YouVersion Logo
Search Icon

ປະຖົມມະການ ຄຳນຳ

ຄຳນຳ
ໜັງສື​ປະຖົມມະການ ແລະ “ໜັງສື​ຂອງ​ໂມເຊ” ອື່ນໆ ເປັນຕົ້ນ: (ອົບພະຍົບ, ລະບຽບເລວີ, ຈົດບັນຊີ ແລະ ພຣະບັນຍັດສອງ) ໄດ້​ເລົ່າ​ເລື່ອງລາວ​ຂອງ​ອິດສະຣາເອນ​ຢ່າງ​ຕໍ່ເນື່ອງ​ຕະຫລອດ​ຊ່ວງ​ຕົ້ນ​ຂອງ​ພຣະຄຳພີ. ໜັງສື​ປະຖົມມະການ​ແມ່ນ​ຂຽນ​ໂດຍ​ໂມເຊ​ຜູ້​ທີ່​ໄດ້​ນຳ​ປະຊາຊົນ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ.
ໜັງສື​ປະຖົມມະການ​ໄດ້​ອະທິບາຍ​ວ່າ ຊົນຊາດ​ໜຶ່ງ​ໄດ້​ເຂົ້າ​ມາ​ມີ​ບົດບາດ​ພິເສດ​ໃນ​ແຜນ​ງານ​ຂອງ​ພຣະເຈົ້າ​ເພື່ອ​ມະນຸດ​ທັງໝົດ​ໄດ້​ຢ່າງ​ໃດ. ໂດຍ​ໃນ​ຊ່ວງ​ຕົ້ນ​ນັ້ນ, ແບບແຜນ ແລະ ຄວາມ​ກົມກຽວກັນ​ໃນ​ສັບພະສິ່ງ​ອັນ​ດີ​ທີ່​ພຣະເຈົ້າ​ສ້າງ​ຂຶ້ນ​ນັ້ນ​ຖືກ​ທຳລາຍ​ດ້ວຍ​ຜົນ​ຈາກ​ການ​ກະບົດ ແລະ ການ​ອວດຕົວ​ຂອງ​ມະນຸດ. ຄວາມ​ຮຸນແຮງ, ຄວາມ​ບໍ່​ຍຸຕິທຳ ແລະ ຄວາມ​ທົນທຸກທໍລະມານ​ທີ່​ຕາມ​ມາ​ນັ້ນ ເປັນ​ເຫດ​ໃຫ້​ພຣະເຈົ້າ​ລົງໂທດ ແລະ ຢັບຢັ້ງ​ຄວາມ​ຊົ່ວຮ້າຍ​ຂອງ​ມະນຸດ ດ້ວຍ​ການ​ພິພາກສາ​ໃຫ້​ນ້ຳຖ້ວມ​ໂລກ. ຫລັງຈາກນັ້ນ ພຣະເຈົ້າ​ກໍ​ເຮັດ​ພັນທະສັນຍາ​ກັບ​ອັບຣາຮາມ ແລະ ເຊື້ອສາຍ​ຂອງ​ເພິ່ນ. ໂຄງ​ເລື່ອງ​ດັ່ງ​ກ່າວ​ນີ້​ກໍ​ດຳເນີນ​ຕໍ່ໄປ. ຄອບຄົວ​ຂອງ​ອັບຣາຮາມ ຫລື ອິດສະຣາເອນ​ຈະ​ເປັນ​ຊົນຊາດ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ເພື່ອ​ນຳ​ຊົນຊາດ​ຕ່າງໆ​ກັບ​ຄືນ​ມາ​ຫາ​ພຣະອົງ​ເອງ. ໜັງສື​ປະຖົມມະການ​ຈົບ​ລົງ​ທີ່​ເຊື້ອສາຍ​ຂອງ​ອັບຣາຮາມ​ໄດ້​ເຕີບໃຫຍ່​ຂຶ້ນ​ຈົນ​ກາຍ​ເປັນ​ເຜົ່າ​ຂະໜາດ​ໃຫຍ່​ຈຳນວນ​ຫລວງຫລາຍ, ແຕ່​ພວກເຂົາ​ກໍ​ບໍ່ໄດ້​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າ​ສັນຍາ​ໄວ້​ກັບ​ພວກເຂົາ. ດັ່ງນັ້ນ ເລື່ອງລາວ​ຕໍ່​ຈາກ​ນີ້​ແມ່ນ​ຢູ່​ໃນ​ໜັງສື​ເຫລັ້ມ​ຕໍ່ມາ.
ໜັງສື​ປະຖົມມະການ​ໄດ້​ແບ່ງ​ອອກ​ເປັນ​ສິບສອງ​ສ່ວນ​ໂດຍ​ມີ​ສິບເອັດ​ປະໂຫຍກ​ທີ່​ເວົ້າ​ຊ້ຳ​ກັນ​ຄື ນີ້​ຄື​ເລື່ອງລາວ​ຂອງ. ແຕ່​ລະ​ສ່ວນ​ແມ່ນ​ເປັນ​ເລື່ອງ​ກ່ຽວກັບ​ຊີວິດ ແລະ ຄອບຄົວ​ຂອງ​ບຸກຄົນ​ທີ່​ມີ​ຊື່​ລະບຸ​ໄວ້. ເລື່ອງລາວ​ທັງຫລາຍ​ຖືກ​ສານ​ຕໍ່​ເຂົ້າ​ກັນ​ເພື່ອ​ເປັນ​ເອກະສານ​ທີ່​ບັນທຶກ​ປະຫວັດສາດ​ຂອງ​ມະນຸດ ແລະ ການ​ເລີ່ມຕົ້ນ​ຂອງ​ແຜນ​ງານ​ຂອງ​ພຣະເຈົ້າ ເພື່ອ​ຟື້ນຟູ​ມະນຸດ ແລະ ທີ່​ຢູ່​ອາໄສ​ຂອງ​ພວກເຂົາ​ໃນ​ໂລກ​ຂອງ​ພຣະອົງ​ຜ່ານ​ທາງ​ອິດສະຣາເອນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in