ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ຈົ່ງເຂົ້າໄປພົບກະສັດຟາໂຣ. ເຮົາໄດ້ເຮັດໃຫ້ກະສັດຟາໂຣກັບບັນດາຂ້າຣາຊການຂອງລາວມີໃຈແຂງກະດ້າງດື້ດຶງ ເພື່ອເຮົາຈະສຳແດງໝາຍສຳຄັນກັບການອັດສະຈັນເຫຼົ່ານີ້ໃນທ່າມກາງພວກເຂົາ ແລ້ວພວກເຈົ້າກໍຈະໄດ້ເລົ່າສູ່ພວກລູກຫລານຟັງວ່າ ເຮົາໄດ້ກະທຳໃຫ້ຊາວເອຢິບໂງ່ງ່າວພຽງໃດ ເມື່ອເຮົາໄດ້ເຮັດການອັດສະຈັນຕ່າງໆເຫຼົ່ານັ້ນ. ພວກເຈົ້າທຸກຄົນຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ.”