ເຮັບເຣີ 13
13
ຈົ່ງດຳເນີນຊີວິດໃຫ້ເປັນທີ່ພໍພຣະໄທພຣະເຈົ້າ.
1ຈົ່ງໃຫ້ຄວາມຮັກຢ່າງພີ່ນ້ອງ ມີຢູ່ຕໍ່ກັນສະເໝີໄປ. 2ຢ່າລືມການຕ້ອນຮັບແຂກ ເພາະດ້ວຍການເຮັດເຊັ່ນນີ້ ມີບາງຄົນກໍໄດ້ຕ້ອນຮັບເທວະດາຢ່າງບໍ່ຮູ້ຕົວ. 3ຈົ່ງລະນຶກເຖິງບັນດາຜູ້ທີ່ຖືກລ່າມໂສ້ ເໝືອນກັບວ່າພວກເຈົ້າກໍຖືກລ່າມໂສ້ເໝືອນກັບພວກເຂົາດ້ວຍ. ຈົ່ງລະນຶກເຖິງບັນດາຜູ້ທີ່ຖືກຂົ່ມເຫັງ ເພາະວ່າພວກເຈົ້າກໍມີຮ່າງກາຍເໝືອນກັນ.
4ຈົ່ງໃຫ້ການແຕ່ງງານຂອງພວກເຈົ້າ ເປັນທີ່ຍົກຍ້ອງນັບຖືແກ່ທຸກຄົນ ແລະຈົ່ງໃຫ້ຄູ່ຜົວເມຍສັດຊື່ຕໍ່ກັນແລະກັນ. ພຣະເຈົ້າຈະຕັດສິນລົງໂທດຄົນເຮັດຜິດສິນທຳແລະຄົນຫລິ້ນຊູ້.
5ຈົ່ງໃຫ້ການດຳເນີນຊີວິດຂອງພວກເຈົ້າ ເວັ້ນຈາກການຮັກເງິນຮັກຄຳ. ຈົ່ງພໍໃຈໃນສິ່ງທີ່ຕົນມີຢູ່ ເພາະພຣະເຈົ້າເອງຊົງກ່າວວ່າ, “ເຮົາຈະບໍ່ປະເຈົ້າ ຫລືຖິ້ມເຈົ້າເສຍຈັກເທື່ອ.” 6ດ້ວຍເຫດນັ້ນ ຈົ່ງໃຫ້ພວກເຮົາມີໃຈກ້າ ແລະກ່າວວ່າ,
“ອົງພຣະຜູ້ເປັນເຈົ້າ
ເປັນພຣະຜູ້ຊ່ວຍຂອງຂ້າພະເຈົ້າ
ແລະ ຂ້າພະເຈົ້າຈະບໍ່ຢ້ານກົວ.
ມີຜູ້ໃດແດ່ຈະເຮັດຫຍັງ
ໃຫ້ຂ້າພະເຈົ້າໄດ້.”
7ຈົ່ງລະນຶກເຖິງພວກຜູ້ນຳຂອງພວກເຈົ້າ ຄືຜູ້ທີ່ໄດ້ປະກາດພຣະທຳແກ່ພວກເຈົ້າ. ຈົ່ງພິຈາລະນາເບິ່ງຜົນສຸດທ້າຍແຫ່ງຊີວິດຂອງພວກເພິ່ນ ແລະຈົ່ງປະຕິບັດຕາມແບບຢ່າງຄວາມເຊື່ອຂອງພວກເພິ່ນ. 8ພຣະເຢຊູຄຣິດເຈົ້າຊົງເປັນຢູ່ສະເໝີກັນ ທັງໃນເວລາວານນີ້ ວັນນີ້ ແລະສືບໆໄປເປັນນິດ. 9ຢ່າຍອມໃຫ້ຄຳສອນປອມໃດໆ ນຳພາພວກເຈົ້າໃຫ້ຫລົງຜິດໄປ. ເປັນການດີແທ້ທີ່ຈິດໃຈຂອງພວກເຮົາໄດ້ຮັບການເຊີດຊູໃຫ້ເຂັ້ມແຂງດ້ວຍພຣະຄຸນຂອງພຣະເຈົ້າ. ບໍ່ແມ່ນດ້ວຍອາຫານການກິນ ຊຶ່ງບໍ່ເປັນປະໂຫຍດແກ່ຄົນທີ່ປະຕິບັດຕາມ.
