YouVersion Logo
Search Icon

ປະຖົມມະການ 2

2
1ດັ່ງນັ້ນ ຟ້າສະຫວັນ ແລະ ໂລກ​ພ້ອມ​ກັບ​ທຸກສິ່ງ​ຈຶ່ງ​ຖືກ​ສ້າງ​ຂຶ້ນ​ສຳເລັດ​ຄົບຖ້ວນ.
2ເມື່ອ​ເຖິງ​ວັນ​ທີ​ເຈັດ ພຣະເຈົ້າ​ກໍ​ໄດ້​ສຳເລັດ​ຈາກ​ທີ່​ເຮັດ, ດັ່ງນັ້ນ ໃນ​ວັນ​ທີ​ເຈັດ​ພຣະອົງ​ຈຶ່ງ​ຢຸດ​ພັກ​ງານ​ສ້າງ​ທັງໝົດ​ຂອງ​ພຣະອົງ. 3ແລ້ວ​ພຣະເຈົ້າ​ໄດ້​ອວຍພອນ​ວັນ​ທີເຈັດ ແລະ ໄດ້​ຕັ້ງ​ວັນ​ນັ້ນ​ໄວ້​ເປັນ​ວັນ​ສັກສິດ, ເພາະ​ໃນ​ວັນ​ນັ້ນ​ພຣະອົງ​ໄດ້​ຢຸດ​ພັກ​ຈາກ​ງານ​ສ້າງ​ທັງໝົດ​ທີ່​ພຣະອົງ​ໄດ້​ກະທຳ.
ອາດາມ ແລະ ເອວາ
4ນີ້​ຄື​ເລື່ອງລາວ​ຂອງ​ການ​ສ້າງ​ຟ້າສະຫວັນ ແລະ ໂລກ, ເມື່ອ​ພຣະເຈົ້າ​ຢາເວ ພຣະເຈົ້າ​ໄດ້​ສ້າງ​ໂລກ ແລະ ຟ້າ​ສະຫວັນ.
5ໃນ​ເວລາ​ນັ້ນ​ຍັງ​ບໍ່​ທັນ​ມີ​ພຸ່ມໄມ້​ປາກົດ​ຂຶ້ນ​ເທິງ​ໂລກ#2:5 ຫລື ແຜ່ນດິນ ເຊັ່ນ​ດຽວ​ກັບ​ຂໍ້ 6 ແລະ ບໍ່​ມີ​ພືດ​ເກີດ​ຂຶ້ນ​ມາ​ເທື່ອ, ເພາະ​ພຣະເຈົ້າ​ຢາເວ​ຍັງ​ບໍ່​ທັນ​ໄດ້​ໃຫ້​ຝົນ​ຕົກ​ລົງ​ມາ​ໃສ່​ໂລກ ແລະ ຍັງ​ບໍ່​ມີ​ມະນຸດ​ຄົນ​ໃດ​ທີ່​ຈະ​ຄາດ​ໄຖ​ດິນ, 6ແຕ່​ມີ​ນ້ຳ#2:6 ຫລື ນ້ຳໝອກ​ພຸ່ງ​ຂຶ້ນ​ຈາກ​ພື້ນ​ໂລກ ແລະ ຫົດ​ໜ້າ​ດິນ​ທັງໝົດ. 7ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ປັ້ນ​ມະນຸດ#2:7 ໃນ​ພາສາ​ເຮັບເຣີ​ຄຳ​ທີ່​ມີ​ຄວາມໝາຍ​ວ່າ ມະນຸດ ຫລື ຊາຍ (ອາດາມ) ມີ​ສຽງ​ຄ້າຍ​ຄື ແລະ ອາດ​ກ່ຽວຂ້ອງ​ກັບ​ຄຳ​ທີ່​ມີ​ຄວາມຫມາຍ​ວ່າ ພື້ນດິນ (ອະດາມາ) ຄຳ​ນີ້​ເປັນ​ຊື່​ຂອງ​ອາດາມ​ດ້ວຍ (ເບິ່ງ 2:20)​ຈາກ​ຂີ້ຝຸ່ນ​ດິນ ແລະ ເປົ່າ​ລົມ​ຫາຍໃຈ​ແຫ່ງ​ຊີວິດ​ເຂົ້າ​ໄປ​ທາງ​ຮູ​ດັງ​ຂອງ​ລາວ ແລ້ວ​ມະນຸດ​ຄົນ​ນີ້​ຈຶ່ງ​ມີຊີວິດ.
8ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ສ້າງ​ສວນ​ແຫ່ງ​ໜຶ່ງ​ໄວ້​ໃນ​ເອເດນ​ທາງ​ທິດຕາເວັນອອກ ແລະ ພຣະອົງ​ໃຫ້​ຊາຍ​ຜູ້​ທີ່​ພຣະອົງ​ສ້າງ​ຂຶ້ນ​ມາ​ອາໄສ​ຢູ່​ໃນ​ທີ່​ນັ້ນ. 9ພຣະເຈົ້າ​ຢາເວ​ໄດ້​ເຮັດ​ໃຫ້​ຕົ້ນໄມ້​ທຸກ​ຊະນິດ​ປົ່ງ​ຂຶ້ນ​ຈາກ​ດິນ ມີ​ທັງ​ຕົ້ນໄມ້​ທີ່​ງາມ​ຕາ ແລະ ເໝາະ​ສຳລັບ​ເປັນ​ອາຫານ. ຢູ່​ທີ່​ກາງ​ສວນ​ມີ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ ຕົ້ນໄມ້​ແຫ່ງ​ການ​ຮູ້​ຈັກ​ດີ ແລະ ຮູ້​ຈັກ​ຊົ່ວ.
10ມີ​ແມ່ນ້ຳ​ສາຍ​ໜຶ່ງ​ຈາກ​ເອເດນ​ໄຫລ​ມາ​ຫົດ​ສວນ​ນັ້ນ, ແລ້ວ​ແມ່ນໍ້າ​ໄດ້​ຖືກ​ແຍກ​ອອກ​ເປັນ​ຕົ້ນ​ນ້ຳ​ສີ່​ສາຍ. 11ສາຍ​ທີ​ໜຶ່ງ​ຊື່​ວ່າ​ປີໂຊນ, ໄຫລ​ຜ່ານ​ທົ່ວ​ດິນແດນ​ຮາວີລາ, ເຊິ່ງ​ເປັນ​ບ່ອນ​ທີ່​ມີ​ຄຳ. 12(ດິນແດນ​ນີ້​ມີ​ຄຳ​ຄຸນນະພາບ​ດີ; ຢາງໄມ້ຫອມ#2:12 ຫລື ໄຂ່ມຸກ ແລະ ຫີນ​ໂກເມນ​ກໍ​ມີ​ຢູ່​ທີ່​ນັ້ນ​ດ້ວຍ.) 13ຊື່​ຂອງ​ແມ່ນໍ້າ​ສາຍ​ທີ​ສອງ​ແມ່ນ​ກິໂຮນ; ໄຫລ​ຜ່ານ​ທົ່ວ​ດິນແດນ​ກູເຊ.#2:13 ອາດ​ຢູ່​ທາງ​ທິດຕາເວັນອອກ​ສຽງໃຕ້​ຂອງ​ເມໂຊໂປຕາເມຍ 14ຊື່​ຂອງ​ແມ່ນໍ້າ​ສາຍ​ທີ​ສາມ​ແມ່ນ​ຕິກຣິດ; ເຊິ່ງ​ໄຫລ​ໄປ​ທາງ​ທິດຕາເວັນອອກ​ຂອງ​ອັດຊີເຣຍ. ແລະ ແມ່ນໍ້າ​ສາຍ​ທີ​ສີ່​ແມ່ນ​ເອີຟຣັດ.
15ພຣະເຈົ້າ​ຢາເວ​ໄດ້​ເອົາ​ຊາຍ​ຜູ້​ນັ້ນ​ໄປ​ຢູ່​ໃນ​ສວນ​ເອເດນ​ເພື່ອ​ໃຫ້​ລາວ​ເຮັດ​ວຽກ ແລະ ເບິ່ງແຍງ​ຮັກສາ​ສວນ​ນີ້. 16ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ຊາຍ​ນັ້ນ​ວ່າ, “ເຈົ້າ​ຈະ​ກິນ​ໝາກໄມ້​ຈາກ​ຕົ້ນ​ໃດ​ໃນ​ສວນ​ນີ້​ກໍ​ໄດ້; 17ແຕ່​ເຈົ້າ​ຫ້າມ​ກິນ​ໝາກໄມ້​ຈາກ​ຕົ້ນໄມ້​ແຫ່ງ​ການ​ຮູ້​ຈັກ​ດີ ແລະ ຮູ້​ຈັກ​ຊົ່ວ, ເພາະ​ເມື່ອ​ໃດ​ທີ່​ເຈົ້າ​ກິນ​ໝາກໄມ້​ຈາກ​ຕົ້ນ​ນີ້ ເຈົ້າ​ຈະ​ຕາຍ​ແນ່ນອນ”.
18ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ວ່າ, “ບໍ່​ເປັນ​ການ​ດີ​ສຳລັບ​ຜູ້ຊາຍ​ທີ່​ຈະ​ຢູ່​ຄົນດຽວ. ເຮົາ​ຈະ​ສ້າງ​ຜູ້ຊ່ວຍ​ຜູ້​ໜຶ່ງ​ທີ່​ເໝາະສົມ​ກັບ​ລາວ”.
