ມາຣະໂກ 7

7
ສິ່ງ​ທີ່​ເປັນມົນທິນ
(ມທ 15:1-20)
1ຝ່າຍ​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ບາງຄົນ​ທີ່​ໄດ້​ມາ​ແຕ່​ນະຄອນ​ເຢຣູຊາເລັມ ແລະ ເຕົ້າໂຮມກັນ​ຫຸ້ມອ້ອມ​ພຣະເຢຊູເຈົ້າ 2ແລະ ເຫັນ​ພວກສາວົກ​ບາງຄົນ​ຂອງ​ພຣະອົງ​ຮັບປະທານ​ອາຫານ​ໂດຍ​ບໍ່​ໄດ້​ລ້າງມື​ກອ່ນ ເຊິ່ງ​ຖື​ວ່າ​ເປັນມົນທິນ. 3(ພວກ​ຟາຣີຊາຍ ແລະ ຄົນ​ຢິວ​ທົ່ວໄປ​ນັ້ນ ຖື​ຕາມ​ປະເພນີ​ທີ່​ສືບທອດ​ມາ​ຈາກ​ບັນດາ​ເຖົ້າແກ່​ວ່າ​ຈະ​ບໍ່​ຮັບປະທານ​ອາຫານ​ຈົນກວ່າ​ຈະ​ໄດ້​ລ້າງມື​ຕາມ​ພິທີ​ກ່ອນ. 4ເມື່ອ​ພວກເຂົາ​ກັບ​ມາ​ຈາກ​ຕະຫລາດ​ຖ້າ​ບໍ່​ໄດ້​ຊຳລະ​ໂຕ​ກ່ອນ ພວກເຂົາ​ກໍ​ຈະ​ບໍ່​ຍອມ​ກິນ ແລະ ຍັງ​ມີ​ທຳນຽມ​ອື່ນໆ​ອີກ​ຫລາຍ​ຢ່າງ​ເຊັ່ນ​ວ່າ: ການ​ລ້າງ​ຈອກ, ໝໍ້ ແລະ ພາຊະນະ​ຕ່າງໆ.#7:4 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ໃນ​ຍຸກທຳອິດ​ບາງສະບັບ​ວ່າ ພາຊະນະ​ຕ່າງໆ ແລະ ເບາະເອນກາຍ​ກິນອາຫານ)
5ດັ່ງນັ້ນ ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເປັນຫຍັງ​ພວກສາວົກ​ຂອງ​ທ່ານ​ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງ​ພວກ​ເຖົ້າແກ່ ແຕ່​ຮັບປະທານ​ອາຫານ​ດ້ວຍ​ມື​ທີ່​ເປັນມົນທິນ?”
6ພຣະອົງ​ຕອບ​ພວກເຂົາ​ວ່າ, “ເອຊາຢາ​ໄດ້​ທຳນວາຍ​ກ່ຽວກັບ​ພວກເຈົ້າ​ກໍ​ຖືກຕ້ອງ​ແລ້ວ​ວ່າ​ພວກເຈົ້າ​ເປັນ​ຄົນໜ້າຊື່ໃຈຄົດ, ຕາມ​ທີ່​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ:
“‘ປະຊາຊົນ​ເຫລົ່ານີ້​ໃຫ້​ກຽດ​ເຮົາ​ແຕ່​ປາກ,
ສ່ວນ​ໃຈ​ຂອງ​ພວກເຂົາ​ຫ່າງໄກ​ຈາກ​ເຮົາ.
7ພວກເຂົາ​ນະມັດສະການ​ເຮົາ​ໂດຍ​ບໍ່​ມີ​ປະໂຫຍດ
ຄຳສອນ​ຂອງ​ພວກເຂົາ​ເປັນ​ພຽງ​ກົດເກນ​ທີ່​ມະນຸດ​ສອນ​ຕໍ່​ກັນ​ມາ’.#7:7 ອຊຢ 29:13
8ພວກເຈົ້າ​ໄດ້​ປະຖິ້ມ​ຂໍ້​ຄຳສັ່ງ​ຂອງ​ພຣະເຈົ້າ ແລະ ໄປ​ຢຶດຖື​ຄຳສັ່ງສອນ​ຂອງ​ມະນຸດ”.
