YouVersion Logo
Search Icon

Popular Bible Verses from ເຮັບເຣີ 12

ດ້ວຍເຫດນັ້ນ ເມື່ອ​ເຮົາ​ທັງຫລາຍ​ມີ​ຝູງ​ພະຍານ​ຫລວງຫລາຍ​ຢູ່​ຮອບຂ້າງ​ຢ່າງ​ນີ້​ແລ້ວ ພວກເຮົາ​ຈົ່ງ​ຊັດຖິ້ມ​ທຸກຢ່າງ​ທີ່​ຖ່ວງ​ຢູ່ ແລະ​ຜິດບາບ​ທີ່​ຕິດແໜ້ນ​ໂດຍ​ງ່າຍ, ສ່ວນ​ການ​ແລ່ນແຂ່ງ​ທີ່​ກຳນົດ​ໄວ້​ຕໍ່ໜ້າ​ພວກເຮົາ​ນັ້ນ, ຈົ່ງ​ພາກັນ​ແລ່ນ​ດ້ວຍ​ຄວາມ​ພຽນ​ພະຍາຍາມ. ຈົ່ງ​ປັກຕາ​ເບິ່ງ​ພຣະເຢຊູເຈົ້າ ຄື​ຜູ້​ບຸກເບີກ​ຄວາມເຊື່ອ ແລະ​ຜູ້​ຊົງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ພວກເຮົາ​ເຖິງ​ທີ່​ສຳເລັດ. ພຣະອົງ​ໄດ້​ຊົງ​ອົດທົນ​ຕໍ່​ໄມ້ກາງແຂນ ເພາະ​ເຫັນ​ແກ່​ຄວາມ​ຍິນດີ​ທີ່​ຕັ້ງ​ໄວ້​ຕໍ່ໜ້າ​ພຣະອົງ ພຣະອົງ​ຊົງ​ຖື​ວ່າ​ຄວາມ​ລະອາຍ​ນັ້ນ​ບໍ່​ເປັນ​ສິ່ງ​ສຳຄັນ ຈຶ່ງ​ໄດ້​ປະທັບ​ລົງ​ເບື້ອງ​ຂວາ​ພຣະທີ່ນັ່ງ​ຂອງ​ພຣະເຈົ້າ.

Free Reading Plans and Devotionals related to ເຮັບເຣີ 12