ມືຂອງພຣະເຈົ້າຢາເວຈະລົງໂທດເຈົ້າໂດຍຈະໃຫ້ເກີດໂຣກລະບາດຢ່າງຮ້າຍແຮງ ແກ່ຝູງສັດທັງຫລາຍຄື: ມ້າ, ລໍ, ອູດ, ງົວ, ແກະ ແລະແບ້. ພຣະເຈົ້າຢາເວຈະເຮັດໃຫ້ເຫັນຄວາມແຕກຕ່າງກັນລະຫວ່າງສັດຂອງຊາວອິດສະຣາເອນ ແລະສັດຂອງຊາວເອຢິບ ແລະຝູງສັດຂອງຊາວອິດສະຣາເອນຈະບໍ່ຕາຍຈັກໂຕ.