9ແລະ ພຣະອົງ​ກໍ​ກ່າວ​ຕໍ່ໄປ​ວ່າ, “ພວກເຈົ້າ​ມີ​ວິທີ​ຫລີກລ້ຽງ​ຄຳສັ່ງ​ຂອງ​ພຣະເຈົ້າ​ເພື່ອ​ໄປ​ເຮັດ​ຕາມ#7:9 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງ​ສະບັບ​ວ່າ ຕັ້ງ​ທຳນຽມ​ຂອງ​ຕົນ! 10ເພາະ​ໂມເຊ​ໄດ້​ກ່າວ​ວ່າ, ‘ຈົ່ງ​ນັບຖື​ພໍ່ ແລະ ແມ່​ຂອງ​ຕົນ’#7:10 ອພຍ 20:12; ພບຍ 5:16 ແລະ ‘ຜູ້ໃດ​ທີ່​ສາບແຊ່ງ​ພໍ່ ແລະ ແມ່​ຂອງ​ຕົນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ’#7:10 ອພຍ 21:17; ລລວ 20:9 11ແຕ່​ຝ່າຍ​ພວກເຈົ້າ​ກັບ​ເວົ້າ​ວ່າ​ຖ້າ​ຄົນ​ໃດ​ປະກາດ​ວ່າ, ‘ສິ່ງ​ໃດ​ທີ່​ເຄີຍ​ໃຊ້​ເພື່ອ​ຊ່ວຍເຫລືອ​ພໍ່ແມ່​ຂອງ​ຕົນ ສິ່ງ​ນັ້ນ​ກໍ​ເປັນ​ໂກຣະບານ’ (ກໍ​ເປັນ​ສິ່ງ​ທີ່​ອຸທິດ​ຖວາຍ​ແກ່​ພຣະເຈົ້າ​ແລ້ວ), 12ແລ້ວ​ພວກເຈົ້າ​ຈຶ່ງ​ບໍ່​ອະນຸຍາດ​ໃຫ້​ຜູ້​ນັ້ນ​ເຮັດ​ສິ່ງໃດ​ໃຫ້​ພໍ່​ແມ່​ຂອງ​ຕົນ​ອີກ​ຕໍ່ໄປ. 13ດ້ວຍເຫດນີ້ ພວກເຈົ້າ​ໄດ້​ລຶບລ້າງ​ພຣະຄຳ​ຂອງ​ພຣະເຈົ້າ​ໂດຍ​ການ​ຢຶດ​ເອົາ​ທຳນຽມ​ທີ່​ສືບທອດ​ກັນ​ມາ ແລະ ຍັງ​ມີ​ອີກ​ຫລາຍ​ຢ່າງ​ທີ່​ພວກເຈົ້າ​ເຮັດ​ຜິດ​ແບບ​ນີ້”.
14ແລ້ວ​ພຣະເຢຊູເຈົ້າ​ກໍ​ໄດ້​ເອີ້ນ​ປະຊາຊົນ​ໃຫ້​ມາ​ຫາ​ພຣະອົງ​ອີກ​ເທື່ອ​ໜຶ່ງ ແລະ ກ່າວ​ວ່າ, “ທຸກຄົນ​ຈົ່ງ​ຟັງ​ເຮົາ ແລະ ເຂົ້າໃຈ​ຂໍ້​ນີ້. 15ບໍ່​ມີ​ສິ່ງໃດ​ທີ່​ຢູ່​ພາຍນອກ​ທີ່​ເຂົ້າໄປ​ໃນ​ມະນຸດ​ແລ້ວ​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’. ແຕ່​ແມ່ນ​ສິ່ງ​ທີ່​ອອກ​ມາ​ຈາກ​ມະນຸດ​ນັ້ນ​ແຫລະ ທີ່​ເຮັດ​ໃຫ້​ພວກເຂົາ​ເປັນມົນທິນ”. 16ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ.
17ຫລັງຈາກ​ພຣະອົງ​ໄດ້​ຈາກ​ປະຊາຊົນ​ໄປ ແລະ ເຂົ້າໄປ​ໃນ​ເຮືອນ​ແລ້ວ, ພວກສາວົກ​ໄດ້​ຖາມ​ພຣະອົງ​ກ່ຽວ​ກັບ​ຄຳອຸປະມາ​ນີ້. 18ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ຍັງ​ບໍ່​ເຂົ້າໃຈ​ອີກ​ບໍ? ພວກເຈົ້າ​ບໍ່​ເຫັນ​ບໍ​ວ່າ​ບໍ່​ມີ​ສິ່ງໃດ​ຈາກ​ພາຍນອກ​ທີ່​ເຂົ້າ​ໄປ​ໃນ​ໂຕ​ມະນຸດ​ແລ້ວ​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’ ໄດ້? 19ເພາະວ່າ​ສິ່ງ​ນັ້ນ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ໃຈ​ຂອງ​ພວກເຂົາ ແຕ່​ເຂົ້າ​ໄປ​ໃນ​ທ້ອງ​ຂອງ​ພວກເຂົາ​ແລ້ວ​ກໍ​ຖ່າຍ​ອອກ​ມາ​ຈາກ​ຮ່າງກາຍ”. (ທີ່​ພຣະເຢຊູເຈົ້າ​ກ່າວ​ເຊັ່ນ​ນີ້​ເປັນ​ການປະກາດ​ວ່າ​ອາຫານ​ທຸກຊະນິດ “ປາດສະຈາກ​ມົນທິນ”.)
