ອົບພະຍົບ 10:13-14
ອົບພະຍົບ 10:13-14 ພຄພ
ດັ່ງນັ້ນ ໂມເຊຈຶ່ງຍົກໄມ້ຄ້ອນເທົ້າຂຶ້ນ ແລະພຣະເຈົ້າຢາເວກໍເຮັດໃຫ້ລົມຈາກທິດຕາເວັນອອກ ພັດມາສູ່ປະເທດເອຢິບຕະຫລອດເວັນຕະຫລອດຄືນ. ພໍຮອດຮຸ່ງເຊົ້າ ລົມກໍໄດ້ພັດເອົາຝູງຕັກແຕນມາຢ່າງຫລວງຫລາຍ. ມັນເກາະມັນໄຕ່ໄປມາເປັນໝູ່ໆຢູ່ເຕັມທົ່ວປະເທດເອຢິບ. ແມ່ນຕັກແຕນຝູງໃຫຍ່ທີ່ສຸດທີ່ເຄີຍເຫັນມາ ຫລືຈະບໍ່ມີໃຜເຄີຍໄດ້ເຫັນຝູງຕັກແຕນໃຫຍ່ທໍ່ຄາວນີ້ອີກເລີຍ.