6
ຜູ້ທຳນວາຍທີ່ບໍ່ມີຜູ້ໃດນັບຖື
(ມທ 13:54-58)
1ພຣະເຢຊູເຈົ້າອອກຈາກທີ່ນັ້ນ ແລະ ກັບໄປຍັງບ້ານເກີດຂອງພຣະອົງ, ໂດຍມີພວກສາວົກຂອງພຣະອົງຕິດຕາມໄປນຳ. 2ເມື່ອເຖິງວັນຊະບາໂຕ, ພຣະອົງກໍໄດ້ເລີ່ມຕົ້ນສັ່ງສອນໃນທຳມະສາລາ ແລະ ຫລາຍຄົນທີ່ໄດ້ຟັງພຣະອົງຕ່າງກໍປະຫລາດໃຈ.
ພວກເຂົາຖາມວ່າ, “ຊາຍຄົນນີ້ເອົາຄຳສັ່ງສອນເຫລົ່ານີ້ມາແຕ່ໃສ? ສະຕິປັນຍາທີ່ລາວໄດ້ຮັບນີ້ແມ່ນສະຕິປັນຍາຢ່າງໃດ, ຈຶ່ງເຮັດການອັດສະຈັນໄດ້! 3ລາວເປັນຊ່າງໄມ້ບໍ່ແມ່ນບໍ? ລາວເປັນລູກຊາຍຂອງນາງມາຣີ ເປັນອ້າຍຂອງຢາໂກໂບ, ໂຢເຊັບ,#6:3 ຫລື ໂຢເຊ ຢູດາ ແລະ ຊີໂມນບໍ່ແມ່ນບໍ? ພວກນ້ອງສາວຂອງລາວກໍຢູ່ກັບພວກເຮົາບໍ່ແມ່ນບໍ?” ແລ້ວພວກເຂົາທັງຫລາຍຈຶ່ງບໍ່ພໍໃຈພຣະອົງ.
4ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເຂົາວ່າ, “ຜູ້ທຳນວາຍບໍ່ໄດ້ຂາດຄວາມນັບຖືໃນທຸກບ່ອນ ເວັ້ນໄວ້ແຕ່ໃນບ້ານເມືອງ, ບັນດາຍາດພີ່ນ້ອງ ແລະ ໃນຄອບຄົວຂອງຕົນເອງ”. 5ພຣະອົງບໍ່ສາມາດເຮັດການອັດສະຈັນໃດໆຢູ່ທີ່ນັ້ນ, ນອກຈາກພຣະອົງໄດ້ວາງມືໃສ່ຄົນເຈັບໄຂ້ໄດ້ປ່ວຍບາງຄົນ ແລະ ຮັກສາພວກເຂົາໃຫ້ຫາຍດີ. 6ແລະ ພຣະອົງປະຫລາດໃຈໃນຄວາມບໍ່ເຊື່ອຂອງພວກເຂົາ.
ພຣະເຢຊູເຈົ້າໄດ້ໃຊ້ສາວົກສິບສອງຄົນອອກໄປ
(ມທ 10:1,9-14; ລກ 9:1,3-5)
ຫລັງຈາກນັ້ນ ພຣະເຢຊູເຈົ້າໄດ້ສັ່ງສອນຕາມບ້ານຕ່າງໆທີ່ຢູ່ອ້ອມຮອບເຂດນັ້ນ. 7ພຣະອົງໄດ້ເອີ້ນສາວົກສິບສອງຄົນມາ ແລະ ເລີ່ມໃຊ້ພວກເພິ່ນອອກໄປເປັນຄູ່ໆ ໂດຍໃຫ້ພວກເພິ່ນມີສິດອຳນາດເໜືອວິນຍານສົກກະປົກທັງຫລາຍ.