20ພຣະອົງ​ກໍ​ກ່າວ​ຕໍ່​ໄປ​ອີກ​ວ່າ, “ແມ່ນ​ສິ່ງ​ທີ່​ອອກ​ມາ​ຈາກ​ມະນຸດ​ນັ້ນ​ແຫລະ ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’. 21ເພາະ​ທີ່​ອອກ​ມາ​ຈາກ​ພາຍໃນ, ອອກມາ​ຈາກ​ຈິດໃຈ​ຂອງ​ມະນຸດ​ຄື: ຄວາມຄິດຊົ່ວ, ການ​ຜິດສິນທຳທາງເພດ, ການລັກ, ການຂ້າຄົນ, 22ການຫລິ້ນຊູ້, ຄວາມໂລບ, ການປອງຮ້າຍ, ການສໍ້ໂກງ, ລາຄະຕັນຫາ, ຄວາມອິດສາ, ໃສ່ຮ້າຍປ້າຍສີ, ຄວາມຈອງຫອງ, ຄວາມໂງ່ຈ້າ. 23ທັງໝົດ​ເຫລົ່ານີ້​ແມ່ນ​ອອກມາ​ຈາກ​ພາຍໃນ ແລະ ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’”.
ພຣະເຢຊູເຈົ້າ​ຍົກຍ້ອງ​ຄວາມເຊື່ອ​ຂອງ​ຍິງ​ຊາວ​ຊີເຣຍ ເຟນີເຊຍ
(ມທ 15:21-28)
24ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຈາກ​ທີ່​ນັ້ນ ແລະ ໄປ​ຍັງ​ຂົງເຂດ​ເມືອງ​ຕີເຣ,#7:24 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ໃນ​ຍຸກ​ທຳອິດ​ບາງ​ສະບັບ​ວ່າ ເມືອງ​ຕີເຣ ແລະ ເມືອງ​ຊີໂດນ ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໜຶ່ງ ແລະ ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ຮູ້​ວ່າ​ພຣະອົງ​ຢູ່​ທີ່​ນັ້ນ ແຕ່​ພຣະອົງ​ກໍ​ປິດບັງ​ໄວ້​ບໍ່​ໄດ້. 25ແລ້ວ​ກໍ​ມີ​ຍິງ​ຄົນ​ໜຶ່ງ ເຊິ່ງ​ລູກສາວ​ນ້ອຍ​ຂອງ​ນາງ​ຖືກ​ວິນຍານສົກກະປົກ​ເຂົ້າ​ສິງ​ຢູ່ ເມື່ອ​ນາງ​ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະອົງ​ກໍ​ຟ້າວ​ມາ ແລະ ຂາບລົງ​ທີ່​ຕີນ​ຂອງ​ພຣະອົງ. 26ຍິງ​ຜູ້​ນີ້​ເປັນ​ຊາວກຣີກ, ເກີດ​ຢູ່​ໃນ​ຊີເຣຍເຟນີເຊຍ. ນາງ​ມາ​ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ຊ່ວຍ​ຂັບໄລ່​ຜີມານຮ້າຍ​ອອກ​ຈາກ​ລູກສາວ​ຂອງ​ນາງ.
27ພຣະອົງ​ບອກ​ນາງ​ວ່າ, “ຕ້ອງ​ໃຫ້​ເດັກນ້ອຍ​ທັງຫລາຍ​ກິນ​ອີ່ມ​ກ່ອນ ບໍ່​ເປັນ​ການ​ຖືກຕ້ອງ​ທີ່​ຈະ​ເອົາ​ອາຫານ​ຂອງ​ລູກ​ໂຍນ​ໃຫ້​ໝາ”.
28ນາງ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ແມ່ນ​ແຕ່​ໝາ​ທີ່​ຢູ່​ກ້ອງ​ໂຕະ​ກໍ​ຍັງ​ໄດ້​ກິນ​ເສດອາຫານ​ທີ່​ເຫລືອ​ຈາກ​ເດັກນ້ອຍ”.
