5
ພຣະເຢຊູເຈົ້າຮັກສາຊາຍຄົນໜຶ່ງທີ່ຜີມານຮ້າຍສິງໃຫ້ດີ
(ມທ 8:28-34; ລກ 8:26-39)
1ເມື່ອພວກເພິ່ນຂ້າມຟາກມາຮອດເມືອງເຄຣາເຊນ.#5:1 ຫລື ກາດາຣາ 2ພໍພຣະເຢຊູເຈົ້າອອກຈາກເຮືອໄປ, ມີຊາຍຄົນໜຶ່ງທີ່ຖືກວິນຍານສົກກະປົກເຂົ້າສິງຢູ່ໄດ້ອອກຈາກອຸບມຸງຝັງສົບມາພົບພຣະອົງ. 3ຊາຍຜູ້ນີ້ເຄີຍອາໄສຢູ່ຕາມອຸບມຸງຝັງສົບ ແລະ ບໍ່ມີຜູ້ໃດສາມາດມັດ ຫລື ແມ່ນແຕ່ລ່າມໂສ້ລາວໄວ້ໄດ້. 4ເພາະລາວເຄີຍຖືກລ່າມໂສ້ໃສ່ມື ແລະ ຕີນຂອງລາວຫລາຍເທື່ອແລ້ວ, ແຕ່ລາວກໍຫັກໂສ້ຂາດ. ບໍ່ມີຜູ້ໃດແຂງແຮງພໍທີ່ຈະປາບລາວໄດ້. 5ລາວໄດ້ແຜດສຽງຮ້ອງຢູ່ຕາມອຸບມຸງຝັງສົບ ແລະ ຕາມເນີນພູເຂົາທັງກາງເວັນ ແລະ ກາງຄືນ ແລ້ວກໍເອົາຫີນປາດຕົນເອງ.
6ເມື່ອລາວເຫັນພຣະເຢຊູເຈົ້າແຕ່ໄກໆ, ລາວໄດ້ແລ່ນມາຫາ ແລະ ຄຸເຂົ່າລົງຕໍ່ໜ້າພຣະອົງ. 7ລາວຮ້ອງດ້ວຍສຸດສຽງຂອງລາວວ່າ, “ພຣະເຢຊູ ພຣະບຸດຂອງພຣະເຈົ້າອົງສູງສຸດເອີຍ, ທ່ານຕ້ອງການສິ່ງໃດຈາກຂ້ານ້ອຍ? ຂໍໃຫ້ທ່ານສັນຍາໃນນາມພຣະເຈົ້າວ່າຈະບໍ່ທໍລະມານຂ້ານ້ອຍ!” 8ເພາະພຣະເຢຊູເຈົ້າໄດ້ກ່າວກັບມັນວ່າ, “ວິນຍານສົກກະປົກ ຈົ່ງອອກມາຈາກຊາຍຄົນນີ້!”
9ແລ້ວພຣະເຢຊູເຈົ້າໄດ້ຖາມມັນວ່າ, “ເຈົ້າຊື່ຫຍັງ?”
ມັນຕອບວ່າ, “ຊື່ກອງທັບ, ເພາະພວກຂ້ານ້ອຍມີຢູ່ນຳກັນຫລາຍໂຕ”. 10ແລະ ມັນຈຶ່ງອ້ອນວອນຂໍນຳພຣະເຢຊູເຈົ້າເພື່ອບໍ່ໃຫ້ຂັບໄລ່ພວກມັນອອກຈາກເຂດແດນນັ້ນ.
11ຢູ່ໃກ້ພູນັ້ນ ມີໝູຝູງໃຫຍ່ກຳລັງຫາກິນຢູ່ຕາມເນີນພູ. 12ພວກຜີມານຮ້າຍຈຶ່ງຂໍຮ້ອງພຣະເຢຊູເຈົ້າວ່າ, “ຂໍໃຫ້ພວກຂ້ານ້ອຍເຂົ້າໄປສິງຢູ່ໃນໝູຝູງນັ້ນສາ”. 13ພຣະອົງກໍໄດ້ອະນຸຍາດໃຫ້, ແລ້ວວິນຍານສົກກະປົກເຫລົ່ານັ້ນກໍອອກຈາກຊາຍຜູ້ນັ້ນ ແລະ ເຂົ້າໄປສິງຢູ່ໃນຝູງໝູ. ໝູທັງໝົດປະມານສອງພັນໂຕກໍຟ້າວແລ່ນລົງຕາລິ່ງຊັນໂຕນລົງທະເລສາບຈົມນ້ຳຕາຍໝົດ.