8ນີ້ແມ່ນຄຳແນະນໍາຂອງພຣະອົງຄື: “ບໍ່ຕ້ອງເອົາສິ່ງໃດຕິດໂຕໄປໃນການເດີນທາງນອກຈາກໄມ້ຄ້ອນເທົ້າເທົ່ານັ້ນ, ບໍ່ຕ້ອງເອົາອາຫານ, ຖົງ ຫລື ເງິນໃສ່ໃນສາຍແອວໄປນຳ. 9ຈົ່ງໃສ່ເກີບ ແຕ່ບໍ່ຕ້ອງຕຽມເສື້ອອີກໂຕໜຶ່ງໄປນຳ. 10ເມື່ອພວກເຈົ້າເຂົ້າໄປໃນເຮືອນໃດ, ຈົ່ງພັກຢູ່ທີ່ເຮືອນນັ້ນຈົນກວ່າພວກເຈົ້າຈະໄປຈາກເມືອງນັ້ນ. 11ຖ້າບ່ອນໃດບໍ່ຕ້ອນຮັບ ຫລື ບໍ່ຮັບຟັງພວກເຈົ້າ, ຈົ່ງໄປຈາກບ່ອນນັ້ນ ແລະ ສັ່ນຂີ້ຝຸ່ນອອກຈາກຕີນຂອງພວກເຈົ້າເພື່ອເປັນພະຍານຕໍ່ສູ້ພວກເຂົາ”.
12ພວກສາວົກຈຶ່ງອອກໄປ ແລະ ເທດສະໜາໃຫ້ປະຊາຊົນຖິ້ມໃຈເກົ່າເອົາໃຈໃໝ່. 13ພວກເພິ່ນໄດ້ຂັບໄລ່ຜີມານຮ້າຍອອກຫລາຍໂຕ ແລະ ໄດ້ເຈີມຄົນເຈັບປ່ວຍຫລາຍຄົນດ້ວຍນ້ຳມັນ ແລະ ຮັກສາພວກເຂົາໃຫ້ຫາຍດີ.
ໂຢຮັນບັບຕິສະໂຕຖືກຂ້າ
(ມທ 14:1-12; ລກ 9:7-9)
14ກະສັດເຮໂຣດ ໄດ້ຍິນເຖິງເລື່ອງຂອງພຣະເຢຊູເຈົ້າ ເພາະຊື່ສຽງຂອງພຣະອົງໄດ້ຊ່າລືໄປທົ່ວ. ບາງຄົນໄດ້ເວົ້າວ່າ,#6:14 ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດບາງສະບັບວ່າ ພວກເຂົາເວົ້າວ່າ ພຣະເຢຊູເຈົ້າແມ່ນໂຢຮັນບັບຕິສະໂຕຜູ້ທີ່ເປັນຄືນມາຈາກຕາຍ, ດັ່ງນັ້ນ ເພິ່ນຈຶ່ງມີລິດອຳນາດເຮັດການອັດສະຈັນຕ່າງໆໄດ້.
15ສ່ວນຄົນອື່ນກໍເວົ້າວ່າ, “ເພິ່ນແມ່ນເອລີຢາ”. ແລະ ຍັງມີຄົນອື່ນໆອີກອ້າງວ່າ, “ເພິ່ນເປັນຜູ້ທຳນວາຍ, ເໝືອນກັນກັບຜູ້ໜຶ່ງໃນບັນດາຜູ້ທຳນວາຍໃນເມື່ອກ່ອນ”.
16ແຕ່ເມື່ອເຮໂຣດໄດ້ຍິນຢ່າງນັ້ນ ເພິ່ນຈຶ່ງເວົ້າວ່າ, “ລາວແມ່ນໂຢຮັນ ຜູ້ທີ່ເຮົາໄດ້ສັ່ງໃຫ້ຕັດຫົວ, ລາວເປັນຄືນມາຈາກຕາຍແລ້ວ!”