29ແລ້ວ​ພຣະອົງ​ຈຶ່ງ​ກ່າວ​ແກ່​ນາງ​ວ່າ, “ຈົ່ງ​ໄປ​ສາ, ເພາະ​ຄຳຕອບ​ຂອງ​ເຈົ້າ ຜີມານຮ້າຍ​ໄດ້​ອອກ​ຈາກ​ລູກສາວ​ຂອງ​ເຈົ້າ​ແລ້ວ”.
30ນາງ​ຈຶ່ງ​ກັບ​ເມືອ​ເຮືອນ ແລະ ເຫັນ​ລູກສາວ​ຂອງ​ຕົນ​ນອນ​ຢູ່​ເທິງ​ຕຽງ ແລະ ຜີມານຮ້າຍ​ນັ້ນ​ໄດ້​ອອກ​ໄປ​ແລ້ວ.
ພຣະເຢຊູເຈົ້າ​ຮັກສາ​ຄົນຫູໜວກ ແລະ ຄົນປາກກືກ​ໃຫ້​ຫາຍດີ
(ມທ 15:29-31)
31ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຈາກ​ຂົງເຂດ​ເມືອງ​ຕີເຣ ຜ່ານ​ເມືອງ​ຊີໂດນ, ສູ່​ທະເລສາບ​ຄາລີເລ ໂດຍ​ຜ່ານ​ໄປ​ທາງ​ຂົງເຂດ​ເດກາໂປລີ.#7:31 ຄື ສິບ​ເມືອງ 32ຢູ່​ທີ່​ນັ້ນ​ມີ​ປະຊາຊົນ​ບາງຄົນ​ໄດ້​ນໍາ​ຊາຍ​ຜູ້​ໜຶ່ງ​ທີ່​ຫູໜວກ ແລະ ເວົ້າ​ເກືອບ​ບໍ່​ໄດ້​ເລີຍ​ມາ​ຫາ​ພຣະອົງ ແລະ ຂໍຮ້ອງ​ພຣະອົງ​ໃຫ້​ວາງມື​ໃສ່​ຊາຍ​ຜູ້​ນັ້ນ.
33ຫລັງຈາກ​ທີ່​ພຣະອົງ​ໄດ້​ພາ​ລາວ​ອອກ​ໄປ​ຫ່າງ​ຈາກ​ປະຊາຊົນ, ແລ້ວ​ພຣະເຢຊູເຈົ້າ​ກໍ​ໃຊ້​ນິ້ວມື​ສອດ​ເຂົ້າ​ໄປ​ໃນ​ຫູ​ທັງ​ສອງ​ຂອງ​ຊາຍ​ຜູ້​ນັ້ນ, ແລ້ວ​ບ້ວນ​ນ້ຳລາຍ​ເອົາ​ໄປ​ແປະ​ໃສ່​ທີ່​ລີ້ນ​ຂອງ​ລາວ. 34ພຣະອົງ​ເງີຍ​ໜ້າ​ເບິ່ງ​ສະຫວັນ​ພ້ອມ​ທັງ​ຖອນ​ຫາຍໃຈ​ຍາວ ແລະ ກ່າວ​ກັບ​ລາວ​ວ່າ “ເອຟາທາ!” (ເຊິ່ງ​ແປ​ວ່າ: “ຈົ່ງ​ເປີດ​ອອກ!”). 35ໃນທັນໃດ​ນັ້ນ ຫູ​ທັງ​ສອງ​ຂອງ​ຊາຍ​ຄົນ​ນັ້ນ​ກໍ​ໄດ້​ເປີດ​ອອກ ແລະ ລີ້ນ​ຂອງ​ລາວ​ກໍ​ເຊົາ​ຂັດ ແລະ ລາວ​ເລີ່ມ​ເວົ້າ​ໄດ້​ຊັດເຈນ.
36ພຣະເຢຊູເຈົ້າ​ສັ່ງ​ພວກເຂົາ​ບໍ່​ໃຫ້​ເລົ່າ​ເລື່ອງ​ນີ້​ແກ່​ຜູ້ໃດ. ແຕ່​ຍິ່ງ​ພຣະອົງ​ສັ່ງຫ້າມ​ພວກເຂົາ ພວກເຂົາ​ກໍ​ຍິ່ງ​ເວົ້າ​ເລື່ອງ​ນີ້​ໄປ​ທົ່ວ. 37ປະຊາຊົນ​ຕ່າງ​ກໍ​ປະຫລາດໃຈ​ຫລາຍ ຈຶ່ງ​ເວົ້າ​ກັນ​ວ່າ, “ພຣະອົງ​ກະທຳ​ແຕ່​ສິ່ງ​ດີ​ທັງ​ນັ້ນ. ແມ່ນ​ແຕ່​ຄົນຫູໜວກ​ພຣະອົງ​ກໍ​ເຮັດ​ໃຫ້​ໄດ້​ຍິນ ແລະ ຄົນປາກກືກ​ກໍ​ເຮັດ​ໃຫ້​ເວົ້າ​ໄດ້”.

ទើបបានជ្រើសរើសហើយ៖

ມາຣະໂກ 7: LCV

គំនូស​ចំណាំ

ចែក​រំលែក

ចម្លង

None

ចង់ឱ្យគំនូសពណ៌ដែលបានរក្សាទុករបស់អ្នក មាននៅលើគ្រប់ឧបករណ៍ទាំងអស់មែនទេ? ចុះឈ្មោះប្រើ ឬចុះឈ្មោះចូល