19ບັດນີ້ ພຣະເຈົ້າ​ຢາເວ​ໄດ້​ເອົາ​ດິນ​ມາ​ປັ້ນ​ສັດປ່າ ແລະ ນົກ​ທຸກ​ຊະນິດ​ທີ່​ບິນ​ຢູ່​ເທິງ​ທ້ອງຟ້າ. ພຣະອົງ​ໄດ້​ນຳ​ສັດ​ທັງຫລາຍ​ມາ​ຫາ​ຊາຍ​ຄົນ​ນັ້ນ​ເພື່ອ​ເບິ່ງ​ວ່າ​ລາວ​ຈະ​ຕັ້ງ​ຊື່​ໃຫ້​ສັດ​ເຫລົ່ານັ້ນ​ວ່າ​ຢ່າງ​ໃດ; ຊາຍ​ຄົນ​ນັ້ນ​ເອີ້ນ​ສິ່ງມີຊີວິດ​ແຕ່​ລະ​ຢ່າງ​ວ່າ​ແນວໃດ, ສັດ​ເຫລົ່ານັ້ນ​ກໍ​ມີ​ຊື່​ຕາມ​ນັ້ນ. 20ດັ່ງນັ້ນ ຊາຍ​ຄົນ​ນັ້ນ​ຈຶ່ງ​ຕັ້ງ​ຊື່​ໃຫ້​ສັດລ້ຽງ​ທັງໝົດ, ນົກ​ໃນ​ທ້ອງຟ້າ ແລະ ສັດປ່າ​ທັງໝົດ.
ແຕ່​ອາດາມ#2:20 ຫລື ຊາຍ​ຜູ້ນັ້ນ​ຍັງ​ບໍ່​ພົບ​ຜູ້ຊ່ວຍ​ທີ່​ເໝາະສົມ​ສຳລັບ​ລາວ. 21ດັ່ງນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ໄດ້​ເຮັດ​ໃຫ້​ຊາຍ​ນັ້ນ​ນອນຫລັບ​ສະໜິດ; ແລ້ວ​ໃນ​ຂະນະ​ທີ່​ລາວ​ນອນຫລັບ​ຢູ່​ນັ້ນ, ພຣະອົງ​ໄດ້​ເອົາ​ກະດູກ​ຂ້າງ#2:21 ຫລື ໄດ້​ເອົາ​ສ່ວນໜຶ່ງ​ຈາກ​ກະດູກ​ຂ້າງ​ຂອງ​ຊາຍ​ຜູ້​ນັ້ນ​ມາ​ຊີກ​ໜຶ່ງ​ຂອງ​ຊາຍ​ນັ້ນ​ອອກມາ ແລະ ປິດ​ບ່ອນ​ນັ້ນ​ດ້ວຍ​ເນື້ອໜັງ. 22ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ສ້າງ​ແມ່ຍິງ​ຈາກ​ກະດູກ​ຂ້າງ#2:22 ຫລື ສ່ວນ​ນັ້ນ​ທີ່​ພຣະອົງ​ໄດ້​ນຳ​ອອກ​ມາ​ຈາກ​ຊາຍ​ນັ້ນ ແລະ ພາ​ນາງ​ມາ​ຫາ​ຊາຍ​ນັ້ນ.
23ຊາຍ​ຄົນ​ນັ້ນ​ໄດ້​ກ່າວ​ວ່າ,
“ນີ້​ແມ່ນ​ກະດູກ​ຊີກ​ໜຶ່ງ​ຈາກ​ບັນດາ​ກະດູກ​ຂອງ​ເຮົາ
ແລະ ເນື້ອໜັງ​ຈາກ​ເນື້ອໜັງ​ຂອງ​ເຮົາ;
ນາງ​ຈະ​ຖືກ​ເອີ້ນ​ວ່າ ‘ແມ່ຍິງ,’
ເພາະ​ນາງ​ຖືກ​ນຳ​ອອກ​ມາ​ຈາກ​ຜູ້ຊາຍ”.
24ດ້ວຍເຫດນີ້ ຜູ້ຊາຍ​ຈຶ່ງ​ອອກ​ຈາກ​ພໍ່ແມ່​ຂອງ​ຕົນ​ໄປ​ຜູກພັນ​ຢູ່​ກັບ​ເມຍ​ຂອງ​ຕົນ ແລະ ພວກເຂົາ​ກໍ​ຈະ​ເປັນ​ກາຍ​ດຽວ​ກັນ.
25ອາດາມ ແລະ ເມຍ​ຂອງ​ລາວ​ທັງ​ສອງ​ຄົນ​ໄດ້​ເປືອຍ​ກາຍ​ຢູ່ ແລະ ພວກເຂົາ​ກໍ​ບໍ່​ຮູ້​ສຶກ​ອາຍ​ເລີຍ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in