14ບັນດາຄົນລ້ຽງໝູຕ່າງກໍແລ່ນໜີ ແລະ ໄປເລົ່າເລື່ອງນີ້ຢູ່ໃນເມືອງ ແລະ ຕາມຊົນນະບົດ, ດັ່ງນັ້ນ ປະຊາຊົນຈຶ່ງພາກັນອອກມາເບິ່ງເຫດການທີ່ໄດ້ເກີດຂຶ້ນ. 15ເມື່ອພວກເຂົາມາຫາພຣະເຢຊູເຈົ້າ, ພວກເຂົາກໍເຫັນຊາຍທີ່ຖືກຜີມານຮ້າຍເປັນກອງທັບເຄີຍເຂົ້າສິງຢູ່ ເຫັນລາວນຸ່ງຫົ່ມເສື້ອຜ້າ ແລະ ມີສະຕິດີ, ພວກເຂົາຈຶ່ງຢ້ານ. 16ບັນດາຜູ້ທີ່ໄດ້ເຫັນເຫດການກໍໄດ້ເລົ່າສິ່ງທີ່ໄດ້ເກີດຂຶ້ນກັບຊາຍທີ່ຖືກຜີມານຮ້າຍສິງ ແລະ ເລົ່າກ່ຽວກັບຝູງໝູນັ້ນສູ່ປະຊາຊົນຟັງ. 17ດັ່ງນັ້ນ ພວກເຂົາຈຶ່ງຂໍຮ້ອງພຣະເຢຊູເຈົ້າໃຫ້ໄປຈາກເຂດແດນຂອງພວກເຂົາ.
18ຂະນະທີ່ພຣະເຢຊູເຈົ້າກຳລັງລົງເຮືອ, ຊາຍທີ່ມີຜີມານຮ້າຍເຄີຍສິງນັ້ນ ກໍຂໍຮ້ອງໄປກັບພຣະອົງ. 19ພຣະເຢຊູເຈົ້າບໍ່ອະນຸຍາດໃຫ້ລາວໄປນຳ ແຕ່ໄດ້ກ່າວວ່າ, “ຈົ່ງກັບເມືອບ້ານໄປຫາຍາດພີ່ນ້ອງຂອງເຈົ້າ ແລະ ບອກພວກເຂົາເຖິງເຫດການທີ່ອົງພຣະຜູ້ເປັນເຈົ້າໄດ້ກະທຳສຳລັບເຈົ້າ ແລະ ພຣະອົງເມດຕາຕໍ່ເຈົ້າຢ່າງໃດ”. 20ດັ່ງນັ້ນ ຊາຍຜູ້ນີ້ຈຶ່ງລາພຣະເຢຊູເຈົ້າໄປ ແລະ ເລີ່ມປະກາດໃນແຂວງເດກາໂປລີ#5:20 ຄື ສິບເມືອງວ່າພຣະເຢຊູເຈົ້າໄດ້ກະທຳເພື່ອລາວຫລາຍຢ່າງ. ແລະ ຄົນທັງປວງຕ່າງກໍປະຫລາດໃຈ.
