ອົບພະຍົບ 10:21-23
ອົບພະຍົບ 10:21-23 ພຄພ
ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ຈົ່ງຍົກມືຂຶ້ນສູ່ຟ້າສະຫວັນ ແລະທົ່ວປະເທດເອຢິບຈະມືດໄປໝົດ.” ໂມເຊໄດ້ຍົກມືຂຶ້ນສູ່ຟ້າສະຫວັນ ແລະທົ່ວປະເທດເອຢິບກໍມຶດໄປໝົດຕະຫລອດສາມວັນ. ຊາວເອຢິບເບິ່ງກັນບໍ່ເຫັນ ແລະບໍ່ມີໃຜໄດ້ອອກໄປນອກບ້ານໃນໄລຍະນັ້ນ. ແຕ່ໃນເຂດຂອງຊົນຊາດຊາວອິດສະຣາເອນອາໄສຢູ່ນັ້ນ ໄດ້ມີແສງສະຫວ່າງຕາມປົກກະຕິ.