YouVersion Logo
Search Icon

ອາໂມດ 7

7
ອາໂມດ​ເຫັນ​ຕັກແຕນ​ທາງ​ນິມິດ
1ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ໃຫ້​ຂ້າພະເຈົ້າ​ເຫັນ​ນິມິດ​ຢ່າງ​ໜຶ່ງ. ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ພຣະອົງ​ບັນດານ​ໃຫ້​ມີ​ຝູງຕັກແຕນ​ເກີດ​ຂື້ນມາ (ຫລັງຈາກ​ໄດ້​ຕັດ​ຫຍ້າ​ຊຶ່ງ​ເປັນ​ສ່ວນ​ຂອງ​ກະສັດ ແລ້ວ​ຫຍ້າ​ກໍ​ເລີ່ມ​ປົ່ງ​ຂຶ້ນ​ໃໝ່). 2ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ຝູງຕັກແຕນ​ກິນ​ທຸກຢ່າງ ທີ່​ມີ​ສີຂຽວ​ທັງໝົດ​ຢູ່​ໃນ​ດິນແດນ. ຂ້າພະເຈົ້າ​ຈຶ່ງ​ກ່າວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂໍໂຜດ​ຍົກໂທດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ແດ່ທ້ອນ ພວກ​ນີ້​ຈະ​ລອດຊີວິດ​ໄດ້​ຢ່າງໃດ? ເພາະ​ພວກເຂົາ​ເປັນ​ພຽງແຕ່​ຄົນ​ກຸ່ມ​ນ້ອຍ​ແລະ​ອ່ອນແອ​ຫລາຍ.”
3ພຣະເຈົ້າຢາເວ​ໄດ້​ປ່ຽນໃຈ ແລະ​ກ່າວ​ວ່າ, “ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ​ນັ້ນ​ຈະ​ບໍ່​ເກີດຂຶ້ນ.” ພຣະເຈົ້າຢາເວ​ໄດ້ກ່າວ​ດັ່ງນີ້ແຫຼະ.
ອາໂມດ​ເຫັນ​ໄຟ​ທາງ​ນິມິດ
4ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ໃຫ້​ຂ້າພະເຈົ້າ​ເຫັນ​ນິມິດ​ອີກ​ຢ່າງ​ໜຶ່ງ. ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈັດຕຽມ​ການລົງໂທດ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ໄຟ. ໄຟ​ໄດ້​ລຸກ​ໄໝ້​ມະຫາສະໝຸດ​ຢູ່​ໃຕ້​ພື້ນ​ແຜ່ນດິນ​ໂລກ ແລະ​ເລີ່ມ​ໄໝ້​ດິນແດນ. 5ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂໍ​ຢຸດ​ສາ​ກ່ອນ ປະຊາຊົນ​ຂອງ​ພຣະອົງ​ຈະ​ລອດຊີວິດ​ໄດ້​ຢ່າງໃດ? ເພາະ​ພວກເຂົາ​ເປັນ​ພຽງແຕ່​ຄົນ​ກຸ່ມ​ນ້ອຍ​ແລະ​ອ່ອນແອ​ຫລາຍ.”
6ພຣະເຈົ້າຢາເວ​ໄດ້​ປ່ຽນໃຈ ແລະ​ກ່າວ​ວ່າ, “ສິ່ງ​ນີ້​ຍັງ​ຈະ​ບໍ່​ເກີດຂຶ້ນ​ມາ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້ກ່າວ​ດັ່ງນີ້ແຫຼະ.
ອາໂມດ​ເຫັນ​ສາຍ​ລູກດິ່ງ​ທາງ​ນິມິດ
7ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ຂ້າພະເຈົ້າ​ເຫັນ​ນິມິດ​ອີກ​ຢ່າງ​ໜຶ່ງ. ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ພຣະອົງ​ຢືນ​ຢູ່​ຂ້າງ​ກຳແພງ​ທີ່​ໄດ້​ສ້າງ​ຂຶ້ນ​ດ້ວຍ​ໃຊ້​ສາຍເນັ່ງ ແລະ​ພຣະອົງ​ຖື​ສາຍ​ລູກດິ່ງ​ນັ້ນ​ໄວ້. 8ແລ້ວ​ພຣະເຈົ້າຢາເວ​ກໍ​ຖາມ​ຂ້າພະເຈົ້າ​ວ່າ, “ອາໂມດ​ເອີຍ ເຈົ້າ​ເຫັນ​ຫຍັງ​ແດ່?”
ຂ້າພະເຈົ້າ​ຕອບ​ວ່າ, “ເຫັນ​ສາຍ​ລູກດິ່ງ.”
ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ກໍ​ກ່າວ​ວ່າ, “ຈົ່ງ​ເບິ່ງ​ນີ້​ແມ. ເຮົາ​ກຳລັງ​ໃຊ້​ສາຍ​ລູກດິ່ງ​ນີ້​ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ. ເຮົາ​ຈະ​ບໍ່​ປ່ຽນໃຈ​ໃນ​ການ​ລົງໂທດ​ພວກເຂົາ. 9ບ່ອນ​ສູງ​ທັງຫລາຍ​ຂອງ​ອີຊາກ​ຈະ​ຖືກ​ທຳລາຍ​ລົງ. ບ່ອນ​ສັກສິດ​ຂອງ​ຊາວ​ອິດສະຣາເອນ​ຈະ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ. ເຮົາ​ຈະ​ໃຫ້​ເຊື້ອວົງ​ຂອງ​ກະສັດ​ເຢໂຣໂບອາມ​ດັບ​ສິ້ນ​ໄປ.”
ອາໂມດ​ແລະ​ອາມາຊີຢາ
10ແລ້ວ​ອາມາຊີຢາ ປະໂຣຫິດ​ແຫ່ງ​ເມືອງ​ເບັດເອນ ກໍ​ລາຍງານ​ໃຫ້​ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ​ວ່າ, “ອາໂມດ​ກຳລັງ​ວາງແຜນ​ຄົບຄິດ​ກັບ​ພວກ​ປະຊາຊົນ ກະບົດ​ຕໍ່ສູ້​ທ່ານ. ຄຳ​ເວົ້າ​ຂອງ​ລາວ​ຈະ​ທຳລາຍ​ປະເທດ. 11ລາວ​ເວົ້າ​ດັ່ງນີ້: ‘ເຢໂຣໂບອາມ​ຈະ​ຕ້ອງ​ຕາຍ​ຢູ່​ໃນ​ສະໜາມຮົບ ແລະ​ປະຊາຊົນ​ອິດສະຣາເອນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ໄກ​ຈາກ​ດິນແດນ​ຂອງ​ພວກເຂົາ.”’
12ແລ້ວ​ອາມາຊີຢາ​ກໍ​ກ່າວ​ຕໍ່​ອາໂມດ​ວ່າ, “ທ່ານ​ຜູ້ທຳນວາຍ​ເອີຍ ພໍ​ແລ້ວ ຈົ່ງ​ກັບຄືນ​ເມືອ​ຢູດາຍ ຫາ​ລ້ຽງຊີບ​ດ້ວຍ​ການ​ທຳນວາຍ​ຢູ່​ໃນ​ທີ່ນັ້ນ​ສາ. 13ຢ່າ​ສູ່​ທຳນວາຍ​ຢູ່​ໃນ​ເມືອງ​ເບັດເອນ​ນີ້​ຕໍ່ໄປ. ບ່ອນ​ນີ້​ເປັນ​ສະຖານທີ່​ກະສັດ​ນະມັດສະການ​ຄື ເປັນ​ພຣະວິຫານ​ແຫ່ງ​ອານາຈັກ.”
14ອາໂມດ​ຈຶ່ງ​ຕອບ​ວ່າ, “ຂ້ອຍ​ບໍ່ແມ່ນ​ຜູ້ທຳນວາຍ​ທີ່​ທຳນວາຍ​ຮັບຈ້າງ. ຂ້ອຍ​ເປັນ​ຄົນ​ລ້ຽງ​ສັດ ແລະ​ເປັນ​ຜູ້​ຮັກສາ​ຕົ້ນ​ໝາກເດື່ອເທດ. 15ແຕ່​ພຣະເຈົ້າຢາເວ​ໄດ້​ໃຫ້​ຂ້ອຍ​ເຊົາ​ລ້ຽງ​ແກະ ຊຶ່ງ​ເປັນ​ອາຊີບ​ຂອງຂ້ອຍ ແລະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ຂ້ອຍ​ມາ​ທຳນວາຍ​ຕໍ່​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ. 16ບັດນີ້ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ​ເທີ້ນ. ເຈົ້າ​ໄດ້​ບອກ​ໃຫ້​ຂ້ອຍ​ເຊົາ​ທຳນວາຍ ແລະ​ເຊົາ​ກ່າວ​ຕໍ່ສູ້​ປະຊາຊົນ​ອິດສະຣາເອນ. 17ເພາະສະນັ້ນ ອາມາຊີຢາ​ເອີຍ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ຕໍ່​ເຈົ້າ​ວ່າ, ‘ເມຍ​ຂອງເຈົ້າ​ຈະ​ກາຍເປັນ​ໂສເພນີ​ຢູ່​ໃນ​ເມືອງ​ນີ້ ລູກ​ຊາຍ​ຍິງ​ຂອງ​ເຈົ້າ​ຈະ​ຖືກ​ຂ້າ​ໃນ​ສົງຄາມ. ດິນແດນ​ຂອງເຈົ້າ​ຈະ​ຖືກ​ແບ່ງ​ໃຫ້​ຄົນອື່ນ ແລ້ວ​ເຈົ້າເອງ​ກໍ​ຈະ​ຕາຍ​ຢູ່​ໃນ​ດິນແດນ​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ. ສ່ວນ​ປະຊາຊົນ​ອິດສະຣາເອນ​ນັ້ນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.”’

Currently Selected:

ອາໂມດ 7: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in