17ເພາະເຮໂຣດເອງເປັນຜູ້ສັ່ງໃຫ້ຈັບໂຢຮັນມາລ່າມໂສ້ ແລະ ຂັງລາວໄວ້ໃນຄຸກ. ກະສັດເຮໂຣດເຮັດເຊັ່ນນີ້ ເພາະນາງເຮໂຣເດຍຜູ້ທີ່ເຄີຍເປັນເມຍຂອງຟີລິບນ້ອງຊາຍຂອງຕົນເມື່ອກ່ອນ ເຊິ່ງເຮໂຣດໄດ້ແຕ່ງງານນຳນາງ. 18ເນື່ອງຈາກໂຢຮັນເຄີຍເວົ້າກັບເຮໂຣດວ່າ, “ທ່ານໄດ້ເຮັດຜິດຕໍ່ກົດບັນຍັດໃນການທີ່ເອົານ້ອງໃພ້ຂອງທ່ານມາເປັນເມຍ”. 19ດັ່ງນັ້ນ, ນາງເຮໂຣເດຍຈຶ່ງຄຽດແຄ້ນໃຫ້ໂຢຮັນ ແລະ ຕ້ອງການຂ້າເພິ່ນແຕ່ກໍເຮັດບໍ່ໄດ້, 20ເພາະວ່າເຮໂຣດຢ້ານໂຢຮັນ ແລະ ປົກປ້ອງເພິ່ນໄວ້ເພາະຮູ້ວ່າເພິ່ນເປັນຜູ້ຊອບທຳ ແລະ ບໍລິສຸດ. ເມື່ອເຮໂຣດໄດ້ຟັງໂຢຮັນເວົ້າກໍມຶນງົງສົງໄສ#6:20 ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດບາງສະບັບວ່າ ກໍໄດ້ເຮັດຫລາຍສິ່ງຫລາຍຢ່າງ ແຕ່ເພິ່ນກໍຍັງຢາກຟັງໂຢຮັນ.
21ໃນທີ່ສຸດໂອກາດກໍມາເຖິງ. ໃນງານສະຫລອງວັນເກີດຂອງເຮໂຣດ ເມື່ອເພິ່ນໄດ້ຈັດງານລ້ຽງສະຫລອງ ແລະ ເຊື້ອເຊີນບັນດາຂ້າລາຊະການຊັ້ນສູງມາຮ່ວມຄື: ຄະນະລັດຖະບານ, ບັນດານາຍທະຫານໃນກອງທັບ ແລະ ບັນດາບຸກຄົນສຳຄັນຕ່າງໆໃນແຂວງຄາລີເລ. 22ເມື່ອລູກສາວຂອງນາງເຮໂຣເດຍໄດ້ເຂົ້າມາຟ້ອນໃນຫ້ອງຈັດງານ ນາງເຮັດໃຫ້ເຮໂຣດພໍໃຈຫລາຍ ແລະ ບັນດາແຂກທີ່ໄດ້ເຊີນມາ.
ກະສັດຈຶ່ງກ່າວກັບຍິງສາວນັ້ນວ່າ, “ເຈົ້າຢາກໄດ້ສິ່ງໃດຈົ່ງຂໍມາ ແລ້ວເຮົາຈະໃຫ້ຕາມທີ່ເຈົ້າຂໍ”. 23ແລະ ເພິ່ນກໍສັນຍາໂດຍປະຕິຍານວ່າ, “ສິ່ງໃດກໍຕາມທີ່ເຈົ້າຂໍເຮົາຈະໃຫ້ແກ່ເຈົ້າ ແມ່ນແຕ່ເຄິ່ງໜຶ່ງຂອງອານາຈັກຂອງເຮົາ”.
24ດັ່ງນັ້ນ ນາງຈຶ່ງອອກໄປຖາມແມ່ຂອງຕົນວ່າ, “ລູກຈະຂໍສິ່ງໃດດີ?”
ແມ່ຈຶ່ງຕອບວ່າ, “ຂໍຫົວຂອງໂຢຮັນບັບຕິສະໂຕ”.
25ນາງຈຶ່ງຟ້າວມາຕອບກະສັດທັນທີວ່າ, “ຂ້ານ້ອຍຕ້ອງການໃຫ້ທ່ານເອົາຫົວຂອງໂຢຮັນບັບຕິສະໂຕໃສ່ຖາດມາໃຫ້ຂ້ານ້ອຍຢູ່ບ່ອນນີ້ດຽວນີ້”.
