ອາໂມດ 6
6
ຊາດອິດສະຣາເອນຖືກທຳລາຍ
1ຄວາມທຸກລຳບາກໃຫຍ່ຈະເກີດມີແກ່ພວກເຈົ້າ ຜູ້ທີ່ໃຊ້ຊີວິດຢູ່ຢ່າງສະໜຸກສະບາຍໃນນະຄອນຊີໂອນ ແລະຜູ້ທີ່ຢູ່ຢ່າງປອດໄພໃນນະຄອນຊາມາເຣຍ ຄືບັນດາເຈົ້ານາຍຜູ້ໃຫຍ່ແຫ່ງຊົນຊາດອິດສະຣາເອນ ຜູ້ທີ່ປະຊາຊົນໄປຂໍຄວາມຊ່ວຍເຫລືອນຳນັ້ນ 2ຈົ່ງໄປເບິ່ງສິ່ງທີ່ເກີດຂຶ້ນຢູ່ໃນເມືອງການເນ. ແລ້ວຈົ່ງໄປທີ່ເມືອງໃຫຍ່ຮາມັດ ແລະລົງໄປທີ່ເມືອງກາດ ເມືອງຂອງພວກຟີລິດສະຕິນ. ເມືອງເຫຼົ່ານີ້ດີກວ່າອານາຈັກຢູດາຍ ແລະອິດສະຣາເອນຫລື? ແລະເຂດແດນຂອງເມືອງເຫຼົ່ານີ້ໃຫຍ່ກວ່າຂອງພວກເຈົ້າບໍ? 3ພວກເຈົ້າບໍ່ຍອມຮັບວ່າວັນແຫ່ງຄວາມພິນາດກຳລັງມາເຖິງ ແລະສິ່ງທີ່ພວກເຈົ້າເຮັດຢູ່ນັ້ນ ກໍພຽງແຕ່ນຳເອົາວັນນັ້ນໃຫ້ໃກ້ເຂົ້າມາເທົ່ານັ້ນ. 4ຄວາມທຸກລຳບາກໃຫຍ່ ຈະເກີດມີແກ່ພວກເຈົ້າ ຜູ້ທີ່ນອນຢຽດຢູ່ເທິງເກົ້າອີ້ນວມຢ່າງສຸກສະບາຍ ກິນຊີ້ນງົວໜຸ່ມ ແລະຊີ້ນແກະໜຸ່ມໃນງານກິນລ້ຽງ. 5ພວກເຈົ້າມັກແຕ່ງເພງດັ່ງດາວິດໄດ້ແຕ່ງ ແລະມັກດີດກິດຕາບັນເລງເພງນັ້ນໄປພ້ອມ. 6ພວກເຈົ້າໃຊ້ຈອກໃຫຍ່ດື່ມເຫຼົ້າອະງຸ່ນ ແລະທານໍ້າຫອມຢ່າງດີ; ແຕ່ພວກເຈົ້າບໍ່ໄດ້ໄວ້ທຸກໃຫ້ແກ່ອານາຈັກອິດສະຣາເອນ ທີ່ຢູ່ໃນສະພາບຮົກຮ້າງເພພັງ. 7ເພາະສະນັ້ນ ພວກເຈົ້າຈຶ່ງຈະເປັນພວກທຳອິດທີ່ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ. ງານລ້ຽງສະຫລອງ ແລະງານກິນລ້ຽງຢ່າງຟຸມເຟືອຍຈະບໍ່ມີອີກຕໍ່ໄປ.
8ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ກ່າວວ່າ, “ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ສາບານໂດຍພຣະອົງເອງວ່າ: ເຮົາກຽດຊັງຄວາມຈອງຫອງຂອງປະຊາຊົນອິດສະຣາເອນ ແລະປະນາມຫໍໂຮງອັນຫລູຫລາຂອງພວກເຂົາ. ເຮົາຈະມອບເມືອງຫລວງຂອງພວກເຂົາ ແລະທຸກສິ່ງໃນເມືອງນີ້ໄວ້ໃນກຳມືຂອງສັດຕູ.”
9ຖ້າໃນຄອບຄົວໜຶ່ງເຫຼືອຢູ່ສິບຄົນ ພວກເຂົາກໍຈະຕ້ອງຕາຍໝົດ. 10ເວລາພີ່ນ້ອງຂອງຜູ້ຕາຍ ຄືຜູ້ກຳກັບການສົ່ງສະການຈະນຳເອົາສົບອອກໄປຈາກເຮືອນ ລາວຈະເອີ້ນໃສ່ຜູ້ທີ່ເຫຼືອຢູ່ໃນເຮືອນນັ້ນວ່າ, “ມີຜູ້ໃດຢູ່ນຳເຈົ້າອີກບໍ?”
ສຽງໜຶ່ງຈະຕອບວ່າ, “ບໍ່ມີ.”
ແລ້ວພີ່ນ້ອງຂອງຄົນຕາຍນັ້ນກໍຈະເວົ້າອີກວ່າ, “ຢ່າສູ່ປາກ ພວກເຮົາຕ້ອງລະວັງ ຢ່າສູ່ໃຫ້ຜູ້ໃດເວົ້າເຖິງນາມຂອງພຣະເຈົ້າຢາເວ.”
11ເມື່ອພຣະເຈົ້າຢາເວອອກຄຳສັ່ງແລ້ວ ເຮືອນໃຫຍ່ນ້ອຍທັງຫລາຍຈະຖືກເພພັງລົງເປັນທ່ອນໆ. 12ຝູງມ້າແລ່ນຂຶ້ນໜ້າຜາບໍ? ຄົນເອົາງົວໄປໄຖນໍ້າທະເລບໍ? ແຕ່ເຖິງປານນັ້ນ ພວກເຈົ້າກໍຍັງປ່ຽນຄວາມຍຸດຕິທຳມາເປັນຢາເບື່ອ ແລະເຮັດໃຫ້ສິ່ງທີ່ຖືກຕ້ອງກາຍເປັນສິ່ງທີ່ຜິດ.
13ພວກເຈົ້າອວດເຖິງການຢຶດເອົາເມືອງໂລເດບາ. ພວກເຈົ້າຄຸຍໂມ້ວ່າ ພວກເຮົາມີກຳລັງພໍທີ່ຈະຢຶດເອົາເມືອງການາອິມ.
14ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ປະຊາຊົນອິດສະຣາເອນເອີຍ ເຮົາກຳລັງຈະສົ່ງກອງທັບຕ່າງຊາດມາຢຶດເອົາປະເທດຂອງພວກເຈົ້າ. ພວກເຂົາຈະກົດຂີ່ພວກເຈົ້າ ຕັ້ງແຕ່ຊ່ອງແຄບຮາມັດທາງທິດເໜືອ ຈົນເຖິງຮ່ອມພູອາຣາບາທາງທິດໃຕ້.”
Currently Selected:
ອາໂມດ 6: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.