ພຣະເຢຊູເຈົ້າເຮັດໃຫ້ເດັກຍິງທີ່ຕາຍແລ້ວເປັນຄືນມາ ແລະ ຮັກສາຍິງທີ່ເຈັບປ່ວຍ
(ມທ 9:18-26; ລກ 8:41-56)
21ເມື່ອພຣະເຢຊູເຈົ້າໄດ້ຂີ່ເຮືອຂ້າມຟາກທະເລສາບກັບມາອີກ, ຂະນະທີ່ພຣະອົງຢູ່ທີ່ແຄມທະເລສາບນັ້ນ ມີປະຊາຊົນຈໍານວນຫລວງຫລາຍໄດ້ມາເຕົ້າໂຮມກັນອ້ອມພຣະອົງ. 22ມີຫົວໜ້າທຳມະສາລາຄົນໜຶ່ງຊື່ວ່າຢາອີໂຣໄດ້ມາທີ່ນັ້ນ ເມື່ອລາວເຫັນພຣະເຢຊູເຈົ້າຈຶ່ງໝູບລົງທີ່ຕີນຂອງພຣະອົງ 23ແລ້ວຂໍຮ້ອງພຣະອົງດ້ວຍຄວາມຮ້ອນຮົນໃຈວ່າ, “ລູກສາວຂອງຂ້ານ້ອຍເຈັບໜັກກຳລັງຈະຕາຍແລ້ວ ຂໍທ່ານກະລຸນາໄປວາງມືໃສ່ນາງດ້ວຍເຖີດ ເພື່ອນາງຈະຫາຍດີ ແລະ ມີຊີວິດຢູ່”. 24ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງໄປກັບລາວ.
ມີປະຊາຊົນຕິດຕາມພຣະອົງມາຢ່າງໜາແໜ້ນ ແລະ ບຽດກັນຢູ່ອ້ອມພຣະອົງ. 25ໃນທີ່ນັ້ນ ມີຍິງຄົນໜຶ່ງທີ່ເປັນພະຍາດເລືອດຕົກຊຳເຮື້ອມາໄດ້ສິບສອງປີແລ້ວ. 26ນາງໄດ້ຮັບຄວາມທຸກທໍລະມານຫລາຍ ເຖິງແມ່ນວ່າມີໝໍຫລາຍຄົນໄດ້ປິ່ນປົວ ແລະ ເສຍເງິນຈົນໝົດໂຕແລ້ວ, ແທນທີ່ນາງຈະດີຂຶ້ນ ແຕ່ອາການກັບຊຸດໂຊມລົງ. 27ເມື່ອນາງໄດ້ຍິນເຖິງເລື່ອງພຣະເຢຊູເຈົ້າ ນາງຈຶ່ງຍ່າງປົນກັບປະຊາຊົນມາທາງຫລັງພຣະອົງ ແລະ ບາຍເສື້ອຄຸມຂອງພຣະອົງ, 28ເພາະນາງຄິດວ່າ, “ຖ້າເຮົາໄດ້ບາຍພຽງແຕ່ເສື້ອຄຸມຂອງເພິ່ນເທົ່ານັ້ນເຮົາກໍຈະດີພະຍາດ”. 29ໃນທັນໃດນັ້ນ ເລືອດທີ່ຕົກນັ້ນກໍຢຸດທັນທີ ແລະ ນາງຮູ້ສຶກວ່າຕົນດີພະຍາດແລ້ວ.
30ຝ່າຍພຣະເຢຊູເຈົ້າຮູ້ທັນທີວ່າລິດເດດໄດ້ອອກຈາກພຣະອົງ. ພຣະອົງຈຶ່ງປິ່ນໜ້າມາທາງປະຊາຊົນ ແລະ ຖາມວ່າ, “ຜູ້ໃດບາຍເຄື່ອງນຸ່ງຂອງເຮົາ?”
31ພວກສາວົກຂອງພຣະອົງຕອບວ່າ, “ທ່ານກໍເຫັນຢູ່ແລ້ວວ່າປະຊາຊົນຢ່າງແໜ້ນໜາບຽດທ່ານ, ແລ້ວເປັນຫຍັງທ່ານຈຶ່ງຖາມອີກວ່າ ‘ຜູ້ໃດໄດ້ບາຍເຮົາ?’”