10ພວກເຮົາມີແທ່ນບູຊາແທ່ນໜຶ່ງ ຊຶ່ງຄົນຜູ້ປະຕິບັດໃນຫໍເຕັນສັກສິດນັ້ນ ບໍ່ມີສິດທີ່ຈະຮັບປະທານຂອງຈາກແທ່ນນັ້ນໄດ້. 11ມະຫາປະໂຣຫິດໄດ້ນຳເລືອດສັດເຂົ້າໄປໃນສະຖານທີ່ສັກສິດທີ່ສຸດ ເພື່ອເປັນການຖວາຍບູຊາລຶບລ້າງບາບ, ແຕ່ໂຕສັດນັ້ນ ເພິ່ນໄດ້ນຳອອກໄປເຜົານອກຄ້າຍ. 12ເພາະສະນັ້ນ ພຣະເຢຊູເຈົ້າຈຶ່ງຕາຍທີ່ນອກປະຕູເມືອງເຊັ່ນກັນ ເພື່ອຊຳລະໄພ່ພົນຂອງພຣະເຈົ້າໃຫ້ບໍຣິສຸດ ດ້ວຍເລືອດຂອງພຣະອົງເອງ. 13ດ້ວຍເຫດນັ້ນ ຈົ່ງໃຫ້ພວກເຮົາອອກໄປຫາພຣະອົງທີ່ນອກຄ້າຍ ແລະຍອມທົນເອົາຄຳໝິ່ນປະໝາດທີ່ພຣະອົງໄດ້ຮັບ. 14ດ້ວຍວ່າ, ເທິງແຜ່ນດິນໂລກນີ້ ບໍ່ມີບ້ານເມືອງອັນຖາວອນສຳລັບພວກເຮົາ, ພວກເຮົາສະແຫວງຫານະຄອນທີ່ຈະມີມາໃນພາຍໜ້າ. 15ດ້ວຍເຫດນັ້ນ ຈົ່ງໃຫ້ພວກເຮົາຖວາຍຄຳຍ້ອງຍໍສັນລະເສີນຕະຫລອດໄປແກ່ພຣະເຈົ້າ ເປັນເຄື່ອງບູຊາໂດຍທາງພຣະອົງນັ້ນ ແລະຍົກຍໍພຣະນາມຂອງພຣະອົງ ດ້ວຍສົບປາກຂອງພວກເຮົາ. 16ຢ່າລືມທີ່ຈະເຮັດຄຸນງາມຄວາມດີ ແລະຊ່ວຍເຫລືອຊຶ່ງກັນແລະກັນ ເພາະເຄື່ອງບູຊາຢ່າງນີ້ແຫຼະ ເປັນທີ່ພໍພຣະໄທພຣະເຈົ້າ.
17ເຈົ້າທັງຫລາຍຈົ່ງຍອມຟັງແລະຍອມຢູ່ໃນໂອວາດຜູ້ນຳຂອງພວກເຈົ້າ ເພາະພວກເພິ່ນດູແລຮັກສາຈິດວິນຍານຂອງພວກເຈົ້າຢູ່ ເໝືອນຜູ້ໜຶ່ງທີ່ຈະຕ້ອງສະເໜີລາຍງານ ເພື່ອພວກເພິ່ນຈະໄດ້ເຮັດງານນີ້ດ້ວຍຄວາມຊື່ນໃຈ, ບໍ່ແມ່ນດ້ວຍຄວາມເສົ້າໃຈ ຊຶ່ງຈະບໍ່ເປັນປະໂຫຍດແກ່ເຈົ້າທັງຫລາຍ.