26ຝ່າຍກະສັດກໍໜັກໃຈຫລາຍ, ແຕ່ເພາະໄດ້ສັນຍາໄວ້ແລ້ວ ແລະ ເພາະເຫັນແກ່ໜ້າແຂກທັງຫລາຍຂອງຕົນ ເພິ່ນບໍ່ຢາກປະຕິເສດນາງ. 27ດັ່ງນັ້ນ ເພິ່ນຈຶ່ງສັ່ງໃນທັນທີໃຫ້ທະຫານນັກຂ້ານຳຫົວຂອງໂຢຮັນມາ. ທະຫານກໍໄປຕັດຫົວຂອງໂຢຮັນໃນຄຸກ, 28ແລ້ວນຳຫົວຂອງໂຢຮັນໃສ່ຖາດມາມອບໃຫ້ຍິງນັ້ນ, ແລະ ນາງກໍເອົາໄປໃຫ້ແມ່ຂອງຕົນ. 29ເມື່ອພວກລູກສິດຂອງໂຢຮັນຮູ້ຂ່າວນີ້ ພວກເຂົາກໍມາເອົາສົບຂອງເພິ່ນ ແລ້ວນຳໄປວາງໄວ້ໃນອຸບມຸງ.
ພຣະເຢຊູເຈົ້າລ້ຽງຄົນຫ້າພັນຄົນ
(ມທ 14:13-21; ລກ 9:10-17; ຢຮ 6:5-13)
30ຝ່າຍພວກອັກຄະສາວົກໄດ້ກັບມາຫາພຣະເຢຊູເຈົ້າ ແລະ ລາຍງານຕໍ່ພຣະອົງເຖິງທຸກສິ່ງທີ່ພວກເພິ່ນໄດ້ເຮັດ ແລະ ໄດ້ສັ່ງສອນ. 31ເນື່ອງຈາກມີປະຊາຊົນຈໍານວນຫລວງຫລາຍທຽວໄປມາຈົນພວກເພິ່ນບໍ່ມີເວລາກິນເຂົ້າ, ພຣະອົງຈຶ່ງກ່າວກັບພວກສາວົກວ່າ, “ພວກເຈົ້າທັງຫລາຍຈົ່ງຕາມເຮົາມາ ອອກໄປຫາບ່ອນທີ່ມິດງຽບ ແລະ ພັກຜ່ອນຈັກຄາວໜຶ່ງ”.
32ດັ່ງນັ້ນ, ພຣະອົງກັບພວກສາວົກຈຶ່ງລົງເຮືອໄປຍັງບ່ອນທີ່ມິດງຽບ. 33ແຕ່ຫລາຍຄົນໄດ້ເຫັນພວກເພິ່ນອອກໄປກໍຈື່ໄດ້ທັນທີ ແລະ ພາກັນແລ່ນຈາກເມືອງຕ່າງໆໄປເຖິງທີ່ນັ້ນລ່ວງໜ້າກ່ອນພວກເພິ່ນ. 34ເມື່ອພຣະເຢຊູເຈົ້າອອກຈາກເຮືອມາກໍເຫັນປະຊາຊົນຈໍານວນຫລວງຫລາຍ ພຣະອົງກໍມີໃຈສົງສານພວກເຂົາ, ເພາະພວກເຂົາເປັນເໝືອນແກະທີ່ບໍ່ມີຜູ້ລ້ຽງ. ດັ່ງນັ້ນ ພຣະອົງຈຶ່ງເລີ່ມຕົ້ນສັ່ງສອນພວກເຂົາຫລາຍເລື່ອງ.
35ເມື່ອຄ້າຍຄ່ຳແລ້ວ ພວກສາວົກຈຶ່ງມາບອກພຣະອົງວ່າ, “ບ່ອນນີ້ຫ່າງໄກຫລາຍ ແລະ ກໍຄ່ຳແລ້ວ. 36ຂໍໃຫ້ປະຊາຊົນເຫລົ່ານີ້ເມືອສາ ເພື່ອພວກເຂົາຈະໄດ້ໄປຊອກຫາຊື້ອາຫານສຳລັບພວກເຂົາເອງຕາມໝູ່ບ້ານຕ່າງໆໃນແຖບນີ້”.