32ແຕ່ພຣະເຢຊູເຈົ້າຍັງຫລຽວໄປອ້ອມໆເພື່ອຊອກເບິ່ງວ່າຜູ້ໃດທີ່ເຮັດຢ່າງນັ້ນ. 33ຝ່າຍຍິງຄົນນັ້ນຮູ້ດີວ່າສິ່ງທີ່ໄດ້ເກີດຂຶ້ນກັບຕົນ, ນາງຈຶ່ງມາໝູບລົງທີ່ຕີນຂອງພຣະອົງດ້ວຍຄວາມຢ້ານ, ແລ້ວເວົ້າຄວາມຈິງທັງໝົດໃຫ້ພຣະອົງຟັງ. 34ພຣະອົງກ່າວກັບນາງວ່າ, “ລູກຍິງເອີຍ, ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າຫາຍດີແລ້ວ. ຈົ່ງກັບໄປດ້ວຍສັນຕິສຸກ ແລະ ພົ້ນຈາກຄວາມທຸກທໍລະມານສາ”.
35ໃນຂະນະທີ່ພຣະເຢຊູເຈົ້າຍັງກ່າວຢູ່ ກໍມີບາງຄົນຈາກເຮືອນຂອງຢາອີໂຣຫົວໜ້າທຳມະສາລາ ພວກເຂົາບອກວ່າ, “ລູກສາວຂອງທ່ານຕາຍແລ້ວ ຈະລົບກວນອາຈານເຮັດຫຍັງ?”
36ພຣະເຢຊູເຈົ້າບໍ່ຟັງສິ່ງທີ່ພວກເຂົາໄດ້ເວົ້ານັ້ນ ແຕ່ກ່າວແກ່ຢາອີໂຣວ່າ, “ຢ່າຢ້ານເລີຍ, ຈົ່ງເຊື່ອເທົ່ານັ້ນ”.
37ພຣະອົງບໍ່ອະນຸຍາດໃຫ້ຜູ້ໃດຕິດຕາມພຣະອົງໄປຍົກເວັ້ນເປໂຕ, ຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງຢາໂກໂບ. 38ເມື່ອມາຮອດເຮືອນຂອງຫົວໜ້າທຳມະສາລາແລ້ວ, ພຣະເຢຊູເຈົ້າກໍເຫັນຄວາມວຸ້ນວາຍ, ມີຄົນຮ້ອງໄຫ້ ແລະ ສະອື້ນສຽງດັງ. 39ພຣະອົງເຂົ້າໄປໃນເຮືອນ ແລະ ກ່າວກັບພວກເຂົາວ່າ, “ພວກເຈົ້າຮ້ອງໄຫ້ຄ່ຳຄວນ ແລະ ວຸ້ນວາຍເຮັດຫຍັງ? ເດັກນ້ອຍຍັງບໍ່ຕາຍພຽງແຕ່ນອນຫລັບຢູ່”. 40ແຕ່ພວກເຂົາພາກັນຫົວຂວັນພຣະອົງ.
ຫລັງຈາກທີ່ພຣະອົງໃຫ້ຄົນທັງປວງອອກໄປແລ້ວ ພຣະອົງກໍເອົາພໍ່ແມ່ຂອງເດັກນ້ອຍ ແລະ ພວກສາວົກທີ່ຢູ່ກັບພຣະອົງເຂົ້າໄປໃນຫ້ອງທີ່ເດັກນ້ອຍນັ້ນນອນຢູ່. 41ພຣະອົງຈັບມືເດັກນ້ອຍ ແລະ ກ່າວຕໍ່ນາງວ່າ, “ຕາລີທາ ກຸມ!” (ເຊິ່ງແປວ່າ “ນາງນ້ອຍເອີຍ, ເຮົາບອກເຈົ້າວ່າ, ຈົ່ງລຸກຂຶ້ນ!”). 42ທັນໃດນັ້ນ ນາງກໍລຸກຂຶ້ນ ແລະ ຍ່າງໄປມາ (ນາງອາຍຸໄດ້ສິບສອງປີ). ພວກເຂົາໄດ້ພາກັນປະຫລາດໃຈຫລາຍໃນສິ່ງນີ້. 43ພຣະອົງໄດ້ສັ່ງຫ້າມບໍ່ໃຫ້ບອກເລື່ອງນີ້ແກ່ຜູ້ໃດເດັດຂາດ ແລະ ສັ່ງໃຫ້ພວກເຂົາເອົາອາຫານມາໃຫ້ນາງກິນ.