1
ຢາໂກໂບ 1:2-3
ພຣະຄຳພີສັກສິ
ພຄພ
ພີ່ນ້ອງທັງຫລາຍຂອງເຮົາເອີຍ, ເມື່ອພວກເຈົ້າພົບການທົດລອງຕ່າງໆ ຈົ່ງຖືວ່າເປັນເລື່ອງໜ້າຍິນດີທີ່ສຸດ ເພາະພວກເຈົ້າຮູ້ຢູ່ວ່າ ເມື່ອຄວາມເຊື່ອຂອງພວກເຈົ້າທົນຕໍ່ການຖືກທົດລອງໄດ້ ກໍເຮັດໃຫ້ເກີດມີຄວາມໝັ້ນໃຈ.
Compare
Explore ຢາໂກໂບ 1:2-3
2
ຢາໂກໂບ 1:5
ແຕ່ຖ້າຄົນໃດໃນພວກເຈົ້າຂາດສະຕິປັນຍາ ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ ຜູ້ຊົງໂຜດປະທານໃຫ້ແກ່ຄົນທັງປວງດ້ວຍພຣະກະລຸນາ ບໍ່ຊົງກ່າວຕິ ແລະຜູ້ນັ້ນກໍຈະໄດ້ຮັບສິ່ງທີ່ທູນຂໍ.
Explore ຢາໂກໂບ 1:5
3
ຢາໂກໂບ 1:19
ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາເອີຍ, ຈົ່ງຈົດຈຳຂໍ້ນີ້ໄວ້ ຄືໃຫ້ທຸກຄົນວ່ອງໄວໃນການຟັງ, ຊ້າໃນການເວົ້າ, ຊ້າໃນການຄຽດຮ້າຍ
Explore ຢາໂກໂບ 1:19
4
ຢາໂກໂບ 1:4
ຈົ່ງໃຫ້ຄວາມໝັ້ນໃຈຂອງພວກເຈົ້ານັ້ນ ຍືນຍົງຕະຫລອດໄປ ເພື່ອວ່າພວກເຈົ້າຈະໄດ້ເປັນຄົນສຳເລັດແລະຄົບຖ້ວນ ໂດຍບໍ່ຂາດເຂີນສິ່ງໃດ.
Explore ຢາໂກໂບ 1:4
5
ຢາໂກໂບ 1:22
ຢ່າຫລອກລວງຕົນເອງ ໂດຍພຽງແຕ່ຟັງພຣະທຳຂອງພຣະເຈົ້າເທົ່ານັ້ນ, ແຕ່ຈົ່ງປະຕິບັດຕາມພຣະທຳນັ້ນຢ່າງແທ້ຈິງ.
Explore ຢາໂກໂບ 1:22
6
ຢາໂກໂບ 1:12
ຄົນທີ່ອົດທົນຕໍ່ການທົດລອງໃຈກໍເປັນສຸກ ເພາະເມື່ອປາກົດວ່າຜູ້ນັ້ນທົນໄດ້ແລ້ວ ກໍຈະໄດ້ຮັບມົງກຸດແຫ່ງຊີວິດ ຊຶ່ງພຣະເຈົ້າໄດ້ຊົງສັນຍາໄວ້ແກ່ຄົນທັງຫລາຍທີ່ຮັກພຣະອົງ.
Explore ຢາໂກໂບ 1:12
7
ຢາໂກໂບ 1:17
ຂອງປະທານອັນດີທຸກຢ່າງ ແລະຂອງຂວັນອັນດີເລີດທຸກຢ່າງ ຍ່ອມມາຈາກທາງເທິງ ແລະລົງມາຈາກພຣະບິດາເຈົ້າແຫ່ງບັນດາດວງສະຫວ່າງ. ໃນພຣະບິດາເຈົ້ານັ້ນ ບໍ່ມີການປ່ຽນແປງ ແລະບໍ່ມີເງົາເນື່ອງຈາກການຊົງໝູນວຽນ.
Explore ຢາໂກໂບ 1:17
8
ຢາໂກໂບ 1:23-24
ຜູ້ໃດທີ່ຟັງພຣະທຳແລ້ວ ບໍ່ເຮັດຕາມ ກໍເປັນດັ່ງຄົນທີ່ແຍງແວ່ນ ແລະເບິ່ງເຫັນໜ້າຂອງຕົນເອງຕາມທີ່ເປັນຢູ່. ພໍເມື່ອແຍງເບິ່ງຕົນເອງແລ້ວກໍອອກໄປ ແລ້ວກໍລືມໃນທັນທີນັ້ນໂລດວ່າ ຕົນເອງເປັນຢ່າງໃດ.
Explore ຢາໂກໂບ 1:23-24
9
ຢາໂກໂບ 1:27
ທຳມະທີ່ບໍຣິສຸດ ແລະບໍ່ມີການຊົ່ວມົວໝອງ ຕໍ່ພຣະພັກພຣະເຈົ້າ ຜູ້ຊົງເປັນພຣະບິດາເຈົ້າ ກໍມີດັ່ງນີ້ ຄືການຢ້ຽມຢາມລູກກຳພ້າແລະຍິງໝ້າຍ ທີ່ມີຄວາມທຸກຮ້ອນ ແລະການຮັກສາຕົວໃຫ້ພົ້ນຈາກການດ່າງພອຍຂອງໂລກ.
Explore ຢາໂກໂບ 1:27
10
ຢາໂກໂບ 1:13-14
ເມື່ອຜູ້ໃດຖືກລໍ້ລວງໃຫ້ຫລົງ ຢ່າໃຫ້ຜູ້ນັ້ນເວົ້າວ່າ, “ພຣະເຈົ້າຊົງລໍ້ລວງຂ້າພະເຈົ້າໃຫ້ຫລົງ” ເພາະວ່າ ຄວາມຊົ່ວຈະມາລໍ້ລວງພຣະເຈົ້າໃຫ້ຫລົງບໍ່ໄດ້ ແລະພຣະອົງເອງກໍບໍ່ຊົງລໍ້ລວງຜູ້ໃດໃຫ້ຫລົງຈັກເທື່ອ. ແຕ່ວ່າທຸກຄົນທີ່ຖືກລໍ້ລວງໃຫ້ຫຼົງ ກໍຕໍ່ເມື່ອຄວາມປາຖະໜາຊົ່ວຊັກຈ່ອງ ແລະຍົວະເຍົ້າໃຫ້ປະຕິບັດຕາມ.
Explore ຢາໂກໂບ 1:13-14
11
ຢາໂກໂບ 1:9
ໃຫ້ພີ່ນ້ອງທີ່ຕໍ່າຕ້ອຍ ຈົ່ງອວດອ້າງໃນການທີ່ພຣະເຈົ້າຊົງຍົກຍໍຕົວຂຶ້ນ
Explore ຢາໂກໂບ 1:9
Home
Bible
Plans
Videos