37ແຕ່ພຣະອົງຕອບວ່າ, “ພວກເຈົ້າຈົ່ງເອົາອາຫານໃຫ້ພວກເຂົາກິນສາ”.
ພວກສາວົກຕອບວ່າ, “ຈະຕ້ອງໃຊ້ເງິນເທົ່າກັບຄ່າຈ້າງຂອງຄົນງານຄົນໜຶ່ງຫລາຍກວ່າເຄິ່ງປີ!#6:37 ພາສາກຣີກວ່າ 200 ເດນາຣິອົນ ພວກເຮົາຕ້ອງໃຊ້ເງິນຫລາຍຂະໜາດນັ້ນເພື່ອໄປຊື້ອາຫານມາໃຫ້ພວກເຂົາກິນບໍ?”
38ພຣະອົງຈຶ່ງຖາມວ່າ, “ພວກເຈົ້າມີເຂົ້າຈີ່ຈັກກ້ອນ? ຈົ່ງໄປເບິ່ງແມ”.
ເມື່ອພວກເພິ່ນໄປຊອກເບິ່ງແລ້ວ ກໍມາບອກພຣະເຢຊູເຈົ້າວ່າ, “ມີເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ”.
39ແລ້ວພຣະເຢຊູເຈົ້າໄດ້ສັ່ງພວກສາວົກໃຫ້ໄປບອກປະຊາຊົນໃຫ້ນັ່ງລົງເປັນກຸ່ມຕາມຫຍ້າຂຽວສົດ. 40ແລ້ວພວກເຂົາກໍນັ່ງເປັນກຸ່ມ ກຸ່ມລະຮ້ອຍຄົນ ແລະ ຫ້າສິບຄົນ. 41ແລ້ວພຣະເຢຊູເຈົ້າກໍຈັບເອົາເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕນັ້ນມາ ແລ້ວເງີຍໜ້າຂຶ້ນເບິ່ງສະຫວັນ, ພຣະອົງໂມທະນາຂອບພຣະຄຸນພຣະເຈົ້າ ແລະ ຫັກເຂົ້າຈີ່ແລ້ວພຣະອົງກໍຍື່ນໃຫ້ພວກສາວົກຂອງພຣະອົງເພື່ອແຈກຢາຍໃຫ້ປະຊາຊົນ. ພຣະອົງຍັງແບ່ງປາສອງໂຕໃຫ້ພວກເຂົາທົ່ວເຖິງກັນອີກດ້ວຍ. 42ພວກເຂົາທຸກຄົນໄດ້ກິນອີ່ມແລ້ວ. 43ແລະ ພວກສາວົກກໍເກັບເຂົ້າຈີ່ຕ່ອນທີ່ຫັກ ແລະ ປາທີ່ເຫລືອນັ້ນໄດ້ເຕັມສິບສອງກະບຸງ. 44ໃນຈຳນວນຜູ້ຊາຍທີ່ໄດ້ກິນອາຫານນັ້ນມີຫ້າພັນຄົນ.
ພຣະເຢຊູເຈົ້າຍ່າງເທິງໜ້ານ້ຳ
(ມທ 14:22-36; ຢຮ 6:15-21)
45ໃນທັນໃດນັ້ນ ພຣະເຢຊູເຈົ້າໄດ້ຈັດໃຫ້ພວກສາວົກຂອງພຣະອົງເຂົ້າໄປໃນເຮືອ ແລະ ຂ້າມຟາກໄປຍັງເມືອງເບັດຊາອີດາລ່ວງໜ້າກ່ອນພຣະອົງ, ໃນຂະນະທີ່ພຣະອົງບອກປະຊາຊົນໃຫ້ເລີກເມືອ. 46ຫລັງຈາກແຍກຈາກພວກເຂົາແລ້ວ, ພຣະອົງກໍຂຶ້ນໄປເທິງພູເພື່ອອະທິຖານ.
