ປະຖົມມະການ 1
1
ປະຖົມມະການ
1ໃນປະຖົມມະການ ພຣະເຈົ້າໄດ້ສ້າງຟ້າສະຫວັນ ແລະ ໂລກ. 2ໃນຂະນະນັ້ນ ໂລກຍັງບໍ່ທັນມີຮູບຮ່າງ ແລະ ຫວ່າງເປົ່າຢູ່, ຄວາມມືດໄດ້ປົກຄຸມຢູ່ເໜືອໜ້ານ້ຳເລິກ ແລະ ພຣະວິນຍານຂອງພຣະເຈົ້າໄດ້ເຄື່ອນໄຫວຢູ່ເໜືອນ້ຳນັ້ນ.
3ແລະ ພຣະເຈົ້າໄດ້ກ່າວວ່າ, “ຈົ່ງເກີດຄວາມສະຫວ່າງ,” ແລະ ຄວາມສະຫວ່າງກໍເກີດຂຶ້ນ. 4ພຣະເຈົ້າໄດ້ເຫັນວ່າຄວາມສະຫວ່າງນັ້ນວ່າດີ ແລະ ພຣະອົງໄດ້ແຍກຄວາມສະຫວ່າງອອກຈາກຄວາມມືດ. 5ພຣະເຈົ້າໄດ້ເອີ້ນຄວາມສະຫວ່າງວ່າ, “ກາງເວັນ,” ແລ້ວເອີ້ນຄວາມມືດວ່າ, “ກາງຄືນ”. ແລ້ວກໍມີຕອນຄ່ຳ ແລະ ມີຕອນເຊົ້າ ນີ້ແມ່ນມື້ທີໜຶ່ງ.
6ແລະ ພຣະເຈົ້າໄດ້ກ່າວວ່າ, “ຈົ່ງເກີດຟ້າກັ້ນລະຫວ່າງນ້ຳເພື່ອແຍກນ້ຳອອກຈາກກັນ”. 7ດັ່ງນັ້ນ ພຣະເຈົ້າຈຶ່ງໄດ້ສ້າງຟ້າຂຶ້ນ ແລະ ແຍກນ້ຳອອກຈາກກັນເປັນສ່ວນເທິງ ແລະ ສ່ວນລຸ່ມ. ແລ້ວກໍເປັນໄປຕາມນັ້ນ. 8ພຣະເຈົ້າເອີ້ນຟ້ານັ້ນວ່າ, “ທ້ອງຟ້າ”. ແລ້ວກໍມີເວລາຄ່ຳ ແລະ ມີເວລາເຊົ້າ ນີ້ແມ່ນມື້ທີສອງ.
9ແລະ ພຣະເຈົ້າໄດ້ກ່າວວ່າ, “ໃຫ້ນ້ຳທີ່ຢູ່ລຸ່ມທ້ອງຟ້າຮວມເຂົ້າກັນໃນບ່ອນດຽວ ແລະ ບ່ອນແຫ້ງຈົ່ງປາກົດຂຶ້ນ”. ແລ້ວກໍເປັນໄປຕາມນັ້ນ. 10ພຣະເຈົ້າເອີ້ນບ່ອນທີ່ແຫ້ງນັ້ນວ່າ, “ແຜ່ນດິນ” ແລະ ເອີ້ນນ້ຳທີ່ລວມເຂົ້າກັນນັ້ນວ່າ, “ທະເລ”. ແລະ ພຣະເຈົ້າເຫັນສິ່ງນັ້ນວ່າດີ.
11ແລ້ວພຣະເຈົ້າໄດ້ກ່າວວ່າ, “ຈົ່ງໃຫ້ແຜ່ນດິນເກີດພືດເຊັ່ນ: ພືດຕ່າງໆທີ່ໃຫ້ເມັດ ແລະ ຕົ້ນໄມ້ຢູ່ເທິງແຜ່ນດິນທີ່ມີແກ່ນໃນໝາກຂອງມັນ ຕາມຊະນິດຕ່າງໆຂອງມັນ”. ແລ້ວກໍເປັນໄປຕາມນັ້ນ. 12ແຜ່ນດິນກໍເກີດພືດຄື: ພືດຕ່າງໆທີ່ໃຫ້ເມັດຕາມຊະນິດຂອງມັນ ແລະ ຕົ້ນໄມ້ທີ່ເກີດໝາກພ້ອມກັບເມັດທີ່ຢູ່ໃນໝາກນັ້ນ ຕາມຊະນິດຕ່າງໆຂອງມັນ. ແລ້ວພຣະເຈົ້າກໍເຫັນສິ່ງນັ້ນວ່າດີ. 13ແລ້ວກໍມີເວລາຄ່ຳ ແລະ ມີເວລາເຊົ້າ ນີ້ແມ່ນມື້ທີສາມ.
