16
ພຣະເຢຊູເຈົ້າເປັນຄືນມາຈາກຕາຍ
(ມທ 28:1-8; ລກ 24:1-10)
1ເມື່ອວັນຊະບາໂຕຜ່ານພົ້ນໄປແລ້ວ ມາຣີຊາວມັກດາລາ, ມາຣີແມ່ຂອງຢາໂກໂບ ແລະ ນາງຊາໂລເມກໍຊື້ເຄື່ອງຫອມເພື່ອເອົາໄປຫົດສົງສົບຂອງພຣະເຢຊູເຈົ້າ. 2ໃນວັນຕົ້ນສັບປະດາແຕ່ເຊົ້າ ພວກເຂົາກໍໄປເຖິງອຸບມຸງນັ້ນ 3ແລະ ຖາມກັນວ່າ, “ຜູ້ໃດນໍຈະຊ່ວຍກຶ່ງກ້ອນຫີນນັ້ນອອກຈາກປາກອຸບມຸງໃຫ້ພວກເຮົາ?”
4ແຕ່ພໍພວກເຂົາແນມເບິ່ງກໍເຫັນວ່າຫີນກ້ອນໃຫຍ່ນັ້ນຖືກກຶ່ງອອກແລ້ວ. 5ເມື່ອພວກເຂົາເຂົ້າໄປໃນອຸບມຸງກໍໄດ້ເຫັນຊາຍໜຸ່ມຜູ້ໜຶ່ງນຸ່ງເສື້ອຄຸມຍາວສີຂາວ ນັ່ງຢູ່ເບື້ອງຂວາ ພວກນາງກໍຕົກໃຈຢ້ານຫລາຍ.
6ຊາຍໜຸ່ມໄດ້ກ່າວແກ່ພວກເຂົາວ່າ, “ຢ່າຕື່ນຕົກໃຈເລີຍ, ພວກເຈົ້າມາຊອກຫາພຣະເຢຊູເຈົ້າຊາວນາຊາເຣັດ ຜູ້ຖືກຄຶງໄວ້ທີ່ໄມ້ກາງແຂນ. ພຣະອົງເປັນຄືນມາແລ້ວ! ພຣະອົງບໍ່ໄດ້ຢູ່ທີ່ນີ້. ຈົ່ງເບິ່ງບ່ອນທີ່ພວກເຂົາວາງຮ່າງກາຍຂອງພຣະອົງໄວ້ແມ. 7ແຕ່ຈົ່ງໄປບອກພວກສາວົກຂອງພຣະອົງ ແລະ ເປໂຕວ່າ, ‘ພຣະອົງກຳລັງໄປແຂວງຄາລີເລກ່ອນໜ້າພວກເຈົ້າ. ພວກເຈົ້າຈະເຫັນພຣະອົງໃນທີ່ນັ້ນ ຕາມທີ່ພຣະອົງໄດ້ບອກພວກເຈົ້າໄວ້ແລ້ວ’”.
8ພວກເຂົາຢ້ານຈົນໂຕສັ່ນ ແລະ ສັບສົນ ຈຶ່ງພາກັນຟ້າວອອກໜີໄປຈາກອຸບມຸງ. ພວກເຂົາບໍ່ໄດ້ເວົ້າອັນໃດກັບຜູ້ໃດ ເພາະວ່າພວກເຂົາຢ້ານ.
(ເອກະສານເກົ່າທີ່ສຸດ ແລະ ຫລັກຖານບູຮານອື່ນໆບໍ່ມີ ຂໍ້ ມຣກ 16:9-20.)
9ເມື່ອຮຸ່ງເຊົ້າຂອງວັນຕົ້ນສັບປະດາ ຫລັງຈາກທີ່ພຣະເຢຊູເຈົ້າເປັນຄືນມາຈາກຕາຍແລ້ວ, ພຣະອົງໄດ້ປາກົດແກ່ນາງມາຣີຊາວມັກດາລາເປັນຜູ້ທຳອິດ ຄືຜູ້ທີ່ພຣະເຢຊູເຈົ້າໄດ້ຂັບໄລ່ຜີມານຮ້າຍເຈັດໂຕອອກນັ້ນ. 10ມາຣີຈຶ່ງໄປບອກບັນດາຜູ້ທີ່ເຄີຍຢູ່ກັບພຣະອົງ, ຜູ້ທີ່ກຳລັງໄວ້ທຸກ ແລະ ຮ້ອງໄຫ້ຢູ່. 11ເມື່ອພວກເຂົາໄດ້ຍິນວ່າພຣະເຢຊູເຈົ້າມີຊີວິດຢູ່ ແລະ ທັງໄດ້ຍິນນາງເວົ້າວ່າຕົນໄດ້ເຫັນພຣະອົງດ້ວຍ, ພວກເຂົາກໍບໍ່ເຊື່ອ.
