ແລ້ວພຣະເຈົ້າໄດ້ກ່າວວ່າ, “ໃຫ້ພວກເຮົາສ້າງມະນຸດຂຶ້ນຕາມແບບຂອງເຮົາ, ຕາມຢ່າງເຮົາ, ເພື່ອໃຫ້ພວກເຂົາປົກຄອງປາໃນທະເລ ແລະ ຝູງນົກໃນທ້ອງຟ້າ, ສັດລ້ຽງ ແລະ ສັດປ່າທັງໝົດ ແລະ ສັດເລືອຄານທັງໝົດ”.
ດັ່ງນັ້ນ ພຣະເຈົ້າໄດ້ສ້າງມະນຸດຕາມພາບສະທ້ອນຂອງພຣະອົງ,
ໃນພາບສະທ້ອນຂອງພຣະເຈົ້ານັ້ນ ພຣະອົງໄດ້ສ້າງພວກເຂົາຂຶ້ນ;
ພຣະອົງສ້າງພວກເຂົາໃຫ້ເປັນຊາຍ ແລະ ຍິງ.