14ແລະ ພຣະເຈົ້າໄດ້ກ່າວວ່າ, “ຈົ່ງເກີດດວງສະຫວ່າງຕ່າງໆຂຶ້ນໃນແຜ່ນຟ້າຂອງທ້ອງຟ້າເພື່ອແຍກກາງເວັນອອກຈາກກາງຄືນ ແລະ ໃຫ້ເປັນເຄື່ອງໝາຍບອກລະດູ, ບອກວັນ ແລະ ບອກປີ, 15ແລ້ວໃຫ້ດວງສະຫວ່າງເຫລົ່ານັ້ນສ່ອງສະຫວ່າງຢູ່ໃນແຜ່ນຟ້າຂອງທ້ອງຟ້າເພື່ອໃຫ້ແສງສະຫວ່າງແກ່ແຜ່ນດິນໂລກ”. ແລ້ວກໍເປັນໄປຕາມນັ້ນ. 16ພຣະເຈົ້າໄດ້ສ້າງດວງສະຫວ່າງຂະໜາດໃຫຍ່ສອງດວງ ໃຫ້ດວງທີ່ໃຫຍ່ກວ່າຄອບຄອງກາງເວັນ ແລະ ດວງທີ່ນ້ອຍກວ່າຄອບຄອງກາງຄືນ. ພຣະອົງຍັງໄດ້ສ້າງດວງດາວຕ່າງໆ. 17ພຣະເຈົ້າໄດ້ກຳນົດຕຳແໜ່ງຂອງພວກມັນໄວ້ໃນແຜ່ນຟ້າຂອງທ້ອງຟ້າເພື່ອໃຫ້ແສງສະຫວ່າງແກ່ໂລກ, 18ເພື່ອຄອບຄອງກາງເວັນ ແລະ ກາງຄືນ ແລະ ເພື່ອແຍກຄວາມສະຫວ່າງອອກຈາກຄວາມມືດ. ແລ້ວພຣະເຈົ້າກໍເຫັນວ່າສິ່ງນັ້ນວ່າດີ. 19ແລ້ວກໍມີເວລາຄ່ຳ ແລະ ມີເວລາເຊົ້າ ນີ້ແມ່ນມື້ທີສີ່.
20ແລະ ພຣະເຈົ້າໄດ້ກ່າວວ່າ, “ຈົ່ງໃຫ້ນ້ຳເຕັມໄປດ້ວຍສິ່ງມີຊີວິດ ແລະ ໃຫ້ນົກທັງຫລາຍບິນໄປມາໃນແຜ່ນຟ້າຂອງທ້ອງຟ້າ”. 21ດັ່ງນັ້ນ ພຣະເຈົ້າຈຶ່ງໄດ້ສ້າງສັດທະເລຂະໜາດໃຫຍ່ ແລະ ສິ່ງມີຊີວິດທຸກຊະນິດທີ່ລອຍໄປມາເຕັມຢູ່ໃນນ້ຳ ຕາມຊະນິດຂອງມັນ ແລະ ນົກຕ່າງໆທີ່ບິນໄດ້ຕາມຊະນິດຂອງມັນ. ແລ້ວພຣະເຈົ້າກໍເຫັນວ່າສິ່ງນັ້ນດີ. 22ພຣະເຈົ້າໄດ້ອວຍພອນສັດເຫລົ່ານັ້ນ ແລະ ກ່າວວ່າ, “ຈົ່ງເກີດແມ່ແຜ່ລູກ ແລະ ເພີ່ມຈຳນວນຂຶ້ນຈົນເຕັມນໍ້າໃນທະເລ. ແລະ ຈົ່ງໃຫ້ນົກເພີ່ມຈຳນວນຂຶ້ນເທິງແຜ່ນດິນໂລກ”. 23ແລ້ວກໍມີເວລາຄ່ຳ ແລະ ມີເວລາເຊົ້າ ນີ້ແມ່ນມື້ທີຫ້າ.