18ຈົ່ງພາວັນນາອະທິຖານເພື່ອພວກເຮົາ ເພາະເຮົາເຊື່ອແນ່ວ່າ ພວກເຮົາມີໃຈສຳນຶກຜິດແລະຊອບອັນດີຢູ່ແລ້ວ ແລະປາຖະໜາທີ່ຈະດຳເນີນຊີວິດຕາມຢ່າງດີໃນທຸກສິ່ງ. 19ເຮົາຂໍເລັ່ງລັດພວກເຈົ້າ ໃຫ້ພາວັນນາອະທິຖານຫລາຍຂຶ້ນຕາມຢ່າງນັ້ນ ເພື່ອພຣະເຈົ້າຈະສົ່ງເຮົາກັບຄືນໄປຢູ່ກັບພວກເຈົ້າໄວໆ.
ຄຳອວຍພອນ ແລະ ຄຳອຳລາ
20ຂໍພຣະເຈົ້າຜູ້ຊົງໂຜດສັນຕິສຸກ ຜູ້ໄດ້ຊົງນຳອົງພຣະເຢຊູເຈົ້າຂອງເຮົາທັງຫລາຍ ໃຫ້ຄືນມາຈາກຄວາມຕາຍ ຄືຜູ້ຊົງເປັນຜູ້ລ້ຽງແກະອົງຍິ່ງໃຫຍ່ ດ້ວຍພຣະໂລຫິດທີ່ກ່ຽວກັບພັນທະສັນຍາອັນຕັ້ງຢູ່ເປັນນິດນັ້ນ, 21ຈົ່ງຊົງກະທຳໃຫ້ເຈົ້າທັງຫລາຍເປັນຄົນຄົບຖ້ວນໃນການດີທຸກຢ່າງ ເພື່ອຈະໄດ້ປະຕິບັດຕາມພຣະໄທພຣະອົງ ແລະຊົງທຳງານພາຍໃນເຈົ້າທັງຫລາຍ ຕາມທີ່ຊອບໃນສາຍພຣະເນດຂອງພຣະອົງ ໂດຍທາງພຣະເຢຊູຄຣິດເຈົ້າ. ສະຫງ່າຣາສີຈົ່ງມີແດ່ພຣະຄຣິດສືບໆໄປເປັນນິດ ອາແມນ. 22ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຮ້ອງພວກເຈົ້າໃຫ້ອົດທົນຟັງຖ້ອຍຄຳທີ່ໜູນນໍ້າໃຈນີ້. ດ້ວຍວ່າ, ຈົດໝາຍທີ່ເຮົາໄດ້ຂຽນມາຫາພວກເຈົ້ານັ້ນກໍບໍ່ຍາວ. 23ເຮົາປາຖະໜາໃຫ້ພວກເຈົ້າຮູ້ວ່າ ຕີໂມທຽວ ນ້ອງຊາຍຂອງພວກເຮົາ ໄດ້ອອກຈາກຄຸກແລ້ວ, ຖ້າລາວມາຮອດທີ່ນີ້ໄວ ເມື່ອເຮົາໄປຢ້ຽມຢາມພວກເຈົ້າ ເຮົາກໍຈະເອົາລາວໄປນຳດ້ວຍ.
24ເຮົາຂໍຝາກຄວາມຄິດເຖິງ ມາຍັງບັນດາຜູ້ນຳຂອງພວກເຈົ້າ ແລະໄພ່ພົນຂອງພຣະເຈົ້າທຸກຄົນ. ບັນດາພີ່ນ້ອງທີ່ມາຈາກອີຕາລີ ກໍຝາກຄວາມຄິດເຖິງມາຫາພວກເຈົ້າດ້ວຍ. 25ຂໍໃຫ້ພຣະຄຸນ ຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນເທີ້ນ ອາແມນ.
Currently Selected:
ເຮັບເຣີ 13: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.