໃຊ້ສາຍລູກດິ່ງນີ້ໃນທ່າມກາງປະຊາຊົນອິດສະຣາເອນຂອງເຮົາ. ເຮົາຈະບໍ່ປ່ຽນໃຈໃນການລົງໂທດພວກເຂົາ. 9ບ່ອນສູງທັງຫລາຍຂອງອີຊາກຈະຖືກທຳລາຍລົງ. ບ່ອນສັກສິດຂອງຊາວອິດສະຣາເອນຈະຖືກປະໃຫ້ຮົກຮ້າງເພພັງ. ເຮົາຈະໃຫ້ເຊື້ອວົງຂອງກະສັດເຢໂຣໂບອາມດັບສິ້ນໄປ.”
ອາໂມດແລະອາມາຊີຢາ
10ແລ້ວອາມາຊີຢາ ປະໂຣຫິດແຫ່ງເມືອງເບັດເອນ ກໍລາຍງານໃຫ້ກະສັດເຢໂຣໂບອາມແຫ່ງອິດສະຣາເອນວ່າ, “ອາໂມດກຳລັງວາງແຜນຄົບຄິດກັບພວກປະຊາຊົນ ກະບົດຕໍ່ສູ້ທ່ານ. ຄຳເວົ້າຂອງລາວຈະທຳລາຍປະເທດ. 11ລາວເວົ້າດັ່ງນີ້: ‘ເຢໂຣໂບອາມຈະຕ້ອງຕາຍຢູ່ໃນສະໜາມຮົບ ແລະປະຊາຊົນອິດສະຣາເອນຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ ໄກຈາກດິນແດນຂອງພວກເຂົາ.”’
12ແລ້ວອາມາຊີຢາກໍກ່າວຕໍ່ອາໂມດວ່າ, “ທ່ານຜູ້ທຳນວາຍເອີຍ ພໍແລ້ວ ຈົ່ງກັບຄືນເມືອຢູດາຍ ຫາລ້ຽງຊີບດ້ວຍການທຳນວາຍຢູ່ໃນທີ່ນັ້ນສາ. 13ຢ່າສູ່ທຳນວາຍຢູ່ໃນເມືອງເບັດເອນນີ້ຕໍ່ໄປ. ບ່ອນນີ້ເປັນສະຖານທີ່ກະສັດນະມັດສະການຄື ເປັນພຣະວິຫານແຫ່ງອານາຈັກ.”
14ອາໂມດຈຶ່ງຕອບວ່າ, “ຂ້ອຍບໍ່ແມ່ນຜູ້ທຳນວາຍທີ່ທຳນວາຍຮັບຈ້າງ. ຂ້ອຍເປັນຄົນລ້ຽງສັດ ແລະເປັນຜູ້ຮັກສາຕົ້ນໝາກເດື່ອເທດ. 15ແຕ່ພຣະເຈົ້າຢາເວໄດ້ໃຫ້ຂ້ອຍເຊົາລ້ຽງແກະ ຊຶ່ງເປັນອາຊີບຂອງຂ້ອຍ ແລະພຣະເຈົ້າຢາເວໄດ້ສັ່ງໃຫ້ຂ້ອຍມາທຳນວາຍຕໍ່ພວກອິດສະຣາເອນປະຊາຊົນຂອງພຣະອົງ. 16ບັດນີ້ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວເທີ້ນ. ເຈົ້າໄດ້ບອກໃຫ້ຂ້ອຍເຊົາທຳນວາຍ ແລະເຊົາກ່າວຕໍ່ສູ້ປະຊາຊົນອິດສະຣາເອນ. 17ເພາະສະນັ້ນ ອາມາຊີຢາເອີຍ ພຣະເຈົ້າຢາເວຈຶ່ງກ່າວຕໍ່ເຈົ້າວ່າ, ‘ເມຍຂອງເຈົ້າຈະກາຍເປັນໂສເພນີຢູ່ໃນເມືອງນີ້ ລູກຊາຍຍິງຂອງເຈົ້າຈະຖືກຂ້າໃນສົງຄາມ. ດິນແດນຂອງເຈົ້າຈະຖືກແບ່ງໃຫ້ຄົນອື່ນ ແລ້ວເຈົ້າເອງກໍຈະຕາຍຢູ່ໃນດິນແດນຂອງຄົນບໍ່ນັບຖືພຣະເຈົ້າ. ສ່ວນປະຊາຊົນອິດສະຣາເອນນັ້ນຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.”’
Currently Selected:
ອາໂມດ 7: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.