24ແລະ ພຣະເຈົ້າໄດ້ກ່າວວ່າ, “ຈົ່ງໃຫ້ແຜ່ນດິນເກີດສິ່ງມີຊີວິດຕາມຊະນິດຂອງມັນຄື: ສັດລ້ຽງ, ສັດເລືອຄານ ແລະ ສັດປ່າ ຕາມຊະນິດຂອງມັນ” ແລ້ວກໍເປັນໄປຕາມນັ້ນ. 25ພຣະເຈົ້າໄດ້ສ້າງສັດປ່າຕາມຊະນິດຂອງມັນ, ສັດລ້ຽງຕາມຊະນິດຂອງມັນ ແລະ ສັດເລືອຄານຕາມຊະນິດຂອງມັນ. ແລ້ວພຣະເຈົ້າກໍເຫັນວ່າສິ່ງນັ້ນດີ.
26ແລ້ວພຣະເຈົ້າໄດ້ກ່າວວ່າ, “ໃຫ້ພວກເຮົາສ້າງມະນຸດຂຶ້ນຕາມແບບຂອງເຮົາ, ຕາມຢ່າງເຮົາ, ເພື່ອໃຫ້ພວກເຂົາປົກຄອງປາໃນທະເລ ແລະ ຝູງນົກໃນທ້ອງຟ້າ, ສັດລ້ຽງ ແລະ ສັດປ່າທັງໝົດ#1:26 ສຳເນົາຕົ້ນສະບັບພາສາເຮັບເຣີວ່າ ແຜ່ນດິນໂລກທັງໝົດ ແລະ ສັດເລືອຄານທັງໝົດ”.
27ດັ່ງນັ້ນ ພຣະເຈົ້າໄດ້ສ້າງມະນຸດຕາມພາບສະທ້ອນຂອງພຣະອົງ,
ໃນພາບສະທ້ອນຂອງພຣະເຈົ້ານັ້ນ ພຣະອົງໄດ້ສ້າງພວກເຂົາຂຶ້ນ;
ພຣະອົງສ້າງພວກເຂົາໃຫ້ເປັນຊາຍ ແລະ ຍິງ.
28ພຣະເຈົ້າໄດ້ອວຍພອນພວກເຂົາ ແລະ ເວົ້າຕໍ່ພວກເຂົາວ່າ, “ຈົ່ງມີລູກຫລານ ແລະ ເພີ່ມຈໍານວນຂຶ້ນຈົນເຕັມໂລກ ແລະ ມີອຳນາດເໜືອແຜ່ນດິນ. ຈົ່ງຄອບຄອງປາໃນທະເລ, ນົກໃນທ້ອງຟ້າ ແລະ ສັດເລືອຄານທັງໝົດ”.
29ແລ້ວພຣະເຈົ້າເວົ້າວ່າ, “ເຮົາໃຫ້ພືດພັນທຸກຊະນິດທີ່ໃຫ້ເມັດ ເຊິ່ງມີຢູ່ທົ່ວຜືນແຜ່ນດິນໂລກ ແລະ ຕົ້ນໄມ້ທຸກຕົ້ນທີ່ມີແກ່ນຢູ່ໃນໝາກຂອງມັນ. ໝາກໄມ້ເຫລົ່ານີ້ຈະເປັນອາຫານສຳລັບພວກເຈົ້າ. 30ສ່ວນສັດທັງໝົດທີ່ຢູ່ເທິງແຜ່ນດິນໂລກ, ນົກທັງໝົດໃນທ້ອງຟ້າ ແລະ ສັດເລືອຄານທັງໝົດ ຄືທຸກສິ່ງທີ່ມີຊີວິດທັງປວງເທິງແຜ່ນດິນໂລກນັ້ນ ເຮົາໃຫ້ພືດສີຂຽວທຸກຊະນິດເພື່ອເປັນອາຫານ”. ແລ້ວກໍເປັນໄປຕາມນັ້ນ.
31ພຣະເຈົ້າໄດ້ເຫັນທຸກສິ່ງທີ່ພຣະອົງສ້າງຂຶ້ນ ແລະ ກໍເຫັນວ່າສິ່ງນັ້ນດີ. ແລ້ວກໍມີເວລາຄ່ຳ ແລະ ມີເວລາເຊົ້າ ນີ້ແມ່ນມື້ທີຫົກ.
Currently Selected:
ປະຖົມມະການ 1: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.