ຂໍພຣະເຈົ້າຜູ້ຊົງໂຜດສັນຕິສຸກ ຜູ້ໄດ້ຊົງນຳອົງພຣະເຢຊູເຈົ້າຂອງເຮົາທັງຫລາຍ ໃຫ້ຄືນມາຈາກຄວາມຕາຍ ຄືຜູ້ຊົງເປັນຜູ້ລ້ຽງແກະອົງຍິ່ງໃຫຍ່ ດ້ວຍພຣະໂລຫິດທີ່ກ່ຽວກັບພັນທະສັນຍາອັນຕັ້ງຢູ່ເປັນນິດນັ້ນ, ຈົ່ງຊົງກະທຳໃຫ້ເຈົ້າທັງຫລາຍເປັນຄົນຄົບຖ້ວນໃນການດີທຸກຢ່າງ ເພື່ອຈະໄດ້ປະຕິບັດຕາມພຣະໄທພຣະອົງ ແລະຊົງທຳງານພາຍໃນເຈົ້າທັງຫລາຍ ຕາມທີ່ຊອບໃນສາຍພຣະເນດຂອງພຣະອົງ ໂດຍທາງພຣະເຢຊູຄຣິດເຈົ້າ. ສະຫງ່າຣາສີຈົ່ງມີແດ່ພຣະຄຣິດສືບໆໄປເປັນນິດ ອາແມນ.