47ເມື່ອຄ່ຳມາແລ້ວ ເຮືອທີ່ພວກສາວົກຂີ່ໄປນັ້ນກໍຢູ່ກາງທະເລສາບ ແລະ ພຣະອົງຢູ່ທີ່ແຄມຝັ່ງແຕ່ຜູ້ດຽວ, 48ພຣະອົງເຫັນວ່າພວກສາວົກພາຍເຮືອຕ້ານທວນລົມທີ່ປະທະຢູ່. ໃນຊ່ວງໃກ້ແຈ້ງ#6:48 ພາສາກຣີກວ່າ ຊ່ວງຍາມທີສີ່ (ປະມານສາມໂມງເຊົ້າເຖິງຫົກໂມງເຊົ້າ)ພຣະເຢຊູເຈົ້າຍ່າງເທິງໜ້ານ້ຳທະເລສາບມາຫາພວກເພິ່ນ. ພຣະອົງກຳລັງຈະກາຍພວກເພິ່ນໄປ, 49ແຕ່ເມື່ອພວກສາວົກເຫັນພຣະອົງກຳລັງຍ່າງຢູ່ເທິງທະເລສາບ, ພວກເພິ່ນກໍຄິດວ່າພຣະອົງແມ່ນຜີ. ພວກເພິ່ນຈຶ່ງຮ້ອງຂຶ້ນ 50ເພາະທຸກຄົນທີ່ໄດ້ເຫັນພຣະອົງຕ່າງກໍຕົກໃຈຢ້ານຫລາຍ.
ໃນທັນໃດນັ້ນ ພຣະອົງໄດ້ກ່າວກັບພວກເພິ່ນວ່າ, “ຈົ່ງກ້າຫານ! ແມ່ນເຮົາເອງ. ຢ່າຢ້ານເລີຍ”. 51ແລ້ວພຣະອົງກໍຂຶ້ນໄປໃນເຮືອຫາພວກເພິ່ນ ແລະ ລົມກໍສະຫງົບລົງ. ພວກເພິ່ນຕ່າງກໍພາກັນປະຫລາດໃຈຫລາຍ, 52ເພາະພວກເພິ່ນຍັງບໍ່ເຂົ້າໃຈກ່ຽວກັບເລື່ອງເຂົ້າຈີ່; ຈິດໃຈຂອງພວກເພິ່ນຍັງແຂງກະດ້າງຢູ່.
53ເມື່ອພວກເພິ່ນໄດ້ຂ້າມຟາກແລ້ວ ພວກເພິ່ນກໍມາຂຶ້ນຝັ່ງທີ່ເຄັນເນຊາເຣັດ ແລະ ຈອດເຮືອໄວ້ຢູ່ທີ່ນັ້ນ. 54ທັນທີທີ່ພວກເພິ່ນຂຶ້ນຈາກເຮືອ, ປະຊາຊົນກໍຈື່ພຣະເຢຊູເຈົ້າໄດ້. 55ບັນດາຄົນເຫລົ່ານັ້ນຈຶ່ງແລ່ນໄປທົ່ວຂົງເຂດນັ້ນ ແລະ ນຳເອົາບັນດາຄົນເຈັບປ່ວຍວາງໃສ່ເທິງບ່ອນນອນຫາມໄປທຸກບ່ອນທີ່ໄດ້ຍິນວ່າພຣະອົງໄປ. 56ບໍ່ວ່າພຣະອົງເຂົ້າໄປຢູ່ທີ່ໃດ ທັງໃນໝູ່ບ້ານ, ໃນເມືອງ ຫລື ໃນຊົນນະບົດ ພວກເຂົາກໍຫາມຄົນເຈັບມາໄວ້ທີ່ບ່ອນຊຸມຊົນ. ພວກເຂົາໄດ້ຂໍຮ້ອງພຣະອົງໃຫ້ຄົນເຈັບປ່ວຍນັ້ນໄດ້ບາຍແຕ່ພຽງຂອບເສື້ອຄຸມຂອງພຣະອົງກໍພໍ ແລະ ທຸກຄົນທີ່ໄດ້ບາຍກໍຫາຍດີ.