12ຫລັງຈາກນັ້ນແລ້ວ ພຣະເຢຊູເຈົ້າກໍໄດ້ປາກົດໃນລັກສະນະໜຶ່ງອີກແກ່ສາວົກສອງຄົນໃນຂະນະທີ່ພວກເພິ່ນເດີນທາງຢູ່ນອກເມືອງ. 13ທັງສອງໄດ້ກັບມາເລົ່າໃຫ້ສາວົກຄົນອື່ນໆຟັງ ແຕ່ພວກເພິ່ນກໍຍັງບໍ່ເຊື່ອ.
14ຕໍ່ມາ ພຣະເຢຊູເຈົ້າກໍໄດ້ປາກົດແກ່ສາວົກສິບເອັດຄົນໃນຂະນະທີ່ພວກເພິ່ນກຳລັງກິນເຂົ້າຢູ່, ພຣະອົງໄດ້ຕຳໜິພວກເພິ່ນທີ່ຂາດຄວາມເຊື່ອ ແລະ ດື້ດ້ານທີ່ບໍ່ຍອມເຊື່ອຜູ້ທີ່ໄດ້ເຫັນພຣະອົງຫລັງຈາກທີ່ພຣະອົງໄດ້ເປັນຄືນມາແລ້ວ.
15ພຣະອົງກໍກ່າວແກ່ພວກເພິ່ນວ່າ, “ຈົ່ງອອກໄປທົ່ວໂລກ ປະກາດຂ່າວປະເສີດແກ່ມະນຸດທັງໝົດ. 16ຜູ້ໃດກໍຕາມທີ່ເຊື່ອ ແລະ ຮັບບັບຕິສະມາກໍຈະໄດ້ພົ້ນ, ແຕ່ຜູ້ໃດກໍຕາມທີ່ບໍ່ເຊື່ອກໍຈະຖືກຕັດສິນລົງໂທດ. 17ແລະ ໝາຍສຳຄັນເຫລົ່ານີ້ຈະຕິດຕາມຄົນທີ່ເຊື່ອດັ່ງນີ້ຄື: ພວກເຂົາຈະຂັບໄລ່ຜີມານຮ້າຍອອກໄດ້ໃນນາມຂອງເຮົາ, ພວກເຂົາຈະເວົ້າພາສາໃໝ່ໆໄດ້, 18ພວກເຂົາຈະຈັບງູດ້ວຍມືເປົ່າ ແລະ ເມື່ອພວກເຂົາດື່ມຂອງທີ່ມີພິດ ສິ່ງເຫລົ່ານີ້ຈະບໍ່ເປັນອັນຕະລາຍແກ່ພວກເຂົາ, ເມື່ອພວກເຂົາວາງມືໃສ່ຄົນເຈັບປ່ວຍ ແລະ ຄົນເຫລົ່ານັ້ນກໍຈະຫາຍດີ”.
19ເມື່ອພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ພວກເພິ່ນແລ້ວ ພຣະອົງກໍຖືກຮັບຂຶ້ນສູ່ສະຫວັນ ແລະ ນັ່ງຢູ່ເບື້ອງຂວາມືຂອງພຣະເຈົ້າ. 20ຝ່າຍພວກສາວົກກໍອອກໄປເທດສະໜາທົ່ວທຸກບ່ອນ ແລະ ອົງພຣະຜູ້ເປັນເຈົ້າໄດ້ຮ່ວມງານກັບພວກເພິ່ນ ແລະ ພຣະອົງໄດ້ຢືນຢັນຖ້ອຍຄຳຂອງພຣະອົງດ້ວຍໝາຍສຳຄັນທີ່ເກີດຂຶ້ນ.